ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຄວາມ​ເປັນ​ຫວ່ງ​ກ່ຽວ​ກັບການ​ແຜ່​ອິດ​ທິ​ພົນ ​ຂອງ​ຈີນ ຈະພາ​ໃຫ​້​ມີ​ການ​ຢ້ຽມ​ຢາມໝູ່​ເກ​າະ ໂຊ​ໂລມອນຂອງ​ເຈົ້າ​ໜ້າ​ທີ່ ລັດ​ຖະ​ບານ ສ​ຫລ ໄວໆ​ນີ້


ພາບ​ໃນ​ແຟມ ສະ​ແດງ​ໃຫ້​ເຫັນ ຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ ເວັນດີ ເຊີແມນ (Wendy Sherman) ໄປ​ເຖິງ​ຫໍ​ລັດ​ຖະ​ສະ​ພາ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 30 ມີ​ນາ, 2022. ທ່າ​ນ​ນາງ ແລະ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ​ອອ​ສ​ເຕ​ຣ​ເລຍ ຈະ​ໄປຢ້ຽມ​ຢາມ​ເກາະ​ໂຊ​ໂລມອນ ໃນ​ທ້ານ​ອາ​ທິດນີ້.
ພາບ​ໃນ​ແຟມ ສະ​ແດງ​ໃຫ້​ເຫັນ ຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ ເວັນດີ ເຊີແມນ (Wendy Sherman) ໄປ​ເຖິງ​ຫໍ​ລັດ​ຖະ​ສະ​ພາ​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 30 ມີ​ນາ, 2022. ທ່າ​ນ​ນາງ ແລະ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ​ອອ​ສ​ເຕ​ຣ​ເລຍ ຈະ​ໄປຢ້ຽມ​ຢາມ​ເກາະ​ໂຊ​ໂລມອນ ໃນ​ທ້ານ​ອາ​ທິດນີ້.

ຮອງລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ ເວັນ​ດີ ເຊີ​ແມນ (Wendy Sherman) ແລະເອກອັກຄະລັດຖະທູດສະຫະລັດປະຈຳ ອອ​ສ​ເຕຣເລຍ, ທ່ານ​ນາງ​ ແຄ​ໂຣໄ​ລນ ເຄັນ​ເນ​ດີ (Caroline Kennedy) ຈະເດີນທາງໄປເກາະໂຊ​ໂລ​ມອນ ໃນທ້າຍອາທິດນີ້ເພື່ອລະນຶກເຖິງການ ເລີ່ມຕົ້ນຂອງການສູ້ລົບຂອງສະ ຫະລັດຢູ່ທີ່ນັ້ນເມື່ອ 80 ປີ ກ່ອນໃນ​ໄລ​ຍະສົງຄາມໂລກຄັ້ງທີສອງ.

ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຈະ​ເນັ້ນ​ໜັກ​ໃຫ້​ເຫັນ​ການ​ສູ້​ຢັນ​ກັນ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ລະ​ຫວ່າງ​ສະ​ຫະ​ລັດ ​ແລະ​ຈີນ​ກ່ຽວ​ກັບ​ວ່າປະ​ເທດໃດ​ຈະ​ມີມີ​ອິດ​ທິ​ພົນ​ຫຼາຍກວ່າ​ກັນ​ໃນ​ຂົງ​ເຂດເກາະ​ປາ​ຊີ​ຟິກແຫ່ງນັ້ນ.

ໃນເດືອນເມສາຜ່ານ​ມາ, ຈີນແລະຫມູ່ເກາະໂຊໂລມອນໄດ້ລົງນາມໃນຂໍ້ຕົກ ລົງຄວາມປອດໄພທີ່ອະນຸຍາດໃຫ້ປັກກິ່ງສາມາດສົ່ງ​ຕຳຫຼວດ​ປະກອບ​ອາວຸດ​ໄປ​ເກາະ​ຕ່າງໆ ​ເພື່ອ​ປົກ​ປ້ອງ​ການ​ລົງທຶນ​ຂອງ​ຈີນ. ຂໍ້​ຕົກລົງ​ດັ່ງກ່າວ​ສາມາດ​ນຳ​ໄປ​ສູ່​ການ​ສ້າງ​ຕັ້ງ​ຖານ​ທັບ​ທະຫານ​ໃນ​ປະ​ເທດ​ທີ່​ມີໝູ່​ເກາະ 992 ​ແຫ່ງນັ້ນ, ​ເຊິ່ງ​ເປັນ​ຄວາມ​ເປັນ​ໄປ​ໄດ້​ທີ່​ເຮັດ​ໃຫ້​ສະ​ຫະ​ລັດ ​ແລະ ບັນດາ​ພັນທະ​ມິດ​ອື່ນໆ​ໃນ​ພາກ​ພື້ນ​ນັ້ນເປັນ​ຫ່ວງ.

ຜູ້​ສື່​ຂ່າວ​ວີ​ໂອ​ເອ​ພະ​ແນກ​ພາ​ສາ​ຈີນ​ກາງ​ໄດ້​ໂອ້​ລົມ​ກັບ​ປະຊາຊົນ​ບາງ​ຄົນ​ໃນ​ນະ​ຄອນ​ຫລວງ ໂຮເນຍ​ຣາ ​ຊຶ່ງ​ຕັ້ງ​ຢູ່​ເທິງ​ເກາະ ກວາ​ດານ​ກາ​ນາລ (Guadalcanal) ທີ່​ເປັນ​ເກາະ​ໃຫຍ່​ທີ່​ສຸດນັ້ນ. ພວກ​ເຂົາ​ເຈົ້າ​ຍິນ​ດີ​ຕ້ອນ​ຮັບ​ການ​ຢ້ຽມ​ຢາມ ​ແລະ​ຄວາມ​ເອົາ​ໃຈ​ໃສ່​ຄືນ​ໃໝ່​ຂອງ​ວໍ​ຊິງ​ຕັນ​ຕໍ່​ເກາະດັ່ງ​ກ່າວ, ແຕ່​ພວກ​ເຂົາ​ເຈົ້າ​ກັງ​ວົນ​ວ່າ​ໝູ່​ເກາະໂຊ​ໂລມອນ ອາດ​ຈະ​ຕົກ​ໄປ​ຢູ່ລະ​ຫວ່າງ ກາງຂອງ​ສອງປະ​ເທດ​ມະຫາ​ອຳນາດ​ທີ່​ມີ​ຜົນ​ປະ​ໂຫຍດ​ຂັດ​ແຍ້ງ​ກັນ.

ທ່ານປີ​ເຕີ ເຄ​ນີ​ລໍ​ເຣຍ ຈູ​ເນຍ (Peter Kenilorea Jr.) ສະມາຊິກລັດຖະ ສະພາຝ່າຍຄ້ານທີ່ເປັນປະທານຄະນະກຳມາທິການການພົວພັນຕ່າງປະເທດຂອງສະພາໝູ່ເກາະໂຊ​ໂລມອນກ່າວວ່າ ການຢ້ຽມຢາມຂອງທ່ານນາງ ເຊີ​ແມນ ແລະເຄັນ​ເນ​ດີແມ່ນມີຄວາມສຳຄັນ ແລະ ສະທ້ອນໃຫ້ເຫັນເຖິງຄວາມ ສຳພັນອັນດີລະຫວ່າງສອງປະເທດ.

"ແຕ່ໃນເວລາດຽວກັນ, ຂ້າພະເຈົ້າຢາກເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງ ການພົວພັນລະຫວ່າງປະຊາຊົນກັບປະຊາຊົນຂອງ ສະຫະລັດແລະຫມູ່ເກາະໂຊ​ໂລມອນ, ແທນທີ່ຈະຫລິ້ນເກມແມວ ກັບຫນູ ແບບນີ້ ຫຼືຫາ​ຈັບສິ່ງໃດ​ສິ່ງນຶ່ງປະມານນັ້ນ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ ເຄ​ນີ​ລໍ​ເຣຍ ທີ່ພໍ່ຂອງທ່ານ​ ກໍ​ຄື​ມື້​ລາງ​ ທ່ານປີ​ເຕີ ເຄ​ນີ​ລໍ​ເຣຍ ເປັນນາຍົກລັດຖະມົນຕີຄົນທໍາອິດຂອງຫມູ່ເກາະໂຊ​ໂລມອນ.

ທ່ານ ເຄ​ນີ​ລໍ​ເຣຍ ກ່າວວ່າທ່ານຫວັງວ່າສະຫະລັດຈະສຸມໃສ່ບັນຫາທີ່ຊາວ ເກາະ ໂຊ​ໂລມອນປະເຊີນຢູ່ ແລະສຸມ​ໃສ່ສິ່ງທີ່ພວກເຂົາຕ້ອງການເຊັ່ນ: ທຶນການສຶກສາເພີ່ມເຕີມໃນ ສະຫະລັດ ແລະສ້າງວຽກເຮັດງານທໍາເພີ່ມຂຶ້ນ ຖ້າບໍລິສັດ ສະຫະລັດໄດ້​ຮັບ​ແຮງດຶງດູດໃຫ້​ໄປລົງທຶນໃນທ້ອງຖິ່ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG