ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການແຂ່ງຂັນ ເຕະບານໂລກ ຫຼື World Cup ເລີ້ມຂຶ້ນແລ້ວ ໃນ ຣັດເຊຍ


ແຟນບານໂລກ ຖ່າຍຮູບຕົນເອງ ຢູ່ນອກສະໜາມກິລາ ລູຊນິກີ (Luzhniki Stadium), ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 14 ມິຖຸນາ 2018, ຊຶ່ງເປັນວັນເປີດການແຂ່ງຂັນ ເຕະບານໂລກ ປີ 2018.
ແຟນບານໂລກ ຖ່າຍຮູບຕົນເອງ ຢູ່ນອກສະໜາມກິລາ ລູຊນິກີ (Luzhniki Stadium), ໃນນະຄອນຫຼວງມົສກູ ຂອງຣັດເຊຍ, ວັນທີ 14 ມິຖຸນາ 2018, ຊຶ່ງເປັນວັນເປີດການແຂ່ງຂັນ ເຕະບານໂລກ ປີ 2018.

ການແຂ່ງຂັນເຕະບານໂລກ ຫຼື World Cup ເລີ້ມຕົ້ນຂຶ້ນແລ້ວ ໃນວັນພະຫັດມື້ນີ້ ໂດຍ
ທີມນັກເຕະຂອງຣັດເຊຍ ຊຶ່ງເປັນເຈົ້າພາບ ພົບກັບ ທີມນັກເຕະຂອງຊາອຸດີ ອາຣາເບຍ.

ປະທານາທິບໍດີ ວລາດີເມຍ ປູູຕິນ ເຂົ້າຮ່ວມຊົມພິທີເປີດການແຂ່ງຂັນ ຢູ່ທີ່ສະໜາມກິລາ
ລູຊນິກີ (Luzhniki) ທີ່ມີບ່ອນນັ່ງ 80,000 ບ່ອນ ຕັ້ງຢູ່ໃນນະຄອນ ຫຼວງມົສກູ ຂອງຣັດເຊຍ.

ຣັດເຊຍ ໄດ້ໃຊ້ຈ່າຍເງິນ ຈຳນວນ 13 ຕື້ໂດລາ ເພື່ອຈັດງານການແຂ່ງຂັນດັ່ງກ່າວ ໂດຍ
ຈະມີການແຂ່ງຂັນເຕະບານ ຢູ່ໃນ 11 ຕົວເມືອງ ທົ່ວປະເທດ.

ການແຂ່ງຂັນໃນແຕ່ລະກຸ່ມ ຈະດຳເນີນໄປຈົນເຖິງວັນທີ 28 ມິຖຸນາ ໂດຍຮອບຕົກລອບ
ຈະເລີ້ມຕົ້ນຂຶ້ນ ໃນວັນທີ 30 ມິຖຸນາ. ສ່ວນຮອບຊະນະເລີດ ຂອງການແຂ່ງຂັນເຕະບານ
ໂລກ ຈະມີຂຶ້ນ ໃນວັນທີ 15 ກໍລະກົດ.

ທີມບຣາຊີລ ຝຣັ່ງ ສະເປນ ອາເຈັນຕີນາ ແລະ ທີມປ້ອງກັນແຊ້ມ ຄື ເຢຍຣະມັນ ແມ່ນ
ລວມຢູ່ໃນກຸ່ມ ມີຫວັງຫຼາຍທີ່ສຸດ ທີ່ຈະຊະນະ ການແຂ່ງຂັນເຕະບານ ໂດຍມີ 32 ທີມ
ເຂົ້າຮ່ວມຈາກທົ່ວໂລກ.

ນອກຈາກ ຈະມີແຟນໆບານໂລກ ທີ່ຊົມການແຂ່ງຂັນ ຢູ່ໃນຣັດເຊຍ ແລ້ວ ການຖ່າຍ
ທອດຜ່ານໂທລະພາບ ຈະສົ່ງໄປເຖິງຜູ້ຊົມມະຫາສານ ໃນທົ່ວໂລກນຳດ້ວຍ.

ສະຫະພັນບເຕະບານສາກົນ ຫຼື FIFA ເປັນອົງການທີ່ປົກຄອງການແຂ່ງຂັນເຕະບານ
ໂລກ ໄດ້ກ່າວວ່າ ໃນລະຫວ່າງ ການຊິງຂັນເຕະບານໂລກ ປີ 2014 ຄັ້ງຫຼ້າສຸດ ກະປະ
ມານໄດ້ວ່າ ມີ 3 ຕື້ຄົນ ໄດ້ຊົມຢ່າງໜ້ອຍບາງສ່ວນຂອງເກມ ໃນລະຫວ່າງການແຂ່ງຂັນ
ໃນຂະນະດຽວກັນ 1 ຕື້ຄົນ ກໍໄດ້ຕິດຕາມຊົມ ຄູ່ຮອບສຸດທ້າຍ ລະຫວ່າງ ທີມເຢຍຣະມັນ
ແລະ ທີມອາເຈັນຕີນາ.

The football World Cup begins Thursday with host Russia taking on Saudi Arabia.

President Vladimir Putin is attending the opening ceremony at the 80,000-seat Luzhniki Stadium in Moscow.

Russia is spending $13 billion to put on the event with matches taking place in 11 host cities.

Group play runs through June 28 with the knockout phase beginning June 30.The World Cup champion will be crowned July 15.

Brazil, France, Spain, Argentina and defending champion Germany are among the favorites to win the 32-team tournament.

In addition to fans watching the games in Russia, television broadcasts will reach massive audiences around the world.

Football's governing body FIFA said during the last world cup in 2014 an estimated 3 billion people watched at least part of a game during the tournament, while 1 billion tuned in for the final match between Germany and Argentina.

XS
SM
MD
LG