ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທະ​ນ​າ​ຄານ​ໂລກ ​​ວ່າ ເສດ​ຖະ​ກິດ​ລາວ ຈະຂະຫຍາຍໂຕ 7.2% ໃນປີ 2014 ນີ້


ບໍ່ທອງແດງເຊໂປນ
ບໍ່ທອງແດງເຊໂປນ
ທະນາຄານໂລກຄາດໝາຍວ່າເສດຖະກິດລາວຈະຂະຫຍາຍ
ໂຕເພີ້ມຂື້ນໃນອັດຕາສະເລ່ຍ ພຽງແຕ່ 7.2% ໃນປີ 2014 ນີ້.
ສ່ວນທຶນສຳຮອງເງິນຕາຕ່າງປະເທດຍັງເຫຼືອເທົ່າກັບການນຳ
ເຂົ້າສິນຄ້າ 1.3 ເດືອນເທົ່ານັ້ນ.

ລາຍງານເສດຖະກິດ ສະບັບຫລ້າສຸດຂອງທະນາຄານໂລກທີ່ ນຳສະເໜີສູ່ວົງກ້ວາງໃນເດືອນມີນານີ້ໄດ້ໃຫ້ການຄາດໝາຍວ່າເສດຖະກິດຂອງລາວ
ໃນຕະຫລອດປີ 2014 ນີ້ຈະຂະຫຍາຍໂຕເພີ່ມຂຶ້ນໃນອັດຕາສະເລ່ຍພຽງ 7.2% ເທົ່າ ນັ້ນໂດຍຖ້າຫາກທຽບໃສ່ປີ 2013 ທີ່ເສດຖະກິດຂອງລາວຂະຫຍາຍໂຕເພີ່ມຂຶ້ນ ໃນ ອັດຕາສະເລ່ຍເຖິງ 8.1% ນັ້ນກໍໝາຍຄວາມວ່າ ເສດຖະກິດຂອງລາວຈະຂະຫຍາຍ ໂຕໜ້ອຍກ່ວາປີກາຍ ໃນອັດຕາສະເລ່ຍ 0.9%.

ໂດຍທະນາຄານໂລກໄດ້ໃຫ້ການອະທິບາຍວ່າ ສາເຫດສຳຄັນທີ່ເຮັດໃຫ້ເສດຖະກິດ
ຂອງ ລາວຂະຫຍາຍໂຕຊ້າລົງດັ່ງກ່າວນີ້ ກໍເປັນຜົນໂດຍກົງຈາກການຜະລິດທີ່ຫລຸດ ລົງໃນພາກອຸດສາຫະກຳຂຸດຄົ້ນແຮ່ທາດ ທີ່ສົມທົບດ້ວຍໂຄງການລົງທຶນສ່ວນໃຫຍ່ ຍັງຢູ່ໃນລະຍະຂອງການພັດທະນາໂຄງການຈຶ່ງຍັງຄົງບໍ່ມີລາຍຮັບໃໝ່ໆເພີ່ມຂຶ້ນໃນ
ລະບົບເສດຖະກິດຂອງລາວນັ້ນເອງ.

ແຕ່ຢ່າງໃດກໍຕາມ ການທີ່ເສດຖະກິດຂອງລາວ ຍັງສາມາດທີ່ຈະຂະຫຍາຍໂຕເພີ່ມ
ຂຶ້ນໄດ້ ໃນລະດັບ 7.2% ໃນຕະຫລອດປີນີ້ ກໍເປັນຍ້ອນການເພີ່ມຜົນຜະລິດ ຈາກ ເໝືອງແຮ່ທອງແດງ ລວມໄປເຖິງການຂະຫຍາຍໂຕເພີ່ມຂຶ້ນຢ່າງຕໍ່ເນື່ອງໃນພາກບໍ ລິການການທ່ອງທ່ຽວການປຸງແຕ່ງອາຫານແລະເຄື່ອງດື່ມເປັນຕົ້ນ.

ສ່ວນໃນພາກການເງິນນັ້ນ ທະນາຄານໂລກ ກໍໄດ້ແນະນຳລັດຖະບານລາວວ່າ ຈະ ຕ້ອງປະຕະບັດແຜນການງົບປະມານລາຍຮັບແລະລາຍຈ່າຍທີ່ວາງໄວ້ຢ່າງເຄັ່ງຄັດ
ເພື່ອຄວບຄຸມການຂາດຄຸນ ດ້ານງົບປະມານ ໃຫ້ໄດ້ຢ່າງມີປະສິດທິພາບ ເພາະວ່າ
ການປັບຂຶ້ນເງິນເດືອນໃຫ້ພະນັກງານຂອງລັດນັບຈາກເດືອນຕຸລາ 2012 ເປັນຕົ້ນ
ມານັ້ນໄດ້ເຮັດໃຫ້ລາຍຈ່າຍຂອງລັດຖະບານລາວເພີ່ມຂຶ້ນຢ່າງຫຼວງຫລາຍນັ້ນເອງ.
​ໂຄງ​ການ​ເຂື່ອນ​ນ້ຳ​ງື່ມ 2
​ໂຄງ​ການ​ເຂື່ອນ​ນ້ຳ​ງື່ມ 2

ນອກຈາກນີ້ ການລົງທຶນຂອງຕ່າງປະເທດ ໃນລາວ ທີ່ເພີ່ມ
ຂຶ້ນກໍຍັງເຮັດໃຫ້ລາວຕ້ອງນຳເຂົ້າສິນຄ້າຈາກຕ່າງປະເທດ
ເພີ່ມຂຶ້ນດ້ວຍເຊັ່ນກັນໂດຍຜົນທີ່ຕິດຕາມມາກໍຄືການຂາດ
ດຸນການຄ້າຕ່າງປະເທດ ເພີ່ມຂຶ້ນ ຊຶ່ງເຮັດໃຫ້ ທຶນສຳຮອງ
ເງິນຕາຕ່າງປະເທດຂອງລາວ ເຫລືອເທົ່າກັບການນຳເຂົ້າ
ພຽງ 1.3 ເດືອນເທົ່ານັ້ນ.

ແຕ່ຢ່າງໃດກໍຕາມກະຊວງແຜນການແລະການລົງທຶນຂອງ
ລາວກໍລາຍງານວ່າ ຄະນະລັດຖະບານລາວ ໄດ້ວາງຄາດ
ໝາຍການຂະຫຍາຍໂຕທາງເສດຖະກິດໃນສົກປີ 2013-2014 ນີ້ໄວ້ທີ່ອັດຕາສະເລ່ຍ
8.3% ທຽບໃສ່ປີ 2012-2013 ທີ່ຜ່ານມາ ແລະຈະເຮັດໃຫ້ ຜະລິດຕະພັນລວມພາຍ
ໃນ (GDP) ມີມູນຄ່າເຖິງ 90,65ຕື້ກີບທີ່ຄິດສະເລ່ຍເປັນລາຍຮັບ ຂອງປະຊາກອນ
ລາວໄດ້ເຖິງ 13 ລ້ານກີບ ຫຼືປະມານ 1,674 ໂດລາຕໍ່ຄົນຕໍ່ປີ.

ຫາກແຕ່ວ່່າການພັດທະນາເສດຖະກິດທີ່ຂະຫຍາຍໂຕເພີ່ມຂຶ້ນຢ່າງຕໍ່ເນື່ອງດັ່ງກ່າວນີ້ ກໍເຮັດໃຫ້ລະດັບຂອງລາຍຮັບແລະສະພາບຊີວິດການເປັນຢູ່ຂອງປະຊາຊົນລາວທີ່ຢູ່
ໃນເຂດຕົວເມືອງ ກັບເຂດຊົນນະບົດ ມີຄວາມແຕກໂຕນກັນຫລາຍຂຶ້ນນັບມື້ເຊັ່ນກັນ
ດັ່ງທີ່ ທ່ານສີວັນ ອຸດທະຈັກ ສະມາຊິກສະພາແຫ່ງຊາດໄດ້ຊີ້ແຈງວ່າ:

“ຄວາມທຸກຍາກຂອງປະຊາຊົນຢູ່ໃນເຂດຊົນນະບົດຫ່າງໄກສອກຫລີກຖ້າທຽບ
ໃສ່ຢູ່ຕົວເມືອງເຫັນວ່າຍັງມີຄວາມຜິດໂຕນກັນຫລາຍຈາກສະພາບດັ່ງກ່າວນັ້ນ ພວກເຮົາເຫັນວ່າ ລູກຫລານຂອງປະຊາຊົນ ທີ່ທຸກຍາກ ແມ່ນຂາດການສຶກສາ
ຮ່ຳຮຽນ ໝາຍຄວາມວ່າ ລູກຫລານທີ່ຢູ່ໃນໄວອາຍຸ ໄດ້ຮ່ຳຮຽນກໍໄດ້ອອກຈາກ
ໂຮງຮຽນ”


ໂດຍຈະເຫັນໄດ້ ຈາກລາຍໄດ້ສະເລ່ຍຂອງປະຊາຊົນລາວ ໃນເຂດນະຄອນວຽງຈັນທີ່
ສູງເຖິງ 27 ລ້ານກີບຫຼືປະມານ 3,346 ໂດລາຕໍ່ຄົນໃນປັດຈຸບັນນີ້ ໃນຂະນະທີ່ປະຊາ ຊົນລາວຢູ່ທີ່ແຂວງພົງສາລີ ກັບຍັງມີລາຍໄດ້ສະເລ່ຍ ພຽງ 6 ລ້ານກີບ ຫຼື 745 ໂດລາ
ເທົ່ານັ້ນ.

ສ່ວນໃນດ້ານການເງິນນັ້ນກະຊວງການເງິນຂອງລາວກໍເຄີຍລາຍງານວ່າລັດຖະບານ ລາວສາມາດເພີ່ມມູນຄ່າຂອງທຶນສຳຮອງເງິນຕາຕ່າງປະເທດໄດ້ທຽບເທົ່າກັບການນຳ
ເຂົ້າສິນຄ້າຈາກຕ່າງປະເທດ ເປັນເວລາ 5 ເດືອນ ແລະລະດົມການລົງທຶນໄດ້ ໃນມູນ ຄ່າລວມເຖິງ 85,147 ຕື້ກີບ ຫຼືເທົ່າກັບ 67.05% ຂອງແຜນການ 5 ປີິທີ່ເລີ້ມການຈັດ ຕັ້ງປະຕິບັດ ນັບແຕ່ເດືອນຕຸລາປີ 2011 ເປັນຕົ້ນມາແລະຍັງຈະຈັດຕັ້ງປະຕິບັດ ຕໍ່ໄປ ຈົນເຖິງເດືອນກັນຍາ ປີ 2015.
XS
SM
MD
LG