ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ຈິມ ຢົງ ກິມ ລາ​ອອກ​ຈາກ ຕຳ​ແໜ່ງປະທານ ທະນາຄານໂລກ


ທ່ານ ຈິມ ຢົງ ກິມ, ປະທານຂອງທະນາຄານໂລກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ພາຍ​ຫລັງ​ການ​ສົນ​ທະ​ນາ​ໃນ​ກອງ​ປະ​ຊຸມ​ໂຕະ​ມົນ​ຄັ້ງ​ທີ​ສາມ ໃນ​ນະ​ຄອນ​ປັກ​ກິ່ງ​ຂອງ​ຈີນ​ໃນ​ວັນ​ທີ 6 ພະ​ຈິກ, 2018.
ທ່ານ ຈິມ ຢົງ ກິມ, ປະທານຂອງທະນາຄານໂລກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ພາຍ​ຫລັງ​ການ​ສົນ​ທະ​ນາ​ໃນ​ກອງ​ປະ​ຊຸມ​ໂຕະ​ມົນ​ຄັ້ງ​ທີ​ສາມ ໃນ​ນະ​ຄອນ​ປັກ​ກິ່ງ​ຂອງ​ຈີນ​ໃນ​ວັນ​ທີ 6 ພະ​ຈິກ, 2018.

ທ່ານ ຈິມ ຢົງ ກິມ, ປະ​ທານ​ຂອງ​ທະ​ນາ​ຄານ​ໂລກໄດ້​ປະ​ກາດ​ໃນ​ທັນ​ທີ​ທັນ​ໃດ ວ່າ ທ່ານ​ລາ​ອອກ​ຈ​າກ​ຕຳ​ແໜ່ງ​ໃນ​ວັນ​ຈັນ​ວານນີ້ ພາຍ​ຫລັງ​ທີ່​ໄດ້ນຳ​ພາ​ທະ​ນາ​ຄານ ທີ່​ໃຫ້​ກູ້​ຢືມ​ເງິນ​ຂອງ​ໂລກ​ມາ​ເປັນ​ເວ​ລາ 6 ປີ.

ທ່ານ ກິມ ຊຶ່ງ​ເປັນຄົນ​ອາ​ເມ​ຣິ​ກັນ, ຈະລົງ​ຈາກ​ຕຳ​ແໜ່ງ​ໃນ​ວັນ​ທີ 1 ກຸມ​ພາ​ທີ່​ຈະ​ມາ​ເຖິງນີ້ ຊຶ່ງ​ເປັນ​ເວ​ລາ ​ທີ່​ຍັງ​ອີກ​ຫລາຍ​ປີ​ ກ່ອນ​ທີ່​ສະ​ໄໝການ​ດຳ​ລົງ​ຕຳ ແໜ່ງ​ຂອງ​ທ່ານ​ຈະ​ສິ້ນ​ສຸດ​ລົງ.

ທ່ານ ກິມ ເປັນ​ນາຍ​ແພດ ແລະ​ນັກ​ມະ​ນຸດ​ສາດທີ່​ໃນ​ເມື່ອ​ກ່ອນ​ໄດ້​ດຳ​ເນີ​ນໂຄງ​ການຕ່າງໆ ເພື່ອ​ຕ້ານ​ກັບ​ວັນ​ນະໂຣກແລະ​ໂຣກ​ເອດ​ສ໌ (AIDS) ຢູ່​ໃນ​ປະ​ເທດ ທີ່​ທຸກ​ຈົນ​ທີ່​ສຸດ​ຈຳ​ນວນ​ນຶ່ງ​ຂອງ​ໂລກ. ທ່ານ​ເປັນ​ຄົນ​ທຳ​ອິດທີ່​ນຳ​ພາ​ທະ​ນາ​ຄານ​ໂລກ ທີ່​ມີ​ປະ​ສົບ​ການໂດຍ​ກົງ ຢູ່ແຖວ​ໜ້າໃນການ​ຕໍ່​ສູ້​ກັບຄວາມ​ທຸ​ກ​ຈົນ ແລະ​ເປັນ​ຄົນ​ທຳ​ອິດ​ ທີ່ບໍ່​ມີພື້ນ​ຖານໃນດ້ານ​ການ​ເມືອງ ຫລື​ການ​ເງິນ.

ໃນ​ນາມ​ທີ່​ເປັນ​ຫົວ​ໜ້າ​ຂອງ​ທະ​ນາ​ຄານ​ໂລກ, ທ່ານ​ໄດ້​ພັກ​ດັນ​ສະ​ຖາ​ບັນ​ດັ່ງ​ກ່າວ ໃຫ້​ປະ​ຕິ​ບັດ​ງານເພີ້ມ​ຂຶ້ນ ເພື່ອ​ກຳ​ຈັດ​ຄວາມ​ທຸກ​ຈົນ. ຢູ່​ໃນ​ຈົດ​ໝາຍ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ​ນັ້ນ ທ່ານ ກິມ​ເວົ້າ​ວ່າ ທ່ານ​ໄດ້​ປະ​ຕິ​ບັດ​ງານ ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ ທີ່​ມີ​ລັກ​ສະ​ນ​ະ​ປະ​ດິດ​ສ້າງເພື່ອ​ໃຫ້​ທຶນ​ໃນ​ການ​ຕໍ່​ສູ້​ຕ້ານ​ກັບ​ການ​ແຜ່​ລະ​ບາດ ແລະ​ເພື່ອ​ຊ່ວຍ​ຄົນ​ທີ່​ຫລົບ​ໜີ​ ຈາກ​ບ້ານ​ຢູ່​ອາ​ໄສ​ຂອງ​ຕົນຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານ​ກ່າວ​ວ່າ ທ່ານ​ໄດ້​ເຮັດ​ວຽກ​ຮ່​ວມ​ກັບອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີທີ່​ນຳ​ໜ້າ​ໝູ່ ເພື່ອກວດຫາ​ ແລະ​ປ້ອງ​ກັນ​ບໍ່​ໃຫ້​ມີໄພ​ອຶດ​ຫິວ.

ທ່ານ​ນາງ ຄ​ຣິ​ສ​ຕາ​ລີ​ນາ ກໍ​ກຽບ​ວາ (Kristalina Georgieva) ຈະ​ເປັນ​ຜູ້​ວ່າ​ການ​ຊົ່ວ​ຄາວຂອງ​ທະ​ນາ​ຄານ​ດັ່ງ​ກ່າວ​ແທນ. ທ່ານ​ນາງ​ເປັນ​ຄົນສັນ​ຊາດບຸ​ລ​ກາ​ເຣຍ ທີ່​ມີ​ປະ​ສົບ​ການ​ທາງ​ດ້ານ​ການ​ເງິນ ແລະ​ການ​ພັດ​ທະ​ນາ​ສາ​ກົນ.

World Bank President Jim Yong Kim abruptly announced his resignation on Monday after six years of leading the global lender.

Kim, an American, will step down on February 1, several years before his term officially ends.

Kim is a physician and anthropologist who previously ran projects to fight tuberculosis and AIDS in some of the world's poorest nations. He was the first person to head the bank who had direct experience on the front lines of fighting poverty and the first who did not have a background in politics or finance.

As World Bank chief, he pushed the institution to do more to eliminate extreme poverty. In his resignation letter Kim said he worked to find innovative ways to finance the fight against pandemics and to help people displaced by climate change. He also said he worked with the United Nations and leading technology companies to detect and prevent famines.

World Bank CEO Kristalina Georgieva will be the bank's interim president. She is a Bulgarian national with experience in finance and international development.

XS
SM
MD
LG