ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ຈະຂັດຂວາງ ໃນການຢັ້ງຢືນ ໄຊຊະນະ ຂອງທ່ານ ໄບເດັນ ຫຼືບໍ່?


ຕຶກລັດຖະສະພາສະຫະລັດ.
ຕຶກລັດຖະສະພາສະຫະລັດ.

ບັນດາສະມາຊິກສະພາສູງ ແລະສະພາຕໍ່າສະຫະລັດ ມີກຳນົດທີ່ຈະພົບປະກັນ ໃນວັນ
ພຸດມື້ນີ້ ໃນກອງປະຊຸມຄົບຄະນະຂອງສະພາເພື່ອນັບ ແລະໃຫ້ການຢັ້ງ ຢືນການລົງຄະ
ແນນສຽງຂອງຄະນະຜູ້ແທນລັດ ທີ່ໄດ້ອີງໃສ່ຜົນການເລືອກຕັ້ງ ປະທານາທິບໍດີ ໃນເດືອນ
ພະຈິກທີ່ຜ່ານມານີ້.

ນີ້ເປັນເລື້ອງທຳມະດາ ແລະພິທີການທີ່ໄດ້ປະຕິບັດກັນມາ ຊຶ່ງເປັນບາດກ້າວອັນ ສຸດທ້າຍ
ຫຼັງຈາກຄະນະຜູ້ແທນລັດ ທີ່ໄດ້ເລືອກເອົາທ່ານໂຈ ໄບເດັນ ໃນວັນທີີ 4 ທັນວາຜ່ານມາ
ຊຶ່ງໄດ້ກາຍເປັນການທົດສອບຂອງບັນດາສະມາຊິກພັກຣີພັບ ບລິກັນທີ່ຈົງຮັກພັກດີຕໍ່ປະ
ທານາທິບໍດີດໍໂນລ ທຣໍາ. ມີຜູ້ຈົງຮັກພັກດີຕໍ່ທ່ານທຣຳ ຫຼາຍກວ່າ 100 ຄົນ ຕຽມພ້ອມທີ່
ຈະທ້າຍທານຕໍ່ການໃຫ້ການຢັ້ງຢືນດັ່ງກ່າວ.

ນີ້ຄືສິ່ງທີ່ເຮົາສາມາດຄາດໝາຍໄດ້ຈາກການປະຊຸມ.

ພາຍໃຕ້ບົດເພີ້ມເຕີມລັດຖະທຳມະນູນຂໍ້ທີ 12 ((https://constitutioncenter.org/
interactive-constitution/amendment/amendment-xii )) ທັງສອງສະພາຕ້ອງ
ພົບປະ ກັນຢ່າງເປັນທາງການເພື່ອນັບ ແລະໃຫ້ການຢັ້ງຢືນ ຜົນການເລືອກຕັ້ງ ຄະນະ
ຜູ້ແທນລັດ ຈາກ 50 ລັດ ແລະເຂດໂຄລອມເບຍ (District of Columbia)

ບັນດາສະມາຊິກພັກເດໂມແຄຣັດ ແລະຣີພັບບລິກັນ ຢູ່ໃນສະພາສູງ ແລະ ສະພາຕໍ່າ
ໄດ້ຖືກແຕ່ງຕັ້ງໃຫ້ເປັນ “ຜູ້ບອກ” ຈາກແຕ່ລະສະພາ. ຮອງປະທານາທິ ບໍດີ ທ່ານໄມຄ໌
ເພັນສ໌ ທີ່ມີອຳນາດໃນນາມປະທານສະພາສູງ ເປັນຜູ້ຄວບຄຸມ ການເຂົ້າຮ່ວມປະຊຸມ
. ຖ້າຫາກທ່ານບໍ່ສາມາດນັ່ງເປັນປະທານ ຜູ້ທີ່ຮັບໃຊ້ຢູ່ໃນ ສະພາສູງດົນນານທີ່ສຸ ໃນ
ພັກສຽງສ່ວນຫຼາຍ ໃນກໍລະນີນີ້ ຄືສະມາຊິກສະພາ ສູງ ທ່ານຈັກ ແກຣສເລ (Chuck
Gressley) ຈາກລັດໄອໂອວາ (IOWA) ຈະນຳພາກອງປະຊຸມ ໃນນາມປະທານສະພາ
ສູງຂອງກອງປະຊຸມ.

ຢູ່ໃນສະພາສູງ (Senate pages) ພວກນັກຮຽນມັດທະຍົມ ທີ່ມາຈາກ 50 ລັດ ພາກັນ
ນຳເອົາບັນດາກັບໄມ້ ມາໂຫການີ (Mahogany) ທີ່ເຕັມໄປດ້ວຍ ໜັງສືປິດຊອງ ຂອງານ
ລົງຄະເແນນສຽງຄະນະຜູ້ແທນລັດ ຈາກ 50 ລັດ. ບັນດາເຈົ້າໜ້າທີ່ເຮັດວຽກ ເປີດແລະ
ສະເໜີ ໃບຢັ້ງຢືນທີ່ປິດຢູ່ນັ້ນໄປຕາມລຳ ດັບຕົວໜັງສືຂອງລັດ. ບັນດາ “ຜູ້ບອກ” ທີ່ໄດ້
ຖືກແຕ່ງຕັ້ງຈາກແຕ່ລະສະພາ ອ່ານໃບຢັ້ງຢືນອອກມາດັງໆເພື່ອບັນທຶກເປັນທາງການ
ແລະນັບການລົງຄະແນນ ສຽງ.

ການດຳເນີີນຕໍ່ໄປຈົນການລົງຄະແນນສຽງທັງໝົດໄດ້ປະກາດແລະນັບ. ເຈົ້າໜ້າ ທີ່ຜູ້ຄວບຄຸມ ຫຼັງຈາກນັ້ນກໍປະກາດວ່າໃຜເປັນຜູ້່ຊະນະສຽງສ່ວນຫຼາຍທັງປະທາ ນາທິບໍດີ
ແລະຮອງປະທານາທິບໍດີ.

ມີຫຍັງທີ່ຈະຄາດຄະເນເກີດຂຶ້ນ?

ໃນຄວາມພະຍາຍາມທີ່ຈະຮັກສາໃຫ້ທ່ານທຣໍາ ຢູ່ໃນທຳນຽບຂາວ ສະມາຊິກພັກ ຣີພັບ
ບລິກກັນຈາກສະພາຕໍ່າ ຫຼາຍກວ່າຮ້ອຍຄົນ ແລະບັນດາສະມາຊິກສະພາ ສູງຫຼາຍສິບ
ສອງຄົນໄດ້ກ່າວວ່າ ເຂົາເຈົ້າມີແຜນຈະບໍ່ເຫັນພ້ອມກັບການນັບຂອງ ຄະນະຜູ້ແທນລັດ
ຈາກສ່ວນນຶ່ງຫຼືທັງໝົດຫົກລັດທີ່ປ່ຽນໄປມາໄດ້ທີ່ທ່ານໄບເດັນ ໄດ້ຊະນະຄື ລັດອາຣີໂຊນາ ຈໍເຈຍ ມີຊິແກນ ເນວາດາ ເພັນຊິລເວເນຍ ແລະ ວິສຄັນຊິນ ແລະຮຽກຮ້ອງໃຫ້ຄະນະກຳມະການ ຕັ້ງການກວດສອບ ຜົນການ ເລືອກຕັ້ງໃໝ່.

ບັນດາສະມາຊິກສະພາສູງ ຜູ້ທີ່ມີແຜນທີ່ຈະບໍ່ເຫັນພ້ອມນັ້ນ ເປັນຜູ້ຕາງໜ້າບັນ ດາລັດ
ບ່ອນທີ່ທ່່ານທຣໍາ ຍັງເປັນທີ່ນິຍົມກັນຢູ່.

ການບໍ່ເຫັນດີຂອງເຂົາເຈົ້ານັ້ນຄາດວ່າຈະລົ້ມແຫຼວ ໃນຂະນະທີ່ພັກເດໂມແຄຣັດ ຄວບ
ຄຸມສະພາຕໍ່າ ແລະເຂົາເຈົ້າເຕົ້າໂຮມກັນສະໜັບສະໜູນທ່ານໄປເດັນ. ສະ ພາສູງເຖິງແມ່ນວ່າ ຄວບຄຸມຢ່າງຫວຸດຫວິດໂດຍບັນດາສະມາຊິກພັກຣີພັບບລິ ກັນ ກໍຄາດວ່າຈະ
ບໍ່ລົງຄະແນນສຽງເຫັນພ້ອມເຊັ່ນກັນ ພ້ອມດ້ວຍບັນດາສະມາ ຊິກສະພາສູງພັກຣີພັບບລິ
ກັນຈຳນວນນຶ່ງທີ່ພາກັນກ່າວວ່າ ເຂົາເຈົ້າບໍ່ເຫັນດີໃນ ການທີ່ຈະບໍ່ໃຫ້ການຢັ້ງຢືນຜົນການ
ເລືອກຕັ້ງຂອງລັດໃດໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG