ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານສີ ພະຍາຍາມຊັກຊວນ ການ​ເປັນ 'ຄູ່ຮ່ວມຊະຕາກໍາ' ກັບ​ຫວຽດ​ນາມ ແຕ່ຮ່າໂນ່ຍ ຍັງບໍ່ກ​ະ​ຕືລື​ລົ້ນຕໍ່ຂໍ້ລິເລີ້ມນີ້


ແຟ້ມຮູບ-ນາຍົກລັດຖະມົນຕີຫວຽດນາມ ທ່ານຟາມ ມິນ ຊິນ, ຊ້າຍ, ຈັບມືກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ກ່ອນການປະຊຸມໃນນະຄອນຫຼວງປັກກິ່ງ, ວັນທີ 27 ມິຖຸນາ 2023. ຄາດວ່າ ທ່ານສີ ຈະມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນອາທິດນີ້.
ແຟ້ມຮູບ-ນາຍົກລັດຖະມົນຕີຫວຽດນາມ ທ່ານຟາມ ມິນ ຊິນ, ຊ້າຍ, ຈັບມືກັບປະທານປະເທດຈີນ ທ່ານສີ ຈິ້ນຜິງ ກ່ອນການປະຊຸມໃນນະຄອນຫຼວງປັກກິ່ງ, ວັນທີ 27 ມິຖຸນາ 2023. ຄາດວ່າ ທ່ານສີ ຈະມາຢ້ຽມຢາມຫວຽດນາມຢ່າງເປັນທາງການໃນອາທິດນີ້.

ຫວຽດນາມ ປາກົດວ່າຍັງ​ບໍ່​ທັນ​ສະ​ແດງ​ຮ່ອງ​ຮອຍ​ໃຫ້​ເຫັນ​ເຖິງ​ຄວາມອຸ່ນໃຈ​ຕໍ່​ຂໍ້​ລິ​ເລີ່​ມ "ຄູ່ຮ່ວມຊະຕາກໍາ" ຂອງ​ທ່ານສີ ຈິ້ນຜິງ, ເຊິ່ງນັກ​ຊ່ຽວຊານ​ດ້ານ​ທັດສະນະ​ຄະຕິ ​ແລະ ນັກ​ສັງ​ເກດ​ການ​ມາ​ເປັນ​ເວລາຍາວ​ນານ​ຄາດ​ວ່າ ຮາ​ໂນ່ຍຈະ​ຍັງ​ສືບ​ຕໍ່ ​ໃນ​ລະ​ຫວ່າງການ​ຢ້ຽມຢາມ​ຂອງ​ຜູ້ນຳ​ຈີນ ​ໃນ​ອາທິດ​ນີ້.

ໃນ​ຕົວຢ່າງ​ຫຼ້າ​ສຸດ ​ກ່ຽວກັບ​ທ່າ​ທີ​ຂອງ​ຮາ​ໂນ່ຍ, ​ເມື່ອປະທານ​ປະ​ເທດ​ຫວຽດນາມ ທ່ານຫວໍ ວັນ ເທືອງ ​ໄປ​ຢ້ຽມຢາມ​ຈີນ ​ໃນ​ເດືອນ​ຕຸລາແລ້ວນີ້, ​ແລະ​ເມື່ອລັດຖະ ມົນຕີ​ການ​ຕ່າງປະ​ເທດ​ຈີນ ທ່ານຫວັງ ຢີ ໄປ​ຮ່າ​ໂນ່ຍ ໃນວັນທີ 1 ທັນວາ, ອົງ ການ​ຂ່າວຊິນ​ຫົວ​ຂອງທາງ​ການ​ຈີນ ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ຜູ້ນຳ​ຈີນ ​ທີ່ໄດ້​ກ່າວ​ວ່າ ຫວຽດນາມ ຄວນ​ຮ່ວມ​ມື​ກັບ​ຈີນ ເພື່ອສ້າງການ "ເປັນ​ປະ​ຊາ​ຄົມ​ ທີ່​ມີຊະຕາກໍາຮ່ວມກັນ," ເຊິ່ງສື່​ມວນ​ຊົນ​ຂອງ​ລັດຖະບານ​ຫວຽດນາມ ບໍ່​ໄດ້​ສະແດງ ຄໍາເຫັນ ໃດໆຕໍ່​ເລື່ອງ​ດັ່ງກ່າວນີ້​.

ໃນຂະນະ​ທີ່ ຫວຽດນາມ ​ເບິ່ງຄືວ່າ​ຮັກສາ​ໄລຍະ​ຫ່າງ​ຈາກ​ຈີນ, ເຊິ່ງນັກ​ຄົ້ນ​ຄ້ວາ ​ແລະ ນັກ​ສັງ​ເກດ​ການ​ຈໍານວນນຶ່ງ​ກ່າວ​ວ່າ ຮາ​ໂນ່ຍ ຍັງ​ຄົງ​ບໍ່​ແນ່ນອນ ​ກ່ຽວ​ກັບ​ຈຸດໝາຍ​ປາຍທາງ​ ໃນ​ການ​ມີ​ຊະ​ຕາ​ກຳຮ່ວມກັນນັ້ນ ຈະເປັນແນວໃດ.

ທ່ານຫວງ ຫວຽດ (Hoang Viet), ເຊິ່ງເປັນອາຈານຢູ່ທີ່ມະຫາວິທະຍາໄລກົດໝາຍ​ນະ​ຄອນໂຮ່ຈີມິນ ກ່າວວ່າ “ບັນຫາສຳຄັນທີ່ສຸດຄືວ່າ ແມ່ນຫຍັງຄື ‘ຄູ່ຮ່ວມຊະຕາກໍາ’ ທີ່ແທ້ຈິງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG