ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊື່ຂອງທ່ານ Xi ໄດ້ຖືກຈາລຶກໄວ້ ໃນທຳ​ມະນູນ ​ຂອງພັກ​ຄອມ​ມູນິດ ຈີນ


ປະທານປະເທດຈີີນ ທ່ານ Xi Jinping ໃນກອງປະຊຸມໃຫຍ່ ຂອງພັກຄັ້ງທີ 19 ທີ່ສາລາປະຊາຊົນ, ປັກກິ່ງ, 24 ຕຸລາ 2017.
ປະທານປະເທດຈີີນ ທ່ານ Xi Jinping ໃນກອງປະຊຸມໃຫຍ່ ຂອງພັກຄັ້ງທີ 19 ທີ່ສາລາປະຊາຊົນ, ປັກກິ່ງ, 24 ຕຸລາ 2017.

ຊື່​ສຽງຂອງປະທານ​ປະ​ເທດຈີນ ທ່ານ Xi Jinping ​ແມ່ນໄດ້ຮັບການເທີດທູນບູຊາຢູ່ໃນ
ທຳ​ມະນູນ​ຂອງພັກ​ຄອມ​ມູນິດ ໂດຍຍົກຖານະຂອງ​ຂອງທ່ານ ໃຫ້​ສູງ​ຂຶ້ນ​ທຽບ​ເທົ່າ​ກັບ​
ປະທານ Mao Zedong ທີ່​ຖື​ວ່າ ​ເປັນ​ຜູ້​ກໍ່​ຕັ້ງພັກຄອມ​ມຸຍນິດຈີນນັ້ນ.

ການດັດ​ແກ້ທຳ​ມະນູນ ​ທີ່ຮວມ​ທັງ “ແນວຄິດຂອງ​ທ່ານ Xi Jinping ກ່ຽວກັບລັດທິ​
ສັງຄົມນິຍົມ ທີ່ມີເອກກະລັກຂອງຈີນ ​ໃນ​ຍຸກ​ໃໝ່”
ຖືກຮັບຮອງເອົາ​ໂດຍ​ພັກ ​ໃນ​ວັນ
​ອັງຄານ​ມື້​ນີ້ ໃນຊຸມມື້ສຸດທ້າຍ ປິດກອງປະຊຸມໃຫຍ່ແຫ່ງຊາດຂອງພັກ ຊຶ່ງມີຂຶ້ນສອງ
ຄັ້ງຕໍ່ທົດ​ສະ​ວັດທີ່​ນະຄອນຫຼວງ​ປັກ​ກິ່ງ. ​ແນວຄິດດັ່ງກ່າວ ​ແມ່ນ​ຈະໃຫ້​ພັກ​ຄອມ​ມູນິດ ​
ເປັນ​ຜູ້ນຳ​ພາແຖວໜ້າໃນ​ການ​ດຳລົງ​ຊີວິດ​ຂອງ​ຊາວ​ຈີນ ນັບແຕ່ກຳກັບ​ເບິ່ງເລື່ອງ​ເສດ​
ຖະກິດ ​ແລະ​ຮັກສາ​ຄວາມປອດ​ໄພ​ຂອງ​ປະ​ເທດ ​ຕະຫລອດເຖິງສະໜອງການນຳພາ
​ປະຊາຊົນ​ແບບມີສິນລະທຳຂອງ​ຕົນ.

ຜູ້ຄວມຄຸມ ໄດ້ນຳພາວົງມະໂຫລີ ໃນຂະນະທີ່ບັນດາຜູ້ນຳຢືນເຄົາລົບ ເພງຊາດ ໃນກອງປະຊຸມສະພາ ຄັ້ງທີ 19 ທີ່ສະພາປະຊາຊົນ ໃນປັກກິ່ງ, 24 ຕຸລາ 2017.
ຜູ້ຄວມຄຸມ ໄດ້ນຳພາວົງມະໂຫລີ ໃນຂະນະທີ່ບັນດາຜູ້ນຳຢືນເຄົາລົບ ເພງຊາດ ໃນກອງປະຊຸມສະພາ ຄັ້ງທີ 19 ທີ່ສະພາປະຊາຊົນ ໃນປັກກິ່ງ, 24 ຕຸລາ 2017.

ການ​ດັດ​ແກ້​ທຳ​ມະນູນ​ທີ່​ວ່າ​ນີ້ ​ແມ່ນ​ເປັນ​ສັນຍາ​ລັກ​ຂອງ​ຖານະ​ປະທານປະເທດ Xi
ຄືເປັນຜູ້ນຳ​ທີ່​ມີ​ອຳນາດ​ສູງ​ສຸດ ​ໃນ​ປະ​ຫວັດສາດຍຸກ​ໃໝ່ຂອງຈີນ​.​ ທ່ານ​ແມ່ນ​ຜູ້ນຳ​ຈີນ​
ຄົນທີ 3 ເທົ່ານັ້ນທີ່​ໄດ້​ຖືກຈາລຶກ​ຊື່ລົງ​ໃນທຳ​ມະນູນຂອງ​ພັກຕໍ່​ຈາກ​ທ່ານ Mao ​ແລະ
Deng Xiaoping ຜູ້​ຊຶ່ງໄດ້​ໄດ້​ປະຕິ​ຮູບເສດຖະກິດຂອງ​ຈີນ ຈົນ​ເຮັດ​ໃຫ້ຖານະ​ຂອງ
​ຈີນ​ກາຍເປັນ​ປະ​ເທດ​ມະຫາ​ອຳນາດທາງ​ດ້ານ​ເສກ​ຖະກິດ​ຂອງ​ໂລກໃນເວລານີ້.

​ທ່ານ Xi ເປັນທີ່ຄາດກັນວ່າ ​ຈະ​ຮັບເອົາ​ຕຳ​ແໜ່​ງ ສະ​ໄໝ​ທີ 2 ​ເປັນ​ເວລາ 5 ປີ​ ​ໃນ​ຖານະ​ທີ່​
ເປັນ​ຜູ້ນຳ​ຂອງ​ພັກ ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ເວລາ​ບັນດາ​ສະມາຊິກ​ໃໝ່​ ຂອງກົມການເມືອງສູນ
ກາງ​ພັກ ​ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ຂະນະ​ນີ້ ​ໄດ້​ຖືກຮັບ​ເລືອກ ​ແລະ​ການ​ດັດ​ແກ້​ທີ່​ວ່າ​ນີ້ ຈະ​ແຜ້ວທາງ ​ໃຫ້​ປະທານ Xi ຍັງຄົງ​ຢູ່​ໃນ​ອຳ​ນາດຕໍ່ໄປອີກ​ ເວລາໃດທີ່​ການດຳລົງຕຳແໜ່ງ
​ສະ​ໄໝ​ທີ 2 ຂອງ​ທ່ານ​ໝົດ​ອາຍຸ​ລົງ ໃນທ້າຍ​ປີ 2022.

ແມ່ຄ້າຜູ້ນຶ່ງນັ່ງຢູ່ຂ້າງໆຮູບຂອງປະທານ Mao Zedong ທີ່ຈະຕຸລັດ Tiananmen, ປັກກິ່ງ, 9 ກັນຍາ 2016.
ແມ່ຄ້າຜູ້ນຶ່ງນັ່ງຢູ່ຂ້າງໆຮູບຂອງປະທານ Mao Zedong ທີ່ຈະຕຸລັດ Tiananmen, ປັກກິ່ງ, 9 ກັນຍາ 2016.

Chinese President Xi Jinping's name has been enshrined in the ruling Communist Party's constitution, elevating his status as equal to that of Mao Zedong, the founder of Communist China.

An amendment that includes the concept "Xi Jinping Thought on Socialism with Chinese Characteristics for a New Era" was approved by the party Tuesday in the closing days of the party's twice-a-decade national congress in Beijing. The concept places the Communist Party at the forefront of everyday life in China, from overseeing the economy and national security to providing moral guidance to its citizens.

The amendment symbolizes President Xi's status as one of the most powerful leaders in modern Chinese history. He is only the third Chinese leader to have his name added to the Party's constitution, next to Mao and Deng Xiaoping, whose economic reforms led to China's current status as a global economic power.

Xi is expected to formally receive a second five-year term as party leader Wednesday, when the new members of the ruling Politburo Standing Committee are selected, and the amendment could set the stage for President Xi to remain in power once his second term ends in 2022.
ປະທານປະເທດຈີນ Xi Jinping ຂຶ້ນກ່າວເປີດກອງປະຊຸທສະພາ ຄັ້ງທີ 19 ທີ່ສະພາປະຊາຊົນ ໃນປັກກິ່ງ, 18 ຕຸລາ 2017.
ປະທານປະເທດຈີນ Xi Jinping ຂຶ້ນກ່າວເປີດກອງປະຊຸທສະພາ ຄັ້ງທີ 19 ທີ່ສະພາປະຊາຊົນ ໃນປັກກິ່ງ, 18 ຕຸລາ 2017.

XS
SM
MD
LG