ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ວັກຊີນກັນ​ໄຂ້ມາເລເຣຍ 'ທີ່​ເຮັດ​ໃຫ້​ໂລກ​ປ່ຽນ​ແປງ' ອາດ​ຊ່ວຍ​ເຮັດ​ໃຫ້ພະຍາດນີ້ຖືກກໍາຈັດ ໃຫ້ໝົດໄປ ຈາກ​ໂລກໄດ້


​ພະ​ຍາ​ບານ​ຄົນ​ນຶ່ງ​ເອົາ​ເຂັມ​ຢາ​ດູດ​ເອົາ​ວັກ​ຊັນ ວັກຊີນກັນ ພະຍາດມາເລເຣຍກ່ອນ​ຈະ​ສັກ​ມັນ​ໃຫ້​ແກ່​ແອ​ນ້ອຍ​ຄົນ​ນຶ່ງ ຢູ່​ທີ່ ໂຮງ​ໝໍເມືອງ Lumumba ໃນ​ແຂວງ Kisumu ຂອງ​ປະ​ເທດ​ເຄັນ​ຢາ, ວັນ​ທີ 1 ກໍ​ລະ​ກົດ, 2022
​ພະ​ຍາ​ບານ​ຄົນ​ນຶ່ງ​ເອົາ​ເຂັມ​ຢາ​ດູດ​ເອົາ​ວັກ​ຊັນ ວັກຊີນກັນ ພະຍາດມາເລເຣຍກ່ອນ​ຈະ​ສັກ​ມັນ​ໃຫ້​ແກ່​ແອ​ນ້ອຍ​ຄົນ​ນຶ່ງ ຢູ່​ທີ່ ໂຮງ​ໝໍເມືອງ Lumumba ໃນ​ແຂວງ Kisumu ຂອງ​ປະ​ເທດ​ເຄັນ​ຢາ, ວັນ​ທີ 1 ກໍ​ລະ​ກົດ, 2022

ວັກຊີນຕ້ານພະ​ຍາດ​ມາ​ເລ​ເຣຍ ຫລື ໄຂ້ຍຸງຊະນິດໃໝ່ທີ່ພັດທະນາໂດຍມະຫາວິທະຍາໄລອອກ​ສ໌ຝອດ (Oxford) ຂອງອັງກິດ ແມ່ນມີປະ​ສິດ​ທິຜົນຢູ່ 80 ເປີ​ເຊັນໃນການປ້ອງກັນການຕິດເຊື້ອ, ອີງຕາມຜົນການທົດລອງທີ່ພິມ ອອກເຜີຍແຜ່ ໃນວັນພະຫັດກ່ອນໆ ຢູ່ໃນວາລະສານການແພດແລນ​ເຊັດ (Lancet). ພວກນັກວິທະຍາ ສາດກ່າວວ່າ ມັນສະແດງໃຫ້​ເຫັນເຖິງຄວາມ ກ້າວຫນ້າອັນໃຫຍ່ຫຼວງທີ່ມີແນວ​ໂນ້ມວ່າ ​ອາດຈະຊ່ວຍກອບ​ກູ້ຊີວິດ ຂອງຫຼາຍລ້ານຄົນໄວ້​ໄດ້ ແລະກໍກໍາຈັດພະຍາດນີ້ ໃຫ້​ໝົດ​ໄປ​ໄດ້ ໃນທີ່ສຸດ. Henry Ridgwell ​ມີ​ລາຍ​ງານ​ເລື້ອງນີ້ ຊຶ່ງບົວ​ສະ​ຫວັນ​ຈະ​ນຳ​ເອົາ​ລາຍ​ລະ​ອຽດ ມາ​ສ​ະ​ເໜີ​ທ່ານ ໃນ​ອັບ​ດັບ​ຕໍ່​ໄປ.

ວັກຊີນ, ຊື່ວ່າ R21/Matrix-M ໄດ້ສະແດງໃຫ້​ເຫັນຜົນການທົດລອງທີ່ເຮັດ ໃຫ້ມີກຳລັງໃຈແລ້ວ ພາຍຫຼັງທີ່ມີການສັກຢາ ສາມເຂັມຂັ້ນຕົ້ນ. ການຮັກສາພູມຕ້ານທານອັນ​ນັ້ນ​ໄວ້​ໄດ້ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງຢູ່ສະເໝີແລະການທົດລອງຄັ້ງຫຼ້າສຸດນີ້ສະແດງໃຫ້ເຫັນວ່າ ການ​ສັກ​ຢາ​ເຂັມ​ເສີມຫລື booster ແມ່ນມີປະສິດທິຜົນ, ອີງ​ຕາມການອະ​ທິ​ບາຍຂອງ​ສາດສະດາ ຈານອາດ​ຣຽນ ຮີ​ລ​ (Adrian Hill), ຜູ້ອໍານວຍການສະຖາບັນແຈ​ນເນີ (Jenner) ທີ່ມະຫາ ວິທະຍາໄລອອກ​ສ໌​ຝອດ ແລະຜູ້ຂຽນຮ່ວມ ຂອງວາ​ລະ​ສານແລນ​ເຊັດ (Lancet).

ທ່ານຮີລກ່າວ​ຕໍ່​ວີ​ໂອ​ເອວ່າ “ເທັກ​ໂນ​ໂລ​ຈີ ​ມີ​ຄວາມ​ສະ​ຫລັບ​ຊັບ​ຊ້ອນໃນ​ການ​ພັດ​ທະ​ນາ ​ເນື່ອງ​ຈາກ​ວ່າ ​ພວກ​ເຮົາ​ຕ້ອງ​ການ ​ການ​ຕອບໂຕ້ ​ຂອງ​ພູມ​ຕ້ານ​ທານ​ທີ່​ເຂັ້ມ​ແຂງ ​ເພື່ອ​ໃຫ້​ໄດ້​ຮັບ​ການ​ປ້ອງ​ກັນ​ໄຂ້​ມາ​ເລ​ເຣຍ ແລະ​ການ​ຕ້ານ​ທານ​ຮ່າງ​ກາຍເຫຼົ່າ​ນັ້ນ, ເຊິ່ງວ່າ ການ​ຕອບໂຕ້​ທັງ​ໝົດໄດ້ຫຼຸດ​ລົງໄປ​ຕາມໄລ​ຍະ​ເວ​ລາ.

ທ່ານ​ກ່າວ​ຕໍ່​ໄປ​ວ່າ “ຄວາມ​ເປັນ​ຫ່ວງຢ່​າງນຶ່ງ​ໃນ​ຫລາຍໆ​ຢ່າງກໍ​ແມ່ນ​ວ່າ ອັນ​ນີ້​ຈະ​ເປັນ​ການ​ປ​ປ້ອງ​ກັນ​ໃນ​ໄລ​ຍະ​ສັ້ນ ແລະ​ກໍ​ກຸ້ມ​ໄດ້ ​ແຕ່ສອງ​ສາມ​ເດືອນ​ເທົ່າ​ນັ້ນ. ສິ່ງນັ້ນ ແນ່ນອນ ມັນ​ບໍ່​ເປັນ​ເຊັ່ນ​ນັນເມື່ອ​ເບິ່ງຂໍ້ມູນທີ່ພວກເຮົາ ກໍາລັງເປີດ​ເຜີຍອອກມາໃນມື້ນີ້.” "ແລະທີ່ຈິງແລ້ວ ການ​ມີປະສິດທິພາບຂອງຢາຢູ່ 80 ເປີ​ເຊັນ​ ໃນປີທີສອງ ຫ​ລັງ​ຈາກມີ​ການສັກ​ຢາ​ເຂັມເສີມ ຫລື booster ແລ້ວ ມັນ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້ມີກໍາລັງໃຈຫຼາຍ ເມື່ອ​ເວົ້າ​ເຖິງເລື້ອງນີ້."

ການ​ທົດ​ລອງ​ໃນ​ໄລ​ຍະ II ຄັ້ງ​ຫລ້າ​ສຸດ ແມ່ນ​ກ່ຽວ​ຂ້ອງ​ກັບ​ເດັກ​ນ້ອຍ 450 ຄົນ​ ທີ່​ມີ​ອາ​ຍຸ​ລະ​ຫວ່າງ 5 ຫາ 17 ເດືອນ ທີ່ຖືກ​ຄັດ​ເລືອກມາ​ຈາກ​ເຂດນາ​ໂນ​ໂຣ (Nanoro) ໃນປະ​ເທດ​ເບີ​ກີ​ນາ ຟາ​ໂຊ. ຜົນ​ໄດ້​ຮັບ ​ສະ​ແດງ​ໃຫ້​ເຫັນວ່າ ມີຄວາມ​ແຮງ​ຂອງ​ຢາເຂັມ​ເສີມສູງ​ຂຶ້ນ ​ໂດຍ​ມີປະສິດທິ​ຜົນຢູ່ 80 ເປີ​ເຊັນ ​ໃນ​ການ​ປ້ອງ​ກັນ​ການ​ຕິດ​ເຊື້ອ​ໄຂ້ຍຸງ. ບໍ່ມີຜົນຂ້າງຄຽງທີ່ຮ້າຍແຮງ ຖືກພົບເຫັນ.

ທ່ານ​ຮີ​ລ ກ່າວ​ວ່າ “ນີ້ແມ່ນແມ່ກາຝາກທີ່ພວກເຮົາພະຍາຍາມສັກຢາປ້ອງກັນ. ມັນບໍ່ແມ່ນເຊື້ອໄວຣັສ. ມັນມີພັນທຸກໍາຫລາຍ​ພັນ​ອັນ. [ສະນັ້ນມັນ] ເປັນ​ສິ່ງ​ສະ​ຫລັບ​ຊັບ​ຊ້ອນໃນການອອກແບບຢາວັກຊີນ.” ທ່ານ​ກ່າວ​ຕໍ່​ໄປ​ວ່າ "ຫຼາຍ ກວ່າ 100 ​ຄົນ ຢູ່ໃນການທົດລອງທາງດ້ານຄ​ລີ​ນິກ ແລະນີ້ເບິ່ງຄືວ່າ ເປັນ ຂໍ້ມູນທີ່ດີທີ່ສຸດ ເທົ່າ​ທີ່​ມີ​ມາເຖິງປັດຈຸບັນນີ້. ສະນັ້ນພວກເຮົາຕື່ນເຕັ້ນ​ຫລາຍ.”

ສະຖາບັນເຊ​ຣອມ (Serum) ຂອງອິນເດຍ ທີ່ໄດ້ຜະລິດວັກຊີນແອສ​ຕ​ຣາ​ເຊນ​ເນ​ກາ (AstraZeneca) ກັນ​ໂຄວິດ-19 ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ອອກ​ສ໌​ຝອດຫຼາຍຕື້ໂດສ ກໍາລັງຜະລິດວັກຊີນກັນໄຂ້ມາ​ເລ​ເຣຍ R21/Matrix-M. ມັນໄດ້ເຊັນ​ຂໍ້ຕົກລົງທີ່ຈະຂະຫຍາຍການຜະລິດຢ່າງວ່ອງໄວ ຖ້າຢາວັກຊີນນີ້ ຫາກໄດ້ຮັບການອະນຸມັດຈາກອົງການອະນາໄມໂລກ ຫລື WHO ໃນບໍ່​ເທົ່າ​ໃດເດືອນຂ້າງຫນ້ານີ້.

"ພວກເຮົາພະຍາຍາມເຮັດບາງສິ່ງບາງຢ່າງ ທີ່ຄ້າຍຄືກັນກັບພະຍາດໄຂ້ຍຸງ, ເພື່ອຜະລິດຢາວັກຊີນທີ່ມີລາຄາຖືກ - ສອງສາມໂດລາຕໍ່ໂດ​ສ - ແລະ ເພື່ອ ໃຫ້​ມີການຜະລິດທີ່ຂະ​ຫຍາຍຕົວ​ອອກໃຫ້ສູງໄດ້ແທ້ໆ ເພື່ອ​ວ່າ ພວກເຮົາຈະ ສາມາດມີຢາວັກ​ຊີນ 100 ລ້ານໂດ​ສ ຫຼືຫຼາຍກວ່ານັ້ນ ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ ໄດ້" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ຮີ​ລ ທີ່ກ່າວຕໍ່ວີໂອເອ.

ທ່ານ​ຮີ​ລ ກ່າວອີກວ່າ ອົງການ WHO ໄດ້ອະນຸມັດຢາວັກຊີນກັນໄຂ້ມາເລ ເຣຍຄັ້ງທຳອິດໃນເດືອນຕຸລາປີກາຍນີ້ ຊຶ່ງເອີ້ນວ່າ RTS,S. ແຕ່ວ່າ​ຢາ R21 ອາດຈະໃຫ້ຄວາມຫວັງໄດ້ຫຼາຍກວ່ານັ້ນ​ອີກ.

ທ່ານກ່າວວ່າ "ຢາວັກຊີນທີ່ມີປະສິດທິພາບສູງແບບນີ້ ໜ້າຈະສາມາດຊ່ວຍ ກອບ​ກູ້ຊີວິດ​ຄົນ​ໄດ້ຫຼາຍແສນຄົນຕໍ່ປີ ແລະໃນທີ່ສຸດກໍ​ຈະຊ່ວຍ​ຊີ​ວິດ​ຂອງຫຼາຍ ລ້ານຄົນໄດ້ໃນທົດສະວັດຕໍ່​ໄປ." "ຫຼັງຈາກພວກເຮົາໄດ້ຮັບການສັກຢາວັກຊີນ ທີ່​ເລີ້ມ​ເອົາ​ອອກ​ມາສັກ​ໃຫ້ປະຊາກອນ ທີ່ມີຄວາມສ່ຽງຫຼາຍແລ້ວ ພວກເຮົາກໍຈະພິ​ຈາ​ລະ​ນາເບິ່ງການສັກ​ໃຫ້ແກ່ນັກທ່ອງທ່ຽວ ແລະຫຼັງຈາກນັ້ນ ພວກເຮົາ ກໍຈະຊອກຫາຢາວັກຊີນ ທີ່ສາມາດກໍາຈັດພະ​ຍາດທີ່ຮ້າຍແຮງນີ້ ​ໃຫ້​ໝົດ​ໄປໄດ້ ​ຢູ່​ໃນ​ຂົງ​ເຂດ ແລະ ກໍາຈັດໃຫ້​ມັນ​ໝົດ​ໄປຢູ່ໃນທົ່ວໂລກ."

ຜົນການທົດລອງໄລຍະ III ທີ່​ກຳ​ລັງ​ດຳ​ເນີນໄປ​ຢູ່ນີ້ ທີ່ກ່ຽວຂ້ອງກັບເດັກ ນ້ອຍ 4,800 ຄົນ ແມ່ນມີກໍານົດຈະ​ໄດ້​ຮັບ ໃນທ້າຍປີນີ້ ແລະ ຫວັງວ່າ ການຜະລິດ ແລະການເລີ້ມ​ເອົາຢາອອກ​ໄປ​ໃຊ້ ຈະ​ໄດ້​ມີ​ຂຶ້ນໃນປີ 2023, ພາຍ​ຫລັງ​ທີ່ມີ​ການອະນຸມັດຂອງອົງ​ການ WHO.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG