ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໗ ພຶດສະພາ ໒໐໒໔

ຜູ້ຊ່ຽວຊານດ້ານການປະມົງ ຢືນຢັນວ່າ ປາບຶກອາດສູນພັນໄປຈາກແມ່ນ້ຳຂອງຢ່າງສິ້ນເຊີງໃນໄວໆນີ້


ພວກຜູ້ຊາຍຊາວກຳປູເຈຍ ປ່ອຍປາບຶກລົງສູ່ແມ່ນ້ຳໃນກຳປູເຈຍ ເມື່ອວັນທີ 15 ເດືອນມິຖຸນາ 2005. ປາບຶກແມ່ນ້ຳຂອງສີ່ໂຕທີ່ໄດ້ຖືກລ້ຽງຢູ່ໃນຖັງປາແລ້ວນຳມາປ່ອຍ.
ພວກຜູ້ຊາຍຊາວກຳປູເຈຍ ປ່ອຍປາບຶກລົງສູ່ແມ່ນ້ຳໃນກຳປູເຈຍ ເມື່ອວັນທີ 15 ເດືອນມິຖຸນາ 2005. ປາບຶກແມ່ນ້ຳຂອງສີ່ໂຕທີ່ໄດ້ຖືກລ້ຽງຢູ່ໃນຖັງປາແລ້ວນຳມາປ່ອຍ.

ຜູ້ຊ່ຽວຊານດ້ານການປະມົງຢືນຢັນວ່າ ປາບຶກອາດສູນພັນໄປຈາກແມ່ນ້ຳຂອງຢ່າງສິ້ນເຊີງໃນໄວໆນີ້ ເພາະບັນດາເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງໄດ້ເປັນອຸປະສັກຕໍ່ການວາງໄຂ່ຂອງປາ.

ດຣ. ຊະວະລິດ ວິທະຍານົນ ຜູ້ຊ່ຽວຊານດ້ານການປະມົງໃນແມ່ນ້ຳຂອງ ຢືນຢັນວ່າ ຊາວປະມົງພື້ນບ້ານໃນແມ່ນ້ຳຂອງ ຈັບປາບຶກບໍ່ໄດ້ເລີຍ ໃນຕະຫຼອດໄລຍະ 5-6 ປີມານີ້ ຊຶ່ງໃນດ້ານນຶ່ງ ກໍເປັນຍ້ອນຂໍ້ຕົກລົງລະຫວ່າງ ລາວ-ໄທ-ກຳປູເຈຍ ແລະຫວຽດນາມ ວ່າດ້ວຍການຫ້າມຈັບປາບຶກຕາມທຳມະຊາດໃນແມ່ນ້ຳຂອງ ແຕ່ໃນອີກດ້ານນຶ່ງ ແລະເຊື່ອວ່າ ເປັນສາເຫດສຳຄັນທີ່ເຮັດໃຫ້ບໍ່ປາກົດມີລາຍງານການພົບເຫັນປາບຶກຕາມທຳມະຊາດໃນແມ່ນ້ຳຂອງເລີຍນັ້ນ ກໍຄືເຂື່ອນໄຟຟ້າເທິງແນວແມ່ນ້ຳຂອງ ທີ່ເປັນອຸປະສັກຄັດຂວາງເສັ້ນທາງສັນຈອນໄປ-ມາຂອງປາບຶກ ເພາະວ່າ ໂດຍທຳມະຊາດຂອງປາບຶກຈະມີການວາງໄຂຢູ່ໃນເຂດແມ່ນ້ຳຂອງລະຫວ່າງແຂວງບໍ່ແກ້ວ ກັບຈັງຫວັດຊຽງຣາຍ ແຕ່ເມື່ອມີເຂື່ອນຕັ້ງຂວາງກັ້ນເສັ້ນທາງດັ່ງກ່າວ ຈຶ່ງເຮັດໃຫ້ປາບຶກບໍ່ສາມາດໄປເຖິງເຂດວາງໄຂ່ໄດ້ນັ້ນເອງ ສະນັ້ນ ຈຶ່ງມີຄວາມເປັນໄປໄດ້ສູງທີ່ປາບຶກຕາມທຳມະຊາດໃນແມ່ນ້ຳຂອງ ຈະສູນພັນໄປໃນອີກບໍ່ດົນນີ້ ດັ່ງທີ່ ດຣ ຊະວະລິດ ໄດ້ໃຫ້ການຢືນຢັນວ່າ:

ຕອນນີ້ປາບຶກເຮົາຫາບໍລິໂພກໄດ້ບໍ່ຍາກ ເພາະວ່າ ໄດ້ຈາກການເພາະລ້ຽງແຕ່ປາບຶກໃນແມ່ນ້ຳ ແທ້ໆຫັ້ນ ຈະຫາຍາກ ເພາະວ່າ ບໍ່ມີລາຍງານວ່າ ຈັບໄດ້ມາຫຼາຍປີແລ້ວ ອີກຢ່າງນຶ່ງ ກໍມີຂໍ້ຕົກລົງລະຫວ່າງປະເທດວ່າ ເຮົາຈະງົດຈັບປາບຶກ ແຕ່ວ່າ ມັນກໍມີການຈັບໄດ້ເປັນຄັ້ງຄາວ ຊຶ່ງໜ້ອຍຄັ້ງເນາະ ບັດນີ້ ສິ່ງທີ່ເຮົາກັງວົນກໍຄືຖ້າມີເຂື່ອນໃນແມ່ນ້ຳສາຍຫລັກ ເຊັ່ນເຂື່ອນໃນປະເທດລາວ ແຕ່ປາບຶກຈະຕ້ອງວາງໄຂ່ທີ່ຈັງຫວັດຊຽງຣາຍ ເຮົາກໍບໍ່ແນ່ໃຈວ່າ ເວລາທີ່ເຂົາວາງໄຂ່ແລ້ວຫັ້ນ ຕົວອ່ອນເຂົາຈະຢູ່ລ້ຽງຕົວຢູ່ລອດໄດ້ບໍ່.”

ສ່ວນຜູ້ຊ່ຽວຊານດ້ານສິ່ງແວດລ້ອມທຳມະຊາດໃນສຳນັກງານຊັບພະຍາກອນນ້ຳແຫ່ງຊາດ ກໍຢືນຢັນວ່າ ການສຶກສາວິໄຈກ່ຽວກັບຜົນກະທົບຈາກເຂື່ອນໄຟຟ້າເທິງນ້ຳຂອງໃນຊ່ວງປີ 2013-2023 ພົບວ່າ ເຂື່ອນໄຟຟ້າເທິງແມ່ນ້ຳຂອງ 11 ໂຄງການໃນຈີນ ແລະ 2 ໂຄງການໃນລາວ ລວມເຖິງ 80 ກວ່າໂຄງການທີ່ຢູ່ເທິງສາຂາແມ່ນ້ຳຂອງໃນລາວ ດ້ວຍນັ້ນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດແລະຊີວິດການເປັນຢູ່ຂອງປະຊາຊົນທີ່ຢູ່ໃນເຂດຕອນລຸ່ມຂອງເຂື່ອນຢ່າງກວ້າງຂວາງໃນເວລານີ້ ໂດຍສະເພາະແມ່ນຜົນກະທົບຕໍ່ລະບົບນິເວດທຳມະຊາດ ຜົນກະທົບໃນດ້ານສະບຽງອາຫານ ຜົນກະທົບທາງເສດຖະກິດ ກໍຄືການປະກອບອາຊີບຂອງປະຊາຊົນໃນລຸ່ມນ້ຳຂອງນັ້ນ ຖືກກະທົບຢ່າງກວ້າງຂວາງ ແລະເຮັດໃຫ້ປະຊາຊົນຍາກຈົນເພີ້ມຂຶ້ນນັບມື້ດ້ວຍ ເພາະວ່າ ບໍ່ສາມາດທຳມາຫາກິນໄດ້ຕາມປົກກະຕິ ຍ້ອນວ່າ ລະດັບນ້ຳທີ່ປັບຂຶ້ນ-ລົງບໍ່ເປັນໄປຕາມລະດູການ ຫາກແຕ່ວ່າ ເປັນໄປຕາມການປ່ອຍນ້ຳ ຂອງເຂື່ອນຜະລິດໄຟຟ້າເປັນດ້ານຫຼັກ ດັ່ງທີ່ປະຊາຊົນໄທ ທີ່ອຳເພີຊຽງຄານ ຈັງຫວັດເລີຍ ໄດ້ໃຫ້ການຢືນຢັນວ່າ:

“ແຕ່ກີ ບໍ່ເປັນແບບນີ້ ຖ້າຝົນຕົກໜັກໆ ຫຼືວ່າລະດູຝົນແທ້ໆ ມັນຈະໄຕ່ລະດັບຂຶ້ນຊ້າໆ ແລ້ວຖ້າເກີດ ມັນຂຶ້ນແທ້ໆ ນ້ຳກະຈະຂຸ້ນສີແດງຄຸ້ນເນາະ ເມື່ອນ້ຳຝົນແທ້ໆເນາະ ແຕ່ສອງຫຼືສາມປີມານີ້ ນ້ຳຂຶ້ນກໍຈະຂຶ້ນວູບເປັນ 40-50 ເຊັນ 60 ເຊັນ ແລ້ວກະເຖິງ 80 ເຊັນນີ້ ນ້ຳກໍຈະໃສໆ ແບບນີ້ລະ ບໍ່ມີຕະກອນດິນ.”

ທັງນີ້ ໂດຍຈາການສຶກສາວິໄຈໃນໄລຍະ 10 ກວ່າປີທີ່ຜ່ານມາ ພົບວ່າ ຊາວປະມົງຢູ່ໃນເຂດຕອງລຸ່ມຂອງໂຄງການເຂື່ອນໄຟຟ້າຕ່າງໆ ເທິງແນວແມ່ນ້ຳຂອງນັ້ນ ສາມາດຈັບປາໄດ້ຫລຸດລົງເຖິງ 50 ເປີເຊັນ ເພາະສິ່ງແວດລ້ອມທຳມະຊາດທີ່ຖືກກະທົບຈາກເຂື່ອນໄຟຟ້າທີ່ລວມເຖິງການລະເບີດແກ່ງເພື່ອພັດທະນາເສັ້ນທາງເດີນເຮືອຂົນສົ່ງສິນຄ້າ ແລະໂດຍສານໃນແນວແມ່ນ້ຳຂອງ ລະຫວ່າງ ຈີນ-ມຽນມາ-ລາວ-ໄທ ນັ້ນ ກໍຄືສາເຫດນຶ່ງທີ່ສຳຄັນດ້ວຍເຊັ່ນກັນ.

ສ່ວນເຈົ້າໜ້າທີ່ຄະນະກຳມະການສິດທິມະນຸດຊົນແຫ່ງຊາດໄທ (ກສມ) ເປີດເຜີຍວ່າ ຄະນະກຳມະການສິດທິມະນຸດຊົນແຫ່ງຊາດໄທ ໄດ້ຢື່ນໜັງສືເຖິງລັດຖະບານໄທ ເພື່ອຂໍໃຫ້ພິຈາລະນາທົບທວນຂໍ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ ເມື່ອບໍ່ດົນມານີ້ ໂດຍສະເພາະແມ່ນການຂໍໃຫ້ທົບທວນຂໍ້ຕົກລົງຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນໄຟຟ້ານ້ຳຕົກທີ່ກໍ່ສ້າງຢູ່ເທິງແນວແມ່ນ້ຳຂອງໃນລາວນັ້ນ ເພາະເຫັນວ່າ ການສຶກສາສຳຫຼວດເພື່ອປ້ອງກັນຜົນກະທົບດ້ານສິ່ງແວດລ້ອມທຳມະຊາດນັ້ນ ຍັງບໍ່ໄດ້ມາດຕະຖານສາກົນ ທັງຍັງປາກົດດ້ວຍວ່າ ການຕົກລົງຮັບຊື້ກະແສໄຟຟ້າຈາກໂຄງການເຂື່ອນຕ່າງໆໃນລາວ ບໍ່ໄດ້ມີການໃຫ້ຂໍ້ມູນຕໍ່ປະຊາຊົນໄທ ຢ່າງຮອບດ້ານ ຈຶ່ງເຮັດໃຫ້ເກີດຄວາມກັງວົນໃຈວ່າ ການກໍ່ສ້າງເຂື່ອນ ເທິງແນວແມ່ນ້ຳຂອງໃນລາວ ນັ້ນ ຈະສົ່ງຜົນກະທົບທີ່ມີລັກຊະນະຂ້າມພົມແດນເຖິງໄທດ້ວຍ ຊຶ່ງຖືເປັນການລະເມີດສິດຕາມລັດຖະທຳມະນູນຂອງປະຊາຊົນໄທດ້ວຍ ສະນັ້ນ ຈຶ່ງຈະຕ້ອງໃຫ້ມີກອງປະຊຸມເພື່ອໃຫ້ຂໍ້ມູນ ແລະເປີດກວ້າງໃຫ້ປະຊາຊົນໄທ ມີສ່ວນຮ່ວມໃນການພິຈາລະນາໂຄງການດ້ວຍນັນເອງ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG