ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຂົ້າຫອມມະລິ ຂອງກຳປູເຈຍ ຖືກເລືອກເປັນ ເຂົ້າທີ່ດີ ທີ່ສຸດ ຂອງໂລກ ຮ່ວມກັບ ເຂົ້າຫອມມະລິໄທ


'World’s Best Rice' Title Could Boost Cambodian Rice Exports
please wait

No media source currently available

0:00 0:02:44 0:00

ເບິ່ງວີດີໂອ ລາຍງານນີ້ ເປັນພາສາອັງກິດ.

ເປັນ​ເວລາ 3 ປີ​ລຽນຕິດ ​ເຂົ້າ​ທີ​ນຶ່ງ​ຂອງ​ກຳປູ​ເຈຍ ​ໄດ້ຖືກ​ເລືອກ​ໃຫ້​ເປັນ​ເຂົ້າ​ທີ່​ດີ​ທີ່​ສຸດ​ຂອງ​ໂລກ ຢູ່​ກອງ​ປະຊຸມ​ວ່າ​ດ້ວຍ​ເຂົ້າຂອງ​ໂລກ. ການ​ໄດ້​ຮັບລາງວັນດັ່ງກ່າວ ​ທີ່ໄດ້ຮ່ວມ​ກັນ​ກັບໄທ​ໃນ​ປີ​ນີ້ ມີ​ຂຶ້ນ​ໃນ​ຂະນະ​ທີ່​ກຳປູ​ເຈຍ​ກຳລັງຫາ​ທາງ​ຊຸກຍູ້ ​ການ​ສົ່ງ​ອອກ​ເຂົ້າຂອງ​ຕົນ ໃຫ້ເປັນ​ຊ່ອງ​ທາງ​ນຶ່ງ ໃນ​ການ​ເພີ້​ມທະວີ​ລາຍ​ຮັບຂຶ້ນ​ ສຳລັບ​ພວກ​ກະເສດ​ຕະກອນ​ປູກ​ເຂົ້າ​ ທີ່ທຸກ​ຍາກຂອງ​ຕົນ​. Robert Carmichael ​ຜູ້​ສື່​ຂ່າວວີ​ໂອ​ເອ ມີ​ລາຍ​ງານຈາກ​ນະຄອນຫຼວງ​ພະນົມ​ເປັນ ຊຶ່ງ​ສິງ​ຈະ​ນຳ​ມາສະ​ເໜີ​ທ່ານ​ຕໍ່​ໄປ​…

ລິງໂດຍກົງ

ເບິ່ງວີດີໂອ ລາຍງານນີ້ ເປັນພາສາລາວ: ​

ເຖິງ​ແມ່ນ​ກຳປູ​ເຈຍ ຈະ​ມີ​ສ່ວນແບ່ງ​ພຽງນ້ອຍໆ ​ໃນ​ຕະຫລາດ ​ເຂົ້າ​ຂອງ​ໂລກ ​ໂດຍ​ໄດ້​ຜະລິດ​ເຂົ້າພຽງ​ແຕ່ 1 ​ເປີ​ເຊັນ​ຂອງ​ປະລິມານ​ເຂົ້າ​ທັງ​ໝົດ​ຂອງ​ໂລກ​ໃນ​ປີ 2012 ນັ້ນກໍ​ຕາມ ​ແຕ່​ລາງວັນ​ສຳລັບ​ເຂົ້າ ພັນຫອມ ລຳດວນ ຂອງກຳປູ​ເຈຍ ກໍ​ໜ້າ​ຈະ​ຊ່ອຍສົ່ງ​ເສີມການສົ່ງ​ອອກ​ເຂົ້າຂອງປະ​ເທດ​.

ອຸດສາຫະກຳ​ເຂົ້າ ​ເຖິງ​ແມ່ນ​ມີ​ຂະໜາດ​ນ້ອຍໆ ​ແລະ​ບໍ່​ມີ​ປະສິດທິ​ຜົນ ກໍ​ຕາມ ​ແຕ່​ກໍຍັງ​
ຄົງ​ເປັນ​ລູກ​ກະ​ແຈ​ສຳຄັນ​ຕໍ່​ເສດຖະກິດ​ຂອງ​ກຳປູ​ເຈຍ. ຊາວ​ກຳປູ​ເຈຍສ່ວນ​ຫຼາຍ ​ພາກັນ
​ຢູ່​ລອດ ​ສ່ວນ​ນຶ່ງ​ກໍ​ຍ້ອນ​ການ​ປູກ​ເຂົ້າ​ໃນ​ດິນ​ດອນຕ່ອນ​ນ້ອຍໆ.

ການ​ຂາດ​ປະສິດທິພາບ​ໃນຫລາຍໆ​ດ້ານ ໝາຍເຖິງວ່າ​ ​ຊາວນາກຳປູ​ເຈຍ​ຕ້ອງ​ສົ່ງ​ເຂົ້າ​ເປືອກ ຈຳນວນ​ຫລວງຫລາຍ ​ໄປ​ຂາຍ​ໃນ​ປະ​ເທດເພື່ອນ​ບ້ານ ​ເຊັ່ນ​ໄທ​ແລະ​ຫວຽດນາມ ບ່ອນ​ທີ່​ເຂົາ​ເຈົ້າໄດ້​ລາຄາ​ສູງ​ກວ່າ.

ທ່ານ Sok Puthyvuth ​ເປັນ​ປະທານ​ສະຫະພັນ​ເຂົ້າກຳ​ປູ​ເຈຍ ຊຶ່ງ ຕາງໜ້າ​ພວກ​ຊາວນາທັງ​ໝົດ​ ໃນ​ວັງ​ການ​ອຸດສາຫະກຳ​ເຂົ້າ.

ທ່ານ​ໂຊກ ພຸດ​ທິວຸດ ກ່າວ​ວ່າ “ພວກ​ເຮົາ​ຕ້ອງການ​ພັນ​ເຂົ້າ​ທີ່​ດີກ​ວ່າ​ນີ້ ພວກ​ເຮົາ​ຕ້ອງການວິທີ​ການ​ເກັບ​ກ່ຽວ​ທີ່​ດີ​ຂຶ້ນ ພວກ​ເຮົາ​ຕ້ອງການ​ສາງ​ເກັບ​ມ້ຽນ​ເຂົ້າ​ທີ່​ດີ​
ຂຶ້ນ ພວກ​ເຮົາ​ຕ້ອງການ​ລະບົບ​ການ​ບຳລຸງ​ ລຳລຽງ​ຂົ່ນສົ່ງ​ທີ່​ດີ​ຂຶ້ນ ​ແລະພາກ
ສ່ວນ​ສົ່ງ​ອອກຂອງພວກ​ເຮົາ​ກໍ​ຕ້ອງຕີ​ກາ ໝາຍ​ເຂົ້າ​ກຳປູ​ເຈຍວ່າ ​ເປັນ​ນຶ່ງ​ໃນ​
ບັນດາ​ເຂົ້າ​ຊັ້ນ​ນຳ​ຂອງໂລກ​ເຊັ່ນ​ກັນ.”

ເປົ້າ​ໝາຍ​ຂອງ​ກຳປູ​ເຈຍ​ແມ່ນ ສົ່ງ​ອອກ​ເຂົ້າ​ສານ 1 ລ້ານ​ໂຕນ​ ພາຍ​ໃນ​ປີ 2015 ປີໜ້າ​
ນີ້. ມາ​ຮອດ​ປັດຈຸບັນ​ໃນ​ປີ​ນີ້ ກຳປູ​ເຈຍ​ສົ່ງ​ອອກ​ເຂົ້າ​ໄປ​ຂາຍໃນ​ຕ່າງປະ​ເທດ ປະມານ 4
ແສນ​ໂຕນ ​ສ່ວນ​ໃຫຍ່​ແມ່ນ​ສົ່ງ​ໄປ​ຍັງສະຫະພາບ​ຢູ​ໂຣບ.

ຟັງລາຍງານເລື້ອງນີ້ ເປັນພາສາອັງກິດຊ້າ:

ຮອງ​ນາຍົກລັດຖະມົນຕີກຳປູ​ເຈຍ ທ່ານ Keat Chhon ກ່າວ​ວ່າ ການ​ສົ່ງ​ເສີມ​ລາຍ​ຮັບ
​ຂອງ​ພວກກະສິກອນ ຍັງ​ຄົງ​ເປັນເປົ້າ​ໝາຍ​ສຳຄັນ​ຂອງ​ຄວາມ​ພະຍາຍາມຂອງ​ລັດຖະ
ບານ ເພື່ອ​ປັບປຸງ​ອຸດສາຫະກຳ​ເຂົ້າ​ໃຫ້​ດີ​ຂຶ້ນ​ນັ້ນ.

ທ່ານ Keat Chhon ກ່າວ​ວ່າ “ຂ້າພະ​ເຈົ້າ​ຢາກ​ກ່າວ​ເນັ້ນ​ວ່າ ຈຸດປະສົງ​ຂອງ​
ນະໂຍບາຍ​ເຂົ້າ ​ແມ່ນ​ເພື່ອ​ລົດ​ຜ່ອນ​ຄວາມທຸກ​ຈົນ​ລົງ ເພື່ອ​ຮັບປະກັນໃຫ້
ປະຊາຊົນ​ໃນ​ເຂດ​ຊົນນະບົດ​ຕ່າງໆ ມີ​ລາຍ​ຮັບ​ຫຼາຍ​ຂຶ້ນ ​ແລະ​ເພື່ອ​ລົດ​ຜ່ອນ
​ຊ່ອງ​ຫວ່າງ​ໃນ​ການ​ພັດທະນາ​ລະຫວ່າງຂົງເຂດ ​ຊົນນະບົດ ​ແລະ​ເຂດ​ພາຍ​
ໃນ​ໂຕ​ເມືອງ​ ​ລົງ.”

ເພື່ອ​ຊ່ອຍ​ພັດທະນາ​ອຸດສາຫະກຳ​ເຂົ້າ​ຂອງ​ກຳປູ​ເຈຍ ຈີນ​ໃຫ້​ເງິນ​ກູ້​ຢືມ​ຈຳນວນ 300
ລ້ານ​ດອນ​ລາ ​ເພື່ອ​ນຳໃຊ້ໃນ​ການ​ປັບປຸງ​ສາງ​ເກັບ​ມ້ຽນ​ເຂົ້າ​ໃຫ້​ດີ​ຂຶ້ນ.

ແນວ​ໃດ​ກໍ​ຕາມ ທ່ານ David Van ຜູ້​ສົ່ງ​ອອກ​ເຂົ້າ​ລາຍ​ນຶ່ງ ກ່າວ​ວ່າ ແຕ່​ບັນຫາ​ທີ່​ມີ​ມາ​
ຕັ້ງ​ແຕ່​ດົນ​ນານ ​ຍັງ​ຄົງມີ​ຢູ່ ຮວມທັງ​ຄ່າ​ໄຟຟ້າ​ສູງ ​ແລະ​ການ​ຂາດ​ແຄນເມັດ​ພັນ​ເຂົ້າ​ທີ່​ມີ
​ຄຸນ​ນະພາ​ບ. ນອກນີ້​ແລ້ວ ທ່ານ Van ຢາກ​ໃຫ້​ມີ​ຍີ່​ຫໍ້​ທີ່​ດີກ​ວ່າ​ເກົ່າ ສຳລັບ​ພັນເຂົ້າ​ທີ່​ໄດ້​
ຮັບ​ລາງວັນນັ້ນ ຊຶ່ງ​ປັດຈຸບັນ​ນີ້ ມີ​ຊື່​ໃນ​ທ້ອງ​ຕະຫຼາດວ່າ “​ເຂົ້າ​ຫອມມະ​ລິ​ກຳປູ​ເຈຍ”
ຊຶ່ງ​ແມ່ນ​ໃກ້​ຄຽງ​ກັນ​ໂພດ ກັບ​ພັນ​ເຂົ້າ​ຫອມ​ມະລິ​ຂອງ​ໄທ.

ທ່ານ David Van ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຄວາມແຕກ​ຕ່າງກັນ ​
ລະຫວ່າງ​ຜົນ​ຜະລິດ​ເຂົ້າຂອງ​ເຮົາ ກັບຂອງ​ປະ​ເທດຄູ່​ແຂ່ງເພື່ອນ​ບ້ານ. ບໍ່​ດັ່ງ​ນັ້ນ
ແລ້ວ ​ເຂົ້າຂອງພວກ​ເຮົາກໍ​ຈະ​ສືບ​ຕໍ່ຖືກ​ສົມ​ທຽບ​ ​ໂດຍ​ອັດຕະ​ໂນ​ມັດກັບ​ເຂົ້າຂອງ
​ປະ​ເທດ​ເພື່ອນ​ບ້ານ​ທີ່​ແຂ່ງຂັນ​ກັບ​ເຮົານັ້ນ. ຖ້າ​ເວົ້າ​ເລື້ອງ​ເຂົ້າຫອມ​ມະລິ ພວກ
ເຮົາກໍ​ມີ​ພັນ​ນຶ່ງ ທີ່​ໄດ້​ຮັບ​ລາງວັນເປັນ​ເຂົ້າດີ​ເດັ່ນ​ຂອງ​ໂລກຢ່າງລຽນຕິດ ​ຊຶ່ງກໍ​ຄື
ເຂົ້າ​ຫອມ​ພັນ​ລຳດວນນັ້ນ. ສະ​ນັ້ນ ມັນ​ອາດ​ຈະ​ເປັນເວລາ​ທີ່​ດີ​ທີ່ສຸດ​ແລ້ວ ທີ່​
ພວກ​ເຮົາ​ຄວນພັດທະນາ​ ການ​ຕັ້ງ​ຍີ່​ຫໍ້​ທີ່​ດີ​ໆ ອີງ​ຕາມ​ເຂົ້າພັນລຳດວນນັ້ນ.”

ແຕ່​ກໍ​ຍັງ​ມີການ​ທ້າ​ທາຍຢູ່ ​ຊຶ່ງ​ກໍ​ຄື ເຂົ້າຂອງ​ໄທ​ທີ່​ມີ​ສະ​ສົມ​ໄວ້ຢ່າງ​ຫຼວງ​ຫຼາຍ ຍ້ອນ​ໂຄງ
ການ​ຈຳນຳ​ເຂົ້ານັ້ນ​ ໄດ້​ເຮັດ​ໃຫ້​ລາຄາ​ເຂົ້າ​ຕົກ​ຕໍ່າລົງ ຊຶ່ງເຮັດ​ຍາກ​ທີ່​ຈະ​ແຂ່ງຂັນ​ກັບ​ໄທ​ໄດ້. ​ໃນ​ຂະນະ​ດຽວ​ກັນ​ ຫລາຍໆປະ​ເທດ ​ເຊັ່ນ​ມຽນມາ ກໍ​ຢາກຈະ​ເພີ້​ມທະວີ​ການ​ສົ່ງອອກ​
ເຂົ້າຂອງ​ຕົນ​ເຊັ່ນ​ກັນ.

​ແຕ່​ເຖິງ​ແມ່ນ​ກຳປູ​ເຈຍ​ບໍ່​ສາມາດ​ບັນລຸ​ເປົ້າ​ໝາຍ​ຂອງ​ຕົນ​ ​ໃນ​ການ​ຜະລິດ​ເຂົ້າ​ເພື່ອ​ສົ່ງ​ອອກ
​ໃຫ້​ໄດ້ 1 ລ້ານ​ໂຕນ​ຕໍ່​ປີ​ ໃນ​ປີ​ຕໍ່ໜ້າ​ນີ້​ກໍ​ຕາມ​ແຕ່​ເຂົ້າ​ທີ່​ໄດ້​ຮັບ​ລາງວັນ​ຂອງ​ກຳປູ​ເຈຍ ກໍ​ໜ້າ
ຈະ​ໄດ້​ຮັບ​ຄວາມ​ນິຍົມ ​ແລະ​ໄດ້​ຮັບ​ການບໍລິ​ໂພ​ກຫຼາຍ​ຂຶ້ນ​ໃນ​ທົ່ວ​ໂລກ ຊຶ່ງນັ້ນ​ກໍ​ຈະ​ຍົກ​ສູງ
ລາຍ​ຮັບ​ຂອງ​ພວກ​ເຈົ້າ​ຂອງ​ໂຮງສີ​ເຂົ້າ ຂອງພວກ​ສົ່ງ​ອອກ ​ແລະ​ພວກ​ຊາວ​ນາ​ປູກ​ເຂົ້າ​ທີ່
​ທຸກ​ຍາກ​ຂອງ​ກຳປູ​ເຈຍ ​ຫຼາຍ​ໆລ້ານ​ຄົນ​ນັ້ນ.

XS
SM
MD
LG