ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເປັນຫຍັງຟີລິບປິນຈຶ່ງເລືອກສະຫະລັດ ອາເມຣິກາ ບໍ່ເລືອກເອົາຈີນ?


ພາບທີ່ສະໜອງໃຫ້ໂດຍຊ່າງພາບໃນທໍານຽບປະທານາທິບໍດີ Malacanang ສະແດງໃຫ້ເຫັນວ່າ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ, ທ່ານ ລອຍດ໌ ອອສຕິນ (ຊ້າຍ) ໄດ້ເອົາແຂນສອນຕໍາກັນກັບປະທານາທິບໍດີ Rodrigo Duterte ຂອງຟີລິບປິນແທນການຈັບມືໃນຂະນະທີ່ເຂົ້າຢ້ຽມຄໍານັບທ່ານດູເຕີເຕທີ່ນະຄອນຫຼວງມະນີລາ
ພາບທີ່ສະໜອງໃຫ້ໂດຍຊ່າງພາບໃນທໍານຽບປະທານາທິບໍດີ Malacanang ສະແດງໃຫ້ເຫັນວ່າ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ, ທ່ານ ລອຍດ໌ ອອສຕິນ (ຊ້າຍ) ໄດ້ເອົາແຂນສອນຕໍາກັນກັບປະທານາທິບໍດີ Rodrigo Duterte ຂອງຟີລິບປິນແທນການຈັບມືໃນຂະນະທີ່ເຂົ້າຢ້ຽມຄໍານັບທ່ານດູເຕີເຕທີ່ນະຄອນຫຼວງມະນີລາ

ການຕັດສິນໃຈຂອງລັດຖະບານຟິລິບປິນໃນການຟື້ນຟູຂໍ້ຕົກລົງກ່ຽວກັບການຢ້ຽມຢາມ ຂອງກໍາລັງທະຫານກັບກອງທັບສະຫະລັດ ຫຼັງຈາກມີການຂົ່ມຂູ່ເປັນເວລາ 18 ເດືອນວ່າ ຈະທໍາລາຍມັນຖິ້ມນັ້ນ ສະແດງໃຫ້ເຫັນວ່າປັກກິ່ງບໍ່ສາມາດເຮັດໄດ້ ຢ່າງພຽງພໍໃຫ້ແກ່ປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ແຫ່ງນັ້ນເພື່ອຮັກສາມິດຕະພາບໄວ້ ຫຼືເຮັດໃຫ້ຄົນທົ່ວໄປໃນຟີລິບປິນມີຄວາມຕື່ນເຕັ້ນ.

ປະທານາທິບໍດີຟີລິບປິນ, ທ່ານໂຣດຣິກໂກ ດູເຕີເຕ (Rodrigo Duterte) ໄດ້ປະກາດໃນວັນທີ 29 ກໍລະກົດຜ່ານມາ ຢູ່ໃນລະຫວ່າງການຢ້ຽມຢາມຂອງລັດຖະມົນຕີປ້ອງກັນປະເທດສະຫະລັດ, ທ່ານ ລອຍດ໌ ອອສຕິນ (Lloyd Austin) ທີ່ນະຄອນຫຼວງມະນີລາວ່າ ທ່ານຈະສືບຕໍ່ເຮັດຂໍ້ຕົກລົງທີ່ມີມາໄດ້ 22 ປີ, ທີ່ຮູ້ກັນທົ່ວໄປໃນນາມ VFA ນັ້ນ. ທ່ານ ດູເຕີເຕ (Duterte) ໄດ້ກ່າວມາຕັ້ງແຕ່ເດືອນກຸມພາປີ 2020 ວ່າ ທ່ານວາງແຜນທີ່ຈະຖອນອອກຈາກຂໍ້ຕົກລົງດັ່ງກ່າວແລ້ວ.

ທ່ານ ດູເຕີເຕ (Duterte), ຜູ້ທີ່ເຂົ້າກຳຕຳແໜ່ງ ໃນປີ 2016, ຫາກໍ່ມາຮູ້ໄດ້ວ່າຈີນຈະບໍ່ປະຕິບັດຕາມ ຄຳໝັນສັນຍາທີ່ຈະໃຫ້ການຊ່ວຍເຫຼືອ ແລະການລົງທຶນ 33 ຕື້ໂດລາ ໃນປີນັ້ນ, ເຂົ້າໃນປະເທດທີ່ປະກອບດ້ວຍໝູ່ເກາະຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ທີ່ມີຄວາມຫິວໂຫຍຢາກກໍ່ສ້າງພື້ນຖານໂຄງລ່າງແຫ່ງນັ້ນ, ອີງຕາມບັນດານັກຊ່ຽວຊານ.

ຄວາມວິຕົກກັງວັນໃນເດືອນມີນາ ແລະເດືອນເມສາຜ່ານມາກ່ຽວກັບການທີ່ມີກໍາ ປັ່ນຂອງຈີນ 220 ລໍາຈອດຢູ່ທະເລທີ່ມີໂຂດຫີນທີ່ສອງປະເທດມີຄວາມຂັດແຍ້ງກັນນັ້ນໄດ້ເຮັດໃຫ້ເຈົ້າໜ້າທີ່ຢູ່ນະຄອນຫຼວງມະນີລາບໍ່ພໍໃຈເພີ້ມຂຶ້ນອີກ, ໂດຍໄດ້ ເຕືອນພວກເຂົາເຈົ້າກ່ຽວກັບຄວາມຂັດແຍ້ງດ້ານອະທິປະໄຕທາງທະເລທີ່ກ້ວາງກວ່ານັ້ນກັບປັກກິ່ງ, ອີງຕາມຄໍາເວົ້າຂອງບັນດານັກວິເຄາະ.

ທ່ານນາງ ຢຸນ ຊຸນ (Yun Sun), ນັກຄົ້ນຄວ້າຂັ້ນສູງແລະຜູ້ອໍານວຍການຮ່ວມໂຄງການເອເຊຍຕາເວັນອອກສູນກາງສຕິມຊັນ (Stimson) ໃນນະຄອນຫລວງວໍຊິງຕັນ ກ່າວວ່າ "ຖ້າຈີນເຮັດຕາມຄໍາໝັ້ນສັນຍາຫຼາຍຂຶ້ນກ່ຽວກັບພື້ນຖານໂຄງລ່າງ ແລະການລົງທຶນແລ້ວ, ມັນອາດຈະເຮັດໃຫ້ທ່ານດູເຕີເຕ (Duterte) ມີ ມູນຖານອັນໜັກແໜ້ນຂຶ້ນກວ່າເກົ່າ ແລະມີການຊຸກຍູ້ຢ່າງແຂງແຫ່ນ ເພື່ອໃຫ້ມີ ຄວາມເດັດດ່ຽວໃນເລື້ອງ VFA ໄດ້." "ມັນສັງເກດເຫັນໄດ້ຢ່າງກວ້າງຂວາງວ່າ ຄຳໝັ້ນສັນຍາຂອງຈີນບໍ່ເຄີຍປາກົດອອກມາເປັນຈິງໄດ້ແທ້ໆເລີຍ ສຳລັບທ່ານດູເຕີເຕ (Duterte)."

ສື່ມວນຊົນທ້ອງຖິ່ນກ່າວວ່າໃນປີນັ້ນພຽງແຕ່ 4.7 ຕື້ໂດລາທີ່ຢູ່ໃນຄຳໝັ້ນສັນຍາຂອງຈີນເທົ່ານັ້ນທີ່ໄດ້ເຖິງມະນີລາໃນຕົ້ນປີ 2019.

ຂໍ້ຕົກລົງກ່ຽວກັບການຢ້ຽມຢາມຂອງກໍາລັງທະຫານ ໄດ້ສະໜອງການຂາຍອາວຸດ, ການແລກປ່ຽນຂໍ້ມູນລັບ ແລະການສົນທະນາຫາລືກັນກ່ຽວກັບການຮ່ວມມືດ້ານການທະຫານ. ມັນອະນຸຍາດໃຫ້ທະຫານສະຫະລັດເຂົ້າໄປຢູ່ໃນດິນຟີລິບປິນ ເພື່ອທໍາການສໍາລັບການຝຶກຊ້ອມທະຫານທີ່ແນໃສ່ຮັກສາຄວາມໝັ້ນຄົງຢູ່ໃນຂົງເຂດແລະວຽກງານດ້ານມະນຸດສະທໍາໃນທ້ອງຖິ່ນ. ມາດຕະການເຫຼົ່ານັ້ນໄດ້ເສີມສ້າງເຮັດໃຫ້ສົນທິສັນຍາປ້ອງກັນເຊິ່ງກັນແລະກັນລະຫວ່າງສອງປະເທດໃນປີ 1951 ເຂັ້ມແຂງຂຶ້ນ.

ສະຫະລັດໄດ້ປົກຄອງຟີລິບປິນມາເປັນເວລາຫຼາຍກວ່າຫ້າທົດສະວັດກ່ອນທີ່ຈະໄດ້ຮັບເອກະລາດຫຼັງສົງຄາມໂລກຄັ້ງທີສອງ. ສໍາລັບວໍຊິງຕັນແລ້ວໃນມື້ນີ້, ຟີລິບປິນເປັນຕົວແທນອັນນຶ່ງໃນຕ່ອງໂສ້ໃນພັນທະມິດຢູ່ຂົງເຂດມະຫາສະໝຸດປາຊີຟິກຕາເວັນຕົກ ທີ່ສາມາດເຮັດວຽກຮ່ວມກັນໄດ້ເພື່ອກວດກາເບິ່ງການຂະຫຍາຍທາງທະເລຂອງຈີນ.

ຊາວຟີລິບປິນສ່ວນໃຫຍ່ ລວມທັງກໍາລັງທະຫານຕ່າງໆ ແມ່ນມັກສະຫະລັດຫລາຍກວ່າຈີນ, ອີງຕາມອົງການສັງຄົມສະຖານີສະພາບອາກາດທີ່ເປັນອົງການຄົ້ນຄ້ວາຕັ້ງຢູ່ໃນເມືອງຊູເອຊອນ (Quezon) ໄດ້ກ່າວມາ ໂດຍອີງໃສ່ການສຳ ຫຼວດຄວາມຄິດເຫັນນັບຕັ້ງແຕ່ປີ 2016 ເປັນຕົ້ນມາ

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG