ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ສຫລ ຈະ​ເສັດ​ສິ້ນ ແຜນ​ການ ​ຕັດ​ກຳ​ລັງ​ ທະ​ຫານ ໃນອາຟຣິກາ ລົງບໍ?  


ນາຍ​ພົນ​ທະ​ຫານ​ມາ​ຣີນ ໂທ​ມັ​ສ ວາ​ລ​ດ໌​ຮາວ​ເຊີ , ຊ້າຍ, ເປັນ​ຜູ້​ບັນ​ຊາ​ການ​ ກຳ​ລັງ​ສະຫະ​ລັດ ​ໃນ​ອາ​ຟ​ຣິ​ກາ ທີ່​ເອີ້ນວ່າ AFRICOM, ຮ່ວມກັບ ເອກອັກຄະລັດຖະທູດ ສຫລ ເຊເນການ ທູລີນາໂບ ແອັສ ມູຊີນກີ, ໃນນະຄອນ ດາກາ ເຊເນການ, ວັນທີ 30 ກໍລະກົດ 2018.
ນາຍ​ພົນ​ທະ​ຫານ​ມາ​ຣີນ ໂທ​ມັ​ສ ວາ​ລ​ດ໌​ຮາວ​ເຊີ , ຊ້າຍ, ເປັນ​ຜູ້​ບັນ​ຊາ​ການ​ ກຳ​ລັງ​ສະຫະ​ລັດ ​ໃນ​ອາ​ຟ​ຣິ​ກາ ທີ່​ເອີ້ນວ່າ AFRICOM, ຮ່ວມກັບ ເອກອັກຄະລັດຖະທູດ ສຫລ ເຊເນການ ທູລີນາໂບ ແອັສ ມູຊີນກີ, ໃນນະຄອນ ດາກາ ເຊເນການ, ວັນທີ 30 ກໍລະກົດ 2018.

ຜູ້​ບັນ​ຊາ​ການ​ກຳ​ລັງ​ສະ​ຫະ​ລັດ​ ໃນ​ອາ​ຟ​ຣິ​ກາ ຍັງ​ມີ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ວ່າ​ທຳ​ນຽບ​
ຫ້າ​ແຈ ຈະ​ເສັດ​ສິ້ນ​ແຜນ​ການ​ຕັດ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດລົງ 10 ເປີ​ເຊັນ ຫຼື​ບໍ່ ດັ່ງ​ທີ່
ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ໄດ້​ປະ​ກາດ​ໄປ ໃນ​ປີ​ກາຍນີ້.

ໃນ​ເດືອນ​ພະ​ຈິກ​ແລ້ວ ​ເຈົ້າ​ໜ້າ​ທີ່ທຳ​ນຽບ​ຫ້າ​ແຈ​ໄດ້​ປະ​ກາດ​ວ່າ ຕົນ​ຈະ​ຕັດ​ກຳ​ລັງທະ​ຫານ
​ສະ​ຫະ​ລັດ ລະ​ຫວ່າງ 700 ຫາ 7,200 ​ທີ່​ປະ​ຈຳ​ການ ​ຢູ່​ໃນ​ທະ​ວີບ​ອາຟ​ຣິ​ກາ​ລົງ ພາຍ​ໃນ
​ປີ 2020. ການ​ຕັດ​ກຳ​ລັງ​ລົງ​ນີ້ ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ແມ່ນ​ຈະມີ​ການ​ນຳ​ໃຊ້ ກຳ​ລັງ​ປະ​ຕິ​ບັດ
​ງານ​ພິ​ເສດ “ຢ່າງ​ດີ​ທີ່​ສຸດ” ທີ່​ອາດ​ຈະ​ມີ​ຄວາມ​ຕ້ອງການ ​ໃນ​ອະ​ນາ​ຄົດ​ເພື່ອ ​ທຳ​ການ​ສູ້
​ລົບ​ຕ້ານ​ຄູ່​ແຂ່ງ​ທີ່​ມີ​ຄວາມ​ສາ​ມາດ​ເກືອບ​ປານໆກັນ ​ເຊັ່ນ​ຣັດ​ເຊຍ ແລະ​ຈີນ.

ນາຍ​ພົນ​ທະ​ຫານ​ມາ​ຣີນ ໂທ​ມັ​ສ ວາ​ລ​ດ໌​ຮາວ​ເຊີ ຊຶ່ງ​ເປັນ​ຜູ້​ບັນ​ຊາ​ການ​ກຳ​ລັງ​ສະຫະ​ລັດ​
ໃນ​ອາ​ຟ​ຣິ​ກາທີ່​ເອີ້ນ​ວ່າ AFRICOM ນັ້ນ ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ໃນ​ວັນ ພະ​ຫັດ
​ວານນີ້​ວ່າ ທ່ານ​ໄດ້​ຕັດ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ ໃນ​ອາ​ຟ​ຣິ​ກາ​ລົງແລ້ວປະ​ມານ 300
ຄົນ. ແຕ່​ປາ​ກົດ​ວ່າ ພວກ​ຜູ້​ບັນ​ຊາ​ການ ​ໄດ້​ພາ​ກັນທົບ​ທວນ​ຄືນກ່ຽວ​ກັບ​ແຜນ​ການ ທີ່​ຈະ
​ຕັດ​ກຳ​ລັງ​ທະ​ຫານ​ລົງ​ຕື່ມ​ອີກ 400 ຄົນຈາກ​ທະ​ວີບ​ດັ່ງ​ກ່າວ.

ນາຍ​ພົນວາ​ລ​ດ໌​ຮາວ​ເຊີ ກ່າວ​ວ່າ “ພວກ​ເຮົາ​ຈະ​ຖືກ​ສັ່ງ​ໃຫ້​ປະ​ຕິ​ບັດ​ຕາມ​ການ​ຕັດກຳ​ລັງ​
ຂັ້ນ​ທີ​ສອງ​ຫຼື​ບໍ່​ນັ້ນ ແມ່ນ​ຈະ​ໄດ້​ມີ​ການ​ຕັດ​ສິນ​ໃຈ​ກັນ.”

ການ​ຕັດ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ​ໄດ້​ມີ​ການ​ວາງ​ແຜນ​ກັນ ທັງໆ​ທີ່​ຫຼາຍ​ປະ​ເທດ​ໃນ​ເຂດ​
ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກພວມ​ທຳ​ການ​ຕໍ່​ສູ້​ກັບ​ການ​ກໍ່​ກະ​ບົດ​ໂດຍ​ກຸ່ມ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ
ອາ​ລ​ກາ​ອີ​ດາ.

ປະ​ເທດ​ໄນ​ເຈີ ແລະ​ມາ​ລີ ພວມ​ຕໍ່​ສູ້​ກັບ​ພວກ​ຫົວ​ຮຸນ​ແຮງ ​ທີ່​ເປັນ​ເຄືອ​ຂ່າຍ​ຂອງ​ອາ​ລ​ກາ-
​ອີ​ດາ ແລະ​ຊາດ ພວມ​ຕໍ່​ສູ້​ກັບ​ພວກ​ຫົວ​ຮຸນ​ແຮງທີ່​ໄດ້​ຮັບ​ການ​ສະ​ໜັບ​ສະໜູນ ​ເພື່ອ​ໃຫ້​ມີ
​ການ​ຂະ​ຫຍາຍ​ຕົວ​ຂອງ​ກຸ່ມ​ໂບ​ໂກ​ຮາ​ຣາມ ໃນ​ປະ​ເທດ​ໄນ​ຈີ​ເຣຍ ຊຶ່ງ​ເປັນ​ເພື່ອນ​ບ້ານ.

ເບີ​ກີ​ນາ​ ຟາ​ໂຊ ຊຶ່ງ​ເປັນ​ເຈົ້າ​ພາບ ຈັດ​ການ​ຊ້ອມ​ລົບ​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ​ທີ່​ນຳ​ພາ
​ໂດຍສະ​ຫະ​ລັດນັ້ນ ກຳ​ລັງ​ປະ​ເຊີນ​ໜ້າກັບ “ບັນ​ຫາ​ສຸກ​ເສີນ​ທາງ​ດ້ານ​ມະນຸດ​ສະ​ທຳ ​
ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ”
ຍ້ອນ​ການ​ໂຈມ​ຕີ​ເພີ້ມ​ຂຶ້ນ​ ຂອງ​ພວກ​ກໍ່​ການ​ຮ້າຍ​ແລະຄວາມ
​ຮຸນ​ແຮງ​ລະ​ຫວ່າງ​ປະ​ຊາ​ຄົມ ນັ້ນ​ຄື​ຄຳ​ເຕືອນ​ຂອງ​ອົງ​ການ​ສະຫະ​ປະ​ຊາ​ຊາດ ໃນ​ວັນ​
ອັງ​ຄານ​ແລ້ວນີ້.

ທ່ານ​ແອນດ​ຣູ ຢັງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ ເບີ​ກີ​ນາ​ ຟາ​ໂຊ ກ່າວ​ ໃນ​
ການ​ໃຫ້​ສຳ​ພາດ​ ຕໍ່​ວີ​ໂອ​ເອ ວ່າ “ໄພ​ຂົ່ມ​ຂູ່​ແມ່ນ​ເພີ້ມ​ທະ​ວີ​ຂຶ້ນ ພວກ​ເຮົາກຳ​ລັງ​ທຳ​
ການ​ສູ້​ລົບ​ຢ່າງ​ດຸ​ເດືອດ ແລະ​ການ​ສູ້​ລົບ​ນີ້ ແມ່ນ​ໜັກ​ຂຶ້ນ​ນັບ​ມື້.”

ນາຍ​ພົນວາ​ລ​ດ໌​ຮາວ​ເຊີ ກ່າວ​ວ່າ ທ່ານ​ໄດ້​ແນະ​ນຳ​ໃຫ້​ລັດ​ຖະ​ມຸນ​ຕີ​ກະ​ຊວງ​ປ້ອງ​ກັນ​
ປະ​ເທດ ຊາບ​ວ່າ AFRICOM ແມ່ນ​ພວມ​ກະ​ກຽມທີ່​ຈະ​ໃຫ້​ຄຳ​ຕອບໃນ​ທາງລົບ ກ່ຽວ
​ກັບ​ແຜນ​ການ​ຕັດ​ກຳ​ລັງ ຖ້າ​ມັນ​ບໍ່​ຢູ່​ໃນ “ຜົນ​ປະ​ໂຫຍດ​ທີ່​ດີ​ທີ່​ສຸດ​ຂອງພວກ​ເຮົາ​.”
ແລະ​ທ່ານ​ກ່າວ​ຕື່ມ​ວ່າ “ໂດຍ​ສະ​ເພາະ​ແລ້ວ ຢູ່​ໃນ​ເຂດ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ພວກ​
ເຮົາ​ແມ່ນ​ມີ​ຄວາມ​ເປັນ​ຫ່ວງ. ມາ​ຮອດ​ປັດ​ຈຸ​ບັນ​ນີ້ ຍັງ​ບໍ່​ມີ​ຜົນ​ກະ​ທົບ​ຫຍັງ​ຫຼາຍ.
ແຕ່​ຖ້າ​ກຸ່ມ​ເຫຼົ່າ​ນັ້ນ ​ຫາກ​ເຕີບ​ໂຕ​ຂຶ້ນ ພວກ​ເຮົາ​ຈະ​ປະ​ເຊີນກັບ​ການ​ຕັດ​ສິນ​ໃຈ
​ເຫຼົ່າ​ນີ້​ອີກ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG