ເມື່ອໄວໆມານີ້ ໄດ້ມີການວາງແຜນຂອງພັນທະມິດໃໝ່ສາມບໍລິສັດເພື່ອພັດທະນາໄຟຟ້າພະລັງລົມ 1 ກິກາວັດ ຢູ່ໃນເຂດພາກໃຕ້ຂອງ ສປປ ລາວ ອີງຕາມລາຍງານຂອງວາລະສານຣີນິວເວໂບ.
ບໍລິສັດແຄັບແປລພື້ນຖານໂຄງລ່າງ (Keppel Infrastructure) ຊຶ່ງເປັນໜ່ວຍງານນຶ່ງ ຂອງບໍລິສັດແຄັບແປລຈຳກັດຂອງສິງກະໂປໄດ້ປະກາດວ່າ ຕົນໄດ້ລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ກັບບໍລິສັດອິມແພັກເອເລັກຕອນສະຫຍາມຈຳກັດ (IES) ແລະບໍລິສັດເອັນວີຊັ່ນກຣຸບ ຊຶ່ງເປັນບໍລິສັດເທັກໂນໂລຈີສີຂຽວຂອງຈີນ ເພື່ອຈະເຮັດວຽກຮ່ວມກັນ ສະໜອງໄຟຟ້າພະລັງລົມ ໃຫ້ແກ່ຂົງເຂດ.
ຮອງສາສະດາຈານອຽນ ແບດ (Ian Baird) ຈາກມະຫາວິທະຍາໄລວິສຄອນຊິນ-ແມດີສັນ (Wisconsin-Madison) ກ່າວຕໍ່ວີໂອເອ ພະແນກພາສາລາວກ່ຽວກັບເລື້ອງໄຟຟ້າພະລັງລົມນີ້ວ່າ.
“ກະຄຶດວ່າ ກະເປັນຜົນດີສ່ວນນຶ່ງເນາະ ເພາະວ່າເລື້ອງນີ້ມັນອາດຈະສົ່ງຜົນກະທົບໜ້ອຍກວ່າທີ່ສ້າງເຂື່ອນນີ້ນະ ເຂື່ອນໄຟຟ້າ ມັນມີຜົນສະທ້ອນຫຼາຍຕໍ່ປະຊາຊົນ ຕໍ່ສິ່ງແວດລ້ອມ ບັດນີ້ ຄັນວ່າເຮັດເລື້ອງຟາມລົມນີ້ໜາ ໜ້າຈະມີຜົນກະທົບໜ້ອຍລົງ.”
ອີງຕາມການປະກາດ ທັງສາມບໍລິສັດຈະຮ່ວມກັນລົງທຶນເພື່ອພັດທະນາສິດຜູກຂາດ ທີ່ໄດ້ຮັບໂດຍບໍລິສັດ IES 1,000 ເມກາວັດ ຊຶ່ງເພີ້ມຈາກ 600 ເມກາວັດ ຂອງມູນຊູນວິນຟາມຢູ່ລາວ.
ໂຄງການໄຟຟ້າພະລັງລົມ ທີ່ຈະມີການສ້າງຂຶ້ນ ຢູ່ໃນແຂວງເຊກອງ ແລະອັດຕະປື ທາງພາກໃຕ້
ຂອງ ສປປ ລາວ ເປັນໂຄງການໄຟຟ້າພະລັງລົມທີ່ໃຫຍ່ທີ່ສຸດໃນອາຊ່ຽນ ແລະຄາດວ່າຈະເລີ້ມສົ່ງໄຟຟ້າໄປຂາຍໃຫ້ຫວຽດນາມ ໃນປີ 2025.