ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສຶກສາ ໂດຍອົງການ UNESCO ພົບວ່າ ຕ້ອງໄດ້ ລົງທຶນໃສ່ ລະບົບການຄວບຄຸມນ້ຳ ທີ່ເປັນມິດ ຕໍ່ທຳມະຊາດ ຫຼາຍຂຶ້ນ


ຊາວໂຣຮິງຢາ ມຸສລິມ ຍ່າງຂ້າມພື້ນທີ່ຖືກນ້ຳຖ້ວມເພື່ອຊອກ
ຫາ ແຫລ່ງອາໄສຊົ່ວຄາວ ຫຼັງຈາກທີ່ສູນລີ້ໄພຂອງພວກ
ເຂົາເຈົ້າ ທີ່ຢູ່ໃກ້ກັບສູນອົບພະຍົບ ບາລູກາລີ (Balukhali) ຂອງບັງກລາແດັສ, ວັນທີ 19 ສິງຫາ 2017.
ຊາວໂຣຮິງຢາ ມຸສລິມ ຍ່າງຂ້າມພື້ນທີ່ຖືກນ້ຳຖ້ວມເພື່ອຊອກ ຫາ ແຫລ່ງອາໄສຊົ່ວຄາວ ຫຼັງຈາກທີ່ສູນລີ້ໄພຂອງພວກ ເຂົາເຈົ້າ ທີ່ຢູ່ໃກ້ກັບສູນອົບພະຍົບ ບາລູກາລີ (Balukhali) ຂອງບັງກລາແດັສ, ວັນທີ 19 ສິງຫາ 2017.

ການຂະຫຍາຍຕົວຂອງປະຊາກອນ ການປ່ຽນແປງແບບແຜນຂອງການບໍລິໂພກ ແລະ
ການພັດທະນາ ໄດ້ສົ່ງຜົນກະທົບຕໍ່ການສະໜອງນ້ຳສະອາດຂອງໂລກ ແລະ ບັນດາ
ລັດຖະບານທັງຫຼາຍ ຕ້ອງກາງຕໍ່ການຄຸ້ມຄອງນ້ຳ ທີ່ເປັນມິດຕໍ່ທຳມະຊາດ ຫຼາຍຂຶ້ນ
ເພື່ອຮັບປະກັນສຸຂະພາບຂອງໜ່ວຍໂລກ ແລະ ສາມາດສະໜອງ ຄວາມຮຽກຮ້ອງ
ຕ້ອງການ ຂອງປະຊາກອນໂລກທີ່ຂະຫຍາຍໂຕຂຶ້ນຢ່າງວ່ອງໄວນັ້ນ.

ພວກແມ່ຍິງ ຈາກເຜົ່າ ຕີວາ (Tiwa) ຈັບປາ ຢູ່ທີ່ເຂດດິນທາມ ຢູ່ໃນໝູ່ບ້ານ ດາຣາມຕູລ(Dharamtul) ຂອງເມືອງ ນາກອນ (Nagaon), ໃນລັດ ອາຊາມ ຢູ່ທາງພາກຕາເວັນອອກສຽງເໜືອ ຂອງອິນເດຍ, ວັນທີ 19 ກຸມພາ 2017.
ພວກແມ່ຍິງ ຈາກເຜົ່າ ຕີວາ (Tiwa) ຈັບປາ ຢູ່ທີ່ເຂດດິນທາມ ຢູ່ໃນໝູ່ບ້ານ ດາຣາມຕູລ(Dharamtul) ຂອງເມືອງ ນາກອນ (Nagaon), ໃນລັດ ອາຊາມ ຢູ່ທາງພາກຕາເວັນອອກສຽງເໜືອ ຂອງອິນເດຍ, ວັນທີ 19 ກຸມພາ 2017.

ອັນນັ້ນ ແມ່ນນຶ່ງໃນຂໍ້ຄວາມ ໃນການສຶກສາຄົ້ນຄວ້າໃໝ່ ໂດຍ ອົງການວັດທະນະທຳ
ແລະວິທະຍາສາດ ຂອງອົງການສະຫະປະຊາຊາດ ແລະອົງການ UNESCO ທີ່ໄດ້
ນຳມາສະເໜີ ໃນມື້ນີ້ ຢູ່ທີ່ກອງປະຊຸມວ່າດ້ວຍນ້ຳຂອງໂລກ ຢູ່ໃນປະເທດ ບຣາຊີລ.

ຄວາມຮຽກຮ້ອງຕ້ອງການຂອງນ້ຳ ແມ່ນມີເພີ່ມຂຶ້ນເລື້ອຍໆ ໂດຍປະມານ ນຶ່ງເປີເຊັນຕໍ່ປີ
ເຖິງແມ່ນວ່າ ໃນຂະນະທີ່ການປ່ຽນແປງຂອງດິນຟ້າອາກາດ ມົນລະຜິດ ແລະ ການເຊາະ
ເຈື່ອນ ເປັນໄພຂົ່ມຂູ່ຕໍ່ ຄຸນນະພາບ ແລະ ຄວາມອາດສາມາດຂອງມັນ. ແຕ່ຈົນເຖິງເວລາ
ນີ້ ປະເທດທັງຫຼາຍ ສ່ວນໃຫຍ່ ແມ່ນຍັງກາງຕໍ່ວິທີແບບດັ້ງເດີມ ຂອງລະບົບການຄຸ້ມຄອງ
ນ້ຳ ທີ່ເຮັດຂຶ້ນມາໂດຍມະນຸດ ເຊັ່ນວ່າ ອ່າງເກັບນ້ຳ ຄອງຊົນລະປະທານ ແລະ ໂຮງງານ
ບຳບັດນ້ຳ ເປັນຕົ້ນ. ການສຶກສາຄົ້ນຄວ້າ ໄດ້ພິຈາລະນາເຖິງ ຜົນປະໂຫຍດໃນຫຼາຍໆ
ດ້ານຂອງນ້ຳທຳມະຊາດ “ພື້ນຖານໂຄງລ່າງ” ເຊັ່ນ ດິນທາມ ສວນປູກຜັກໃນຊານເມືອງ
ແລະການເຮັດໄຮ່ເຮັດນາທີ່ຍືນຍົງ -- ແລະ ການສຶກສາພົບເຫັນ ວ່າ ມີການລົງທຶນໜ້ອຍ
ເກີນໄປ ເຂົ້າໃນທາງເລືອກໃໝ່ ໃນການຄວບຄຸມນ້ຳ ທີ່ເປັນມິດຕໍ່ທຳມະຊາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG