ການປະເຊີນໜ້າກັນແບບບໍ່ໄປບໍ່ມາຢູ່ໃນປະເທດເວເນຊູເອລາ ລະຫວ່າງ ລັດຖະບານ
ຂອງທ່ານນິໂຄລາສ ມາດູໂຣ ກັບຝ່າຍປໍລະປັກດ້ານການເມືອງ ທ່ານຮວານ ກວາອີໂດ
ນັ້ນ ແມ່ນເຮັດໃຫ້ສະພາບການຫຍຸ້ງຍາກຫລາຍຂຶ້ນ ໂດຍຄາດໝາຍວ່າຈະເປັນໄປໄດ້
ສູງທີ່ຈະເກີດການກໍ່ຄວາມຮຸນແຮງ ທີ່ເປັນໄພຂົ່ມຂູ່ ບໍ່ພຽງແຕ່ຕໍ່ພົນລະເມືອງເທົ່ານັ້ນ
ແຕ່ຫາກຍັງຕໍ່ບັນດານັກຂ່າວ ທີ່ທຳການລາຍງານກ່ຽວກັບວິກິດການທີ່ເກີດຂຶ້ນຢູ່ນັ້ນ
ອີກດ້ວຍ.
ທ່ານມາດູໂຣ ໄດ້ແນເປົ້າໝາຍໃສ່ ເສລີພາບໃນການລາຍງານຂ່າວ ມາເປັນເວລາ
ຍາວນານ ໂດຍຮຽກຮ້ອງໃຫ້ “ທຳສົງຄາມຕໍ່ສື່ມວນຊົນ” ແລະເພີ້ມການກວດກາ
ສື່ມວນຊົນໃຫ້ຫຼາຍຂຶ້ນ.
ໃນຕະຫຼອດໄລຍະ 4 ປີຜ່ານມາ ເວເນຊູເອລາ ໄດ້ຕົກອັນດັບລົງ 32 ຂັ້ນ ໃນດັດຊະນີ
ເສລີພາບໃນການລາຍງານຂ່າວຂອງໂລກ ໂດຍຕົກລົງໄປເກືອບຢູ່ໃນອັນດັບທ້າຍສຸດ
ຢູ່ໃນລະດັບ 148 ຈາກທັງໝົດ 180 ປະເທດ. ແຕ່ບັນດາ ນັກຂ່າວທັງຫຼາຍ ກໍມີຫຼາຍສິ່ງ
ຫຼາຍຢ່າງທີ່ຈະຕ້ອງໄດ້ຕໍ່ສູ້ ຊຶ່ງນອກເໜືອໄປຈາກ ການກົດຂີ່ຂົ່ມເຫັງແລ້ວ ກໍຄືເລື້ອງທີ່
ວ່າ ປະເທດຂອງພວກເຂົາເຈົ້າ ກຳລັງຈະ ແຕກສະຫຼາຍ ຍ້ອນການຂາດແຄນອາຫານ
ນ້ຳສະອາດ ແລະໄຟຟ້າ. ວີໂອເອ ໄດ້ເດີນທາງໄປຍັງນະຄອນຫຼວງກາຣາກາສ ເພື່ອທີ່
ຈະຫາຂໍ້ມູນກ່ຽວອົງການສື່ ມວນຊົນ 3 ແຫ່ງ ແລະຄວາມຫຍຸ້ງຍາກທີ່ພວກນັກຂ່າວ
ຂອງອົງການດັ່ງກ່າວນີ້ ກຳລັງປະເຊີນຢູ່ນັ້ນ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
The standoff in Venezuela between the government of Nicholas Maduro and political adversary Juan Guaido is hardening, with the prospect of violence a threat not only for citizens but for reporters covering the crisis. Maduro has long targeted press freedom, with calls to "media warfare" and rising censorship. Over the last four years, Venezuela slipped 32 places on the World Press Freedom Index, resting near the bottom at 148th out of 180 countries. But journalists have more to contend with than repression; their country is falling apart, with shortage of food, water, and electricity. VOA went to Caracas to profile three media organizations and the struggles their journalists endure.