ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

“ເສລີພາບ ຂອງ ສື່ມວນຊົນ ໃນທົ່ວໂລກ ບໍ່ເຄີຍຖືກຂົ່ມຂູ່ ຮ້າຍ​ແຮງ ຂະໜາດນີ້”


ແຜນທີ່: ການຈັດອັນດັບ ເສລີພາບຂອງສື່ມວນຊົນ ປີ 2017 ຂອງອົງການນັກຂ່າວບໍ່ມີພົມແດນ ຫຼື RSF
ແຜນທີ່: ການຈັດອັນດັບ ເສລີພາບຂອງສື່ມວນຊົນ ປີ 2017 ຂອງອົງການນັກຂ່າວບໍ່ມີພົມແດນ ຫຼື RSF

ອົງການນັກຂ່າວບໍ່ມີພົມແດນ ຫຼື RSF ໄດ້ກ່າວໃນວັນພຸດມື້ນີ້ ວ່າ “ເສລີພາບຂອງ
ສື່ມວນຊົນ ໃນທົ່ວໂລກ ບໍ່ເຄີຍຖືກຂົ່ມຂູ່ຮ້າຍ​ແຮງຂະໜາດນີ້ມາ​ກ່ອນ”
ໃນຂະນະ
ທີ່ ອົງການດັ່ງກ່າວ ເປີດເຜີຍບົດລາຍງານປະຈຳ​ປີ ດັດຊະນີເສລີດ້ານ​ການຂ່າວຂອງ​ຕົນ. annual press freedom index.

ກຸ່ມປົກປ້ອງສິດທິສື່ມວນຊົນນີ້ ໄດ້ຊີ້ໃຫ້ເຫັນວ່າ ໃນບາງປະເທດທີ່ເປັນປະຊາທິປະໄຕ
ບ່ອນທີ່ສິດເສລີພາບດ້ານການຂ່າວໄດ້ຫລຸດລົງ ໃນໄລຍະນຶ່ງປີຜ່ານມານີ້.

ບົດລາຍງານກ່າວວ່າ “ໃນຖະແຫລງການຫຼາຍສະບັບ ທີ່ເຮັດໃຫ້ທໍ້ແທ້ໃຈ ເຊັ່ນວ່າ
ກົດໝາຍທີ່​ຮຸນ​ແຮງ​ເກີນ​ຂອບ​ເຂດ, ຄວາມຂັດແຍ້ງໃນເລືຶ່ອງຜົນ​ປະ​ໂຫຍ​ດ ແລະ
ແມ່ນກະທັງການໃຊ້ຄວາມຮຸນແຮງທຳຮ້າຍຮ່າງກາຍ ​ເຮັດ​ໃຫ້ລັດຖະບານ ທີ່ເປັນ
ປະຊາທິປະໄຕ ໄດ້ທັບມ້າງອິດສະຫລະພາບນັ້ນ ທີ່ຄວນຈະເປັນ ໃນທາງຫລັກ
ການ​ແລ້ວ ນຶ່ງ​ໃນ​ເຄື່ອງ​ຊີ້ບອກ ທີ່ສຳຄັນ ​ໃນ​ການ​ປະຕິບັດ​ງານ​ ຂອງພວກເຂົາເຈົ້າ.”

ບົດລາຍງານ ກ່າວຕື່ມວ່າ ການຫລຸດລົງຂອງ​ສິດເສລີພາບດ້ານຂ່າວ ແມ່ນໄດ້ເຫັນ
ຢ່າງຊັດແຈ້ງ ຢູ່ໃນແຫ່ງຕ່າງໆ ບ່ອນທີ່ “ມີແບບຢ່າງຂອງລະບອບຜະເດັດການ ​ໄດ້​
ຮັບ​ໄຊຊະນະນັ້ນ”
ຕົວຢ່າງເຊັ່ນ ໂປແລນ ຮັງກາຣີ ແລະ ເທີກີ.

ເລຂາທິການໃຫຍ່ຂອງອົງການ RSF ທ່ານ Christophe Deloire ໄດ້ກ່າວວ່າ
“ອັດຕາການທີ່ປະຊາທິປະໄຕກຳລັງຈະລົ້ມແຫລວ ແມ່ນໜ້າເປັນຫ່ວງຫຼາຍ
ສຳລັບ ພວກທີີ່ເຂົ້າໃຈວ່າ ຖ້າສິດເສລີພາບຂອງສື່ມວນຊົນ ບໍ່ມີຄວາມປອດໄພ
ແລ້ວ ດັ່ງນັ້ນສິດເສລີພາບອື່ນໆ ກໍບໍ່ສາມາດທີ່​ຈະຮັບປະກັນໄດ້.”

ສະຫລຸບແລ້ວ 62 ເປີເຊັນຂອງບັນດາປະເທດທີ່ໄດ້ຖືກວັດແທກ ສະແດງໃຫ້ເຫັນ
ວ່າ ສິດເສລີພາບ ​ໃນ​ດ້ານ​ການຂ່າວ ​ໄດ້​ຫລຸດ​ລົງ ໃນດັດຊະນີ ປີ 2017.

ປະເທດ ນໍເວ ສະວີເດັນ ຟິນແລນ ເດນມາກ ແລະ ເນເທີແລນ ໄດ້ຖືກຈັດອັນດັບ
ໃຫ້ເປັນປະເທດ ທີ່ມີສິດເສລີພາບສູງທີ່ສຸດ ສຳລັບບັນດານັກຂ່າວ.

ສ່ວນເກົາຫຼີເໜືອ ໄດ້ຖືກຈັດອັນດັບສຸດທ້າຍ ໂດຍອົງການນັກຂ່າວບໍ່ມີພົມແດນ
ກ່າວວ່າ ປະເທດນີ້ “ສືບຕໍ່ເຮັດໃຫ້ປະຊາຊົນຂອງຕົນ ຕົກຢູ່ພາຍໃຕ້ຄວາມບໍ່ຮູ້
ແລະ ຄວາມຢ້ານກົວ. ນອກຈາກນີ້ ຢູ່​ໃນ​ກຸ່ມ​ປະ​ເທດ​ ຈາກທ້າຍຂອງບັນຊີ
ກ່ອນໜ້າ ເກົາຫຼີເໜືອ ກໍແມ່ນ ເອຣິເທຣຍ ເຕີກເມນິສຖານ ຊີເຣຍ ແລະ ຈີນ.

ສຳລັບປະເທດ ທີ່ມີຄະແນນດີຂຶ້ນຫຼາຍທີ່ສຸດ ນັບຕັ້ງແຕ່ລາຍງານ ປີ 2016 ກໍແມ່ນ
ປະເທດລາວ ປາກິສຖານ ສະວີເດັນ ມຽນມາ ແລະ ຟີລິບປິນ. ສ່ວນປະ ເທດທີ່ມີ​
ສິດ​ເສລີພາບ​ຫລຸດ​ລົງຫຼາຍທີ່ສຸດ ກໍແມ່ນປະເທດ ຊາອຸດີ ອາຣາເບຍ ເອທີໂອເປຍ
ມາລດິບ ແລະ ອຸສເບັກກິສຖານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG