ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ນຳໂລກ ມີກຳນົດຈະກ່າວ ຄຳປາໄສ ໃນກອງປະຊຸມສຸດຍອດ ສະພາບອາກາດ ທາງອອນໄລນ໌


ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຈະກ່າວຄຳປາໄສໃນກອງປະຊຸມສຸດຍອດ ສະພາບອາກາດ ຄັ້ງນີ້ເຊັ່ນກັນ.
ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ ຈະກ່າວຄຳປາໄສໃນກອງປະຊຸມສຸດຍອດ ສະພາບອາກາດ ຄັ້ງນີ້ເຊັ່ນກັນ.

ຜູ້ນຳໂລກຫຼາຍກວ່າ 20 ຄົນແມ່ນມີກຳນົດທີ່ຈະກ່າວຄຳປາໄສໃນວັນພະຫັດມື້ນີ້, ໃນວັນໂລກ, ຢູ່ກອງປະຊຸມສຸດຍອດໂລກທາງອອນໄລນ໌ ກ່ຽວກັບ ສະພາບອາກາດປ່ຽນແປງ ທີ່ຖືກຈັດໂດຍປະທາ ນາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ.

ໃນບັນດາຜູ້ນຳທີ່ມີແຜນຈະໃຫ້ທັດສະນະຄະຕິຂອງເຂົາເຈົ້ານັ້ນແມ່ນເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ ແອນໂທນີໂອ ກູເຕເຣສ, ປະທານປະເທດ ຈີນ ທ່ານ ສີ ຈິ່ນຜິງ, ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ, ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ, ນາຍົກລັດຖະ ມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ ເມີໂກລ, ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ
ມາກຣົງ, ປະທານາທິບໍດີ ບຣາຊິລ ທ່ານ ຈາແອ ໂບລໂຊນາໂຣ ແລະ ນາຍົກ ລັດຖະມົນຕີ ອິນເດຍ ທ່ານ ນາເຣັນດຣາ ໂມດີ.

ທ່ານ ສີ ຈະກ່າວ “ຄຳປາໄສ” ຢູ່ກອງປະຊຸມດັ່ງກ່າວ, ອີງຕາມໂຄສົກກະຊວງ ການຕ່າງປະເທດ ຈີນ ທ່ານ ຫວາ ຈຸນຢິນ.

ທັດສະຄະຕິຂອງທ່ານ ສີ ອາດມີອິດທິພົນຢ່າງຫຼວງຫຼາຍໃນຄວາມພະຍາຍາມຂອງໂລກໃນອະນາ ຄົດ ເພື່ອຄວບຄຸນການປ່ຽນແປງຂອງສະພາບອາກາດໃນເມື່ອ ຈີນ ຍັງຄົງເປັນຜູ້ປ່ອຍ ແກັສເຮືອນແກ້ວ ທີ່ໃຫຍ່ທີ່ສຸດຂອງໂລກ, ໂດຍການປ່ອຍ 28 ເປີເຊັນໃນໂລກ, ເຊິ່ງຫຼາຍກວ່າຜູ້ປ່ອຍຄວັນພິດທີ່ຮ້າຍແຮງສຸດອັນສອງຄື ສະຫະລັດ ຕັ້ງສອງເທົ່າ.

ທ່ານ ສີ ແມ່ນນຶ່ງໃນຜູ້ນຳໂລກ 40 ຄົນທີ່ຖືກເຊີນໂດຍທ່ານ ໄບເດັນ ໃຫ້ເຂົ້າຮ່ວມກອງປະຊຸມສຸດຍອດສອງວັນນັ້ນ. ການຍອມຮັບຂອງທ່ານ ສີ ທີ່ຈະກ່າວຄຳປາໄສຢູ່ກອງປະຊຸມສຸດຍອດໄດ້ມີຂຶ້ນໃນບໍ່ເທົ່າໃດວັນ ຫຼັງຈາກ ທ່ານ ຈອນ ແຄຣີ, ເຊິ່ງແມ່ນທູດພິເສດ ກ່ຽວກັບ ສະພາບອາກາດປ່ຽນ ແປງຂອງທ່ານ ໄບ ເດັນ, ໄດ້ຈັດການເຈລະຈາກກັ ບຄູ່ຮ່ວມຕຳແໜ່ງຝ່າຍຈີນ ທ່ານ ເຊຍ ເຊິນຫົວ ໃນນະຄອນ ຊຽງໄຮ້ ເມື່ອອາທິດທີ່ຜ່ານມາ.

ທຳນຽບຂາວ ໄດ້ກ່າວໃນວັນພຸດວານນີ້ວ່າ ເຂົາເຈົ້າບໍ່ຄາດວ່າທ່ານ ໄບເດັນ ຈະຈັດກອງປະຊຸມສອງຝ່າຍກັບຜູ້ນຳໂລກຄົນອື່ນໆ.

ການມີໜ້າຂອງທ່ານ ສີ ແມ່ນຄັ້ງທຳອິດຂອງທ່ານກັບທ່ານ ໄບເດັນ ນັບຕັ້ງແຕ່ທ່ານໄດ້ເຂົ້າກຳຕຳ ແໜ່ງ ໃນເດືອນມັງກອນທີ່ຜ່ານມາ, ແລະ ມັນໄດ້ມີຂຶ້ນທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ ລະຫວ່າງສອງມະຫາອຳນາດ ດ້ານເສດຖະກິດ ໃນຫຼາຍບັນຫາ ລວມມີການຄວບຄຸມທີ່ເຄັ່ງຄັດຂຶ້ນຂອງ ປັກກິ່ງ ຕໍ່ເຂດເຄິ່ງປົກຄອງຕົນເອງ ຮົງກົງ ແລະ ການປະຕິບັດທີ່ໂຫດຮ້າຍຂອງເຂົາເຈົ້າຕໍ່ພວກຊົນກຸ່ມນ້ອຍມຸສລິມ ວີເກີ ໃນແຂວງ ຊິນຈຽງ ທາງພາກຕາເວັນຕົກສຽງເໜືອຂອງປະເທດ.

More than two dozen world leaders are set to speak Thursday, on Earth Day, at the virtual global summit on climate change organized by U.S. President Joe Biden.

Among those planning to give their views are United Nations Secretary-General António Guterres, Chinese President Xi Jinping, President Vladimir Putin of Russia, British Prime Minister Boris Johnson, German Chancellor Angela Merkel, French President Emmanuel Macron, Brazilian President Jair Bolsonaro and Indian Prime Minister Narendra Modi.

Xi will deliver an "important speech" at the conference, according to Chinese Foreign Ministry spokeswoman Hua Chunying.

Xi's views could weigh heavily on future global efforts to control climate change since China remains the world's largest greenhouse polluter, with 28% of the world's emissions, more than twice the second-worst polluter, the United States.

Xi is among 40 world leaders invited by Biden to attend the two-day summit. Xi's acceptance to speak at the summit comes days after John Kerry, Biden's special envoy on climate change, held talks last week with his Chinese counterpart, Xie Zhenhua, in Shanghai.

The White House said Wednesday it does not expect Biden to hold bilateral meetings with any of the other world leaders,

Xi's appearance is his first with Biden since the latter took office in January, and it comes amid increasing tensions between the two economic superpowers over a host of issues, including Beijing's tightening control on semiautonomous Hong Kong and its brutal treatment of ethnic Uyghur Muslims in northwestern Xinjiang province.

XS
SM
MD
LG