ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂລກ ສະແດງປະຕິກິລິຍາ ຕໍ່ວິກິດການ ໃນ ອັຟການິສຖານ


ນັກລົບຕາລີບານ ຖ່າຍຮູບ ໃນຂະນະດຽວກັນໄດ້ຍົກທຸງຂອງພວກເຂົາ ຢູ່ບ້ານຂອງຜູ້ປົກຄອງແຂວງ ກາສນີ, ອັຟການິສຖານ. 15 ສິງຫາ, 2021.
ນັກລົບຕາລີບານ ຖ່າຍຮູບ ໃນຂະນະດຽວກັນໄດ້ຍົກທຸງຂອງພວກເຂົາ ຢູ່ບ້ານຂອງຜູ້ປົກຄອງແຂວງ ກາສນີ, ອັຟການິສຖານ. 15 ສິງຫາ, 2021.

ລັດຖະບານຕ່າງໆໃນທົ່ວໂລກໄດ້ສະແດງປະຕິກິລິຍາຢ່າງວຸ້ນວາຍໃນວັນອາທິດວານນີ້ ຕໍ່ການປ່ຽນແປງສະຖານະການຢ່າງວ່ອງໄວຢູ່ພາກພື້ນດິນໃນປະເທດ ອັຟການິສຖານ.

ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ໄດ້ຮຽກຮ້ອງບັນດາປະເທດຕາເວັນຕົກໃຫ້ເຮັດວຽກຮ່ວມກັນເພື່ອແກ້ໄຂສະຖານະການໃນ ອັຟການິສຖານ ໃນຂະນະທີ່ກຸ່ມກະບົດຕາລີບານ ໄດ້ເຂົ້າຍຶດນະຄອນຫຼວງ ກາບູລ.

ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ໄດ້ກ່າວໃນບັນທຶກວິດີໂອວ່າ “ພວກເຮົາບໍ່ຢາກໃຫ້ໃຜຮັບຮູ້ກຸ່ມຕາລີບານ ຢ່າງເປັນທະວີພາຄີ.”

ທ່ານໄດ້ກ່າວວ່າ “ພວກເຮົາຢາກມີຖານະທີ່ເປັນສາມັກຄີກັນໃນຜູ້ທີ່ມີຈຸດປະສົງດຽວກັນໃຫ້ຫຼາຍເທົ່າທີ່ພວກເຮົາຈະສາມາດເຮັດໄດ້ ສະນັ້ນພວກເຮົາຈຶ່ງເຮັດແມ່ນຫຍັງກໍຕາມທີ່ເຮົາສາມາດເຮັດໄດ້ ເພື່ອປ້ອງກັນບໍ່ໃຫ້ ອັຟການິສຖານ ກັບມາເປັນບ່ອນແຜ່ຂະຫຍາຍ ສຳລັບພວກກໍ່ການຮ້າຍອີກ.”

ບັນຫານຶ່ງແມ່ນວິທີທີ່ຈະຮັບມືກັບອົບພະຍົບ ອັຟການິສຖານ. ອັງກິດ ໄດ້ໃຫ້ຄຳໝັ້ນສັນຍາຂອງເຂົາເຈົ້າທີ່ຈະຮັບເອົາອົບພະຍົບຈາກ ອັຟການິສຖານ ຜູ້ທີ່ໄດ້ຊ່ວຍເຫຼືອກອງກຳລັງ ອັງກິດ ໃນ 20 ປີທີ່ຜ່ານມາ. ແຕ່ປະເທດດັ່ງກ່າວແມ່ນໄດ້ຍົກຍ້າຍຄົນສ່ວນໃຫຍ່ໃນສະຖານທູດຂອງເຂົາເຈົ້າອອກມາແລ້ວ, ດ້ວຍເອກອັກຄະລັດຖະທູດ ອັງກິດ ຄາດວ່າຈະຂຶ້ນເຮືອບິນອອກຈາກນະຄອນຫຼວງ ກາບູລ ໃນວັນຈັນມື້ນີ້, ອີງຕາມລາຍງານຂອງໜັງສືພິມ Telegraph.

ປະທານາທິບໍດີ ອັຟການິສຖານ ທ່ານ ອາສຣາຟ ການີ ໄດ້ຢືນຢັນໃນວັນອາທິດວານນີ້ວ່າ ທ່ານໄດ້ຫຼົບໜີອອກຈາກປະເທດ, ໂດຍອ້າງວ່າເພື່ອປ້ອງກັນບໍ່ໃຫ້ເກີດການນອງເລືອດເພີ່ມເຕີມ. ກຸ່ມຕາລີບານໄດ້ອ້າງວ່ານັກລົບຂອງພວກເຂົາໄດ້ເຄື່ອນຍ້າຍເຂົ້າໄປໃນນະຄອນຫຼວງ ກາບູລ, ໂດຍຍຶດເອົາຫຼາຍພາກສ່ວນຂອງນະຄອນຫຼວງດັ່ງກ່າວ.

ອົງການຂ່າວຕ່າງໆຂອງ ຣັດເຊຍ ໄດ້ລາຍງານໃນວັນອາທິດວານນີ້ວ່າ ມົສກູ ຍັງບໍ່ໄດ້ຮັບຮູ້ກຸ່ມຕາລີບານ ເປັນອຳນາດການປົກຄອງທີ່ຖືກຕ້ອງຕາມກົດໝາຍຂອງປະເທດດັ່ງກ່າວເທື່ອ.

ຄືອັງກິດ, ສະຫະລັດ ແມ່ນໄດ້ໃຫ້ຄຳໝັ້ນສັນຍາທີ່ຈະຮັບເອົາຊາວ ອັຟການິສຖານ ຜູ້ທີ່ໄດ້ຮັບໃຊ້ເປັນນາຍແປພາສາ ແລະ ໄດ້ຊ່ວຍເຫຼືອການປະຕິບັດການຂອງກອງທັບ ສະຫະລັດ ໃນປະເທດ. ແຕ່ແນວໃດກໍຕາມ, ວໍຊິງຕັນ ແມ່ນກຳລັງຊອກຫາປະເທດຄູ່ຮ່ວມໃຫ້ຮັບເອົາຊາວ ອັຟການິສຖານ ທີ່ມີຄວາມສ່ຽງໃນຂະນະທີ່ເອກະສານຂອງເຂົາເຈົ້າກຳລັງຖືກດຳເນີນການຢູ່.

ລັດຖະບານ ອາລບາເນຍ ແລະ ໂກໂຊໂວ ໄດ້ກ່າວໃນວັນອາທິດວານນີ້ວ່າ ເຂົາເຈົ້າໄດ້ຮັບເອົາຄຳຂໍຮ້ອງຂອງ ສະຫະລັດ ເພື່ອຮັບເອົາປະຊາຊົນ ອັຟການິສຖານ ທີ່ມີຄວາມສ່ຽງຫຼາຍພັນຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG