ປັກກິ່ງ ໄດ້ກ່າວຫາ ຟີລິບປິນ ໃນວັນສຸກມື້ນີ້ວ່າ ທໍາການສົ່ງເຮືອບິນສາມລຳເຂົ້າສູ່ເຂດນ່ານຟ້າເໜືອຂົງເຂດທະເລຈີນໃຕ້ ທີ່ມີຂໍ້ພິພາດກັນ ຢ່າງ “ຜິດກົດໝາຍ,” ສົ່ງຜົນເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງສອງປະເທດທີ່ມີມາແຕ່ດົນນານນັ້ນ ເພີ້ມຂຶ້ນ.
ຈີນ ໄດ້ອ້າງເອົາຂົງເຂດທະເລຈີນໃຕ້ເກືອບທັງໝົດ ແລະໄດ້ຍົກເລີກການອ້າງເອົາກຳມະສິດທາງທະເລຂອງຟີລິບປິນ ແລະບັນດາປະເທດຕ່າງໆ, ເຖິງແມ່ນຈະມີການຕັດສິນຈາກສາກົນວ່າ ການຢືນຢັນຂອງ ຈີນ ບໍ່ໄດ້ຢູ່ບົນພື້ນຖານທາງກົດໝາຍກໍ່ຕາມ.
ກອງທັບປົດປ່ອຍປະຊາຊົນຂອງປັກກິ່ງ ຫຼື PLA (Beijing's People's Liberation Army) ກ່າວໃນວັນສຸກມື້ນີ້ວ່າ ເຮືອບິນ C-208 ຂອງຟີລິບປິນ 2 ລຳ ແລະເຮືອບິນ N-22 1 ລຳ “ໄດ້ບິນເຂົ້າສູ່ນ່ານຟ້າຢ່າງຜິດກົດໝາຍອ້ອມບໍລິເວນໝູ່ເກາະໜານຊາ ແລະແນວຫີນປະກາລັງຂອງຈີນ,” ເຊິ່ງຮູ້ກັນອີກຊື່ນຶ່ງວ່າ ໝູ່ເກາະ ສແປຣດລີ (Spratly), ນຶ່ງມື້ກ່ອນໜ້ານັ້ນ.
ຖະແຫລງການຂອງກອງບັນຊາການພາກໃຕ້ຂອງ PLA ກ່າວວ່າ ກອງກຳລັງປະກອບອາວຸດຈີນ “ທີ່ຮັກສາການຄວບຄຸມການເດີນທາງທັງໃນທະເລແລະນ່ານຟ້າທັງໝົດ, ໄດ້ທໍາການແຈ້ງເຕືອນ ແລະຂັບໄລ່ ບັນດາເຮືອບິນສອງລຳດັ່ງກ່າວ”.
ໜ່ວຍບັນຊາການດັ່ງກ່າວ ໄດ້ທໍາການເຜີຍແຜ່ຄລິບສຽງທີ່ສະແດງໃຫ້ເຫັນນັກບິນຂອງຈີນ ເຕືອນເຮືອບິນຂອງຟີລິບປິນລຳນຶ່ງວ່າ “ກໍາລັງເປັນໄພຂົ່ມຂູ່ດ້ານຄວາມປອດໄພຕໍ່ໝູ່ເກາະ ແລະແນວຫີນປະກາລັງຂອງຈີນ,” ແລະສັ່ງໃຫ້ເຮືອບິນລຳດັ່ງກ່າວນັ້ນ “ອອກຈາກບໍລິເວນນ່ານຟ້າໃນທັນທີ ເພື່ອຫຼີກລ່ຽງການຕັດສິນທີ່ຜິດພາດ.”
ໜ່ວຍຍາມຝັ່ງຂອງຟີລິບປິນກ່າວໃນວັນພະຫັດວານນີ້ວ່າ ກົມປະມົງຂອງມະນີລາ ໄດ້ສົ່ງເຮືອບິນ 2 ລຳ ບິນຜ່ານໝູ່ເກາະ ສແປຣດລີ ເພື່ອ “ຢືນຢັນອະທິປະໄຕຂອງ ຟີລິບປິນ.”
ເຈົ້າໜ້າທີ່ຍາມຝັ່ງກ່າວວ່າ ເຮືອບິນເຫຼົ່ານັ້ນ “ສືບຕໍ່ທ້າທາຍຕໍ່ການມີໜ້າຂອງກຳລັງເດີນທະເລຂອງຈີນຢ່າງຜິດກົດໝາຍ...ແລະທໍາການບັນທຶກກິດຈະກໍາແບບຜິດກົດໝາຍ ທີ່ດໍາເນີນງານໂດຍໜ່ວຍຍາມຝັ່ງ ແລະກອງກໍາລັງທາງທະເລຂອງຈີນ.”
ປັກກິ່ງ ແລະ ມະນີລາ ໄດ້ທຳສົງຄາມທາງຄໍາເວົ້າ ກ່ຽວກັບການປະພຶດຂອງຝ່າຍກົງກັນຂ້າມ ໃນເສັ້ນທາງນ້ຳທີ່ສຳຄັນໃນອາທິດນີ້, ເຊິ່ງຄາດວ່າ ມີມູນຄ່າທາງການຄ້າຫຼາຍພັນຕື້ໂດລາ ໃນແຕ່ລະປີຜ່ານມາ.
ຟໍຣັມສະແດງຄວາມຄິດເຫັນ