ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຍິງ ຊາວສະວີເດັນ ເກີດລູກ ຫຼັງຈາກຜ່າຕັດ ປ່ຽນມົດລູກ


ແຜນທີ່ ປະເທດສະວີເດັນ
ແຜນທີ່ ປະເທດສະວີເດັນ

ຜູ້ຍິງ​ຊາວ​ສະ​ວີ​ເດັນອາຍຸ 36 ປີ​ຄົນ​ນຶ່ງ ​ໄດ້​ກາຍ​ມາ​ເປັນ​ຜູ້ຍິງ​
ຄົນ​ທຳ​ອິດ​ໃນ​ໂລກ ທີ່​ອອກລູກ​ຫລັງ​ຈາກ​ໄດ້​ຜ່າຕັດ​ປ່ຽນ​ມົດ​
ລູກ​ໃໝ່ແລ້ວ.

ຜູ້​ຍິງ​ຄົນນີ້ ​ໄດ້​ອອກລູກ​ນ້ອຍ​ຜູ້​ຊາຍ ​ໃນເດືອນ​ແລ້ວ​ນີ້ໂດຍ
​ຜ່ານ​ການຜ່າຕັດ​ອອກ​.

ບັນດານາຍ​ແພດສະ​ວີເດັນກ່າວ​ວ່າ ​ເດັກນ້ອຍ​ຜູ້​ຊາຍ​ຄົນນີ້ເກີດ 31 ອາທິດ ​ກ່ອນ​ກຳນົດ ໃນການຕັ້ງຄັນ ​ເວລາ​ແມ່​ໄດ້ເລີ້ມເຈັບທ້ອງກ່ອນ​ກຳນົດ ທີ່​ເປັນອັນ​ຕະລາຍ ​ຍ້ອນຄວາມ
ດັນຂອງເລືອດສູງ.

​ປັດ​ຈຸ​ບັນ​ນີ້ ທັງແມ່​ແລະ​ເດັກ ພັກຜ່ອນ​ຢູ່​ບ້ານ ​ແລະ​ສະບາ​ຍດີ. ​ຊື່ສຽງຮຽງນາມ ​ຂອງ​ຜູ້ຍິງ
ຄົນ​ນີ້ ​ແລະ​ຜົວຂອງລາວ ບໍ່​ໄດ້​ມີການ​ເປີດເຜີຍ​ໃຫ້​ຮູ້.

ຜູ້​ເປັນ​ແມ່ ​ໄດ້​ຖືກ​ສີດ​ນໍ້າ​ເຊື້ອທີ່ປະສົມແລ້ວເຂົ້າ​ໄປ​ໃສ່ມົດ​ລູກ ທີ່​ຜະ​ລິດ​ຈາກ​ໄຂ່່​ຂອງ​ລາວ
​ແລະ​ນໍ້າ​ເຊື້ອ​ຂອງ​ຜົວ​ລາວ.

ມົດ​ລູກ​ດັ່ງກ່າວ ​ໄດ້​ຖືກ​ປ່ຽນ​ໃນ​ປີ​ກາຍ​ນີ້ ໂດຍການສະໜອງໃຫ້ຂອງຜູ້​ຍິງ​ອາຍຸ 61 ປີຄົນ
ນຶ່ງ ທີ່​ເປັນ​ໝູ່່ເພື່ອນຂອງ​ຄອບຄົວ.

ບັນດາ​ນາຍແພດສະວີ​ເດັນກ່າວ​ວ່າ ​ແມ່​ໄດ້ມີ​ປະເຊີນກັບການປ​ະຕິ​ເສດຂອງ ມົດລູກ​ມາ
ແລ້ວເທຶ່ອນຶ່ງ ແຕ່ໄດ້​ປະສົບ​ຜົນສຳ​ເລັດໃນການ​ປິ່ນປົວ​ດ້ວຍຢາ​ຕ່າງໆ.

ວາລະສານການ​ແພດ Lancet ​ໄດ້ພິມ​ເຜີຍ​ແຜ່ລາຍ​ລະອຽດ​ຂອງ​ກໍລະນີ​ດັ່ງກ່າວ

WOMB TRANSPLANT CNPK
please wait
Embed

No media source currently available

0:00 0:01:09 0:00

A 36-year-old Swede has become the world's first woman to give birth after receiving a womb transplant.

The woman delivered the baby boy last month through a Caesarean section .

Swedish doctors say the boy was born prematurely at 31 weeks of gestation when the mother developed pre-eclampsia; a dangerous high blood pressure condition.

Mother and child are now home and doing well. The identities of the woman and her husband were not revealed.

The mother underwent in vitro fertilization with an embryo created from her egg and her husband's sperm.

The replacement womb was transplanted last year. It was provided by a 61-year-old woman who is a family friend.

Swedish doctors say the mother experienced at least one episode of womb rejection that was successfully treated with drugs.

The medical journal Lancet is publishing the details of the case.

XS
SM
MD
LG