ໄຟປ່າຢູ່ລັດຄາລິຟໍຣເນຍ ທີ່ລຸກລາມໄໝ້ໃນພື້ນທີ່ຫລາຍກວ່າຫລາຍຮ້ອຍພັນເຮັກ
ຕານັ້ນ ບັດນີ້ໄດ້ກາຍເປັນໄຟປ່າທີ່ໃຫຍ່ສຸດຢູ່ໃນລັດ ນັບແຕ່ປີ 1932 ເປັນຕົ້ນມາ.
ໄຟທີ່ເອີ້ນວ່າ ໄຟປ່າໂທມັສນັ້ນ ໄດ້ລຸກໄໝ້ເຂດພື້ນທີ່ຢູ່ທາງພາກໃຕ້ຂອງລັດຄາລີ
ຟລໍເນຍ ນັບແຕ່ວັນທີ 4 ເດືອນທັນວາເປັນຕົ້ນມາ ແລະກໍໄດ້ລາມໄໝ້ໃນເນື້ອທີ່
ກວ້າເຖິງ 110, 641 ເຮັກຕາ.
ບັນດາເຈົ້າໜ້າທີ່ດັບເພີງເວົ້າວ່າ ພວກດັບເພີງຫລາຍກວ່າ 2,800 ຄົນ ໄດ້ດຳເນີນ
ງານຕ້ານກັບເຫດໄຟໄໝ້ດັ່ງກ່າວ. ຄົນດັບເພີງຄົນນຶ່ງໄດ້ເສຍຊີວິດຢູ່ລະຫວ່າງມີການ
ຕ້ານຢັນໄຟຢູ່ນັ້ນ ແລະພົນລະເຮືອນອີກຄົນນຶ່ງກໍໄດ້ເສຍຊີວິດ ເຊັ່ນກັນ.
ບັນດາເຈົ້າໜ້າທີ່ກ່າວວ່າ 65 ເປີເຊັນຂອງໄຟທີ່ໄໝ້ແມ່ນຖືກຄວບຄຸມໄວ້ໄດ້ແລ້ວ ແລະ
ການລຸກໄໝ້ອັນໃດໃໝ່ຢູ່ເຂດພື້ນທີ່ໃໝ່ ກໍຈະດໍເນີນງານທີ່ມີການຄວບຄຸມການເຜົາ
ໄໝ້ໄວ້ໄດ້.
ໄຟປ່າໂທມັສ ໄດ້ທຳລາຍເຄຫາສະຖານ 1,063 ຫລັງ ແລະມີມູນຄ່າກວ່າ 177 ລ້ານໂດ
ລາ ນັບແຕ່ມັນໄດ້ເກີດລຸໄໝ້ເປັນຕົ້ນມາ.
ກ່ອນໄຟປ່າໂທມັສນັ້ນ ກໍມີໄຟປ່າຊີດາທີ່ເປັນໄຟປ່າທີ່ໃຫຍ່ສຸດໃນລັດຄາລິຟໍຣເນຍ ທີ່
ເກີດຂຶ້ນໃນປີ 2003 ທີ່ໄດ້ລາມໄໝ້ໃນເນື້ອທີ່ກວ້າງເຖິງ 110,576 ເຮັກຕາ.
ບັນດາເຈົ້າໜ້າທີ່ດັບເພີງກ່າວວ່າ ອາດມີໄຟໄໝ້ທີ່ໃຫຍ່ກວ່າປີ 1932 ນັ້ນອີກ ແຕ່ວ່າບັນ
ທຶກເຫລົ່ານັ້ນ ບໍ່ສາມາດເຊື່ອຖືໄດ້ຫລາຍເທົ່າກັບການບັນທຶກໃນປັດຈຸບັນ.
The California wildfire that has blazed through more than a hundred thousand hectares is now the largest wildfire in the state since 1932.
The so-called Thomas Fire has been burning in southern California since December 4 and has scorched 110, 641 hectares.
Fire officials say more than 2,800 fire personnel continue to battle the blaze. One fire fighter lost his life in the battle, and one civilian also died.
Officials say the fire is 65 percent contained and any new burned acreage will be due to controlled-burning operations.
Thomas Fire has destroyed 1,063 structures and cost more than $177 million since its onset.
Before Thomas Fire, California's largest wildfire was the 2003 Cedar Fire that burned through 110,576 hectares.
Fire officials say there may have been larger fires before 1932, but those records are not as reliable as current ones.