ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເປັນຫຍັງ ເກົາຫຼີໃຕ້ ຈຶ່ງຫາກໍເລີ່ມ ການສັກຢາວັກຊີນ ກັນ COVID-19


ພະນັກງານການແພດ ເຂົ້າຮ່ວມການຝຶກອົບຮົມ ເພື່ອຮຽນຮູ້ວິທີສັກຢາວັກຊີນກັນໄວຣັສໂຄໂຣນາ ຢູ່ສະມາຄົມພະຍາບານ ເກົາຫຼີ, ນະຄອນຫຼວງ ໂຊລ ເກົາຫຼີໃຕ້. 17 ກຸມພາ, 2021.
ພະນັກງານການແພດ ເຂົ້າຮ່ວມການຝຶກອົບຮົມ ເພື່ອຮຽນຮູ້ວິທີສັກຢາວັກຊີນກັນໄວຣັສໂຄໂຣນາ ຢູ່ສະມາຄົມພະຍາບານ ເກົາຫຼີ, ນະຄອນຫຼວງ ໂຊລ ເກົາຫຼີໃຕ້. 17 ກຸມພາ, 2021.

ຫຼັງຈາກໄດ້ດຳເນີນ ນຶ່ງໃນການຕອບໂຕ້ໄວຣັສໂຄໂຣນາໃນເບື້ອງຕົ້ນທີ່ປະສົບຄວາມສຳເລັດທີ່ສຸດນັ້ນ, ອາທິດນີ້ ເກົາຫຼີໃຕ້ ກໍໄດ້ເລີ່ມການສັກຢາກັນ COVID-19. ມັນແມ່ນນຶ່ງໃນປະເທດທີ່ພັດທະ ນາປະເທດສຸດທ້າຍທີ່ໄດ້ເລີ່ມການສັກຢາຢ່າງກວ້າງຂວາງ. ນັກຂ່າວວີໂອເອ ບິລ ກາລໂລ ມີລາຍ ງານຈາກນະຄອນຫຼວງ ໂຊລ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ເລີ່ມຕົ້ນວັນສຸກວານນີ້, ເກົາຫຼີໃຕ້ ໄດ້ສັກຢາວັກຊີນຂອງບໍລິສັດ AstraZeneca ຢູ່ບ້ານພັກຄົນຊະລາ.

ນັ້ນແມ່ນສອງເດືອນເຄິ່ງຫຼັງຈາກການສັກຢາໄດ້ເລີ່ມຂຶ້ນໃນປະເທດຕ່າງໆຄື ອັງກິດ ແລະ ສະຫະ ລັດ.

ມັນອາດເບິ່ງຄືຊ້າ. ແຕ່ບໍ່ຄືກັບບາງປະເທດ, ໄວຣັສດັ່ງກ່າວແມ່ນບໍ່ໄດ້ແຜ່ລາມຢ່າງຄວບຄຸມບໍ່ໄດ້ໃນ ເກົາຫຼີໃຕ້.

ນັ້ນໄດ້ເຮັດໃຫ້ລັດຖະບານມີເວລາ ແລະ ເຄື່ອງມືເພື່ອປາບປາມໂຣກລະບາດ, ກ່າວໂດຍທ່ານນາງ ກີ ໂມ-ຣານ, ນັກລະບາດວິທະຍາ ຜູ້ທີ່ໄດ້ໃຫ້ຄຳປຶກສາແກ່ລັດຖະບານ ເກົາຫຼີໃຕ້ ກ່ຽວກັບ ການຮັບມືກັບໄວຣັສໂຄໂຣນາຂອງເຂົາເຈົ້າ.

ທ່ານນາງເວົ້າວ່າ ຢາວັກຊີນແມ່ນສຳຄັນສຳລັບການປ້ອງກັນໂຣກລະບາດ ແຕ່ການໃຊ້ຢາເທົ່ານັ້ນແມ່ນບໍ່ພຽງພໍ ແລະ ວ່າແຜນຍຸທະສາດຂອງ ເກົາຫຼີໃຕ້ ແມ່ນປະກອບມີຫຼາຍກວ່າຢາວັກຊີນ.

ເຄື່ອງມືຂອງ ເກົາຫຼີໃຕ້ ແມ່ນມີປະສິດທິຜົນຢ່າງຫຼວງຫຼາຍ. ປະຊາຊົນ ເກົາຫຼີໃຕ້ ໄດ້ເສຍຊີວິດພຽງ 1,500 ຄົນເທົ່ານັ້ນ, ທຽບໃສ່ຄົນ ອາເມຣິກັນ ເຄິ່ງລ້ານຄົນ.

ເຖິງແມ່ນວ່າ ເກົາຫຼີໃຕ້ ຈະມີການຕິດເຊື້ອເພີ່ມຂຶ້ນເລັກນ້ອຍໃນສອງສາມເດືອນທີ່ຜ່ານມານີ້ກໍ ຕາມ, ເຂົາເຈົ້າແມ່ນສາມາດທີ່ຈະຈັດການກັບການລະບາດດ້ວຍການປັບປຸງແນວທາງການຢູ່ຫ່າງກັນໃນສັງຄົມ.

ດັ່ງຜົນທີ່ອອກມາ, ໂຣກລະບາດດັ່ງກ່າວແມ່ນຮູ້ສຶກເປັນຕາຢ້ານພຽງໜ້ອຍດຽວໃນ ເກົາຫຼີໃຕ້. ຮ້ານອາຫານ ແລະ ຮ້ານກິນດື່ມໃນນະຄອນຫຼວງ ໂຊລ, ບ່ອນທີ່ຄົນ ເກົາຫຼີໃຕ້ ສ່ວນໃຫຍ່ອາໄສຢູ່ນັ້ນ, ຕອນນີ້ແມ່ນເປີດໄປຈົນຮອດຕອນເດິກ. ລົດເມ ແລະ ລົດໄຟແມ່ນເຕັມໄປດ້ວຍຜູ້ໂດຍສານ. ການປະທ້ວງຢູ່ຖະໜົນ, ເຊິ່ງໃນຊ່ວງເວລາປົກກະຕິແມ່ນມີຢູ່ທຸກບ່ອນນັ້ນ, ຕອນນີ້ກໍໄດ້ເລີ່ມກັບຄືນມາອີກ.

ແຕ່ວ່າການໄດ້ຮັບຢາວັກຊີນຊ້າ ໄດ້ກໍ່ໃຫ້ມີການກ່າວຫາວ່າ ລັດຖະບານບໍ່ໄດ້ດຳເນີນການໄວພໍເພື່ອຊື້ຢາຕ່າງໆນັ້ນ, ເຊິ່ງແມ່ນເຄື່ອງມືນຶ່ງ ທີ່ຈະເຮັດໃຫ້ປະເທດໜີພົ້ນຈາກໂຣກລະບາດຢ່າງຖາ ວອນ.

ທ່ານ ຈອຍ ແຈ-ວຸກ ແມ່ນເຮັດວຽກຢູ່ສະມາຄົມການແພດ ເກົາຫຼີ.

ທ່ານໄດ້ກ່າວວ່າ ລັດຖະບານຄວນກະຕືລືລົ້ນໃນການຊື້ຢາວັກຊີນຫຼາຍກວ່ານີ້ ແລະ ລະມັດລະວັງຫຼາຍຂຶ້ນ ກ່ຽວກັບ ການສັກຢາວັກຊີນຫຼັງຈາກໄດ້ລົມກັບບັນດາຜູ້ຊ່ຽວຊານການແພດ ແລະ ປະຊາ ຊົນ. ແຕ່ທ່ານເວົ້າວ່າເຂົາເຈົ້າໄດ້ເຮັດກົງກັນຂ້າມ.

ເກົາຫຼີໃຕ້ ຍັງມີເປົ້າໝາຍການສັກຢາທີ່ກະຕືລືລົ້ນ. ເຂົາເຈົ້າຫວັງທີ່ຈະສັກຢາໃຫ້ ປະຊາຊົນ 10 ລ້ານຄົນ ພາຍໃນເດືອນກໍລະກົດ ແລະ ບັນລຸການມີພູມຄຸ້ມກັນໂຣກຂອງປະຊາກອນ.

ແຕ່ນັກຊ່ຽວຊານຫຼາຍຄົນເວົ້າວ່າ ກຳນົດເວລາດັ່ງກ່າວແມ່ນຍາກທີ່ຈະເປັນໄປໄດ້. ບາງຄົນຄາດ ຄະເນວ່າ ການມີພູມຄຸ້ມກັນຂອງປະຊາກອນອາດຈະບໍ່ເກີດຂຶ້ນຈົນຮອດກາງປີໜ້າ.

ແຕ່ທ່ານນາງ ກີ ກ່າວວ່າ ການເພັ່ງເລັ່ງໃສ່ພູມຄຸ້ມກັນຂອງປະຊາກອນຈະເປັນການເຂົ້າໃຈຜິດ.

ທ່ານນາງກ່າວວ່າ ແມ່ນກະທັງທີ່ເຮົາໄດ້ບັນລຸການມີພູມຄຸ້ມກັນໂຣກຂອງປະຊາ ກອນ 70 ເປີເຊັນ, ມັນກໍບໍ່ໄດ້ໝາຍຄວາມວ່າ COVID-19 ຈະຫາຍໄປຢ່າງວິເສດ.”

ທ່ານນາງກ່າວວ່າ ຍິ່ງສຳຄັນກວ່ານັ້ນແມ່ນການປ້ອງກັນການເສຍຊີວິດ, ເຊິ່ງ ເກົາຫຼີໃຕ້ ສາມາດເຮັດໄດ້ໃນໄລຍະທີ່ຜ່ານມາ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG