ວັນທີ 1 ທັນວາຜ່ານມານີ້ ຫຼາຍໆຄົນໄດ້ຈັດພິທີສະເຫຼີມສະຫຼອງວັນແຫ່ງໂຣກເອດສ໌ຂອງໂລກເພື່ອສະແດງໃຫ້ເຫັນການສະໜັບສະໜູນຕໍ່ຜູ້ດຳລົງຊີວິດຢູ່ກັບເຊື້ອເອັສໄອວີ (HIV) ແລະ ເພື່ອລະນຶກເຖິງຜູ້ທີ່ເສຍຊີວິດໄປຍ້ອນໂຣກເອດສ໌. ການປິ່ນປົວໄດ້ກ້າວໜ້າມາໄດ້ຫຼາຍແລ້ວສຳລັບຜູ້ຕິດເຊື້ອເອັສໄອວີ (HIV), ແຕ່ການປົວໃຫ້ຫາຍດີຍັງເປັນໄປໄດ້ຍາກຢູ່. Laurel Bowman ຜູ້ສື່ຂ່າວວີໂອເອ ມີລາຍງານຂອງພວກເຮົາກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໃນທົ່ວໂລກ, ມີປະມານ 38 ລ້ານຄົນ ທີ່ຕິດເຊື້ອເອັສໄອວີ (HIV). ນັບຕັ້ງແຕ່ເຊື້ອໄວຣັສດັ່ງກ່າວ ໄດ້ຖືກລະບຸໃນປີ 1984 ເປັນຕົ້ນມາ ຫຼາຍກວ່າ 36 ລ້ານຄົນໄດ້ເສຍຊີວິດໄປຍ້ອນເຊື້ອເອັສໄອວີຫລືເຈັບປ່ວຍທີ່ກ່ຽວຂ້ອງກັບໂຣກເອດສ໌.
ແຕ່ລະປີ ໃນວັນທີ 1 ທັນວາ - ວັນໂຣກເອດສ໌ຂອງໂລກ -ຫຼາຍຄົນໄດ້ຫວນຄືນໄປເບິ່ງການຕໍ່ສູ້ຕ້ານການແຜ່ລະບາດຂອງໂຣກທີ່ທໍາໃຫ້ເສຍຫາຍຫຼາຍທີ່ສຸດໃນປະຫວັດສາດອັນນຶ່ງ.
ດຣ. ຊເລີ ອໍກິນ (Chloe Orkin) ໄດ້ສຶກສາເບິ່ງໂຣກເອດສ໌ມາດົນນານແລ້ວ ແລະເປັນອາຈານສອນຢູ່ມະຫາວິທະຍາໄລຄວີນ ແມຣີ (Queen Mary) ແຫ່ງ ນະຄອນຫລວງລອນດອນຂອງອັງກິດ.
ດຣ. ອໍກິນ ກ່າວຜ່ານທາງ Skype ວ່າ:
“ສະຖານະການໃນທົ່ວໂລກແມ່ນສະຖານະການ ທີ່ກ່ຽວກັບຜູ້ມີ ແລະຜູ້ບໍ່ມີ. ສຳ ລັບຄົນທີ່ອາໄສຢູ່ໃນບ່ອນທີ່ການປິ່ນປົວຕ້ອງໄດ້ເສຍຄ່າ ຫຼືການປິ່ນປົວຍັງຫລ້າ ຫລັງຢູ່, ການປິ່ນປົວທີ່ມີຜົນຂ້າງຄຽງຫຼາຍຢ່າງ, ຄົນກໍ່ຈະບໍ່ປົວໄດ້ດີປານໃດ. ແລະໂດຍປາດສະຈາກການປິ່ນປົວ, HIV ກໍຍັງຄົງເປັນພະຍາດທີ່ເຮັດໃຫ້ຄົນເສຍຊີວິດຢູ່."
ພວກນັກຊ່ຽວຊານກ່າວວ່າ ການປິ່ນປົວທີ່ມີປະສິດທິຜົນຊ່ວຍປ້ອງກັນຜູ້ຕິດເຊື້ອ HIV ບໍ່ໃຫ້ນຳເອົາເຊື້ອໄວຣັສນີ້ໄປຕິດຕໍ່ໃສ່ຜູ້ອື່ນໄດ້. ພວກເຂົາເຈົ້າຍັງເວົ້າອີກ ວ່າໃນທົ່ວໂລກ, ຫຼາຍກວ່າ 50 ເປີເຊັນຂອງຜູ້ທີ່ດຳລົງຊີວິດຢູ່ກັບເຊື້ອເອສໄອວີ ແມ່ນແມ່ຍິງ, ແລະແມ່ຍິງ 1 ລ້ານ 3 ແສນຄົນ ທີ່ຕິດເຊື້ອເອສໄອວີ ແມ່ນຈະ ຖືພາ. ການປິ່ນປົວທີ່ມີປະສິດທິຜົນສາມາດປ້ອງກັນການແຜ່ເຊື້ອໄວຣັສໄປ ຫາລູກຢູ່ໃນທ້ອງໄດ້.
ດຣ. ອໍຄີນ ຂອງອັງກິດ ໄດ້ນຳພາການດຳເນີນຄວາມພະຍາຍາມໃນທົ່ວໂລກ ເພື່ອພັດທະນາການປິ່ນປົວ HIV ທີ່ມີປະສິດທິພາບຍາວນານເປັນຄັ້ງທຳອິດ. ທ່ານນາງເວົ້າວ່າການປິ່ນປົວ ເຊັ່ນ: ການສັກຢາຄວບຄຸມພະຍາດທຸກໆ ສອງເດືອນ, ແມ່ນມີໄວ້ໃຫ້ຄົນໃຊ້ແລ້ວ.
ດຣ. ອໍຄີນ ກ່າວຜ່ານທາງ Skype ອີກວ່າ:
"ຢູ່ບ່ອນທີ່ຂ້າພະເຈົ້າຢູ່ນີ້, ມັນສາມາດທີ່ຈະເປັນການປິ່ນປົວທີ່ໃຊ້ເວລາຫົກມື້ ຕໍ່ປີ ສໍາລັບຜູ້ທີ່ຕິດເຊື້ອເອັສໄອວີ, ແລະມັນແຕກຕ່າງກັນຫຼາຍກັບການປິ່ນປົວ 365 ມື້ຕໍ່ປີ. ດັ່ງນັ້ນ, ມັນເປັນຄວາມກ້າວຫນ້າຢ່າງແທ້ຈິງ."
ບັນດານັກຄົ້ນຄວ້າສະຫະລັດ ກຳລັງຊອກຫາວິທີການປິ່ນປົວໂດຍການສຶກສາ ເບິ່ງຄົນປ່ວຍຕິດເຊື້ອ HIV ທີ່ລະບົບພູມຕ້ານທານທີ່ສູ້ກັບເຊື້ອ HIV ໄດ້ໂດຍ ບໍ່ຕ້ອງໃຊ້ຢາ.
ໃນນະຄອນບອສຕັນ, ລັດແມສຊາຈູແຊັສນັ້ນ ດຣ. ບຣຸສ ວອກເກີ (Bruce Walker) ເປັນນັກການແພດ ແລະນັກວິທະຍາສາດທີ່ສຶກສາຄົ້ນຄວ້າກ່ຽວກັບ ຄົນປ່ວຍຕິດເຊື້ອ HIV ມາໄດ້ 4 ທົດສະວັດແລ້ວ.
ດຣ. ວອກເກີ, ຜູ້ອໍານວຍການສະຖາບັນເຣກອນ (Ragon) ກ່າວຜ່ານທາງ Skype ວ່າ:
"ປາກົດວ່າ ບາງຄົນສາມາດຮັກສາເຊື້ອ HIV ໃຫ້ຢູ່ໃຕ້ການຄວບຄຸມໄດ້ ໂດຍ ລະບົບພູມຕ້ານທານຂອງຕົນເອງ, ແລະມັນກໍ່ເຮັດໃຫ້ພວກເຮົາເລີ້ມຫັນໄປ ໃນທິດທາງ ທີ່ຈະພະຍາຍາມເຂົ້າໃຈວ່າ ມັນເປັນໄປໄດ້ແນວໃດ."
ນາງລໍຣີນ ວີລເລນເບີກ (Loreen Willenberg) ເປັນຄົນປ່ວຍຜູ້ນຶ່ງທີ່ເປັນເຊັ່ນນັ້ນ. ນາງໄດ້ຖືກກວດພົບວ່າມີ HIV ໃນປີ 1992 ແຕ່ບໍ່ເຄີຍມີອາການ ຫຍັງເລີຍ.
ນາງວີລເລນເບີກ (Willenberg), ຄົນປ່ວຍທີ່ຕິດເຊື້ອ HIV ກ່າວຜ່ານທາງ Skype ວ່າ:
“ໃນ 29 ປີກວ່າ ຂ້ອຍບໍ່ເຄີຍຕ້ອງການໃຊ້ຢາປິ່ນປົວເຊື້ອ HIV ເລີຍ. ຂ້ອຍຮູ້ ສຶກວ່າເປັນແຕ່ບຸນ. ຂ້ອຍຮູ້ສຶກຂອບໃຈຫລາຍໆ.”
ດຣ. ວອກເກີ (Walker) ແລະເພື່ອນຮ່ວມງານຂອງເພິ່ນຢູ່ສະຖາບັນເຣກອນ (Ragon) ຄິດວ່າ ຜູ້ທີ່ຕິດເຊື້ອ HIV ອາດຈະຖືກປິ່ນປົວໄດ້ໃນມື້ນຶ່ງ.
ດຣ. ວອກເກີ ກ່າວຜ່ານທາງ Skype ວ່າ:
"ສະນັ້ນ, ບາງຄົນທີ່ຕິດເຊື້ອ HIV, ພວກເຂົາເຈົ້າໄດ້ຮັບການປິ່ນປົວ ມາເປັນ ເວລາຫລາຍປີ, ເປົ້າຫມາຍຂອງພວກເຮົາກໍຄື ຝຶກລະບົບພູມຕ້ານທານໃນຮ່າງກາຍຂອງພວກເຂົາເຈົ້າໃຫ້ພັດທະນາການປະຕິບັດງານໄດ້ດີພິເສດທີ່ພວກເຮົາ ເຫັນຢູ່ໃນບາງບຸກຄົນທີ່ຫາຍາກນີ້ ດີທີ່ສຸດ ໃນຕົວຈິງກໍແມ່ນໃຫ້ສາມາດປິ່ນປົວ ພວກເຂົາເຈົ້າໃຫ້ຫາຍດີຈາກການຕິດເຊື້ອ HIV ຂອງຕົນໄດ້ ຫຼືຢ່າງຫນ້ອຍສຸດ ກໍສາມາດຮັກສາເຊື້ອໄວຣັສໃຫ້ຢູ່ພາຍໃຕ້ການຄວບຄຸມໄດ້ ເພື່ອວ່າ ມັນຈະ ບໍ່ເຮັດໃຫ້ເກີດພະຍາດໃດໆ ແກ່ຄົນນັ້ນໄດ້ ແລະມັນຈະບໍ່ສາມາດຕິດຕໍ່ໄປຫາຄົນອື່ນໄດ້ຍ້ອນວ່າ ມັນຢູ່ໃນລະດັບຕໍ່າເຊັ່ນນັ້ນ."
ແຕ່ວັນແຫ່ງໂຣກເອດສ໌ຂອງໂລກເຕືອນໃຫ້ພວກເຮົາຮູ້ວ່າ ເຊື້ອ HIV ຍັງບໍ່ໄດ້ຫັບຫາຍໄປເທື່ອ. ໂດຍທີ່ເງິນທຶນ ແລະຄວາມເອົາໃຈໃສ່ໃນປັດຈຸບັນແມ່ນສຸມ ໃສ່ການແຜ່ລະບາດຂອງພະຍາດ COVID-19, ການກວດຫາເຊື້ອ HIV ໄດ້ ຫຼຸດລົງ ແລະການທົດລອງຖືກຢຸດສະງັກ - ຊຶ່ງເປັນສະພາບພັດທະນາການທີ່ ເຮັດໃຫ້ພວກນັກຊ່ຽວຊານດ້ານ HIV ແລະຜູ້ທີ່ເປັນພະຍາດນີ້ມີຄວາມເປັນຫ່ວງ.
ອ່ານລາຍງານນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້: