ໃຜແມ່ນ ແລະບໍ່ແມ່ນຜູ້ກໍ່ການຮ້າຍ, ໃຜເປັນຜູ້ຕັດສິນ, ແລະເປັນຫຍັງມັນຈຶ່ງສໍາຄັນ?
ຄຳຖາມເຫຼົ່ານີ້ ໄດ້ກາຍເປັນປະເດັນສຳຄັນ ຂອງການລາຍງານຂ່າວຂອງສື່ມວນຊົນ ກ່ຽວກັບສົງຄາມອິສຣາແອລ ກັບ ກຸ່ມຮາມາສ ໃນເດືອນແລ້ວນີ້.
ຄວາມອຸກອັ່ງໃຈ ຂອງຜູ້ຊົມ ກ່ຽວກັບວິທີການທີ່ສື່ມວນຊົນ ໃຊ້ ຫຼືຫຼີກລ້ຽງການໃຊ້ຄໍາວ່າ "ຜູ້ກໍ່ການຮ້າຍ" ແລະ "ການກໍ່ການຮ້າຍ" ຊີ້ໃຫ້ເຫັນເຖິງຄວາມອຸກ ອັ່ງໃຈ ໃນວົງກວ້າງ ຕໍ່ການລາຍງານຂ່າວ ກ່ຽວກັບຄວາມຂັດແຍ້ງໂດຍທົ່ວໄປ. ບາງຄັ້ງ, ຄວາມໂກດແຄ້ນດັ່ງກ່າວ ໄດ້ສະແດງອອກມາໃນນັກຂ່າວ ທີ່ຖືກກ່າວຫາວ່າ ມີຄວາມເຂົ້າຂ້າງອອກຂາ ແລະຄວາມເຫັນອົກເຫັນໃຈ ຕໍ່ຂ້າງໃດຂ້າງນຶ່ງຂອງສົງຄາມ ຫຼືອີກຝ່າຍນຶ່ງ.
ມັນເປັນປະກົດການທີ່ນັກວິເຄາະກ່າວເນັ້ນເຖິງການແບ່ງແຍກທີ່ເລິກເຊິ່ງເປັນພິເສດ ທີ່ເປັນລັກສະນະຂອງຄວາມຂັດແຍ່ງນີ້, ພ້ອມທັງຄວາມສາມາດຂອງສື່ມວນຊົນ ໃນການຂະຫຍາຍຄວາມແຕກແຍກເຫຼົ່ານັ້ນ ໃຫ້ເລິກເຊິ່ງຍິ່ງຂຶ້ນໂດຍບໍ່ໄດ້ຕັ້ງໃຈ.
ເມື່ອການໂຈມຕີຂອງພວກຫົວຮຸນແຮງກາຍເປັນແຜນການກໍ່ການຮ້າຍ.
ຫຼັງຈາກກຸ່ມຫົວຮຸນແຮງ ຮາມາສ ໄດ້ບຸກໂຈມຕີທາງພາກໃຕ້ຂອງອິສຣາແອລ ໃນວັນທີ 7 ຕຸລາ, ໄດ້ສັງຫານປະຊາຊົນຫຼາຍກວ່າ 1,400 ຄົນ ແລະ ຈັບເອົາ 200 ກວ່າຄົນເປັນຕົວປະກັນ, ອິສຣາແອລໄດ້ຕອບໂຕ້ ດ້ວຍການປະກາດສົງ ຄາມ ແລະ ດຳເນີນການບຸກໂຈມຕີຢ່າງບໍ່ຢຸດຢັ້ງ ຢູ່ໃນເຂດກາຊາ, ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 9,700 ຄົນ, ລວມທັງເດັກນ້ອຍຫຼາຍກວ່າ 4,000 ຄົນ.
ມັນເປັນການໂຕ້ຕອບຄັ້ງຫລ້າສຸດຂອງຄວາມຂັດແຍ່ງ ທີ່ແກ່ຍາວມາເປັນເວລາຫຼາຍສິບປີ. ນັບຕັ້ງແຕ່ຊຸມປີ 1990, Associated Press ໄດ້ແນະນໍາບໍ່ໃຫ້ໃຊ້ຄຳວ່າ "ຜູ້ກໍ່ການຮ້າຍ" ແລະ "ການກໍ່ການຮ້າຍ", ນອກເຫນືອການອ້າງອີງເຖິງຄຳເວົ້າໂດຍກົງ ຫຼືເມື່ອອ້າງເຖິງເຈົ້າຫນ້າທີ່ທີ່ໃຫ້ຂໍ້ມູນ, ອີງຕາມທ່ານ ຈອນ ດານິສຊິວສກີ (John Daniszewski), ຮອງປະທານຝ່າຍມາດຕະຖານຂອງອົງການຂ່າວ AP.