ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໖ ພຶດສະພາ ໒໐໒໔

ພວກສະມາຊິກແກັ່ງອາຊະຍາກຳຈີນ ຈຳນວນຫຼາຍ ຍັງພາກັນຫລົບຊ່ອນຕົວ ຢູ່ໃນປະເທດລຸ່ມແມ່ນ້ຳຂອງ


ພວກສະມາຊິກແກັ່ງອາຊະຍາກອນຈີນ ຖືກທາງການຈັບຕົວໄດ້ເພື່ອສົ່ງກັບຄືນໄປຮັບໂທດຢູ່ຈີນ.
ພວກສະມາຊິກແກັ່ງອາຊະຍາກອນຈີນ ຖືກທາງການຈັບຕົວໄດ້ເພື່ອສົ່ງກັບຄືນໄປຮັບໂທດຢູ່ຈີນ.

ພວກສະມາຊິກແກັ່ງອາຊະຍາກຳຈີນ ຈຳນວນຫຼາຍ ຍັງພາກັນຫລົບຊ່ອນຕົວຢູ່ໃນປະເທດລຸ່ມແມ່ນ້ຳຂອງ ໂດຍສະເພາະແມ່ນຢູ່ເຂດຊາຍແດນໃນແມ່ນ້ຳຂອງ ລະຫວ່າງ ມຽນມາ-ລາວ-ໄທ ຫຼືເຂດສາມຫຼ່ຽມຄຳນັ້ນ.

ຜູ້ປະສານງານຂອງເຄືອຂ່າຍເພື່ອສິດທິມະນຸດຊົນໃນອາຊຽນ ໃຫ້ການຢືນຢັນວ່າ ສະມາຊິກແກັ່ງອາຊະຍາກຳຈີນ ຈຳນວນຫຼາຍຍັງຄົງພາກັນຫລົບຊ່ອນຕົວຢູ່ໃນເຂດລຸ່ມແມ່ນ້ຳຂອງ ໃນປັດຈຸບັນ ໂດຍສະເພາະແມ່ນຢູ່ເຂດຊາຍແດນໃນແມ່ນ້ຳຂອງ ລະຫວ່າງ ມຽນມາ-ລາວ-ໄທ ຫຼື ເຂດສາມຫຼ່ຽມຄຳນັ້ນ ຍັງມີການເຄື່ອນໄຫວຂອງແກັ່ງອາຊະຍາກຳຈີນ ເກີດຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ຈະຖືກປາບປາມຢ່າງໜັກທີ່ເປັນການຮ່ວມມືລະຫວ່າງທາງການຕຳຫຼວດຈີນ ກັບມຽນມາ-ລາວ-ໄທ ກໍຕາມ ແຕ່ດ້ວຍການທີ່ມີເຄືອຂ່າຍຢ່າງກວ້າງຂວາງ ຈຶ່ງເຮັດໃຫ້ສະມາຊິກແກັ່ງອາຊະຍາກຳຈີນ ສາມາດຫລົບໜີການຖືກຈັບຈາກປະເທດນຶ່ງ ໄປຫລົບຊ່ອນຕົວໃນອີກປະເທດນຶ່ງດ້ຕະຫຼອດເວລາ ໂດຍຫລ້າສຸດ ກໍມີລາຍງານວ່າ ສະມາຊິກໃນແກັ່ງອາຊະຍາກຳຈີນ ໄດ້ພາກັນໄປຫລົບຊ່ອນຢູ່ທີ່ກຳປູເຈຍ ສ່ວນຜູ້ທີ່ມອບຕົວກັບທາງການຕຳຫຼວດຈີນ-ມຽນມາ-ລາວ-ໄທ ນັ້ນ ສ່ວນໃຫຍ່ກໍເປັນຜູ້ທີ່ຖືກຫລອກໃຫ້ເຮັດວຽກຜິດກົດໝາຍໃຫ້ແກັ່ງອາຊະຍາກຳຈີນ ເຊັ່ນອາຊະກຳທາງ ອິນເຕີເນັດ (Internet) ຫຼື ຄອລ ເຊັນເຕີ (Call Center) ນັ້ນ ດັ່ງທີ່ຜູ້ທີ່ປະສານງານຂອງເຄືອຂ່າຍເພື່ອສິດທິມະນຸດຊົນໃນອາຊຽນ ໃຫ້ການຢືນຢັນວ່າ:

“ແທ້ໆ ຂໍ້ມູນທີ່ເຮົາຊາບກໍຄືເຂົາຍ້າຍໄປຢູ່ໃນກຳປູເຈຍ ໂດຍສ່ວນໃຫຍ່ ເຂົາບໍ່ຍ້າຍໄປທີ່ ຊະເວກ໊ອກໂກ (Shwe Kok Ko) ເພາະວ່າ ມີການກວາດລ້າງຢູ່ຕອນນີ້ ເພາະວ່າ ລະຫວ່າງທີ່ເຮົາຊ່ວຍເຫຼືອ ກໍໄດ້ຮັບແຈ້ງວ່າ ມີຄົນໃໝ່ມາອີກແລ້ວເນາະ ມັນກໍເປັນລັກຊະນະການບັງຄັບໃຫ້ເຈົ້າຕ້ອງຫາຄົນຫັ້ນນະ ແລ້ວກໍມີວິທີການສອນວ່າ ຫາຄົນແນວໃດ ກໍຄືການຫລອກຕິດຕໍ່ອີກທ່ອນນຶ່ງ ແລ້ວກໍມີຄົນໄທ ທີ່ອອກມາແລ້ວ ກໍກັບໄປເຮັດວຽກຢູ່ທີ່ນັ້ນ ພວກນີ້ ກໍຄືອາຊະຍາກອນ ເຮົາແຍກແບບນີ້ໄດ້ເນາະ ພວກນີ້ທີ່ໄປແລ້ວ ກໍຍັງໄປອີກ ອັນນີ້ບໍ່ແມ່ນຜູ້ເສຍຫາຍ ເຂົາຮູ້ຢູ່ແລ້ວວ່າ ເປັນວຽກຫຍັງ ອັນນີ້ຫລະຄືໂຕຈິງ ບໍ່ໄດ້ຖືກຫລອກໄປເນາະ.”

ທັງນີ້ ອາຊະຍາກຳທາງ Internet ແລະການຄ້າມະນຸດຂ້າມຊາດ ຍັງມີທ່າອ່ຽງທີ່ຈະເພີ້ມລະດັບຄວາມຮຸນແຮງຫຼາຍຂຶ້ນ ຖ້າຫາກບໍ່ມີການຮ່ວມມືລະຫວ່າງປະເທດ ເພື່ອດຳເນີນມາດຕະການປາບປາມຢ່າງຈິງຈັງ ໂດຍສະເພາະແມ່ນຢູ່ເຂດສາມຫຼ່ຽມຄຳນັ້ນ ຄືເຂດທີ່ມີບັນຫາອາຊະຍາກຳດັ່ງກ່າວເກີດຂຶ້ນຫຼາຍທີ່ສຸດ ເພາະວ່າ ເປັນອາຊະຍາກຳທີ່ກ່ຽວຂ້ອງໂດຍກົງກັບຂະບວນການຄ້າຢາເສບຕິດຂ້າມຊາດ ທີ່ມີຄວາມຈຳເປັນຢ່າງຮີບດ່ວນ ທີ່ຈະຕ້ອງຮ່ວມມືກັນດຳເນີນມາດຕະການປາບປາມຢ່າງຈິງຈັງ ທັງໃນເຂດລຸ່ມແມ່ນ້ຳຂອງ ແລະນານາຊາດຕໍ່ໄປ ດັ່ງທີ່ ທ່ານຣັງສິມັນ ໂຣມ ສະມາຊິກສະພາໄທ ຢືນຢັນວ່າ:

“ສິ່ງທີ່ເຮົາກັງວົນກໍຄືບັນຫາອາຊະຍາກຳ-ຢາເສບຕິດ ຊຶ່ງເປັນຢາເສບຕິດປະເພດທີ່ມີສ່ວນທັງ Methamphetamine ແລ້ວກໍ Ketamine ປະສົມກັນແລະມັກຈະແພ່ລະບາດໃນກຸ່ມນັກທ່ອງທ່ຽວຊາວຈີນ ຊຶ່ງແນ່ນອນວ່າ ສ່ວນນຶ່ງມັນກໍຄົງມາຈາກການທີ່ທີ່ບໍລິເວນພື້ນທີ່ສາມຫຼ່ຽມທອງຄຳ ທີ່ເອີ້ນວ່າ ຄິງໂຣມັນ ກໍຈະມີກຸ່ມຊາວຈີນ ໄປທ່ຽວທີ່ນັ້ນ ຫຼືໄປທ່ຽວທີ່ນັ້ນ ຂ້ອນຂ້າງຫຼາຍເນາະ ກໍເປັນໄປໄດ້ວ່າ ຢາເສບຕິດປະເພດນີ້ໜິ ກໍອາດຈະທະລັກມາຈາກສ່ວນນັ້ນ ໃນສ່ວນທີ 2 ທີ່ເຮົາເປັນຫ່ວງກັງວົນ ກໍຄົງຈະເປັນໃນເລື້ອງຂອງພວການຄ້າມະນຸດຕ່າງໆເນາະ.”

ສ່ວນ ສາສະດາຈານ ປິ່ນແກ້ວ ເຫຼືອງຣ່າມສີ ຜູ້ຊ່ຽວຊານດ້ານສັງຄົມສາດ ໃນລຸ່ມນ້ຳຂອງແຫ່ງມະຫາວິທະຍາໄລຊຽງໄໝ່ ໄດ້ໃຫ້ທັດສະນະວ່າ ການກໍ່ສ້າງຂົວຂ້າມແມ່ນ້ຳຂອງເພື່ອເຊື່ອມຕໍ່ລະຫວ່າງ ມຽນມາ-ລາວ-ໄທ ຢູ່ທີ່ເຂດສາມຫຼ່ຽມຄຳ ທີ່ຈະລົງທຶນກໍ່ສ້າງໂດຍ ບໍລິສັດດອກງິ້ວຄຳຈາກຈີນ ຊຶ່ງເປັນຜູ້ລົງທຶນພັດທະນາເຂດເສດຖະກິດສາມຫຼ່ຽມຄຳທີ່ເມືອງຕົ້ນເຜິ້ງ ໃນແຂວງບໍ່ແກ້ສວນັ້ນ ຈະສົ່ງຜົນໃຫ້ເກີດບັນຫາອາຊະຍາກຳທີີ່ມີຄວາມຮຸນແຮງຫຼາຍຂຶ້ນ ທັງການຄ້າຢາເສບຕິດ ການຄ້າມະນຸດ ການພະນັນ ການຄ້າຂອງເຖື່ອນ ການຟອກເງິນ ແລະອາຊະຍາກຳທາງ Internet ໃນທຸກຮູບແບບທີ່ແຝງໂຕຢູ່ໃນເຂດເສດຖະກິດພິເສດ ທັງໃນມຽນມາ ແລະລາວ ທີ່ເປັນເຂດສຳປະທານຂອງກຸ່ມທຶນຈີນນັ້ນ.

ທາງດ້ານ ພລ. ຕ. ອ. ສຸຣະເຊດ ຫັກພານ ຮອງຜູ້ບັນຊາການສຳນັກງານຕຳຫຼວດແຫ່ງຊາດໄທ ຢືນຢັນວ່າ ທາງການຕຳຫຼວດຈີນ-ມຽນມາ-ລາວ-ໄທ ໄດ້ເລີ້ມປະຕິບັດການຮ່ວມກັນເຂົ້າໃນການປາບປາມອາຊະຍາກຳທຸກຮູບແບບໃນເຂດລຸ່ມແມ່ນ້ຳຂອງ ນັບຈາກເດືອນກັນຍາ 2023 ເປັນຕົ້ນມາ ໂດຍສະເພາະແມ່ນແກັ່ງຄ້າຢາເສບຕິດທີ່ມີການຈັດຕັ້ງເປັນຂະບວນການຂະໜາດໃຫຍ່ ແລະກໍ່ອາຊະຍາກຳໃນທຸກຮູບແບບນັ້ນ ກໍຄືເປົ້າໝາຍສຳຄັນທີ່ຈະຕ້ອງປາບປາມຢ່າງເດັດຂາດ ເພາະໄດ້ສ້າງບັນຫາທີ່ເປັນໄພຄຸກຄາມຕໍ່ສັງຄົມ ແລະຊີວິດການເປັນຢູ່ຂອງປະຊາຊົນຢ່າງກວ້າງຂວາງອັນລວມເຖິງແກັ່ງຫລອກລວງສໍ້ໂກງປະຊາຊົນທາງ Internet ທີ່ເອີ້ນວ່າແກັ່ງ Call Center ດ້ວຍນັ້ນ ຊຶ່ງການປາບປາມໃນໄລຍະທີຜ່ານມາ ກໍຖືວ່າ ມີປະສິດທິພາບສູງຂຶ້ນ ໂດຍສະເພາະແມ່ນການປາບປາມການຄ້າມະນຸດຂ້າມຊາດນັ້ນ ກໍຍັງເຮັດໃຫ້ທາງການຕຳຫຼວດໄທ ໄດ້ຮັບການຊົມເຊີຍຈາກລັດຖະບານສະຫະລັດອາເມຣິກາອີກດ້ວຍ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG