ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນໍາໂລກ ໄດ້ໃຫ້ຄວາມສໍາຄັນ ກ່ຽວກັບ ການປ່ຽນແປງ ຂອງສະພາບອາກາດ ໃນການເປີດກອງປະຊຸມໃຫຍ່


ແປວໄຟລຸກໄໝ້ຢູ່ເທິງຮອຍແຕກຂອງເໝືອງຖ່ານຫິນໃນໝູ່ບ້ານ ລິໂລຣິປາທຣາ (Liloripathra) ໃກ້ກັບເມືອງ ແດນແບດ (Dhanbad) ເມືອງທາງທິດຕາເວັນອອກຂອງອິນເດຍ ໃນລັດ ຈາຄານດ໌ (Jharkhand), ວັນທີ 24 ກັນຍາ, ປີ 2021.
ແປວໄຟລຸກໄໝ້ຢູ່ເທິງຮອຍແຕກຂອງເໝືອງຖ່ານຫິນໃນໝູ່ບ້ານ ລິໂລຣິປາທຣາ (Liloripathra) ໃກ້ກັບເມືອງ ແດນແບດ (Dhanbad) ເມືອງທາງທິດຕາເວັນອອກຂອງອິນເດຍ ໃນລັດ ຈາຄານດ໌ (Jharkhand), ວັນທີ 24 ກັນຍາ, ປີ 2021.

ບັນດາຜູ້ນໍາລະດັບໂລກຫລາຍກວ່າ 100 ຄົນ ແມ່ນກຳລັງເຕົ້າໂຮມກັນສຳລັບກອງປະຊຸມສຸດຍອດໃນວັນຈັນມື້ນີ້ ໃນຂະນະທີ່ວຽກງານໄດ້ເລີ່ມຂຶ້ນຢູ່ກອງປະຊຸມສະພາບອາກາດຂອງອົງການສະຫະປະຊາຊາດເປັນເວລາສອງອາທິດ, ເຊິ່ງເປົ້າໝາຍຂອງການປະຊຸມຄາດວ່າຈະລວມມີການໃຫ້ຄຳໝັ້ນສັນຍາສໍາລັບເປົ້າໝາຍຫລຸດການປ່ອຍມົນລະຜິດ ແລະເງິນກອງທຶນເພື່ອຊ່ວຍບັນດາປະເທດທີ່ກໍາລັງພັດທະນາ ໃນການຮັບມືກັບຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ.

ນາຍົກລັດຖະມົນຕີຂອງປະເທດອັງກິດ ທ່ານບໍຣິສ ຈອນສັນ, ເຊິ່ງຮັບໜ້າທີ່ເປັນເຈົ້າພາບໃນການຈັດການປະຊຸມຢູ່ໃນໃນເມືອງ ກລາສໂກ (Glasgow) ປະເທດ ສະກັອດແລນ ນັ້ນ, ແມ່ນຄາດວ່າຈະກ່າວຢໍ້າເຖິງການປະຕິບັດງານທີ່ຮີບດ່ວນ, ໂດຍກ່າວວ່າ ມະນຸດຊາດໄດ້ລໍຖ້າມາດົນເກີນໄປແລ້ວ.

“ຖ້າພວກເຮົາຫາກບໍ່ໃສ່ໃຈໃນການປ່ຽນແປງຂອງສະພາບດິນຟ້າອາກາດແຕ່ມື້ນີ້, ມັນຈະຫລ້າຊ້າເກີນໄປສໍາຫລັບລູກຫລານຂອງພວກເຮົາທີ່ຈະເລີ້ມຕົ້ນປະຕິບັດໃນມື້ອື່ນ,” ທ່ານຈອນສັນ ຈະໄດ້ກ່າວ, ອີງຕາມຂໍ້ຄວາມທີ່ຕັດອອກມາໂດຍຫ້ອງການຂອງທ່ານ.

ທ່ານ ຈອນ ເຄີຣີ (John Kerry), ນັກການທູດດ້ານສະພາບອາກາດຂອງສະຫະລັດ ໄດ້ກ່າວກັບບັນດານັກຂ່າວກ່ອນກອງປະຊຸມສຸດຍອດໃນວັນຈັນມື້ນີ້ວ່າ ເປົ້າໝາຍຂອງການປະຊຸມ ເຊິ່ງລວມເຖິງການຍົກລະດັບ “ຄວາມໄຝ່ຝັນລະດັບໂລກຢ່າງມີຄວາມໝາຍສຳຄັນຫຼາຍ,” ແລະສໍາລັບປະເທດຕ່າງໆທີ່ຕ້ອງປະຕິບັດຕາມທີ່ທ່ານຮ້ອງວ່າ “ທົດສະວັດແຫ່ງການປະຕິບັດງານ” ເພື່ອຈໍາກັດພາວະໂລກຮ້ອນເຖິງ 1.5 ອົງສາແຊລຊຽສ ເໜືອລະດັບກ່ອນຍຸກອຸດສາຫະກໍາ.

ທ່ານ ເຄຣີ ຍັງໄດ້ເນັ້ນຢໍ້າເຖິງຄວາມຈໍາເປັນໃນການຈັດການດ້ານການເງິນຂອງການປ່ຽນແປງໃນດ້ານສະພາບອາກາດ, ທັງດ້ານການນໍາໃຊ້ງົບປະມານ ແລະການຊ່ວຍເຫລືອບັນດາປະເທດທີ່ກໍາລັງພັດທະນາກັບຄວາມເສຍຫາຍທີ່ພວກເຂົາເຈົ້າກໍາລັງປະສົບຢູ່.

“ພວກເຮົາຍັງຮູ້ວ່າມີການສູນເສຍ ແລະຄວາມເສຍຫາຍທີ່ເກີດຂຶ້ນແທ້ຢູ່ຂ້າງນອກນັ້ນ, ທີ່ປະເທດຕ່າງໆກໍາລັງເວົ້າ ກ່ຽວກັບວ່າປະຊາຊົນຂອງພວກເຂົາຈະຍ້າຍໄປຢູ່ໃສ ຍ້ອນລະດັບນໍ້າທະເລທີ່ເພີ້ມຂຶ້ນ. ມັນມີພື້ນທີ່ຕ່າງໆທີ່ຜູ້ຄົນບໍ່ສາມາດອາໄສຢູ່ໄດ້ອີກຕໍ່ໄປ ແລະມີຜູ້ອົບພະຍົບຍົກຍ້າຍຖິ່ນຖານໄປທົ່ວໂລກ ອັນເປັນຜົນມາຈາກທີ່ຢູ່ອາໄສຖືກທໍາລາຍ,” ທ່ານເຄີຣີ ກ່າວ. “ຂ້າພະເຈົ້າຄິດວ່າ ພວກທ່ານບໍ່ສາມາດກະຕຸ້ນລັກສະນະຂອງການດໍາເນີນງານລະດັບໂລກແບບທີ່ທ່ານຕ້ອງການ ເພື່ອໃຫ້ບັນລຸເປົ້າໝາຍຂອງພວກເຮົາ ຖ້າພວກເຮົາຫາກບໍ່ມີຄວາມຮູ້ສຶກ ແລະຄິດເຖິງຜູ້ຄົນຢູ່ໃນວົງຈອນເສດຖະກິດທີ່ຂຶ້ນໆລົງໆ ແລະຜູ້ຄົນທີ່ບໍ່ໄດ້ດໍາເນີນການຫຍັງເລີຍ, ໂດຍສ່ວນໃຫຍ່ແມ່ນການມີສ່ວນສະໜັບສະໜຸນໃນການແກ້ໄຂບັນຫາ.”

ກອງປະຊຸມສຸດຍອດທາງດ້ານສະພາບອາກາດໄດ້ມີຂຶ້ນ ຫລັງຈາກການປະຊຸມຂອງບັນດາຜູ້ນໍາ G-20 ຢູ່ໃນນະຄອນຫລວງ ໂຣມ ເຊິ່ງພວກເຂົາເຈົ້າໄດ້ຕົກລົງທີ່ຈະເຮັດວຽກຮ່ວມກັນເພື່ອບັນລຸໃນການປັບຄວາມສົມດຸນຂອງທາດ ຄາຣ໌ບັອນ “ໂດຍປະມານກາງສັດຕະວັດ” ແລະຄໍາໝັ້ນສັນຍາທີ່ຈະຢຸດຕິການຈັດຫາເງິນສໍາລັບໂຮງງານຜະລິດໄຟຟ້າພະລັງງານຖ່ານຫິນໃນຕ່າງປະເທດພາຍໃນທ້າຍປີນີ້, ແຕ່ບໍ່ປະສົບຜົນສໍາເລັດໃນຂໍ້ຕົກລົງຍົກເລີກການນໍາໃຊ້ຖ່ານຫິນພາຍໃນປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG