ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂດຍການຄວບຄຸມ ທັງທຳນຽບຂາວ ແລະລັດຖະສະພາ ພັກເດໂມແຄຣັດ ມີເວລາສອງປີ ທີ່ຈະທຳການປ່ຽນແປງຢ່າງໃຫຍ່


ພາບຈາກວີດີໂອ, ຮອງປະທານາທິບໍດີ ຄາມາລາ ແຮຣິສ ທຳພິທີສາບານໂຕເຂົ້າຮັບຕຳແໜ່ງສະມາຊິກສະພາສູງ ໃຫ້ແກ່ ທ. ຣາແຟລ ວອຣນັອກ, ຈາກລັດຈໍເຈຍ, ທ. ອາແລັກສ໌ ພາດີລລາ ຈາກລັດຄາລີຟໍເນຍ, ທ. ຈອນ ອັອສຊັອຟ, ຈາກລັດຈໍເຈຍ ທັງສາມສັງກັດພັກເດໂມແຄຣັດ ຢູ່ທີ່ສະພາສູງສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ມັງກອນ 2021.
ພາບຈາກວີດີໂອ, ຮອງປະທານາທິບໍດີ ຄາມາລາ ແຮຣິສ ທຳພິທີສາບານໂຕເຂົ້າຮັບຕຳແໜ່ງສະມາຊິກສະພາສູງ ໃຫ້ແກ່ ທ. ຣາແຟລ ວອຣນັອກ, ຈາກລັດຈໍເຈຍ, ທ. ອາແລັກສ໌ ພາດີລລາ ຈາກລັດຄາລີຟໍເນຍ, ທ. ຈອນ ອັອສຊັອຟ, ຈາກລັດຈໍເຈຍ ທັງສາມສັງກັດພັກເດໂມແຄຣັດ ຢູ່ທີ່ສະພາສູງສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ມັງກອນ 2021.

ພັກເດໂມແຄຣັດຂອງສະຫະລັດ ໄດ້ເຂົ້າຄວບຄຸມທັງທຳນຽບຂາວ ແລະລັດຖະສະພາ ໃນວັນພຸດຜ່ານມານີ້ ດ້ວຍການສາບານໂຕເຂົ້າຮັບຕຳແໜ່ງປະທານາທິ ບໍດີ ຂອງທ່ານໂຈ ໄບເດັນ ຫຼັງຈາກທີ່ຮອງປະທານາທິບໍດີ ຄາມາລາ ແຮຣິສ ໄດ້ທຳພິທີສາບານໂຕເຂົ້າຮັບຕຳແໜ່ງໃໝ່ໃຫ້ແກ່ສະມາຊິກສະພາສູງສັງກັດພັກເດໂມແຄຣັດ 3 ທ່ານ.

ສະມາຊິກສະພາສູງໃໝ່ 3 ທ່ານນີ້ ຈະເຮັດໃຫ້ສະພາສູງຂອງສະຫະລັດ ມີຜູ້ຈຳນວນສະມາຊິກຈາກພັກເດໂມແຄຣັດແລະພັກຣີພັບບລີກັນ ເທົ່າກັນ 50 ຕໍ່ 50, ໂດຍທ່ານນາງແຮຣິສ ຈະເປັນປະທານຕັດສິນການລົງຄະແນນສຽງທີ່ສະເໝີກັນ.

ພ້ອມກັນນັ້ນ ສະພາຕ່ຳສະຫະລັດ ຍັງສືບຕໍ່ຢູ່ພາຍໃຕ້ການນຳພາຂອງພັກເດໂມແຄຣັດ ໂດຍມີທ່ານນາງແນນຊີ ເພໂລຊີ ເປັນປະທານສະພາຕ່ຳ, ທ່ານໄບເດັນ ເລີ້ມຕົ້ນປະຕິບັດໜ້າທີ່ຂອງທ່ານ ໂດຍມີໂອກາດ ທີ່ຈະເຮັດວຽກກັບທັງສອງສະ ພາທີ່ພັກເດໂມແຄຣັດໄດ້ຮັບການຄວບຄຸມ ເພື່ອຮັບຜ່ານຮ່າງກົດໝາຍປ່ຽນແປງ ທີ່ສຳຄັນທັງຫຼາຍ.

ຜົນຂອງການຫັນປ່ຽນອຳນາດທາງດ້ານການເມືອງຢູ່ລັດຖະສະພານັ້ນ ເຮັດໃຫ້ຜູ້ນຳພັກເດໂມແຄຣັດຂອງສະພາສູງ ທ່ານຊັກ ຊູມເມີ ຈາກລັດນິວຢອກ ໄດ້ເຂົ້າຮັບຕຳແໜ່ງແທນ ທ່ານມິດຈ໌ ເມັກຄອນແນລ ສັງກັດພັກຣີພັບບລີກັນ ໃນຖານະເປັນຜູ້ນຳສຽງສ່ວນຫຼາຍຂອງສະພາສູງ. ສະມາຊິກສະພາສູງຈາກລັດເຄັນທັກກີ ຜູ້ທີ່ໄດ້ດຳລົງຕຳແໜ່ງຜູ້ນຳລະດັບສູງ ມາໄດ້ 6 ປີ ແລ້ວນັ້ນ ຖືວ່າ ເປັນຜູ້ທີ່ມີທັກສະສູງໃນການກີດກັນຮ່າງກົດໝາຍຂອງພັກເດໂມແຄຣັດ ພ້ອມກັນນັ້ນ ສົ່ງເສີມນະໂຍບາຍຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ໃນການສະເໜີຊື່ເຂົ້າຕຳແໜ່ງທັງຫຼາຍໃນລະບົບຕຸລາການແລະລັດຖະບານ ໂດຍຜ່ານຂະບວນການຮັບຮອງຂອງສະພາສູງນັ້ນ.

ໂດຍທີ່ພັກຣີພັບບລີກັນ ຈະບໍ່ໄດ້ເປັນຜູ້ນຳສະພາສູງ ແລະການເປັນປະທານຢູ່ໃນຄະນະກຳມະການທີ່ສຳຄັນຕ່າງໆ ອີກຕໍ່ໄປແລ້ວນັ້ນ ທ່ານໄບເດັນ ແມ່ນຢູ່ໃນທ່າທີ່ທີ່ເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອຫາທາງອອກຮ່າງກົດໝາຍທີ່ທ່ານໄດ້ໂຄ ສະນາຫາສຽງ ໃຫ້ຄຳໝັ້ນສັນຍາຈະອອກມາດຕະການກ່ຽວກັບການຊ່ອຍເຫຼືອດ້ານໄວຣັສໂຄໂຣນາ, ການປ່ຽນແປງຂອງດິນຟ້າອາກາດ, ຄວາມບໍ່ສະເໝີພາບຂອງເຊື້ອຊາດ ແລະສາຍສຳພັນລະຫວ່າງປະເທດ. ເຖິງຢ່າງໃດກໍຕາມ ທ່ານບໍ່ສາມາດທີ່ຈະຮັບປະກັນໄດ້ວ່າ ພັກເດໂມແຄຣັດ ຈະສະໜັບສະໜຸນທຸກເລື້ອງທັງຫຼາຍຂອງທ່ານໄດ້ຫຼືບໍ່ແລະພັກຣີພັບບລີກັນຈະສາມາດກີດກັນຮ່າງກົດໝາຍບາງຢ່າງ ທີ່ຈະຕ້ອງໄດ້ມີ 60 ຄະແນນສຽງເພື່ອຈະຮັບຜ່ານຮ່າງກົດໝາຍໃນສະພາສູງໄດ້.

ທ່ານຊູມເມີ ໄດ້ຍອມຮັບຮູ້ເຖິງບັນຫາທ້າທາຍເຫຼົ່ານັ້ນ ໃນວັນພຸດຜ່ານມານີ້ ຢູ່ໃນຄຳປາໄສຄັ້ງທຳອິດຂອງທ່ານ ໃນຖານະເປັນຜູ້ນຳສຽງສ່ວນຫຼາຍ.

ທ່ານຊູມເມີ ໄດ້ກ່າວວ່າ “ສະພາສູງ ຈະຮັບມືກັບຊ່ວງເວລາທີ່ອັນຕະລາຍເຊັ່ນວ່າ ດ້ານສາທາລະນະສຸກ ຄັ້ງນຶ່ງໃນລຸ້ນນີ້ ແລະວິກິດການດ້ານເສດຖະກິດ. ແລະຕົນຈະພະຍາຍາມເຮັດໃຫ້ມີຄວາມກ້າວໜ້າກ່ຽວກັບການສູ້ຊົນເພື່ອຄວາມຍຸຕິທຳທາງດ້ານເຊື້ອຊາດ, ຄວາມຍຸຕິທຳທາງດ້ານເສດຖະກິດ, ມີໂອກາດເທົ່າທຽມກັນ ແລະສະເໝີພາບເທົ່າທຽມກັນ ພາຍໃຕ້ກົດໝາຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG