ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ນາ​ຄານ​ໂລກ​ເຕືອນ​ວ່າ 'ທົດ​ສະ​ວັດ​ແຫ່ງ ​ການ​ສູນ​ເສຍ' ກຳ​ລັງ​ກໍ່​ຕົວ​ຂຶ້ນ ຍ້ອນ​ການ​ ຂະ​ຫຍາຍ​ໂຕ​ຊ້າ ​ຂອງ​ເສດ​ຖະ​ກິດ

(ພາບ​ໃນ​ແຟມ) ຕຶກ​ທະ​ນາ​ຄານ​ໂລກ ຢູ່​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 5 ເມ​ສາ, 2021. ບົດ​ລາຍ​ງານ​ໃໝ່​ຂອງ​ທະ​ນາ​ຄານ​ໂລກ​ເຕືອນ​ວ່າ ລະ​ດັບ​ການ​ຂະ​ຫຍາຍ​ໂຕ​ຊ້າ​ຂອງ​ເສດ​ຖະ​ກິດ​ໂລກ​ຈະ​ສືບ​ຕໍ່​ມີ​ຂຶ້ນ​ຢູ່​ໃນ​ທົດ​ສະ​ວັດ​ຈະ​ມາ​ເຖິງນີ້.

ໃນບົດລາຍງານທີ່ບໍ່​ດີອອກມາໃນອາທິດແລ້ວນີ້ ທະນາຄານໂລກໄດ້ເຕືອນວ່າ ຈະ​ມີວິກິດການການເຕີບໂຕຊ້າຂອງເສດຖະກິດໂລກ ທີ່ສາມາດສືບຕໍ່ມີ​ຢູ່ ໃນ ທົດສະວັດທີ່ຈະມາເຖິງ, ເວັ້ນເສຍແຕ່ວ່າ ລັດຖະບານຂອງ​ປະ​ເທດໃນທົ່ວໂລກ ຮັບຮອງເອົາສິ່ງທີ່ທະ​ນາ​ຄານນັ້ນເອີ້ນວ່າ "ນະໂຍບາຍການເຕີບໂຕແບບຍືນຍົງ" ເທົ່າ​ນັ້ນ.

ບົດ​ລາຍ​ງານ​ຂອງ​ທະນາຄານ​ໂລກ ​ກ່າວ​ວ່າ ຈັງຫວະ​ການ​ເຕີບ​ໂຕ ​ຂອງ​ລວມຍອດຜະລິດ​ຕະພັນ​ພາຍ​ໃນ ​ທົ່ວ​ໂລກ​ໃນ​ໄລ​ຍະ​ປີ 2022 ຫາ 2030 ​ແມ່ນ​ຢູ່​ໃນ​ແລວທາງ​ທີ່​ຈະ​ຕ່ຳລົງ​ໄປ​ເຖິງປະມານ 2.2 ເປີ​ເຊັນ, ຊຶ່ງແມ່ນ​ການ​ຫລຸດ​ລົງ 1
ສ່ວນ 3 ຈາກ​ອັດຕາ​ທີ່​ນຳ​ໃຊ້​ໃນ​ລະຫວ່າງ​ປີ 2000 ຫາ 2010. ເຖິງ​ແມ່ນ​ວ່າ ອັດ​ຕາ​ຂະ​ຫຍາຍ​ຕົວ​ຂອງ​ປະເທດ​ກຳ​ລັງ​ພັດ​ທະ​ນາ ​ຈະ​ສູງກວ່າ​ກໍ​ຕາມ ແຕ່​ວ່າ ມັນຍັງອາດຈະຫຼຸດລົງນຶ່ງສ່ວນສາມ, ຈາກ 6 ເປີ​ເຊັນ ເປັນ 4 ເປີ​ເຊັນ, ອີງຕາມເອກະສານທີ່ມີຫົວຂໍ້ວ່າ "ການ​ຄາດ​ການຂອງການເຕີບໂຕ ໃນໄລຍະຍາວ ທີ່ລົ້ມແຫລວ."

ບົດ​ລາຍ​ງານ​ກ່າວ​ວ່າ ປັດ​ໄຈ​ຈຳ​ນວນ​ນຶ່ງ​ ກຳ​ລັງ​ເຮັດ​ໃຫ້​ພາບ​ພົດການ​ເຕີບ​ໂຕ​ໃນ​ໄລ​ຍະ​ຍາວຫລຸດ​ລົງ, ລວມ​ທັງ​ກຳ​ລັງ​ແຮງ​ງານທີ່ສູງອາ​ຍຸ, ການ​ເຕີບ​ໂຕ​ຂອງ​ປະ​ຊາ​ກອນ​ທີ່​ຊ້າ​ລົງ ແລະ​ອັດ​ຕາ​ການ​ລົງ​ທຶນເພື່ອ​ເພີ່ມສະ​ມັນ​ຕະ​ພາບ​ການຜະ​ລິດຕ່ຳ. ຜົນ​ກະ​ທົບ​ທາງ​ລົບ​ເພີ້ມ​ຄວາມຮ້າຍ​ແຮງ​ຂຶ້ນ​ຍ້ອນ​ແຮງ​ກະ​ທົບໃສ່​ເສດ​ຖະ​ກິດໂລກ, ລວມ​ມີ​ຜົນ​ກະ​ທົບ​ທີ່​ຍັງ​ຄົງ​ຄ້າງຢູ່​ຂອງ​ໂຣກລະ​ບາດໂຄວິດ-19 ແລະ​ສົງ​ຄາມ​ທີ່​ກຳ​ລັງມີ​ຢູ່​ໃນຢູ​ເຄ​ຣນ.

(ພາບ​ໃນ​ແຟ​ມ) ພໍ່​ຄ້າ​ຜູ້​ນຶ່ງ​ກຳ​ລັງ​ເລືອກ​ຫົວ​ຜັກ​ບົ່ວ​ຢູ່​ຕະ​ຫລາດ​ຂາຍຜັກ​ສົ່ງ​ ຢູ່​ເມືອງຂອງ​ອິນ​ເດຍ, ວັນ​ທີ 14 ມີ​ນາ, 2023. ລາຍ​ງານ​ຂອງ​ທະ​ນາ​ຄານ​ໂລກ​ເວົ້າ​ວ່າ​ອິນ​ເດຍເປັນ​ນຶ່ງ​ໃນ​ບັນ​ດາ​ປະ​ເທດ​ທີ່​ຈະ​ມີ​ການ​ຂະ​ຫຍາຍ​ໂຕ​ທາງ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ.

"ທົດສະວັດແຫ່ງ​ການສູນເສຍອາດຈະກຳ​ລັງ​ກໍ່​ຕົວ​ຂຶ້ນຕໍ່ເສດຖະກິດໂລກ," ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ທ່ານ​ອິນ​ເດີ​ມິດ ກີ​ລ (Indermit Gill), ຫົວຫນ້ານັກເສດຖະສາດ ຂອງທະນາຄານໂລກ ທີ່​ກ່າວ​ຢູ່ໃນບົດຖະ​ແຫລງຂ່າວ ທີ່ອອກມາພ້ອມກັບບົດ ລາຍງານນັ້ນ. "ການຫຼຸດລົງຢ່າງຕໍ່ເນື່ອງຂອງການຂະຫຍາຍຕົວທີ່ອາດ​ເປັນ​ໄປ​ໄດ້ ມີຜົນສະທ້ອນອັນຮ້າຍແຮງ ຕໍ່ຄວາມສາມາດຂອງໂລກ ໃນການຮັບມືກັບ ການຂະຫຍາຍ​ວົງ​ກວ້າງຂອງສິ່ງທ້າທາຍທີ່ມີເອກະລັກສະເພາະສຳ​ລັບ​ຍຸກຂອງ ພວກເຮົາ - ນັ້ນ​ກໍ​ຄືຄວາມທຸກຍາກທີ່ບໍ່​ຫລຸດ​ລົງ, ລາຍໄດ້ທີ່ແຕກໂຕນກັນ, ແລະການປ່ຽນແປງຂອງດິນຟ້າອາກາດ. ແຕ່ການຫຼຸດລົງນີ້ ແມ່ນສາມາດຕ່າວປີ້ນໄດ້. ຂີດຈໍາກັດຂອງຄວາມໄວຂອງການ​ຂະ​ຫຍາຍ​ໂຕ​ທາງເສດຖະກິດຂອງໂລກສາມາດຍົກ​ອອກ​ໄປໄດ້ ໂດຍ​ຜ່ານ​ນະ​ໂຍ​ບາຍ​ຊຸກ​ຍູ້ວຽກເຮັດ, ເພີ່ມ​ທະ​ວີສະ​ມັດ ​ຕະ​ພາບ​ການ​ຜະ​ລິດ ແລະ​ເລັ່ງ​ການ​ລົງ​ທຶນໃຫ້ໄວ​ຂຶ້ນ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG