ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂດຍຈັບຕາເບິ່ງຈີນ ອິນເດຍ ແລະ ສະຫະລັດ ລົງນາມໃນຂໍ້ຕົກລົງ ດ້ານການທະຫານ ທີ່ເປັນຂີດໝາຍສຳຄັນ


ລັດຖະມົນຕີກະຊວງການຕ່າງປະເທດ ສຫລ ທ່ານໄມຄ໌ ພອມພຽວ, ຂວາ, ກ່າວຖະແຫລງ ຮ່ວມກັບ ລັດຖະມົນຕີປ້ອງກັນປະເທດ ທ່ານມາກ ແອັສເປີ ທີ່ນັ່ງຢູ່ຄຽງຂ້າງທ່ານ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມກັບ ຄູ່ຕຳແໜ່ງຂອງພວກທ່ານຈາກອິນເດຍ ຢູ່ທີ່ບ້ານພັກໄຮເດີຣາບາດ ໃນນະຄອນຫຼວງ ນິວເດລີ ຂອງອິນເດຍ, ວັນທີ 27 ຕຸລາ 2020.
ລັດຖະມົນຕີກະຊວງການຕ່າງປະເທດ ສຫລ ທ່ານໄມຄ໌ ພອມພຽວ, ຂວາ, ກ່າວຖະແຫລງ ຮ່ວມກັບ ລັດຖະມົນຕີປ້ອງກັນປະເທດ ທ່ານມາກ ແອັສເປີ ທີ່ນັ່ງຢູ່ຄຽງຂ້າງທ່ານ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມກັບ ຄູ່ຕຳແໜ່ງຂອງພວກທ່ານຈາກອິນເດຍ ຢູ່ທີ່ບ້ານພັກໄຮເດີຣາບາດ ໃນນະຄອນຫຼວງ ນິວເດລີ ຂອງອິນເດຍ, ວັນທີ 27 ຕຸລາ 2020.

ອິນເດຍ ແລະ ສະຫະລັດ ໄດ້ລົງນາມໃນຂໍ້ຕົກລົງທີ່ເປັນຂີດໝາຍ ເພື່ອແບ່ງ ປັນຂໍ້ມູນດ້ານການທະຫານແລະໄດ້ປະຕິຍານທີ່ຈະເສີມຂະຫຍາຍສາຍສຳພັນດ້ານຄວາມໝັ້ນຄົງແລະດ້ານຍຸດທະສາດໃນລະຫວ່າງການເດີນທາງຢ້ຽມຢາມອິນເດຍ ໂດຍບັນດາເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ. ດັ່ງທີ່ ອານຈະນາ ປາ-ສຣີຈາ ລາຍງານມາ ກໍແມ່ນວ່າ ນະຄອນຫຼວງນິວເດລີ ເປັນບ່ອນຢຸດແວ່ແຫ່ງທຳອິດໃນການເດີນທາງຢ້ຽມຢາມ 4 ປະເທ ເພື່ອເສີມຂະຫຍາຍການເປັນພາ
ຄີກັບອາເມຣິກາ ໃນການປະເຊີນໜ້າກັບການເອົາທ່າທີແບບແຂງກ້າວຂອງຈີນ ຢູ່ໃນຂົງເຂດອິນໂດ-ປາຊີຟິກ ຊຶ່ງໄຊຈະເລີນສຸກຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຫລັງຈາກມີການເຈລະຈາ ລະຫວ່າງ ບັນດາເຈົ້າໜ້າທີ່ຂັ້ນສູງຂອງອິນເດຍແລະ ອາເມຣິກາ ຢູ່ໃນນະຄອນຫຼວງ ນິວເດລີ ເມື່ອວັນອັງຄານຜ່ານມາ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານໄມຄ໌ ພອມພຽວ ໄດ້ກ່າວເຖິງໄພຂົ່ມ ຂູ່ຈາກພັກຄອມມິວນິສ ຂອງຈີນ ຫຼື CCP ທີ່ປົກຄອງປະເທດ ໃນປັດຈຸບັນນີ້.

ທ່ານພອມພຽວກ່າວວ່າ “ບັນດາຜູ້ນຳແລະພົນລະເມືອງຂອງພວກເຮົາເຫັນຢ່າງຈະແຈ້ງຫຼາຍຂຶ້ນ ທີ່ວ່າ ພັກ CCP ບໍ່ແມ່ນມິດຕໍ່ປະຊາທິປະໄຕ ການປົກຄອງດ້ວຍຕົວບົດກົດໝາຍ ຄວາມໂປ່ງໃສ ຫຼືຕໍ່ເສລີພາບໃນການເດີນເຮືອ ຊຶ່ງເປັນພື້ນຖານຂອງເຂດອິນໂດ-ປາຊີຟິກ ທີ່ເສລີ ເປີດກວ້າງ ແລະຄວາມວັດທະນາຖາວອນ.”

ທ່ານພອມພຽວ ພ້ອມດ້ວຍລັດຖະມົນຕີປ້ອງກັນປະເທດ ທ່ານມາກ ແອັສເປີ ແມ່ນກຳລັງຢູ່ໃນນະຄອນຫຼວງນິວເດລີ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີ ທີ່ຮູ້ຈັກກັນໃນຊື່ ການປຶກສາຫາລື ຂັ້ນລັດຖະມົນຕີ 2+2 ທີ່ໄດ້ຈັດຂຶ້ນຮ່ວມກັບລັດຖະມົນຕີກະຊວງການຕ່າງປະເທດ ແລະລັດຖະມົນຕີປ້ອງກັນປະເທດຂອງອິນເດຍ.

ທັງສອງປະເທດ ໄດ້ລົງນາມໃນຂໍ້ຕົກລົງທີ່ເປັນຂີດໝາຍ ຊຶ່ງຈະອຳນວຍໃຫ້ອິນເດຍ ເຂົ້າເຖິງຂໍ້ມູນຕ່າງໆດ້ານພູມິປະເທດ ແລະດ້ານການບິນ ທີ່ຖືວ່າມີຄວາມສຳຄັນຍິ່ງສຳລັບການກຳນົດເປົ້າໝາຍ ຂອງພວກເຮືອບິນໂດຣນທີ່ຕິດລູກສອນໄຟ ແລະຕິດອາວຸດ.

ມັນເປັນສົນທິສັນຍາອັນສຸດທ້າຍຂອງສີ່ສັນຍາ ທີ່ປະເທດທັງສອງໄດ້ເຊັນກັນໄປແລ້ວ ໃນບໍ່ເທົ່າປີມໍ່ໆມານີ້ ເພື່ອເລີ້ມຕົ້ນການສ້າງຄວາມແຂງແກ່ນໃນການຮ່ວມມືດ້ານການທະຫານ ແລະດ້ານຍຸດທະສາດຮ່ວມກັນ.

ທັງສອງຝ່າຍໄດ້ສົ່ງສຽງ ໃນທຳນອງທີ່ມີຄວາມຫວັງໃນອະນາຄົດ ກ່ຽວກັບສາຍ ສຳພັນທີ່ກຳລັງເຕີບໃຫຍ່ຂອງພວກເຂົາ. ເຖິງແມ່ນວ່າ ບັນດາເຈົ້າໜ້າທີ່ຂອງອິນເດຍບໍ່ໄດ້ເອີ່ຍເຖິງຈີນໂດຍກົງກໍຕາມ ທ່ານຊູບຣາມານີຢາມ ໄຈຊານກາ ລັດຖະ ມົນຕີກະຊວງການຕ່າງປະເທດຂອງອິນເດຍ ໄດ້ເອີ້ນການເຄື່ອນໄຫວຂອງສາຍ ສຳພັນກັບວໍຊິງຕັນ ວ່າ “ເປັນທີ່ເພິ່ງພໍໃຈຢ່າງພິເສດ.”

ທ່ານແອັສເປີ ລັດຖະມົນຕີປ້ອງກັນປະເທດ ໄດ້ເນັ້ນໜັກເຖິງການຮ່ວມມືຂອງພວກເຂົາເຈົ້າ ທີ່ກຳລັງຂະຫຍາຍຕົວຂຶ້ນຢູ່ໃນຂົງເຂດ.

ທ່ານແອັສເປີ ກ່າວວ່າ “ບົນພື້ນຖານຂອງຫຼັກຄຸນນະທຳແລະຜົນປະໂຫຍດທີ່ມີຮ່ວມກັນຂອງພວກເຮົາແລ້ວ ພວກເຮົາຢືນຢູ່ຄຽງບ່າຄຽງໄຫລ່ໃນການສະໜັບສະໜຸນເຂດອິນໂດ-ປາຊີຟິກ ທີ່ເສລີ ແລະການເປີດກວ້າງ ເພື່ອໝົດທຸກປະເທດ ໂດຍສະເພາະ ເມື່ອຄຳນຶງເຖິງການຮຸກຮານແລະກິດຈະການສ້າງຄວາມວຸ້ນວາຍ ຕ່າງໆ ທີ່ມີເພີ້ມຂຶ້ນ ໂດຍຈີນ.”

ການເຈລະຈາດັ່ງກ່າວ ໄດ້ຖືກຈັັດຂຶ້ນໃນຂະນະທີ່ອິນເດຍ ຍັງຄົງຕິດຂັດໃນການປະເຊີນໜ້າດ້ານການທະຫານທີ່ແກ່ຍາວມາໄດ້ຫຼາຍເດືອນ ກັບປັກກິ່ງ ຢູ່ທີ່ເຂດຊາຍແດນພູຫິມະໄລຂອງຕົນ ແລະຄວາມເປັນຫ່ວງກໍເພີ້ມຂຶ້ນຢູ່ໃນວໍຊິງຕັນກ່ຽວ ກັບການເບັ່ງກ້າມຂອງຈີນຢູ່ໃນຂົງເຂດອິນໂດ-ປາຊີຟິກນັ້ນ.

ກ່ອນທີ່ຈະມຸ້ງໜ້າໄປເຂົ້າຮ່ວມໃນການເຈລະຈາ ບັນດາເຈົ້າໜ້າທີ່ສະຫະລັດ ໄດ້ຢຸດແວ່ ທີ່ອານຸສາວະລີສົງຄາມ ເພື່ອຄຳນັບບັນດາທະຫານຂອງອິນເດຍ ທີ່ປະ ກອບດ້ວຍ ທະຫານ 20 ຄົນ ຜູ້ທີ່ໄດ້ເສຍຊີວິດເມື່ອຕົ້ນປີນີ້ ໃນເຫດການນຶ່ງທີ່ເກີດຂຶ້ນກັບຈີນ.

ອີງຕາມທ່ານພອມພຽວ ແລ້ວ ທ່ານກ່າວວ່າ “ສະຫະລັດຈະຢືນຢູ່ກັບປະຊາຊົນຂອງອິນເດຍ ໃນຂະນະທີ່ພວກເຂົາເຈົ້າປະເຊີນກັບໄພຂົ່ມຂູ່ຕໍ່ອະທິປະໄຕ ແລະຕໍ່ເສລີພາບຂອງພວກເຂົາເຈົ້າ.”

ທີ່ປັກກິ່ງ ໂຄສົກກະຊວງການຕ່າງປະເທດຂອງຈີນ ທ່ານຫວາງ ເວັນບິນ ບໍ່ໄດ້ເອົາຫົວຊານຳຂໍ້ກ່າວຫາຂອງສະຫະລັດ ກ່ຽວກັບທ່າທີອັນແຂງກ້າວຂອງຕົນນັ້ນ. ທ່ານໄດ້ກ່າວວ່າ ຈີນຊັກຊວນໃຫ້ ທ່ານພອມພຽວ “ປະຖິ້ມ ສົງຄາມເຢັນ ແລະ ຄວາມຄິດຂອງເກມຜົນລວມທີ່ບໍ່ໄດ້ຫຍັງເລີຍ ຫຼື zero-sum game ແລະຢຸດເຊົາການກໍ່ຄວາມແຕກແຍກລະຫວ່າງຈີນ ແລະບັນດາປະເທດໃນຂົງເຂດ ພ້ອມກັບບ່ອນທຳລາຍ ສັນຕິພາບແລະສະຖຽນລະພາບ ໃນຂົງເຂດ.”

ຍ້ອນໂຣກລະບາດໄວຣັສໂຄໂຣນາ ເຮັດໃຫ້ການປຶກສາຫາລື ລະຫວ່າງສະຫະ ລັດແລະອິນເດຍ ໄດ້ເລື່ອນອອກໄປ ຈຶ່ງໄດ້ຖືກຈັດຂຶ້ນພຽງນຶ່ງອາທິດກ່ອນການເລືອກຕັ້ງຂອງສະຫະລັດ. ບັນດານັກວິເຄາະ ຊີ້ໃຫ້ເຫັນວ່າ ມີຄວາມເຫັນດີເຫັນພ້ອມດ້ານການເມືອງຢ່າງກວ້າງຂວາງ ຢູ່ໃນທັງສອງປະເທດ ກ່ຽວກັບຄວາມຈຳ ເປັນເພື່ອສະໜັບສະໜຸນການຮ່ວມມືຂອງພວກເຂົາເຈົ້າ ທ່າມກາງຄວາມກັງວົນທັງຫຼາຍ ທີ່ທັງສອງມີນຳກັນ ກ່ຽວກັບຈີນ.

ການເຈລະຈາລະຫວ່ງທັງສອງປະເທດ ໄດ້ຮັບຜົນກະທົບໂດຍໂຣກລະບາດນັ້ນ ຍັງໄດ້ເພັ່ງເລັງໃສ່ເລື້ອງການຮ່ວມມື ໃນຢາວັກຊີນປ້ອງກັນ ທີ່ກຳລັງຢູ່ໃນການພັດທະນາ ແລະການທົດລອງທີ່ເຫັນວ່າ ເປັນມາດຕະການສຳຄັນເພື່ອຄວບຄຸມການແຜ່ລະບາດຢ່າງບໍ່ຢຸດຢັ້ງ.

ຈາກອິນເດຍ ທ່ານພອມພຽວ ຈະເດີນທາງຕໍ່ໄປຍັງ ສຣີລັງກາ ມາລດິບສ໌ ແລະອິນໂດເນເຊຍ ໃນຄວາມພະຍາຍາມທີ່ຈະເສີມສ້າງພັນທະມິດຕ່າງໆຢູ່ໃນເຂດອິນໂດ-ປາຊີຟິກ ທຸກປະເທດທີ່ຕັ້ງຢູ່ຈຸດເປັນຍຸດທະສາດ ທີ່ວໍຊິງຕັນຫວັງວ່າ ສາມາດມີບົດບາດໃນການຕ້ານຢັນກັບປັກກິ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG