ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂລກ​ມີ​ອຸນ​ຫະ​ພູມ​ສູງ​ເປັນ​ສະ​ຖິ​ຕິ​ລຽນ​ຕິດ ໃນ​ຂະ​ນະ​ທີ່ ສ​ປ​ຊ ເຕືອນ ກ່ຽວ​ກັບ "ສະ​ພາບ​ອາ​ກາດ​ນາ​ຮົກ"


ຕາ​ເວັນ​ຂຶ້ນ​ທ່າມ​ກາງ​ອຸນ​ຫະ​ພູມ​ທີ່​ສູງ​ໃນ​ນະ​ຄອນຫຼວງ ເມັກ​ຊິ​ໂກ ຊີ​ຕີ້, 23 ພຶດ​ສະ​ພາ 2024.
ຕາ​ເວັນ​ຂຶ້ນ​ທ່າມ​ກາງ​ອຸນ​ຫະ​ພູມ​ທີ່​ສູງ​ໃນ​ນະ​ຄອນຫຼວງ ເມັກ​ຊິ​ໂກ ຊີ​ຕີ້, 23 ພຶດ​ສະ​ພາ 2024.

12 ເດືອນ​ໃນ​ແຕ່​ລະ​ຄັ້ງ​ທີ່​ຜ່ານ​ມາ ​ມີ​ຄ​ວາມ​ຮ້ອນທີ່​ສູງ​ເປັນ​ສະ​ຖິ​ຕິ​ໃນ​ການ​ສົມ​ທຽບ​ປີ​ຕໍ່​ປີ, ອີງ​ຕາມ​ການ​ກ່າວ​ຂອງ​ອົງການ​ຕິດ​ຕາມ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ຂອງ​ສະ​ຫະ​ພາບ ຢູ​ໂຣບ ໃນ​ວັນ​ພຸດ​ວານນີ້, ໃນ​ຂະ​ນະ​ທີ່​ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ຮຽກ​ຮ້ອງ​ສຳ​ລັບ​ການ​ດຳ​ເນີນ​ງານ​ອັນ​ຮີບ​ດ່ວນ ເພື່ອຫຼີກ​ລ່ຽງ “ສະ​ພາບ​ອາ​ກາດ​ນາ​ຮົກ.”

ອຸ​ນ​ຫະ​ພູມ​ສະ​ເລ່ຍ​ຂອງ​ໂລກ​ສຳ​ລັບໄລ​ຍະ 12 ເດືອນ​ຫາ​ທ້າຍ​ຂອງ​ເດືອນ​ພຶດ​ສະ​ພາ​ແມ່ນ 1.63 ອົງ​ສາ​ແຊ​ລ​ຊຽ​ສ​ເໜືອອຸນ​ຫະ​ພູມ​ສະ​ເລ່ຍ​ກ່ອນ​ຍຸກ​ອຸດ​ສາ​ຫະ​ກຳ, ເຮັດ​ໃຫ້​ມັນ​ເປັນ​ໄລ​ຍະ​ທີ່​ຮ້ອນ​ທີ່​ສຸດ ນັບ​ຕັ້ງ​ແຕ່​ການ​ບັນ​ທຶກ​ໄດ້​ເລີ່ມ​ຂຶ້ນ​ໃນ​ປີ 1940, ອົງ​ການ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ Copernicus ໄດ້​ກ່າວ.

ການ​ສະ​ເລ່ຍ 12 ເດືອນນີ້ບໍ່​ໄດ້​ໝາຍ​ຄວາມ​ວ່າ​ໂລກ​ຍັງ​ບໍ່​ໄດ້​ກາຍ​ເກນ​ພາ​ວະ​ໂລກ​ຮ້ອນ 1.5 ອົງ​ສາ​ແຊ​ລ​ຊຽ​ສ​ເທື່ອ, ເຊິ່ງ​ຈະ​ອະ​ທິ​ບາຍ​ອຸນ​ຫະ​ພູມ​ສະ​ເລ່ຍ​ໃນຫຼາຍ​ທົດ​ສະ​ວັດ, ທີ່ນອກ​ເໜືອ​ຈາກ​ການ​ເຕືອນ​ຂອງ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ກ່ຽວ​ກັບ ຜົນ​ກະ​ທົບ​ທີ່​ຮ້າຍ​ແຮງກວ່າ ແລະ ບໍ່​ສາ​ມາດ​ຕ່າວ​ປີ້ນ​ໄດ້.

ໃນ​ລາຍ​ງານ​ຕ່າງ​ຫາກ, ອົງ​ການ​ອຸ​ຕຸ​ນິ​ຍົມ​ວິ​ທະ​ຍາ​ໂລກ​ຂອງ ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າວ​ວ່າ​ຕອນນີ້​ມັນ​ມີ​ໂອ​ກາດ 80 ເປີ​ເຊັນ​ທີ່​ຢ່າງ​ໜ້ອຍ​ນຶ່ງ​ໃນ 5 ປີ​ຂ້າງ​ໜ້າ​ຈະ​ເປັນ​ຂີດ​ໝາຍ​ຂອງ​ປີ​ໃນ​ປະ​ຕິ​ທິນ ທີ່​ມີ​ອຸນ​ຫະ​ພູມ​ສະ​ເລ່ຍ​ທີ່​ຈະ​ກາຍ 1.5 ແຊ​ລ​ຊຽ​ສ​ເປັນ​ການ​ຊົ່ວ​ຄາວ ສູງກວ່າ​ລະ​ດັບ​ກ່ອນ​ຍຸກ​ອຸດ​ສາ​ຫະ​ກຳ, ເຊິ່ງ​ເພີ່ມ​ຂຶ້ນ​ຈາກ​ໂອ​ກາດ 66 ເປີ​ເຊັນ​ເມື່ອ​ປີ​ກາຍນີ້.

ໃນ​ການ​ກ່າວ ກ່ຽວ​ກັບ ການ​ຄົ້ນ​ພົບ​ນັ້ນ, ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ກ່າວ​ຢ້ຳ​ວ່າ​ໂລກ​ແມ່ນ​ກຳ​ລັງ​ມຸ່ງ​ໜ້າ​ໄປ​ໃນ​ທິດ​ທາງ​ທີ່​ຜິດ​ໄວ​ຊ່ຳ​ໃດ ແລະ ຫ່າງ​ຈາກ​ການເຮັດ​ໃຫ້​ລະ​ບົບ​ສະ​ພາບ​ອາ​ກາດ​ຂອງ​ເຂົາ​ເຈົ້າ​ຄົງ​ທີ່.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Each of the past 12 months ranked as the warmest on record in year-on-year comparisons, the EU's climate change monitoring service said on Wednesday, as U.N. Secretary-General António Guterres called for urgent action to avert "climate hell."

The average global temperature for the 12-month period to the end of May was 1.63 degrees Celsius above the pre-industrial average - making it the warmest such period since record-keeping began in 1940, the Copernicus Climate Change Service said.

This 12-month average does not mean that the world has yet surpassed the 1.5 C global warming threshold, which describes a temperature average over decades, beyond which scientists warn of more extreme and irreversible impacts.

In a separate report, the U.N.'s World Meteorological Organization (WMO) said there is now an 80% chance that at least one of the next five years will mark the first calendar year with an average temperature that temporarily exceeds 1.5C above pre-industrial levels - up from a 66% chance last year.

Speaking about the findings, U.N. Secretary-General António Guterres emphasized how quickly the world was heading in the wrong direction and away from stabilizing its climate system.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG