ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນເປີດບໍລິການລົດໄຟ ເສັ້ນທາງສາຍໄໝ ໄລຍະທາງ ໄກທີ່ສຸດຂອງໂລກ ທີ່ຢູໂຣບ (ວີດີໂອ ພາສາລາວ)


World’s Longest Rail Route Part of China’s ‘Silk Road’ Revival
please wait

No media source currently available

0:00 0:03:07 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ທາງ​ລົດ​ໄຟທີ່​ຍາວ​ທີ່​ສຸດ​ໃນ​ໂລກ ບັດ​ນີ້​ເປີດ​ບໍລິການ​ແລ້ວ ຫຼັງ​ຈາກ
​ລົດ​ໄຟ​ຂະ​ບວນນຶ່ງ​ບັນ​ທຸກ​ສິນຄ້າ​ຈາກ​ຈີນ ​ແລ່ນ​ໄປ​ຮອດ​ນະຄອນ
ຫຼວງ ​Madrid ຂອງ​ສະ​ເປ​ນ​ໃນ​ເດືອນ​ແລ້ວ​ນີ້​. ສາຍ​ລົດ​ໄຟ​ທີ່​ໃສ່​ຊື່
ວ່າ “ເສັ້ນທາງສາຍ​ໄໝ​ໃນ​ສັດຕະວັດທີ 21” ​ແລະ​ເປັນ​ການ​ລົງ
ທຶນຄັ້ງຫຼ້າ​ສຸດທີ່ສຳຄັນໃນ​ປະຫວັດສາດຂອງ​ຈີນ ແມ່ນ​ມີ​ວັດຖຸ​ປະ
ສົງເພື່ອ​ປັບປຸງ​ໂຄງ​ລ່າງ​ພື້ນຖານ​ຕາມ​ເສັ້ນທາງ​ການ​ຄ້າ​ທີ່​ເກົ່າ​ແກ່
ລະຫວ່າງ​ເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ຢູ​ໂຣບ​ໃຫ້​ດີ​ຂຶ້ນ. ດັ່ງ​ທີ່​ນາຍ
Henry Ridgwell ຜູ້​ສື່​ຂ່າວວີ​ໂອ​ເອລາຍ​ງານ​ມາ​ຈາກ​ລອນ​ດອນ
ກໍ​ແມ່ນ​ວ່າ ຢູ​ໂຣບ​ເປັນ​ພາຄີ​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຈີນ ​ແລະ​ເງິນ
​ຂອງ​ປັກ​ກິ່ງ​ ກຳລັງ​ໄດ້​ຮັບ​ການ​ຮັບ​ຕ້ອນ​ໃນ​ຢູ​ໂຣບ. ສິງ​ມີ​ລາຍ​ງານ
​ເລື້ອງ​ນີ້​ ຈາກ​ຜູ້​ສື່​ຂ່າວ​ວີ​ໂອ​ເອ ມາສະ​ເໜີ​ທ່ານ​.

ການອອກ​ເດີນທາງ​ໃນ​ໄລຍະ​ໄກ 13 ພັນ​ຫຼັກ​ກິ​ໂລ​ແມັດ ຂອງ ຂະ​ບວນລົດ​ໄຟ ທີ່​ມີຕູ້​ທີ່
​ບັນຈຸ​ສິນຄ້າເຄື່ອງອຸບປະ​ໂພ​ກບໍລິ​ໂພ​ກ 40 ​ຕູ້ ໄດ້​ເລີ້ມຈາກ​ສະຖານີ​ລົດ​ໄຟ​ເມືອງ Yiwu
ຊຶ່ງ​ເປັນ​ເມືອງ​ນຶ່ງ ໃນ​ແຂວງ​ເຊ​ຈຽງ​ແຄມ​ທະ​ເລ​ຂອງ​ຈີນ​ ໃນ​ເດືອນ​ພະຈິກ ​ແລະ​ແລ່ນ​ໄປ
ຮອດນະຄອນ ຫຼວງ Madrid ​ໃນ​ເວລາ ​3 ອາທິດ​ຕໍ່​ມາ ຊຶ່ງ​ປະຫຍັດ​ເວລາໄວ້ໄດ້ເຄິ່ງນຶ່ງ​ຂອງ​ການ​ເດີນທາງ​ໂດຍທາງ​ເຮືອ​ນັ້ນ. ລົດ​ໄຟ​ຂະ​ບວນນີ້​ກຳນົດ​ຈະ​ຂົນ​ເຫຼົ້າ​ແວງ​ ​ແລະ​ໝາກ​ໄມ້​ຂອງ​ສະ​ເປ​ນ ກັບ​ຄືນມາ​ໃຫ້​ທັນ​ເວລາ​ກັບວັນ​ສະຫຼອງ​ປີ​ໃໝ່​ຂອງ​ຈີນ​ ໃນ​ເດືອນ​ກຸມພານີ້.

ທ່ານ Jonathan Fenby ຜູ້​ຂຽນ​ປຶ້ມ ທີ່​ມີ​ຊື່ວ່າ “Will China Dominate the 21st Century? ທີ່​ແປ​ວ່າ “ຈີນ​ຈະ​ຄອບ​ງຳ​ສັດຕະວັດ​ທີ 21 ບໍ? " ນັ້ນ​ ກ່າວ​ວ່າ ຈີນ​ຢາກ​ປັບປຸງ​ໂຄງ​ລ່າງ​ພື້ນຖານ​ໃຫ້​ດີ​ຂຶ້ນ ​ເພື່ອ​ສົ່ງ​ເສີມ​ການ​ຄ້າຂອງ​ຕົນ.

ທ່ານ Fenby ກ່າວ​ວ່າ “ຂ້າພະ​ເຈົ້າ​ຄຶດ​ວ່າ ສິ່ງ​ເຫຼົ່າ​ນີ້​ກຳລັງ​ຂະຫຍາຍ​ອອກ ​ແລະ
​ຈະ​ເປັນ​ສິ່ງ​ທີ່​ພວກ​ເຂົາ​ເຈົ້າ​ຈະສືບຕໍ່ຈະ​ພັດທະນາ. ປັດຈຸບັນ​ນີ້ມີ​ທາງ​ລົດ​ໄຟ​ແລ້ວ
ທີ່​ເນັ່ງ​ຈາກ​ເມືອງ Chongqing ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ ຜ່ານຣັດ​ເຊຍ ​
ໄປ​ຮອດ​ເມືອງ Duisberg ໃນ​ເຢຍຣະມັນ.”

ປັດຈຸບັນ​ນີ້ ການ​ເຊື່ອມ​ໂຍງ​ການ​ສົ່ງ​ສິນຄ້າ​ທາງ​ລົດ​ໄຟ ລະຫວ່າງ​ເຢຍ ຣະມັນ​ກັບ​ຈີນ ມີ 5 ຖ້ຽວ​ຕໍ່​ອາທິດ ຊຶ່ງ​ບັນທຸກ​ສິນຄ້າ​ທຸກ​ສິ່ງ​ທຸກຢ່າງ ນັບ​ແຕ່​ເຄື່ອງ​ອາ​ໄຫລ່​ລົດ BMW ​ໄປ​ຮອດ​ເຄື່ອງ​ຄອມ​ພີ​ວ​ເຕີ​ຂອງ​ບໍລິສັດ Hewlettt Packard.

ຈີນ​ກຳລັງ​ລົງທຶນ​ຢ່າງ​ໜັກ​ໃສ່​ໂຄງ​ລ່າງ​ພື້ນຖານ​ໃນ​ຢູ​ໂຣບ. ທ່ານ Li Keqiang ນາຍົກ
ລັດຖະມົນຕີຈີນ ​ໄດ້​ໄປ​ຮ່ວມ​ໃນ​ການ​ເປີດ​ສະພານ​ຂ້າມ​ແມ່​ນ້ຳ Danube ​ໃນ​ປະ​ເທດ​ເຊີ​ເບຍ ທີ່​ຈີນ​ເປັນ​ຜູ້​ກໍ່ສ້າງ​ຕົກ​ເປັນ ມູນ​ຄ່າ 167 ລ້ານດອນ​ລາ ​ໃນ​ເດືອນ​ແລ້ວ​ນີ້. ທ່ານ Aleksandar Vucic ນາຍົກລັດຖະມົນຕີ​ເຊີ​ເບຍ ​ໄດ້​ກ່າວ​ຊົມ​ເຊີຍ​ການ​ລົງທຶນ​ທີ່​ວ່າ​ນີ້.

ທ່ານ Vucic ກ່າວ​ວ່າ “ ມັນ​ເປັນຄວາມ​ສຳ​ເລັດ​ທຳ​ອິດຂອງ​ພວກ​ນັກ​ກໍ່ສ້າງ​ຈີນ ​
ໃນ​ຢູ​ໂຣບ ​ແລະ​ເປັນ​ອະນຸສາວະລີ​ຊົ່ວ​ນິລັນດອນ​ສຳລັບ​ມິດ ຕະພາບ​ລະຫວ່າງ​
ຈີນ​ແລະ​ເຊີ​ເບຍ. ພວກ​ເຮົາ​ຈະ​ປະສົບ​ຄວາມ​ສຳ​ເລັດ​ຫຼາຍ​ຢ່າງ​ກັບ​ພວກ​ໂຄງ
ການ​ຕ່າງໆ​ເຫຼົ່າ​ນີ້ ກັບ​ບັນດາ​ເພື່ອນ​ມິດ​ຈີນ. ຈະ​ມີ​ສະພານ​ໃໝ່​ຕື່ມ​ອີກ ​ແລະ​
ເສັ້ນທາງ​ໃໝ່​ຕື່ມ​ອີກໃນ​ອະນາຄົດ​ຂ້າງ​ໜ້າ​ນັ້ນ.”

ແຜນການ​ເຫຼົ່າ​ນັ້ນ ​ແມ່ນ​ຮວມທັງ​ການ​ກໍ່ສ້າງ​ທາງ​ລົດ​ໄຟຄວາມໄວ​ສູງ ​ໃນ​ມູນ​ຄ່າ 1 ພັນ
900 ລ້ານ​ດອນ​ລາ ທີ່​ເຊື່ອມ​ໂຍງລະຫວ່າງ​ນະຄອນຫຼວງ Belgrade ​ໄປ​ຫາ​ນະຄອນ Budapest ໃນປະເທດ Hungary ທີ່​ໄດ້​ລົງ​ນາມ​ໃນ​ຂໍ້ຕົກລົງ​ກັນ ​ໃນ​ພິທີ​ເມື່ອ​ເດືອ​ນທັນວາ​ປີ​ແລ້ວ​ນີ້. ທ່ານ Wang Yi ລັດຖະມົນຕີ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ ການ​ລົງທຶນ​ຢ່າງ​ມະຫາ
ສານ​ເຫຼົ່າ​ນີ້ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ເຂົ້າ​ຫາ​ແບບ​ໃໝ່​ ຕໍ່​ຄວາມສຳພັນ​ກັບ​ໂລກ.

ທ່ານ Wang Yi ກ່າວ​ວ່າ “ມາຮອດ​ທ້າຍ​ປີ 2014 ຜ່ານ​ມາ​ນີ້ ພວກ​ເຮົາ​ໄດ້ກໍ່ສ້າງ​ສາຍ​ພົວພັນ ທາງ​ດ້ານ​ຍຸດ​ທະ​ສາດ​ແລະ​ການ​ຮ່ວມ​ມື​ກັນ​ຫຼາຍ​ກວ່າ 70 ​ໂຄງການ ກວມ​ເອົາ​ພວກ​ປະ​ເທດ​ ​ແລະ​ຂົງ​ເຂດໃຫຍ່ໆ​ໃນ​ທົ່ວ​ໂລກ ຊຶ່ງໝາຍ​ຄວາມ​ວ່າ ພວກ​ເຮົາ​ກຳລັງ
​ເອົາ​ທາງ​ໃໝ່​ໃນ​ການ​ສ້າງຄູ່​ພາຄີ​ໃໝ່ ​ແທນ​ທີ່​ຈະ​ຈັດ​ຕັ້ງ​ພັນທະ​ມິດ​ຕ່າງໆ​ຂຶ້ນ​ນັ້ນ.”

ທ່ານ Jonathan Fenby ກ່າວ​ວ່າ ຄະນະ​ນັກ​ຟ້ອນ​ແຫ່ງ​ຄວາມ​ຝັນ​ຂອງເສັ້ນທາງສາຍ​ໄໝ​ຈີນ ​ໄດ້​ໄປສະ​ແດງ​ໃນ​ທົ່ວ​ເອ​ເຊຍ​ໃຕ້ ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້ ​ເພື່ອ​ເນັ້ນ​ໜັກ​ເຖິງ​ຈິນຕະນາການຂອງ​ຈີນ ​ໃນ​ການ​ສ້າງສາພັດທະນາ​ພວກ​ເສັ້ນ​ທາງ​ການ​ຄ້າ​ເກົ່າຄືນ​ໃໝ່. ປັກ​ກິ່ງ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ເງິນ​ຈຳນວນ 40 ຕື້​ດອນ​ລາ​ເພື່ອ​ປັບປຸງ​ໂຄງ​ລ່າງ​ພື້ນຖານຄືນ​ໃໝ່. ​ແຮງ​ຂັບ​ດັນ​ໃນ​ການ​ລົງທຶນ​ໃນ​ຕ່າງປະ​ເທດ ມີ​ວັດຖຸ​ປະສົງ​ເພື່ອ​ເສີມ​ຂະຫຍາຍ​ການ​ມີ​ໜ້າ​ຂອງ​ຈີນໃຫ້​ແຂງ​ແຮງ​ຂຶ້ນ​ໃນ​ເວທີ​ສາກົນ ​ແຕ່​ກໍ​ເປັນ​ພາກສ່ວນ​ນຶ່ງ​ໃນ​ການ​ປະຕິບັດ​ໄປ​ຕາມ​ການ​ເຕີບ​ໂຕທີ່​ກຳລັງ​ຫລຸດນ້ອຍຖອຍ​ລົງ​ ພາຍ​ໃນ​ປະ​ເທດ.

ທ່ານ Jonathan Fenby ກ່າວ​ວ່າ “ຄວາມ​ອ່ອນ​ແອ​ທາງ​ດ້ານ​ໂຄ່ງ​ລ່າງຫຼາຍ​ຢ່າງ​
ໃນ​ຈີນ ທຸກ​ສິ່ງ​ທຸກ​ຢ່າງ ຈາກ​ລະບົບ​ການ​ເງິນ ​ໄປ​ຮອດ​ສິ່ງ​ແວດ​ລ້ອມ. ​ແລະ​ເວລາ​ນີ້
ພວກ​ເຮົາ​ຢູ່​ໃນ​ຈຸດ​ບ່ອນ​ທີ່​ຂ້າພະ​ເຈົ້າ​ຄຶດ​ວ່າ ຄະນະ​ນຳພາ​ຂອງ​ຈີນ​ໃນ​ປັດຈຸບັນ
ກ່ອນ​ອື່ນ​ໝົດ​ຕ້ອງ​ຕຽມ​ພ້ອມ ຮັບ​ເອົາ​ການ​ເຕີບ​ໂຕ​ທີ່ຊ້າ​ລົງ. ​ແຕ່​ກໍ​ມີ​ຄວາມ​ຮູ້ສຶກ​
ໂຕ​ເຊັ່ນ​ກັນ​ໃນ​ຈີນ ​ກ່ຽວ​ກັບ​ຄວາມ​ຕ້ອງການ​ເພື່ອ​ແກ້​ໄຂ​ພວກ​ບັນຫາ​ໃຫຍ່​ໆເຫຼົ່າ​ນີ້.”

​ໃນ​ຂະນະ​ທີ່​ຢູ​ໂຣບ ພວມ​ປະ​ເຊີນ​ກັບ​ເສດຖະກິດ​ທີ່ບໍ່ມີການເຕີບ​ໂຕ​ຢູ່​ນີ້ ການ​ລົງທຶນ​ຂອງ​
ຈີນ ​ແມ່ນໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ດີ ​ແລະ​ບັນດາ​ນັກວິ​ເຄາະ ​ໃຫ້​ຂໍ້​ສັງ​ເກດ​ວ່າ ຄວາມ​ກັງ ວົນເປັນຫ່ວງ​ຂອງ​ຊາວ​ຢູ​ໂຣບ ກ່ຽວ​ກັບ​ສິດທິ​ມະນຸດ​ແລະ​ລະບອບ​ປະຊາທິປະ​ໄຕ​ໃນ​ຈີນ ໄດ້ຖືກປະຖີ້ມໄວ້ເບື້ອງຫລັງ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບການພັດທະນາ ເສ້ນທາງສາຍໃໝ ຂອງຈີນ:

The longest rail link in the world is operational, after a train carrying goods from China arrived in the Spanish capital, Madrid, last month. The railway has been dubbed the ‘21st-century Silk Road’ and is the latest landmark investment by China aimed at improving the infrastructure along the old trading routes between east Asia and Europe. The European Union is China’s biggest trading partner, and Beijing’s money is being welcomed in Europe.

The diesel locomotive slowly pulled away from the Chinese coastal city of Yiwu - known as the world’s biggest marketplace - in November.

Thirteen-thousand kilometers and three weeks later, the 40 containers arrived in the Spanish capital, Madrid, in time for Christmas - halving the time taken by ship. It is due to return laden with Spanish wine and produce in time for the Chinese New Year in February. Jonathan Fenby, author of the book "Will China Dominate the 21st Century?," says China wants to improve infrastructure to boost trade.

“These things are developing and they are going to go on developing I think. There’s a rail link now from Chongqing in southwest China through Russia, which ends in Duisberg in Germany," said Fenby.

Freight rail links now connect Germany and China five times a week, transporting everything from parts for BMW cars to Hewlett Packard computers. Fenby says Berlin is leading the field.

“All the other EU countries have been kind of overawed or impressed, by German success - both in exporting to China and in setting up big joint ventures. Companies like Siemens, the motor companies, chemical companies," he said.

China is investing heavily in European infrastructure. Premier Li Keqiang attended the opening of a $167 million, Chinese-built bridge over the River Danube in Serbia last month. His Serbian counterpart, Aleksandar Vucic, hailed the investment.

"The first feat of Chinese builders in Europe and an eternal monument to Sino-Serbo friendship. We will achieve many of these projects with our Chinese friends. There will be new bridges and new paths to the future," said Vucic.

Those plans include the construction of a $1.9 billion high speed rail link between Belgrade and Budapest in Hungary.

China’s foreign minister, Wang Yi, said Monday the huge investments in overseas infrastructure are part of a new approach to global relations.

"As of the end of 2014, China had established over 70 strategic and cooperative relationships, covering major countries and regions around the globe. "This means China is taking a new road of building partnerships rather than setting up alliances, " said Yi.

China’s ‘Silk Road Dream’ dance troupe has been performing across south Asia in recent months to highlight China’s vision of re-establishing the old trade routes. Beijing has pledged $40 billion to improve infrastructure.

Jonathan Fenby says the foreign investment drive aims to strengthen Beijing’s presence on the world stage - but it is also partly enforced by falling domestic growth.

“A lot of structural weaknesses in China. Everything from the financial system to the environment. And we’re at a point now where I think the present Chinese leadership first of all is ready to accept slower growth. But also there is an awareness in China of the need to get to grips with all these big problems," he said.

With Europe facing economic stagnation, the Chinese investment has been welcomed - and analysts note that European concerns over human rights and democracy in China take a back seat.

XS
SM
MD
LG