ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທົ່ງ​ໄຫ​ຫີນ​ ​ຖືກຮັບ​ຮອງ ​ໃຫ້ເປັນ​ມໍ​ລະ​ດົກ​ໂລກ ຈາກອົງ​ການ UNESCO ແລ້ວ


ຊາກ​ກະ​ດູກ​ຂອງ​ມະ​ນຸດ ທີ່​ພົບ​ໃນ​ໄຫ​ຫີນ
ຊາກ​ກະ​ດູກ​ຂອງ​ມະ​ນຸດ ທີ່​ພົບ​ໃນ​ໄຫ​ຫີນ

​ອົງ​ການ UNESCO ຈະປະ​ກາດຮັບ​ຮອງ​ໃຫ້ທົ່ງ​ໄຫ​ຫີນ​ໃນ​ລາວ ເປັນ​ມໍ​ລະ​ດົກ​ໂລກ ຢ່າງ​ເປັນ​ທາງ​ການ ພາຍ​ໃນ​ເດືອນ​ກໍ​ລະ​ກົດ 2019 ສ່ວນ​ທາງ​ການ​ລາວ ກໍ​ຕຽມ​ການ​ຈັດ​ງານ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ຢ່າງ​ຍິ່ງ​ໃຫຍ່ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ທອງ​ໃບ ໂພ​ທິ​ສານ ຫົວ​ໜ້າ​ກົມ​ມໍ​ລະ​ດົກ ກະ​ຊວງ​ຖະ​ແຫຼງຂ່າວ-ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ ໄດ້​ຖະ​ແຫຼງຢືນ​ຢັນ​ວ່າ ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຂອງອົງ​ການ UNESCO ໄດ້​ມີ​ມະ​ຕິຕົກ​ລົງ ເພື່ອ​ຮັບ​ຮອງ​ທົ່ງ ໄຫ​ຫີນ​ເປັນ​ມໍ​ລະ​ດົກ​ໂລກ ແຫ່ງ​ທີ 3 ໃນ​ລາວ ເ​ມື່ອ​ບໍ່​ນານ​ມາ​ນີ້

ໂດຍ​ກຳ​ນົດ​ທີ່ຈະປະ​ກາດຮັບ​ຮອງ​ທົ່ງ​ໄຫ​ຫີນ​ແລະ​ມອບ​ໜັງ​ສືຮັບ​ຮອງ​ໃຫ້​ກັບ​ຄະ​ນະ​ຜູ້​ຕາງໜ້າ​ຂອງ​ລັດ​ຖະ​ບານ​ລາວ ຢ່າງ​ເປັນ​ທາງ​ການໃນ​ໂອ​ກາດກອງ​ປະ​ຊຸມ​ໃຫຍ່​ຂອງ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ ຄັ້ງ​ທີ 43 ຊຶ່ງ​ກຳ​ນົດຈະ​ມີ​ຂຶ້ນ ໃນ​ລະ​ຫວ່າງ ວັນ​ທີ 30 ມິ​ຖຸ​ນາ - 10 ກໍ​ລະ​ກົດ 2019 ຢູ່​ທີ່​ນະ​ຄອນ Baku ເມືອງ​ຫຼວງຂອງ​ສາ​ທາ​ລະ​ນະ​ລັດ​ອາ​ເຈີບາຍຈານ.

ທັງ​ນີ້ ຄະ​ນະ​ຊ່ຽວ​ຊານຂອງອົງ​ການ UNESCO ໄດ້ເດີນ​ທາງ​ມາ​ເກັບ​ຂໍ້​ມູນ​ແລະ​ກວດກາ​ຄວາມ​ພ້ອມ ໃນ​ດ້ານ​ຕ່າງໆຂອງທົ່ງ​ໄຫ​ຫີນ​ໄດ້​ຕາມ​ເງື່ອນ​ໄຂ​ທີ່ອົງ​ການ UNESCO ກຳ​ນົດ​ໃນ​ທຸກ​ດ້ານ ແລະ​ເພື່ອ​ເຮັດ​ໃຫ້ສະ​ດວກ​ຕໍ່​ການ​ຄຸ້ມ​ຄອງ​ເຂດ​ທົ່ງ​ໄຫ​ຫີນ ດັ່ງ​ກ່າວ ທາງ​ການ​ລາວ ຈຶ່ງ​ໄດ້​ເລືອກ​ເອົາສະ​ເພາະ 11 ເຂດ​ນີ້ ຕັ້ງ​ຢູ່​ໃນ​ເຂດ​ເມືອງ​ຄຳ ເມືອງ​ແປກ ເມືອງ​ຜາ​ໄຊ ແລະ​ເມືອງ​ພູ​ກູດ ມີ​ໄຫ​ຫີນ​ທີ່​ໄດ້​ຂຶ້ນ​ທະ​ບຽນ​ໄວ້​ທັງ​ໝົດ 999 ໜ່ວຍ.

ສ່ວນ​ທ່ານ​ນາງນວນ​ສີ ສິດ​ທະ​ວົງ ຮອງ​ຫົວ​ໜ້າ​ພະ​ແນກ​ຖະ​ແຫຼງຂ່າວ-ວັດ​ທະ​ນະ​ທຳ​
ແລະ​ທ່ອງ​ທ່ຽວ​ແຂວງ​ຊຽງ​ຂວາງ ຖະ​ແຫຼງ​ຢືນ​ຢັນ​ວ່າ ທາງ​ການ​ແຂວງ​ຊຽງ​ຂວາງ ຈະ​ຈັດ​
ງານ​ສະ​ເຫຼີມ​ສະ​ຫຼອງທົ່ງ​ໄຫ​ຫີນ​ ຢ່າງ​ຍິ່ງ​ໃຫຍ່ ເມື່ອ​ອົງ​ການ UNESCO ໄດ້ມີ​ມະ​ຕິ
​ຮັບ​ຮອງທົ່ງ​ໄຫ​ຫີນ ເປັນ​ມໍ​ລະ​ດົກ​ໂລກ ຢ່າງ​ເປັນ​ທາງ​ການ​ແລ້ວ​ນັ້ນ ດັ່ງ​ທີ່ ທ່ານ​ນາງ
ນວນ​ສີ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ "ຄວາມເຊື່ອ​ໝັ້ນ​ກ່ຽວ​ກັບ​ການ​ຮັບ​ຮອງ​ນີ້ ພວກ​ເຮົາ​
ກະ​ແມ່ນ​ຫຼາຍ​ສົມ​ຄວນ ເມື່ອ​ໃດ​ເພິ່ນ​ຕອບ​ມາ​ວ່າ​ຮັບ​ຮອງ ແຂວງ​ພວກ​ເຮົາ ກໍ​ຈະ
ກະ​ກຽມວ່າ ຈະ​ເຮັດ​ຊ່ຳ​ໃດ ສະ​ຫຼອງ​ແນວ​ໃດ​ປັບ​ປຸງ​ດ້ານ​ບຸກ​ຄະ​ລາ​ກອນ ຂອງ​ໜ່ວຍ​
ງານ​ມໍ​ລະ​ດົກ​ຂັ້ນ​ບ້ານ ຂັ້ນ​ເມືອງ ເພື່ອ​ວ່າ ກຽມ​ພ້ອມ​ຕົວ​ນີ້ ປັບ​ປຸງສະ​ຖານທີ່​ການ​
ປົກ​ປັກ​ຮັກ​ສາອະ​ນາ​ໄມ​ຕ່າງໆ ນັ້ນ ພວກ​ເຮົາ​ໄດ້​ກຽມ​ໄວ້​ໝົດ​ແລ້ວ."

ພ້ອມກັນ​ນັ້ນ ທາງ​ການ​ຍັງ​ສະ​ເໜີ ໃຫ້ອົງ​ການ UNESCO ຮັບ​ຮອງເຂດ​ປ່າ​ສະ​ຫງວນ
ແຫ່ງ​ຊາດພູ​ຫີນ​ໜາມ​ໜໍ່​ໃນ​ແຂວງ​ຄຳ​ມ່ວນ ​ເປັນ​ມໍ​ລະ​ດົກ​ໂລກທາງ​ທຳ​ມະ​ຊາດ​ອີກ​ດ້ວຍ
ໂດຍ​ລັດ​ຖະ​ບານ​ຫວຽດ​ນາມໄດ້​ຈັດ​ສົ່ງ​ຄະ​ນະ​ຊ່ຽວ​ຊານ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ
ໃນ​ການ​ສະ​ເໜີ​ໃຫ້ອົງ​ການ UNESCO ຮັບຮອງ​ເອົາອຸດ​ທະ​ຍານ​ແຫ່ງ​ຊາດ
Phong Nha – Ke Bang ໃນ​ແຂວງກວາງ​ບິງ ​ເປັນ​ມໍ​ລະ​ດົກ​ໂລກ ທາງ​ທຳ​ມະ​ຊາດ
ຢ່າງ​ເປັນ​ທາງ​ການ​ມາ​ແລ້ວເມື່ອ​ປີ 2003 ຈຶ່ງ​ເປັນ​ໂອ​ກາດ​ດີ​ສຳ​ລັບ ຄະ​ນະ​ຮັບ​ຜິດ​ຊອບ
​ຂອງ​ທາງ​ການ​ລາວ ຈະ​ໄດ້​ຮັບ​ຖ່າຍ​ທອດ​ປະ​ສົບ​ການ​ຈາກ​ຄະ​ນະ​ຊ່ຽວ​ຊານຂອງ​
ຫວຽດ​ນາມ​ໂດຍ​ຕົງ ເພື່ອ​ນຳ​ສະ​ເໜີ​ເອກ​ກະ​ສານ​ສຳ​ຄັນ​ຕ່າງ​ໆ ເຖິງ ອົງ​ການ
UNESCO ໃຫ້ໄດ້​ຢ່າງ​ຄົບ​ຖ້ວນ ໃນ​ຕົ້ນ​ປີ 2019 ນີ້ ເຊັ່ນ​ດຽວ​ກັບ​ການ​ນະ​ສະ​ເໜີ​
ໃຫ້ ອົງ​ການ UNESCOຮັບຮອງ​ເອົາລຳ​ວົງ​ລາວແລະ​ສິ້ນລາຍ​ນາກ​ຂອງລາວ ​
ເປັນ​ມໍ​ລະ​ດົກ​ທາງ​ນາມ​ມະ​ທຳ ຂອງ​ໂລກ​ອີກດ້ວຍ.

ສ່ວນອົງ​ການປົກ​ປັກ​ຮັກ​ສາ​ລະ​ບົບ​ນິ​ເວດ ປ່າ​ໄມ້ ແລະ​ຊີ​ວະ​ນາໆ​ພັນຂອງ​ລັດ​ຖະ​ບານ​ເຢຍ​ຣະ​ມັນ (GIZ)ລາຍ​ງານ​ວ່າ​ການ​ຊ່ອຍ​ເຫຼືອ​ລັດ​ຖະ​ບານ​ລາວ ໃນ​ການ​ກຽມ​ຄວາມ​ພ້ອມ​ໃນ​ການ​ນະ​ສະ​ເໜີ​ອົງ​ການ UNESCO ເພື່ອ​ໃຫ້ຮັບຮອງ​ເອົາເຂດພູ​ຫີນ​ໜາມ​ໜໍ່​ ໃຫ້ເປັນ​ມໍ​ລະ​ດົກ​ໂລກທາງ​ທຳ​ມະ​ຊາດ​ ໄດ້​ດຳ​ເນີນ​ການ ໃນ 3 ດ້ານ ເພື່ອ​ໃຫ້​ໄດ້​ມາດ​ຕະ​ຖານ​ທີ່ ອົງ​ການ UNESCO ກຳ​ໜົດຄື​ແຜນ​ງານ​ດ້ານ​ການ​ຄຸ້ມ​ຄອງ ແຜນ​ງານ​ດ້ານ​ເທັກ​ນິກ ແລະ​ການ​ບໍ​ລິ​ຫານ​ງານ​ພາຍ​ໃນ ກົມມໍ​ລະ​ດົກຂອງ​ລາວ ໂດຍ​ການ​ດຳ​ເນີນ​ໄດ້ແລ້ວ​ເສັດ ໃນທ້າຍ​ປີ 2018.

ປັດ​ຈຸ​ບັນ ລາວ​ມີ​ມໍ​ລະ​ດົກໂລກ 2 ແຫ່ງ ກໍ​ຄື ເມືອງ​ຫຼວງ​ພະ​ບາງ ແລະ​ຜາ​ສາດ​ວັດ​ພູ ແຂວງ​ຈຳ​ປາ​ສັກ ເປັນ​ມໍ​ລະ​ດົກໂລກ​ດ້ານ​ປະ​ຫວັດ​ສາດສ່ວນ​ທົ່ງ​ໄຫ​ຫີນ ກໍ​ຈະ​ຈັດ​ເປັນ​ມໍ​ລະ​ດົກ​ໂລກ ທາງ​ປະ​ຫວັດ​ສາດ ແລະ​ເປັນ​ມໍ​ລະ​ດົກ​ໂລກແຫ່ງ​ທີ 3 ໃນ​ລາວ ສ່ວນ​ສຽງແຄນ​ລາວນັ້ນ ກໍ​ຖືກ​ຮັບຮອງໃ​ຫ້​ເປັນ​ມໍ​ລະ​ດົກ​ໂລກ ທີ່​ຈັບ​ຕ້ອງ​ບໍ່​ໄດ້ ດ້ານ​ສຽງ​ເພງ​ຂອງ​ມະ​ນຸດຊາດແລະ​ມອບ​ໃບປະ​ກາດ​ໃຫ້​ທາງ​ການ​ລາວ ເມື່ອ​ເດືອນ​ມີ​ນາ 2018 ທີ່​ນະ​ຄອນ​ປາ​ຣີ ສ່ວນ​ລຳ​ວົງ​ລາວແລະ​ລາຍ​ນາກຂອງ​ສິ້ນໄໝ​ລາວ​ນັ້ນ ທາງ​ການ​ລາວ ກໍໄດ້ສະ​ເໜີ​ຕໍ່​ອົງ​ການ UNESCO ເພື່ອຮັບ​ຮອງໃ​ຫ້​ເປັນ​ມໍ​ລະ​ດົກໂລກ ໃນ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ມະ​ນຸດຊາດດ້ວຍ​ເຊັ່ນ​ກັນ.

XS
SM
MD
LG