ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສັດປ່າ ແລະ ສັດນ້ຳ ປະເພດຫວງຫ້າມ ໃນລາວ ມີທ່າອຽງ ເພີ່ມຈຳນວນຫຼາຍຂຶ້ນ


ກວາງອີກສາຍພັນນຶ່ງ ອາໄສຢູ່ໃນປ່າສະຫງວນແຫ່ງຊາດ ນາກາຍ ທີ່ກ້ອງຖ່າຍຮູບ ຂອງກົມຄຸ້ມຄອງຊັບພະຍາກອນທຳມະຊາດ
ແລະ ປ່າໄມ້ ຖ່າຍມາໄດ້.
ກວາງອີກສາຍພັນນຶ່ງ ອາໄສຢູ່ໃນປ່າສະຫງວນແຫ່ງຊາດ ນາກາຍ ທີ່ກ້ອງຖ່າຍຮູບ ຂອງກົມຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປ່າໄມ້ ຖ່າຍມາໄດ້.

ສັດປ່າ ແລະ ສັດນ້ຳປະເພດຫວງຫ້າມໃນລາວ ມີທ່າອຽງເພີ່ມຈຳນວນຫຼາຍຂຶ້ນຢ່າງ
ຕໍ່ເນື່ອງ ໂດຍເປັນຜົນຈາກການທີ່ທາງການລາວ ໄດ້ດຳເນີນມາດຕະການຄຸ້ມຄອງ
ຢ່າງເຂັ້ມງວດໃນທົ່ວປະເທດ.

ທ່ານອຸດົມ ສີປະເສີດ ຮັກສາການຫົວໜ້າກົມຄຸ້ມຄອງຊັບພະຍາກອນທຳມະຊາດ
ແລະ ປ່າໄມ້ ຢືນຢັນວ່າ ການດຳເນີນມາດຕະການຄຸ້ມຄອງສັດປ່າງຢ່າງເຂັ້ມງວດ
ໂດຍສະເພາະ ກໍແມ່ນການຂຶ້ນບັນຊີສັດປ່າ ທີ່ໃກ້ຈະສູນພັນ ຈຳນວນ 95 ຊະນິດ ໃຫ້ເປັນສັດປ່າປະເພດຫວງຫ້າມຢ່າງເດັດຂາດນັ້ນ ໄດ້ເປັນຜົນເຮັດໃຫ້ສັດປ່າ
ປະເພດດັ່ງກ່າວນີ້ ມີຈຳນວນປະຊາກອນ ເພີ່ມຂຶ້ນນັບມື້ ທັງຍັງເຫັນສັດປ່າ ທີ່ບໍ່ເຄີຍ
ເຫັນມາກ່ອນອີກດ້ວຍ ດັ່ງທີ່ທ່ານອຸດົມ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາໄດ້ກຳນົດວ່າ ສັດລ້ຽງລູກດ້ວຍນ້ຳນົມ ມີຢູ່ 44 ຊະນິດ ສັດເລືອຄານ
ມີຢູ່ 8 ຊະນິດ ສັດປີກມີຢູ່ 36 ຊະນິດ ສັດນ້ຳມີຢູ່ 7 ຊະນິດ ສັດໃກ້ຈະສູນພັນ
ທີ່ພວກເຮົາໄດ້ກຳນົດໄວ້ ຢູ່ໃນບັນຊີນຶ່ງນີ້ ໃນປັດຈຸບັນນີ້ໜິ ຕາມຜົນການສຳຫຼວດ
ຂອງວິຊາການພວກເຮົາ ໄດ້ໄປສຳຫຼວດນັ້ນ ຖືວ່າ ໄດ້ພົບຮ່ອງຮອຍຂອງສັດ
ເຫັນໂຕສັດ ທີ່ວ່າພວກເຮົາໄດ້ໄປຕິດກ້ອງ ຢູ່ຕາມເຂດຕ່າງໆ ພາຍຫລັງທີ່
ພວກເຮົາໄດ້ໄປເກັບກູ້ກ້ອງນັ້ນມາແລ້ວ ພວກເຮົາເອົາມາວິເຄາະ ວິໄຈ ມາກວດ
ກາເບິ່ງ ກະຖືວ່າ ປີນີ້ເຫັນຫຼາຍກວ່າທຸກໆປີ ແລ້ວກະເຫັນຫຼາຍຊະນິດພັນສັດ
ທີ່ວ່າ ພວກເຮົາບໍ່ເຄີຍເຫັນ.”

ສັດປ່າ ທີ່ຫາເບິ່ງໄດ້ຍາກ ອີກໂຕນຶ່ງ ທີ່ກ້ອງຖ່າຍຮູບ ຂອງກົມຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປ່າໄມ້ ຖ່າຍມາໄດ້
ສັດປ່າ ທີ່ຫາເບິ່ງໄດ້ຍາກ ອີກໂຕນຶ່ງ ທີ່ກ້ອງຖ່າຍຮູບ ຂອງກົມຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປ່າໄມ້ ຖ່າຍມາໄດ້

ທັງນີ້ ໂດຍລັດຖະບານລາວ ໄດ້ເຂົ້າຮ່ວມເປັນພາຄີໃນຖະແຫລງການຮ່ວມດ້ານການ
ເມືອງ ວ່າດ້ວຍການຕ້ານອາຊະຍາກຳຕໍ່ສັດປ່າໃນທຸກຮູບແບບ ນັບແຕ່ປີ 2014 ເປັນ
ຕົ້ນມາ ໂດຍໃນປັດຈຸບັນ ລັດຖະບານລາວ ກໍໄດ້ຂຶ້ນບັນຊີສັດປ່າ ແລະສັດນ້ຳ 95
ຊະນິດ ໃຫ້ເປັນສັດປະເພດຫວງຫ້າມ ທັງຍັງຂຶ້ນບັນຊີສັດປ່າ ແລະ ສັດນ້ຳອີກ 65
ຊະນິດ ໃຫ້ເປັນສັດປ່າຄຸ້ມຄອງຕາມກົດໝາຍອີກດ້ວຍ.

ທາງດ້ານ ທ່ານໂອໄດ ສຸດາພອນ ເຈົ້າແຂວງ ແລະເລຂາພັກ ແຂວງຄຳມ່ວນ ຖະແຫລງ
ຢືນ ຢັນວ່າ ກຸ່ມບໍລິສັດນ້ຳເທີນ ພາວເວີຣ໌ຈຳກັດ ຜູ້ລົງທຶນໃນໂຄງການເຂື່ອນນ້ຳເທີນ 2
ໃນແຂວງຄຳມ່ວນ ໄດ້ໃຫ້ການສະໜັບສະໜູນດ້ານເງິນທຶນ ໃນມູນຄ່າສະເລ່ຍ 1 ລ້ານ
ໂດລາຕໍ່ປີ ສຳລັບນຳໃຊ້ໃນການອະນຸລັກ ເຂດປ່າສະຫງວນແຫ່ງຊາດ ນາກາຍ ນັບຕັ້ງ
ແຕ່ປີ 2005 ເປັນຕົ້ນມາ ແລະຍັງຈະໃຫ້ການສະໜັບສະໜູນຕໍ່ໄປ ຈົນເຖິງປີ 2035
ອັນເປັນປີສິ້ນສຸດສັນຍາສຳປະທານໃນໂຄງການເຂື່ອນນ້ຳເທີນ 2 ດັ່ງກ່າວ.

ໂດຍປ່າສະຫງວດແຫ່ງຊາດນາກາຍ ຖືເປັນປ່າສະຫງວນແຫ່ງຊາດຂະໜາດໃຫຍ່ ແລະ
ອຸດົມສົມບູນທີ່ສຸດໃນລາວ ຊຶ່ງນອກຈາກຈະມີສະພາບປ່າໄມ້ ທີ່ຍັງໜາແໜ້ນຢູ່ ໃນເນື້ອ
ທີ່ກວ້າງກວ່າ 3 ແສນເຮັກຕາ ແລະເປັນທີ່ອາໄສຂອງຊ້າງປ່າ ຈຳນວນຫຼາຍຮ້ອຍໂຕ
ແລ້ວກໍຍັງເປັນເຂດທີ່ຢູ່ອາໄສຂອງສັດປ່າຫາຍາກທີ່ໃກ້ຈະສູນພັນ ເຊັ່ນ Saola ທີ່ພົບ
ເຫັນໄດ້ສະເພາະໃນເຂດປ່າສະຫງວນແຫ່ງຊາດນາກາຍເທົ່ານັ້ນ.

ກວາງເສົາລາ ທີ່ຫາເບິ່ງໄດ້ຍາກ ໄດ້ຖືກພົບເຫັນ ຢູ່ໃນປ່າສະຫງວນແຫ່ງຊາດ ນາກາຍ
ກວາງເສົາລາ ທີ່ຫາເບິ່ງໄດ້ຍາກ ໄດ້ຖືກພົບເຫັນ ຢູ່ໃນປ່າສະຫງວນແຫ່ງຊາດ ນາກາຍ

ທາງດ້ານ ນາວາເອກ ສຸຊາດ ອຸດົມນາດ ຜູ້ບັງຄັບການໜ່ວຍເຮືອຮັກສາຄວາມສະຫງົບ
ຮຽບຮ້ອຍ ໃນແນວແມ່ນ້ຳຂອງໃນເຂດຈັງຫວັດໜອງຄາຍ ໃຫ້ການຢືນຢັນວ່າ ຂະບວນ
ການລັກລອບຄ້າສັດປ່າຂ້າມຊາດ ໄດ້ນຳໃຊ້ລາວເປັນທາງຜ່ານໃນການລັກລອບຂົນ
ສົ່ງສັດປ່າ ແລະ ງາຊ້າງຜິດກົດໝາຍ ຈາກ ອາຟຣິກາ ແລະໃນເອເຊຍຕາເວັນອອກ
ສຽງໃຕ້ ເພື່ອສົ່ງຕໍ່ໄປຍັງປະເທດຈີນ ຢູ່ເລື້ອຍມາ.

ທັງນີ້ ໂດຍເຂດຈັງຫວັດໜອງຄາຍ ນັບເປັນເຂດນຶ່ງທີ່ມີການລັກລອບຂົນສົ່ງສັດປ່າ
ຂ້າມນ້ຳຂອງ ໄປຝັ່ງລາວ ຫຼາຍທີ່ສຸດ ແລະ ທີ່ເປັນບັນຫາຫຍຸ້ງຍາກຢ່າງຍິ່ງ ກໍຄື
ຂະບວນການລັກລອບຄ້າສັດປ່າຂ້າມຊາດ ຈະແບ່ງໜ້າທີ່ຮັບຜິດຊອບ ລະຫວ່າງ
ກັນຢ່າງເປັນລະບົບ ທັງໃນໄທ ລາວ ແລະ ປະເທດທີ 3.

ດັ່ງຈະເຫັນໄດ້ຈາກກໍລະນີ ທີ່ທາງການໄທ ຢຶດງາຊ້າງນ້ຳໜັກລວມກວ່າ 4 ໂຕນ ທີ່
ລັກລອບຂົນສົ່ງຈາກສາທາລະນະລັດ ຄອງໂກ ເຂົ້າມາໃນໄທ ເມື່ອບໍ່ດົນມານີ້ ໂດຍ
ຈະສົ່ງຕໍ່ໄປລາວນັ້ນ ກໍສະແດງໃຫ້ເຫັນວ່າ ໄທຖືກຂະບວນການຄ້າສັດປ່າຂ້າມຊາດ
ໃຊ້ເປັນທັງຕະຫຼາດຮອງຮັບ ແລະ ທາງຜ່ານ ສ່ວນລາວນັ້ນ ກໍຖືກໃຊ້ເປັນທາງຜ່ານ
ໃນການຂົນສົ່ງສັດປ່າຕໍ່ໄປຍັງປະເທດທີ 3 ໂດຍສະເພາະແມ່ນຈີນ ນັ້ນເອງ.

XS
SM
MD
LG