ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກົາຫລີເໜືອ ທົດລອງຍິງລູກສອນໄຟຂີປະນາວຸດ ທ່າມກາງການແຂ່ງຂັນທາງດ້ານອາວຸດໃນແຫຼມເກົາຫລີ


ປະຊາຊົນພາກັນເບິ່ງລາຍງານຂ່າວ ຢູ່ເທິງຈໍໂທລະພາບກ່ຽວກັບການຍິງລູກສອນໄຟຂອງເກົາຫລີເໜືອໂດຍພາບຖ່າຍໃນນະຄອນຫລວງໂຊລ, ເກົາຫລີໃຕ້, ໃນມື້ວັນພຸດ, ທີ 15 ກັນຍາ, ປີ 2021. ເກົາຫລີເໜືອໄດ້ທໍາການຍິງລູກສອນໄຟຂີປະນາວຸດສອງລູກ ເຂົ້າໄປໃນນ່ານນໍ້າ ນອກແຄມຝັ່ງຕາເວັນອອກ ໃນຕອນບ່າຍຂອງມື້ວັນພຸດ,...
ປະຊາຊົນພາກັນເບິ່ງລາຍງານຂ່າວ ຢູ່ເທິງຈໍໂທລະພາບກ່ຽວກັບການຍິງລູກສອນໄຟຂອງເກົາຫລີເໜືອໂດຍພາບຖ່າຍໃນນະຄອນຫລວງໂຊລ, ເກົາຫລີໃຕ້, ໃນມື້ວັນພຸດ, ທີ 15 ກັນຍາ, ປີ 2021. ເກົາຫລີເໜືອໄດ້ທໍາການຍິງລູກສອນໄຟຂີປະນາວຸດສອງລູກ ເຂົ້າໄປໃນນ່ານນໍ້າ ນອກແຄມຝັ່ງຕາເວັນອອກ ໃນຕອນບ່າຍຂອງມື້ວັນພຸດ,...

ເກົາຫລີເໜືອໄດ້ຍິງທົດລອງລູກສອນໄຟຂີປະນາວຸດໄລຍະສັ້ນສອງລູກໃນມື້ວັນພຸດທີ່ຜ່ານມານີ້. ນີ້ແມ່ນຄັ້ງທີສອງ ໃນການທົດລອງຍິງລູກສອນໄຟທີ່ສໍາຄັນຂອງເກົາຫລີເໜືອ ໃນເວລາບໍ່ເຖິງອາທິດ ແລະນີ້ ຍັງເປັນຄວາມພະຍາ ຍາມຄັ້ງຫລ້າສຸດຂອງພຽງຢາງ ເພື່ອກົດດັນສະຫະລັດ ທ່າມກາງການເຈລະຈາ ນິວເຄລຍທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມາ, ດັ່ງທີ່ບິລ ກາລໂລ (Bill Gallo) ນັກຂ່າວຂອງ VOA ລາຍງານຈາກນະຄອນຫລວງໂຊລ, ເຊິ່ງທິບສຸດາຈະນໍາເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຫລັງຈາກງຽບຫາຍໄປປະມານຫົກເດືອນ, ເກົາຫລີເໜືອໄດ້ກັບມາເປັນຂ່າວໃຫຍ່ອີກຄັ້ງໃນອາທິດນີ້. ໃນມື້ວັນຈັນຜ່ານມາ, ພວກເຂົາໄດ້ປະກາດການຍິງທົດລອງລູກສອນໄຟຄຣູສ. ສອງມື້ຫລັງຈາກນັ້ນ, ພວກເຂົາໄດ້ທໍາການທົດລອງ ຍິງລູກສອນໄຟຂີປະນາວຸດເຖິງສອງລູກ.

ສໍາລັບບັນດານັກວິເຄາະຫລາຍໆຄົນ, ການເຄື່ອນໄຫວດັ່ງກ່າວ ຊີ້ໃຫ້ເຫັນວ່າ ເກົາຫລີເໜືອກໍາລັງພະຍາຍາມເພີ້ມອໍານາດໃນການຕໍ່ລອງກັບສະຫະລັດ ໂດຍເກົາຫລີເໜືອມັກສ້າງຄວາມເຄັ່ງຕຶງ ກ່ອນການພົວພັນເຈລະຈາ.

ທ່ານບັອງ ຢັງ-ຊິກ (Bong Young-Shik) ເປັນສາດສະດາຈານທີ່ມະຫາວິ ທະຍາໄລ ຢອນໄຊ (Yonsei) ໃນນະຄອນຫລວງໂຊລ. ທ່ານກ່າວວ່າ ເກົາ ຫລີເໜືອອາດຈະຕັດສິນໃຈ ເພີ້ມການທ້າທາຍເກາະຜິດ ເພື່ອຮຽກຮ້ອງຄວາມສົນໃຈຈາກວໍຊິງຕັນ. ໂດຍທ່ານບັອງ ຢັງ-ຊິກ ກ່າວວ່າ:

“ເກົາຫລີເໜືອກໍາລັງສະແດງຄວາມບໍ່ພໍໃຈຕໍ່ລັດຖະບານທ່ານໄບເດັນ ເຊິ່ງຍັງຄົງຢູ່ໃນນະໂຍບາຍ ທີ່ບໍ່ຕອບຮັບຕໍ່ເກົາຫລີເໜືອ ຍ້ອນມີຄວາມລະມັດລະວັງ ແລະການຮ່ວມມື ໃນນະໂຍບາຍເກົາຫລີເໜືອ.”

ໃນລະຫວ່າງທີ່ປະທານາທິບໍດີສະຫະລັດທ່ານໂຈ ໄບເດັນ ໄດ້ສະແດງຄວາມເຕັມໃຈທີ່ຈະກັບມາເຈລະຈາ ກັບເກົາຫລີເໜືອອີກຄັ້ງ, ແຕ່ຄວາມສົນໃຈສ່ວນໃຫຍ່ຂອງສະຫະລັດ ແມ່ນຢູ່ບ່ອນອື່ນ ເຊັ່ນວ່າ ການຖອນກອງກໍາລັງທະຫານສະຫະລັດອອກຈາກອັຟການິສຖານ ແລະຄວາມພະຍາຍາມໃນການຕໍ່ສູ້ກັບໂຄວິດ-19 ເຊິ່ງນັກວິເຄາະບາງຄົນກ່າວວ່າ ພຽງຢາງອາດຈະຮູ້ສຶກເໝືອນກັບວ່າບໍ່ມີໃຜໃຫ້ຄວາມສົນໃຈ.

ການທົດລອງເປັນເວລາແຫ່ງຄວາມກົດດັນສູງສຸດ. ການຍິງລູກສອນໄຟຄັ້ງຫລ້າສຸດຂອງເກົາຫລີເໜືອ ບັງເອີນເປັນຊ່ວງເວລາດຽວກັນ ກັບການໄປຢ້ຽມຢາມນະ ຄອນຫລວງໂຕກຽວ ຂອງທ່ານກິມ ທູດພິເສດຂອງສະຫະລັດຮັບຜິດຊອບເລື້ອງເກົາຫລີເໜືອ. ໂດຍທ່ານກິມໄດ້ພົບປະກັບຄູ່ຕຳແໜ່ງຂອງທ່ານຈາກເກົາຫລີໃຕ້ ແລະຍີປຸ່ນ.

ໃນມື້ວັນອັງຄານທີ່ຜ່ານມາ, ທູດພິເສດສະຫະລັດ ໄດ້ເນັ້ນຢໍ້າເຖິງຂໍ້ສະເໜີຂອງວໍຊິງຕັນທີ່ຈະເລີ້ມການເຈລະຈາຄືນໃໝ່ໂດຍບໍ່ມີເງື່ອນໄຂໃດໆລ່ວງໜ້າ.

"ແຕ່ນັກວິເຄາະ ພາກ ວັອນ-ກັນ (Park Won-gon) ກ່າວວ່າ ຖະແຫລງການເຫຼົ່ານັ້ນປາກົດວ່າ ບໍ່ເປັນທີ່ໜ້າພໍໃຈ ສໍາລັບເກົາຫລີເໜືອ ນັບຕັ້ງແຕ່ສະຫະລັດໄດ້ປະຕິເສດ ທີ່ຈະຫລຸດຜ່ອນການລົງໂທດ ທາງດ້ານເສດຖະກິດຕໍ່ປະເທດດັ່ງ ກ່າວ."

ເກືອບໝົດປີ, ເກົາຫລີເໜືອຕ້ອງສຸມໃສ່ບັນຫາຕ່າງໆພາຍໃນປະເທດ. ເຊິ່ງເກົາຫຼີເໜືອໄດ້ປະສົບກັບໄພນໍ້າຖ້ວມຮ້າຍແຮງ ແລະຄື້ນຄວາມຮ້ອນທີ່ສຳຄັນ ພ້ອມນັ້ນຍັງຄົງເປັນປະເທດທີ່ເຂັ້ມງວດທີ່ສຸດຂອງໂລກໃນການປິດເມືອງຍ້ອນໂຄວິດ-19.

ເນື່ອງຈາກແຮງກົດດັນດັ່ງກ່າວເຫລົ່ານັ້ນ, ນັກວິເຄາະບາງຄົນຄາດວ່າ ເກົາຫລີ ເໜືອອາດຈະລະງັບຈາກການທ້າທ້າຍຄັ້ງໃຫຍ່ ເຊັ່ນວ່າການທົດລອງອາວຸດນິວເຄລຍ ອັນຈະນໍາຄວາມສ່ຽງທີ່ຈະເຮັດໃຫ້ມີການຕັດຂາດຈາກທາງດ້ານເສດຖະ ກິດ ແລະດ້ານການທູດເພີ້ມຕື່ມ.

After about six months of relative silence, North Korea this week made big headlines. On Monday, it announced a cruise missile test. Two days later, it tested a pair of ballistic missiles.

To many analysts, the moves suggest North Korea is trying to increase its bargaining leverage with the United States. The North has often raised tensions before engaging in talks.

Bong Young-shik is a professor at Seoul’s Yonsei University. He says North Korea may have decided to raise its provocations in order to get Washington’s attention.

“North Korea is expressing its discontent toward the Biden administration which has remained in a very passive policy toward North Korea in the name of a cautious and collaborative North Korea policy.”

While U.S. President Joe Biden has expressed a willingness to resume North Korea talks, much of the U.S. focus has been elsewhere, such as the withdrawal of U.S. troops from Afghanistan and efforts to fight COVID-19. Some analysts say Pyongyang may feel ignored.

The tests were timed for maximum pressure. The North’s latest launch coincided with a visit to Tokyo by Sung Kim, the U.S. special envoy to North Korea. He is meeting with his counterparts from South Korea and Japan.

On Tuesday, the U.S. envoy repeated Washington’s offer to restart talks without preconditions.

But analyst Park Won-gon says those types of statements do not appear to have satisfied North Korea, since the United States has refused to relax sanctions.

For most of the year, North Korea has focused on domestic problems. It has suffered major floods and a heat wave. It is also continuing one of the world’s strictest COVID-19 lockdowns.

Because of those pressures, some analysts expect North Korea may refrain from major provocations, such as a nuclear test, that would risk bringing further economic and diplomatic isolation.

XS
SM
MD
LG