ໃນຂະນະທີ່ຄະດີສໍາຄັນກ່ຽວກັບການປ່ຽນແປງສະພາບອາກາດເຂົ້າສູ່ຈຸດເຄິ່ງທາງໃນນະຄອນ ເຮັກ ປະເທດ ເນເທີແລນ. ຄວາມແຕກແຍກທີ່ຊັດເຈນກໍໄດ້ເກີດຂຶ້ນວ່າ ປະເທດຕ່າງໆຈະຕ້ອງຮັບຜິດທາງກົດໝາຍສໍາລັບຄວາມເສຍຫາຍທີ່ເກີດກັບລະບົບສະພາບອາກາດໂລກຈາກການປ່ອຍແກ໊ສເຮືອນແກ້ວຫຼືບໍ່?
ຫຼັງຈາກການພິຈາລະນາຄະດີທີ່ສານສູງສຸດຂອງສະຫະປະຊາຊາດໃນນະຄອນ ເຮັກ ເປັນເວລານຶ່ງອາທິດ, ຄວາມຂັດແຍ້ງຕ່າງໆ ກໍໄດ້ອອກມາຢ່າງຊັດເຈນ.
ຜູ້ພິພາກສາທັງ 15 ທ່ານ ຖືກຂໍໃຫ້ສະແດງຄວາມຄິດເຫັນວ່າ, ກົດໝາຍລະຫວ່າງປະເທດຈະສາມາດໃຊ້ກັບຄວາມຮັບຜິດຊອບຂອງລັດ ໃນການຢຸດຢັ້ງການປ່ຽນແປງຂອງສະພາບອາກາດ ແລະແກ້ໄຂຄວາມເສຍຫາຍທີ່ເກີດຂຶ້ນນັ້ນໄດ້ຫຼືບໍ່.
ປະເທດທີ່ເປັນເກາະນ້ອຍໆ ແລະບັນດາປະເທດແຄມຝັ່ງທະເລ ໄດ້ໂຕ້ຖຽງວ່າ ການດໍາລົງຊີວິດຂອງພວກເຂົາແມ່ນມີຄວາມສ່ຽງ. ດັ່ງນັ້ນ, ກົດໝາຍສິດທິມະນຸດດລະຫວ່າງປະເທດ ຈະຕ້ອງຖືກນຳມາໃຊ້. ພວກເຂົາເວົ້າວ່າ ຜູ້ກໍ່ມົນລະພິດລາຍໃຫຍ່ຈະຕ້ອງຮັບຜິດຊອບ.
ທ່ານນາງ ມາກາເຣັດຕາ ເວເວຣິງເກ-ຊິງ, ທະນາຍຄວາມນຳໜ້າຂອງປະເທດ ເກາະ ວານູອາຕູ ກ່າວວ່າ “ເຂດແດນຕ່າງໆກໍາລັງສູນຫາຍໄປ. ແຫຼ່ງທໍາມາຫາກິນກໍາລັງຖືກທໍາລາຍ. ສິດທິຂັ້ນພື້ນຖານກໍາລັງຖືກລະເມີດ.”
ແຕ່ຜູ້ກໍ່ມົນພິດລາຍໃຫຍ່ - ລວມເຖິງສະຫະລັດອາເມຣິກາ, ຈີນ ແລະອິນເດຍ - ໄດ້ໂຕ້ຖຽງວ່າ ມີພຽງຂໍ້ຕົກລົງການປ່ຽນແປງສະພາບອາກາດໂລກເທົ່ານັ້ນ ທີ່ມີຄວາມກ່ຽວຂ້ອງທາງກົດໝາຍ, ພວກເຂົາໂຕ້ຖຽງວ່າ ສິດທິມະນຸດແມ່ນບໍ່ມີຜົນບັງຄັບໃຊ້.
ທ່ານ ລູເຕີຣ ແຣັງເກຣຈີ, ຈາກກະຊວງການຕ່າງປະເທດອິນເດຍ ກ່າວວ່າ “ໃນການໃຫ້ຄວາມເຫັນແນະນໍາ, ສານອາດໃຊ້ຄວາມລະມັດລະວັງຢ່າງເໝາະສົມເພື່ອຫຼີກລ້ຽງການກໍານົດພາລະຜູກພັນໃໝ່ ຫຼືເພີ້ມເຕີມນອກເໜືອຈາກສິ່ງທີ່ຕົກລົງໄວ້ແລ້ວພາຍໃຕ້ລະບົບການປ່ຽນແປງຂອງສະພາບອາກາດທີ່ມີຢູ່.”
ນັກວິເຄາະ ທ່ານນາງ ເອລີນາ ໂຄໂຊລາໂປວາ ເວົ້າວ່າ, ປະເທດທີ່ໃຫຍ່ກວ່າ ແລະກໍ່ມົນພິດຈໍານວນຫຼາຍຢ້ານກົວຜົນທີ່ຕາມມາຫາກສານແນະນໍາວ່າກົດໝາຍສິດທິມະນຸດສາມາດໃຊ້ກັບການປ່ຽນແປງສະພາບອາກາດໄດ້.
ທ່ານນາງ ເອລີນາ ໂຄໂຊລາໂປວາ, ຈາກສະຖາບັນລະຫວ່າງປະເທດເພື່ອການພັດທະນາແບບຍືນຍົງ ກ່າວວ່າ “ພາຍໃຕ້ກົດໝາຍຄວາມຮັບຜິດຊອບຂອງລັດ, ການລະເມີດພັນທະລະຫ່ວາງປະເທດໃດໆ, ຊຶ່ງເອີ້ນວ່າ ‘ການເຮັດຜິດກົດໝາຍລະຫວ່າງປະເທດ’ ຈະກໍ່ໃຫ້ເກີດຜົນທີ່ຕິດຕາມມາ ແລະປະເທດທີ່ມີຄວາມສ່ຽງຈໍານວນຫຼາຍໄດ້ເນັ້ນຢໍ້າເຖິງເລື່ອງນີ້ ໃນລະຫວ່າງການພິຈາລະນາຄະດີ. ລັດທີ່ຮັບຜິດຊອບມີໜ້າທີ່ຕ້ອງຊົດໃຊ້ຄ່າເສຍຫາຍທີ່ເກີດຈາກການກະທໍາຜິດກົດໝາຍດັ່ງກ່າວ.”
ການຊົດໃຊ້ຄ່າເສຍຫາຍດັ່ງກ່າວອາດຢູ່ໃນຮູບແບບການຊົດເຊີຍ.
ທ່ານນາ ເອລີນາ ໂຄໂຊລາໂປວາ ກ່າວຕື່ມວ່າ “ການຊົດເຊີຍໄດ້ຮັບການຍົກເວັ້ນຢ່າງຊັດເຈນຈາກການເຈລະຈາເລື່ອງການສູນເສຍ ແລະຄວາມເສຍຫາຍພາຍໃຕ້ອະນຸສັນຍາ [ສະພາບອາກາດປ່ຽນແປງ] ແລະຈາກຂໍ້ຕົກລົງປາຣີເອງ. ດັ່ງນັ້ນ, ຂ້າພະເຈົ້າຄິດວ່າ ຄົງເປັນທີ່ໜ້າສົນໃຈຫຼາຍທີ່ຈະໄດ້ເຫັນວ່າ ສານຈະວ່າແນວໃດກັບເລື່ອງນີ້.”
ຜູ້ພິພາກສາຈະຟັງຫຼັກຖານອີກນຶ່ງອາທິດ ກ່ອນທີ່ຈະໃຫ້ຄວາມເຫັນທາງກົດໝາຍໃນປີໜ້າ.
ປີ 2025 ມີແນວໂນ້ມວ່າ ຈະເປັນປີທີ່ສໍາຄັນສໍາລັບກົດໝາຍດ້ານສະພາບອາກາດ. ໃນອີກສອງສາມເດືອນຂ້າງໜ້າ, ຫຼາຍໆປະເທດຈະຕ້ອງເຜີຍແຜ່ລາຍລະອຽດກ່ຽວກັບແຜນການຫຼຸດການປ່ອຍອາຍແກ໊ສເຮືອນແກ້ວ, ກ່ອນກອງປະຊຸມສຸດຍອດດ້ານສະພາບອາກາດ COP 30 ໃນເດືອນພະຈິກ ທີ່ເມືອງ ເບເລັມ ໃນປ່າອາເມຊອນຂອງປະເທດ ບຣາຊິລ.
As a landmark climate change court case reaches its halfway mark in The Hague, clear divisions have emerged over whether nation states can be held legally liable for damage caused to the global climate system by greenhouse gas emissions. Henry Ridgwell has more.
After a week of hearings at the United Nations’ top court in The Hague, the battle lines are clearly drawn.
The fifteen judges are being asked to give an opinion on whether international law applies to states’ responsibilities to stop climate change, and to address the damage caused.
Small island and coastal states argue their very existence is at stake – and so international human rights law must apply. Big polluters, they say, must be held responsible.
Margaretha Wewerinke-Singh, Lead Counsel for Vanuatu
“Territories are disappearing. Livelihoods are being destroyed. Fundamental rights are being violated as we speak.”
But the big polluters – including the United States, China and India – argue that only global climate change agreements have any legal relevance. Human rights, they argue, don’t apply.
Luther Rangreji, Indian External Affairs Ministry
“In rendering its advisory opinion, the court may exercise due caution to avoid devising new or additional obligations beyond what is already agreed under the existing climate change regime.”
Many bigger, polluting nations fear the consequences if the court advises that human rights laws do apply to climate change, says analyst Elena Kosolapova.
Elena Kosolapova, International Institute for Sustainable Development
“Under the law of state responsibility, any breach of an international obligation, known as an ‘internationally wrongful act,’ entails certain consequences. And many vulnerable countries have highlighted this during the hearings. The responsible state is obligated to make reparations for the injury caused by the wrongful act.”
Those reparations could take the form of compensation.
Elena Kosolapova, International Institute for Sustainable Development
“Compensation was explicitly excluded from the loss and damage talks under the [climate change] convention and from the Paris Agreement itself. So, I think it would be very interesting to see what the court has to say about it.”
The judges will hear another week of evidence before delivering their legal opinion next year.
2025 is shaping up to be a crucial year for climate legislation. In the next few months, nation states must publish details on how they plan to cut greenhouse gas emissions, ahead of the November COP30 climate summit in Brazil’s Amazonian city of Belém.
ຟໍຣັມສະແດງຄວາມຄິດເຫັນ