ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເປັນ​ຫຍັງ ໜ່ວຍ​ຍາມ​ຝັ່ງ​ຈີນ ຈຶ່ງໃຊ້​ເວ​ລາ 258 ມື້ ຢູ່​​ໃນ​ເຂດນ່ານ​ນ້ຳ ທີ່​ອ້າງເອົາ​ກຳ​ມະ​ສິດ ໂດຍມາ​ເລ​ເຊຍ


ກຳ​ປັ່ນ​ຍາມ​ຝັ່ງ​ທະ​ເລ​ຈີນລຳ​ນຶ່ງ ທີ່​ເຫັນ​ຢູ່ໃນ​ທະ​ເລ​ຈີນ​ໃຕ​້ ວັນ​ທີ 13 ມິ​ຖຸ​ນາ 2014.
ກຳ​ປັ່ນ​ຍາມ​ຝັ່ງ​ທະ​ເລ​ຈີນລຳ​ນຶ່ງ ທີ່​ເຫັນ​ຢູ່ໃນ​ທະ​ເລ​ຈີນ​ໃຕ​້ ວັນ​ທີ 13 ມິ​ຖຸ​ນາ 2014.

ກຳ​ປັ່ນ​ຍາມ​ຝັ່ງຂອງ​ຈີນ ໄດ້​ໃຊ້​ເວ​ລາ 70 ເປີ​ເຊັນ​ໃນ​ປີ​ກາຍ​ນີ້ ​ລາດ​ຕະ​ເວນ ຢູ່​ໃນ​ບໍ​ລິ​
ເວນ ທີ່ອ້າງ​ເອົາກຳ​ມະ​ສິດໂດຍ​ມາ​ເລ​ເຊຍ ໃນທະ​ເລ​ຈີນ​ໃຕ້ ອີງ​ຕາມ​ຄຳ​ເວົ້າ​ ຂອງ​ພວກ​
ນັກ​ວິ​ໄຈ​ອາ​ເມ​ຣິ​ກັນກຸ່ມ​ນຶ່ງ. ມາ​ເລ​ເຊຍ​ບໍ່​ໄດ້ດຳ​ເນີນ​ການ​ຫຍັງ​ຫຼາຍ ໃນ​ການ​ຕອບ
ໂຕ້​ຄືນ.

ການ​ມີ​ໜ້າ​ຂອງ​ໜ່ວຍ​ຍາມ​ຝັ່ງ​ ໂດຍ​ສະ​ເພາະ​ແລ້ວແມ່ນ​ການ​ປະ​ຕິ​ບັດ​ງານ​ໄລ​ຍະ​ຍາວ
ຂອງ​ຈີນຢູ່​ໃນ​ທະ​ເລ​ຈີນ​ໃຕ້ທີ່​ມີ​ການ​ໂຕ້​ແຍ້ງ​ຢ່າງກວ້າງ​ຂວາງ ​ມີ​ຂຶ້ນຫຼັງ​ຈາກ​ມາ​ເລ​ເຊຍ
​ບໍ່​ໄດ້​ຕອບ​ໂຕ້ຫຍັງ​ຫຼ​າຍ ແມ່ນ​ເຮັດ​ໃຫ້​ຈີນ​ເຂັ້​ມ​ແຂງ​ຂຶ້ນ ​ແລະ​ໄດ້​ປຽບ​ຕໍ່ປະ​ເທດ​ເອ​ເຊຍ
​ອາ​ຄະ​ເນດັ່ງ​ກ່າວ ແລະມີ​ອິດ​ທິ​ພົນ​ເພີ້ມ​ຂຶ້ນ​ຢ່າງກວ້າງ​ຂວາງ​ໃນ​ການ​ອ້າງ​ເອົາ​ກຳ​ມະ
​ສິດ​ທາງ​ທະ​ເລທີ່ໂຕ້​ແຍ້ງ​ກັນ 6 ຝ່າຍທີ່​ໄດ້​ພາ​ໃຫ້​ເກີດ​ຄວາມ​ສົນ​ໃຈ​ໄກ​ໄປຈົນ​ຮອດວໍ
ຊິງ​ຕັນ. ຈີນ​ໄດ້​ມີ​ທະ​ຫານແລະ​ເທັກ​ໂນ​ໂລ​ຈີລ້ຳ​ໜ້າ​ສຸດ​ຢູ່​ໃນ​ການ​ໂຕ້​ແຍ້ງນີ້.

ທ່ານ​ໂອ ອີ ຊັນ ສະ​ມາ​ຊິກອະ​ວຸ​ໂສ ຈາກ​ສະ​ຖາ​ບັນ​ພົວ​ພັນ​ສາ​ກົນ​ຂອງ​ສິ​ກະ​ໂປ​ກ່າວ​
ວ່າຢູ່​ໃນ​ມາ​ເລ​ເຊຍ “ເຂົາ​ເຈົ້າ​ສັງ​ເກດ​ການ ແຕ່​ຂ້າ​ພະ​ເຈົ້າ​ບໍ່ຄິດ​ວ່າ​ເຂົາ​ເຈົ້າ​ເຂົາ​ເຈົ້າ​ຈະ​
ທຳ​ການ​ຂັບ​ໄລ່​ດ້ວຍ​ອາ​ວຸດ​ຫຼື​ແມ່ນ​ຫຍັງ​ທຳ​ນອງ​ນັ້ນເພາະ​ວ່າ​ຈີນເປັນປະ​ເທດ​ທີ່​ມີອິດ​
ທິ​ພົນ ​ຫຼາຍ​ທີ່​ຈະ​ກະ​ທຳ​ແບບນັ້ນ​ໄດ້.”

ຢ່າງ​ໜ້ອຍມີກຳ​ປັ່ນ​ຍາມ​ຝັ່ງ​ຈີນ​ນຶ່ງ​ລຳ​ໄດ້ “​ອອກ​ອາ​ກາດ​ຂ່າວ” ຈາກ​ລູ​ໂກ​ເນຍ
(Luconia Shoals) ​ໃນ​ໄລ​ຍະ 258 ມື້ ​ຂອງ 365 ວັນ​ທີ່​ຜ່ານ​ມາ. ຂໍ້​ລິ​ເລີ້ມ​ຄວາມ​
ໂປ່ງ​ໃສທາງ​ທະ​ເລເຂດ​ເອ​ເຊຍ​ ພາຍ​ໃຕ້​ສູນ​ກາງວິໄຈ​ສະ​ຫະ​ລັດ ຕໍ່​ຍຸດ​ທະ​ສາດ
ແລະການຄົ້ນ​ຄວ້າ​ສາ​ກົນ ກ່າວ​ຢູ່​ໃນ​ລ​າຍ​ງານ ​ເມື່ອວັນ​ທີ 26 ກັນ​ຍາ​ຜ່ານ​ມານີ້.

ສ່ວນ​ໃຫຍ່​ຂອ​ງ​ຫາດ​ທີ່ຢູ່​ໃຕ້​ນ້ຳ ແຕ່​ວ່າ​ເກາະ​ຫິນທີ່​ຮ້ອງວ່າ ລູ​ໂກ​ເນຍ ບ​ຣິກເກີສ໌
(Luconia Breakers) ອາດ​ຮວ​ມ​ທັງ​ຫາດ​ຊາຍ​ນ້ອຍໆທີ່​ພົ້ນ​ຂຶ້ນ​ມາ​ໜ້າ​ນ້ຳ ເວ​
ລາ​ນ້ຳ​ຂຶ້ນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ສູນ​ວິໄຈ​ທີ່​ໄດ້ກ່າວ​ໄວ້.

ໜ່ວຍຍາມ​ຝັ່ງ​ຂອງ​ຈີນຍັງ​ໄດ້​ລາດ​ຕະ​ເວນ ຢູ່ໃນ​ເຂດ​ອ້ອມ​ແອ້ມ​ທະ​ເລ​ທີ່​ເປັນ​ບັນ
​ ຫາໂຕ້​ແຍ້ງ​ ຢູ່​ເກາະສະ​ກາໂບ​ຣັບ ​ໃນ​ໄລ​ຍະ 162 ມື້ ຂອງ 365 ມື້​ທີ່​ຜ່ານ​ມາ ແລະ
ເກາະ​ໂທ​ມັ​ສ​ທີ​ສອງ ເປັນ​ເວ​ລາ 215 ມື້ ອີງ​ຕາມ​ລາຍ​ງານ​ສະ​ບັບ​ດັ່ງ​ກ່າວ. ​ຈີນ​ໄດ້
ໂຕ້ແຍ້ງ​ການ​ອ້າງ​ກຳ​ມະ​ສິດ​ຂອງ​ເກາະ​ທັງ​ສອງ​ກັບ​ຟິ​ລິບ​ປິນ ແລະ​ເຂົ້າ​ຄວບ​ຄຸມ​
ເກາະ​ສະ​ກາ​ໂບ​ຮັບ. ຈີນ​ໄດ້​ເລີ້ມ​ລາດ​ຕະ​ເວນ​ຢູ່​ອ້ອມ​ແອ້ມເກາະລູ​ໂກ​ເນຍ ໃນ​ປີ
2013 ອິງ​ຕ​າມ​ລາຍ​ງານສະ​ບັບ​ນີ້.

ບັນ​ດາປະ​ເທດ​ອື່ນ​ໆ ເບິ່ງໜ່ວຍ​ຍາມຂອງ​ຝັ່ງ​ຈີນວ່າ ເປັນ​ກຳ​ລັງ​ຮັກ​ສາ​ດິນ​ແດນ
ທ້ອງ​ຖິ່ນ ຍັງ​ບໍ່​ເຖິງ​ຂັ້ນກອງ​ທັບ​ເຮືອ​ເທື່ອ.


Chinese coast guard vessels spent 70% of the past year patrolling in a tract of the South China Sea claimed by Malaysia, an American think tank says. Malaysia did little to push back.

The coast guard presence especially long-term for a Chinese mission in the widely disputed South China Sea followed by Malaysia's muted response gives China an ever-stronger upper hand over the Southeast Asian country and more clout in a broader six-way maritime dispute that has grabbed attention as far away as Washington. China already has a military and technological edge in the dispute.

In Malaysia, "they do monitor, but I don't think they do the shooing them away kind of thing, because China is simply too powerful for doing so," said Oh Ei Sun, senior fellow with the Singapore Institute of International Affairs.

At least one Chinese coast guard vessel was "broadcasting" from Luconia Shoals on 258 of the past 365 days, the Asia Maritime Transparency Initiative under U.S. think tank Center for Strategic and International Studies said in a report September 26.

Most of the shoals are under water, but a reef called Luconia Breakers may include a small sandbar that protrudes above water at high-tide, the think tank initiative says.

The Chinese coast guard also patrolled around the disputed sea's Scarborough Shoal for 162 of the past 365 days and Second Thomas Shoal for 215 days, the initiative report says. China disputes both with the Philippines and controls Scarborough. China started patrolling around Luconia Shoals in 2013, according to the report.

Other countries see China's coast guard as a paramilitary force just short of its navy.

XS
SM
MD
LG