ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳຂອງໂລກ ຮຽກຮ້ອງ ໃຫ້ສາມັກຄີກັນ ເປັນນ້ຳນຶ່ງໃຈດຽວ ເພື່ອເອົາຊະນະ ໂຣກລະບາດ COVID-19


ປ້າຍໂຄສະນາ ທີ່ຕິດຢູ່ສຳນັກງານໃຫຍ່ຂອງອົງການອະນາໄມໂລກ ຫຼື (WHO) ໃນລະຫວ່າງກອງປະຊຸມດ້ານສຸຂະພາບໂລກ ຫຼັງຈາກການແຜ່ລະບາດຂອງໄວຣັສໂຄໂຣນາ ທີ່ກໍ່ໃຫ້ເກີດ ພະຍາດ COVID-19 ໃນນະຄອນເຈນີວາ ຂອງສະວິດເຊີແລນ, ວັນທີ 18 ພຶດສະພາ 2020.
ປ້າຍໂຄສະນາ ທີ່ຕິດຢູ່ສຳນັກງານໃຫຍ່ຂອງອົງການອະນາໄມໂລກ ຫຼື (WHO) ໃນລະຫວ່າງກອງປະຊຸມດ້ານສຸຂະພາບໂລກ ຫຼັງຈາກການແຜ່ລະບາດຂອງໄວຣັສໂຄໂຣນາ ທີ່ກໍ່ໃຫ້ເກີດ ພະຍາດ COVID-19 ໃນນະຄອນເຈນີວາ ຂອງສະວິດເຊີແລນ, ວັນທີ 18 ພຶດສະພາ 2020.

ບັນດາຜູ້ນຳຂອງໂລກ ພາກັນເຂົ້າຮ່ວມກອງປະຊຸມ ວ່າດ້ວຍສຸຂະ ພາບຂອງໂລກທາງອອນໄລເປັນຄັ້ງທຳອິດທີ່ບໍ່ເຄີຍມີມາກ່ອນ ຊຶ່ງໄດ້ຮຽກຮ້ອງໃຫ້ປະເທດທັງຫຼາຍ ຈົ່ງສາມັກຄີກັນ ເພື່ອເອົາຊະນະໂຣກລະບາດໂຄວິດ-19. ນັບຕັ້ງແຕ່ມີກໍລິນີທຳອິດ ໃນການຕິດເຊື້ອພະຍາດອັນຕະລາຍຮ້າຍແຮງ ທີ່ໄດ້ຖືກປະກາດຢູ່ຈີນ ເມື່ອເດືອນທັນວາປີກາຍນີ້ ອົງການອະນາໄມໂລກຫຼື WHO ກໍໄດ້ລາຍງານວ່າ ມີການຕິດຕິດແປດກັນຢູ່ໃນທົ່ວໂລກ ຫຼາຍກວ່າ 4 ລ້ານ 7 ແສນຄົນແລ້ວ ລວມທັງຫຼາຍກວ່າ 315,000 ຄົນໄດ້ເສຍຊີວິດ. ລີຊາ ສະໄລນ໌ ມີລາຍງານສຳລັບວີໂອເອ ຈາກນະຄອນເຈນີວາ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສ ໄດ້ເປີດກອງປະຊຸມບັນດາຜູ້ນຳຂອງໂລກ ດ້ວຍການກ່າວເຕືອນຢ່າງໜັກແໜ້ນ. ທ່ານໄດ້ກ່າວວ່າ ປະເທດທັງຫຼາຍເປັນໄປໄດ້ສູງທີ່ຈະປະເຊີນກັບຄວາມຢ້ານກົວແລະ ຄວາມຫວັ່ນວິຕົກໃນອະນາຄົດ ເວັ້ນເສຍແຕ່ວ່າ ການແຜ່ລະບາດຂອງພະຍາດອັນຕະລາຍເຖິງແກ່ຊີວິດນີ້ ຖືກຢຸດຢັ້ງໄດ້ໃນທົ່ວທຸກແຫ່ງ. ເຊື້ອໄວຣັສໂຄໂຣນາ ກໍ່ໃຫ້ເກີດພະຍາດໂຄວິດ-19.

ມາເຖິງປັດຈຸບັນນີ້ ພະຍາດໂຄວິດ-19 ໄດ້ສ້າງຄວາມວຸ້ນວາຍຢ່າງແຜ່ຫຼາຍ ໃນດ້ານສັງຄົມ ແລະເສດຖະກິດ ຂອງພວກປະເທດທີ່ຮັ່ງມີໃນທົ່ວໂລກ. ແຕ່ທ່ານກູເຕເຣັສ ໄດ້ກ່າວວ່າ ໄວຣັສດັ່ງກ່າວ ບັດນີ້ກຳລັງເຄື່ອນຍ້າຍເຂົ້າໄປໃນຂົງເຂດພາກໃຕ້ຂອງໂລກ ບ່ອນທີ່ຜົນກະທົບຂອງມັນ ອາດເຮັດໃຫ້ເກີດຄວາມເສຍຫາຍໜັກກວ່າເກົ່າ.

ທ່ານໄດ້ຮຽກຮ້ອງຕໍ່ນາໆຊາດໃຫ້ສະໜັບສະໜຸນ ອົງການອະນາໄມໂລກ ໂດຍກ່າວວ່າ ບົດບາດຂອງອົງການນີ້ ໃນການນຳພາການຕໍ່ສູ້ຕ້ານໂຣກລະບາດນັ້ນ ແມ່ນບໍ່ສາມາດທົດແທນໄດ້. ທ່ານໄດ້ກ່າວອີກວ່າ ອົງການ WHO ຕ້ອງການທຶນເພີ້ມຕື່ມ ເພື່ອຊ່ອຍເຫຼືອປະເທດທີ່ກຳລັງພັດທະນາທັງຫຼາຍ ຊຶ່ງທ່ານຖືວ່າ ເປັນຄວາມກັງວົນທີ່ຍິ່ງໃຫຍ່.

ທ່ານກູເຕເຣັສ ເວົ້າວ່າ “ພວກເຮົາເຂັ້ມແຂງຊ່ຳໆກັບລະບົບສາທາລະນະສຸກທີ່ອ່ອນແອທີ່ສຸດ. ການປົກປ້ອງພາກສ່ວນທີ່ກຳລັງພັດທະນາຂອງໂລກນັ້ນ ບໍ່ແມ່ນເລື້ອງຂອງການກຸສົນ ຫຼື ຄວາມເອື້ອເຟື້ອເພື່ອແຜ່ ແຕ່ເປັນຄຳຖາມຂອງການຮູ້ແຈ້ງເຖິງຜົນປະໂຫຍດສ່ວນຕົ່ວ. ຊີກໂລກພາກເໜືອ ບໍ່ສາມາດເອົາຊະ ນະໂຄວິດ-19 ໄດ້ ເວັ້ນເສຍແຕ່ວ່າ ຊີກໂລກພາກໃຕ້ ເອົາຊະນະມັນໄດ້ ໃນເວລາດຽວກັນ.”

ອົງການ WHO ໄດ້ຖືກໂຈມຕີ ຈາກລັດຖະບານຂອງປະທານາທິບໍດີ ສະຫະ ລັດ ທ່ານດໍໂນລ ທຣຳ ສຳລັບການບໍລິຫານກ່ຽວກັບວິກິດການໄວຣັດໂຄໂຣນາຂອງອົງການດັ່ງກ່າວ. ສະຫະລັດໄດ້ໂຈະໃຫ້ທຶນແກ່ອົງການ WHO ໃນເດືອນເມສາ ໂດຍກ່າວຫາອົງການນີ້ວ່າ ອ່ອນຂໍ້ໃຫ້ຈີນ.

ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ຕົກຕະລຶງໂດຍການກ່າວຫາຂອງສະ ຫະລັດ ທີ່ວ່າປັກກິ່ງ ໄດ້ພະຍາຍາມທີ່ຈະປົກປິດເລື້ອງວິກິດການດັ່ງກ່າວ ຊຶ່ງທ່ານສີ ໄດ້ບັນລະຍາຍເຖິງສິ່ງທີ່ທ່ານໄດ້ກ່າວວ່າ ເປັນຄວາມພະຍາຍາມທີ່ຍາກລຳບາກ ແລະເປັນການເສຍສະລະທີ່ໄດ້ທຸ້ມເທ ໂດຍປະຊາຊົນຂອງທ່ານ ຈຶ່ງໄດ້ຫັນປ່ຽນທິດທາງຂອງໄວຣັສນັ້ນ.

ທ່ານສີ ໄດ້ກ່າວຜ່ານລ່າມແປພາສາ ວ່າ “ຕະຫຼອດມາ ພວກເຮົາໄດ້ປະຕິບັດດ້ວຍການເປີດກວ້າງ ຄວາມໂປ່ງໃສ ແລະຄວາມຮັບຜິດຊອບ. ພວກເຮົາໄດ້ສະໜອງຂໍ້ມູນໃຫ້ແກ່ອົງການ WHO ແລະປະເທດຕ່າງໆທີ່ກ່ຽວຂ້ອງ ຕາມເວລາທີ່ເໝາະສົມ. ພວກເຮົາໄດ້ເປີດເຜີຍລຳດັບໂຄງສ້າງຂອງພັນທຸກຳຕັ້ງແຕ່ຫົວທີ ໄວທີ່ສຸດເທົ່າທີ່ເປັນໄປໄດ້. ພວກເຮົາໄດ້ແບ່ງປັນການຄວບຄຸມ ແລະປະສົບການໃນການຮັກສາປິ່ນປົວກັບໂລກ ໂດຍປາສະຈາກຂໍ້ສົງໄສ.”

ປະທານປະເທດ ສີ ໄດ້ປະກາດວ່າ ສິ່ງທີ່ທ່ານໄດ້ກ່າວໄປນັ້ນ ເປັນການສະໜັບ ສະໜຸນແກ່ອົງການ WHO ແລະຜູ້ອຳນວຍການໃຫຍ່ຂອງອົງການ ທ່ານເທໂດຣສ ອາດາໂນມ ເກບລີເຢສັສ ໂດຍທີ່ບໍ່ມີເງື່ອນໄຂ. ທ່ານສີ ໄດ້ກ່າວໄປອີກວ່າ ປະເທດຂອງທ່ານ ຈະປະກອບສ່ວນ 2 ຕື້ໂດລາ ໃນໄລຍະ 2 ປີຂ້າງໜ້າ ເພື່ອສະໜັບສະໜຸນ ໃນການຮັບມືກັບໂຄວິດ-19.

ສ່ວນປະທານາທິບໍດີຝຣັ່ງ ທ່ານເອມມານູແອລ ມາກຣົງ ກໍຍັງໄດ້ສະໜັບສະໜຸນ ບົດບາດດ້ານການປະສານງານ ແລະ ວິຊາການດ້ານວິທະຍາສາດຂອງອົງການ WHO ໃນມາດຕະການແກ້ໄຂ ໂຄວິດກ-19.

ທ່ານມາກຣົງ ໄດ້ກ່າວວ່າ ຝຣັ່ງ ຈະເພີ້ມການປະກອບສ່ວນດ້ານການເງິນຂອງຕົນຂຶ້ນອີກຫຼາຍສົມຄວນຕໍ່ອົງການ WHO. ນອກຈາກນັ້ນ ທ່ານໄດ້ກ່າວອີກວ່າ ລັດຖະບານຂອງທ່ານ ເຂົ້າຮ່ວມກັບ ອົງການ WHO ສະຫະພາບຢູໂຣບ ແລະຄູ່ພາຄີອື່ນໆ ເພື່ອສະໜັບສະໜຸນການຄົ້ນຄວ້າຂະໜາດໃຫຍ່ເພື່ອຫາຢາວັກຊີນ ແລະວິທີປົວໂຄວິດ-19 ອື່ນອີກ. ທ່ານໄດ້ກ່າວໂດຍຜ່ານລ່າມແປພາສາວ່າ:

“ຖ້າພວກເຮົາຄົ້ນຄວ້າຫາຢາວັກຊີນຕ້ານໂຄວິດ-19 ໄດ້ແລ້ວ ມັນຈະເປັນດີແກ່ມະຫາຊົນຂອງໂລກ ແລະໝົດທຸກຄົນ ຕ້ອງເຂົ້າຫາມັນໄດ້. ອັນນີ້ ເປັນຄຳຖາມ ກ່ຽວກັບປະສິດທິພາບທີ່ແທ້ຈິງ. ຕາບໃດທີ່ພະຍາດນີ້ຍັງເປັນໄພຂົ່ມຂູ່ຕໍ່ຄົນສ່ວນນ້ອຍ ມັນຍັງຄົງຈະເປັນໄພຂົ່ມຂູ່ສຳລັບໝົດທຸກຄົນ.”

ບັນດາຜູ້ນຳຂອງປະເທດອື່ນໆ ປະກອບດ້ວຍ ເຢຍຣະມັນ ເກົາຫຼີໃຕ້ ແລະປະເທດເກາະບາຣເບໂດສ ເຫັນດີນຳກັນ ກັບຄວາມຮູ້ສຶກເຫຼົ່ານີ້ ແລະກັບຄວາມຮູ້ສຶກຂອງປະທານາທິບໍດີ ຊີໂຣລ ຣາມາໂຟຊາ ຂອງອາຟຣິກາໃຕ້ ຜູ້ທີ່ໄດ້ກ່າວວ່າ ໝົດທຸກຄົນ ຈຳເປັນຕ້ອງສາມັກຄີກັນ ເພື່ອປະຊາຊົນຫຼາຍໆລ້ານຄົນໃນທົ່ວໂລກ.

ຫົວໜ້າອົງການ WHO ທ່ານເທໂດຣສ ໄດ້ສະຫລຸບຕອນນຶ່ງຂອງກອງປະຊຸມຂັ້ນສູງ ໂດຍໃຫ້ຂໍ້ສັງເກດວ່າ ມີການຖອດຖອນບົດຈາກໂຣກລະບາດນີ້.

ທ່ານກ່າວຕໍ່ໄປວ່າ “ສະນັ້ນ ຂ້າພະເຈົ້າ ຈະລິເລີ້ມການປະເມີນຜົນຢ່າງອິດສະຫລະ ຕັ້ງແຕ່ຕົ້ນໆ ໃນຍາມທີ່ເໝາະສົມ ເພື່ອທົບທວນຄືນປະສົບການທີ່ໄດ້ມາ ແລະບົດຮຽນຕ່າງໆທີ່ໄດ້ຮຽນຮູ້ ແລະຈະໃຫ້ການແນະນຳ ເພື່ອປັບປຸງຄວາມພ້ອມ ແລະການຮັບມືຕໍ່ໂຣກລະບາດ ພາຍໃນປະເທດແລະໃນໂລກ.”

ທ່ານເທໂດຣສ ໄດ້ກ່າວອີກວ່າ ບົດຮຽນທີ່ໃຫຍ່ທີ່ສຸດ ແມ່ນເພື່ອຮູ້ຈັກວ່າ ແມ່ນຫຍັງຕ້ອງໄດ້ເຮັດ ເພື່ອໃຫ້ແນ່ໃຈວ່າ ໂຣກລະບາດອີກອັນນຶ່ງຄືກັບແບບນີ້ ຈະບໍ່ເກີດຂຶ້ນອີກເລີຍ. ທ່ານກ່າວວ່າ ໂລກຕ້ອງບໍ່ປ່ອຍໃຫ້ຕົກຢູ່ໃນສະພາບທີ່ອ່ອນແອແບບດຽວກັນນີ້ ອີກເລີຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG