ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເປັນຫຍັງຈີນ ໃນທັນທີທັນໃດ ຈຶ່ງຢາກຈະເຈລະຈາ ກ່ຽວກັບກົດແຫ່ງການປະພຶດ ໃນ ເຂດທະເລຈີນໃຕ້


ພາບຖ່າຍເອົາໜ້າຈໍຂອງວີດິໂອ ທີ່ສະໜອງໃຫ້ໂດຍອົງການຂ່າວ VTV, ທ່ານ Wang Yi, ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນກ່າວ ຢູ່ໃນກອງປະຊຸມທາງອອນລາຍກັບບັນດາລັດຖະມົນຕີ ກະຊວງການຕ່າງປະເທດ ໃນກຸ່ມ ASEAN, ວັນທີ 9 ກັນຍາ, 2020
ພາບຖ່າຍເອົາໜ້າຈໍຂອງວີດິໂອ ທີ່ສະໜອງໃຫ້ໂດຍອົງການຂ່າວ VTV, ທ່ານ Wang Yi, ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນກ່າວ ຢູ່ໃນກອງປະຊຸມທາງອອນລາຍກັບບັນດາລັດຖະມົນຕີ ກະຊວງການຕ່າງປະເທດ ໃນກຸ່ມ ASEAN, ວັນທີ 9 ກັນຍາ, 2020

ນັກວິຊາການດ້ານການເມືອງກ່າວວ່າ ຈີນມີຈຸດປະສົງຕ້ານຢັນກັບສະຫະລັດຄືນໂດຍການເປີດການເຈລະຈາກັບ 10 ປະເທດ ໃນເຂດເອເຊຍຕາເວັນອອກສຽງໃຕ້ກ່ຽວກັບກົດແຫ່ງການປະພຶດ ທີ່ຈະຊ່ວຍປ້ອງກັນບໍ່ໃຫ້ເກີດຄວາມຜິດພາດໃນທະເລເອເຊຍທີ່ແອອັດ ແລະມີການຂັດແຍ້ງກັນນັ້ນ.

ລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານ ຫວາງ ຢີ (Wang Yi) ໄດ້ຮຽກໃນເດືອນສິງຫາຜ່ານມາວ່າ ໃຫ້ສະມາຄົມບັນດາປະເທດໃນເຂດເອເຊຍຕາ ເວັນອອກສຽງໃຕ້ທີ່ມີສະມາຊິກ 10 ປະເທດນັ້ນ ເປີດການເຈລະຈາກັບປະເທດຂອງຕົນຄືນອີກ ເພື່ອກ້າວໄປສູ່ກົດແຫ່ງການປະພຶດໃນທະເລຈີນໃຕ້, ອີງຕາມຂ່າວສານ ທີ່ຄວບຄຸມໂດຍລັດຖະບານຈີນ. ທ່ານຫວາງ (Wang) ກ່າວໃນກອງປະຊຸມສຳມະນາທີ່ນະຄອນຫຼວງປັກກິ່ງໃນເດືອນນີ້ວ່າ ບັນດານັກເຈລະຈາຄວນພະຍາຍາມເຮັດໃຫ້ກົດແຫ່ງການປະພຶດດັ່ງກ່າວແລ້ວ “ໄວກວ່ານີ້”, ອີງຕາມໂທ ລະພາບສູນກາງຂອງຈີນທີ່ລາຍງານຜ່ານທາງອິນເຕີແນັດ.

ການຮຽກຮ້ອງຂອງລັດຖະມົນຕີຈີນແມ່ນມີຂຶ້ນຫລັງຈາກມີການກ່າວຫາຈາກລັດ ຖະມົນຕີກະຊວງການຕ່າງປະເທດສະຫະລັດທ່ານ ໄມຄ໌ ພອມພຽວ (Michael Pompeo) ໃນເດືອນກໍລະກົດຜ່ານມາ ທີ່ບອກວ່າ ການກ່າວອ້າງເອົາກໍາມະສິດຂອງຈີນໃນທະເລແມ່ນຜິດກົດໝາຍ ແລະວໍຊິງຕັນຈະຊ່ວຍເຫຼືອປະເທດອື່ນໆ ທີ່ຖືກກົດດັນຈາກປັກກິ່ງ. ຈີນອ້າງເອົາກໍາມະສິດ 90% ຂອງເຂດທະເລນັ້ນວ່າເປັນຂອງຕົນເອງ.

ປັກກິ່ງຍາດແຍ່ງເອົາກຳມະສິດ ໃນເຂດທະເລທີ່ມີເນື້ອທີ່ 3.5 ລ້ານຕາລາງກິໂລແມັດ ກັບສະມາຊິກກຸ່ມອາຊຽນຄື ບຣູໄນ, ມາເລເຊຍ, ຫວຽດນາມແລະຟີລິບປິນ.

ນັກວິຊາການເຊື່ອວ່າ ການເມີນເສີຍຕໍ່ການເຈລະຈາ ກ່ຽວກັບກົດແຫ່ງການປະ ພຶດທີ່ເປັນທີ່ນິຍົມໃນເຂດເອເຊຍຕາເວັນອອກສຽງໃຕ້ທີ່ຍັງເຮັດບໍ່ແລ້ວນັບຕັ້ງແຕ່ບັນດາຝ່າຍເຈລະຈາ ໄດ້ບັນລຸໂຄງຮ່າງຂອງຂໍ້ຕົກລົງ ທີ່ກ່ຽວຂ້ອງໃນປີ 2002 ນັ້ນ ຈະເຮັດໃຫ້ຈີນຕົກຢູ່ໃນຂ້າງບໍ່ດີຂອງກຸ່ມດັ່ງກ່າວ ແລະເຮັດໃຫ້ສະຫະລັດດີໃຈ. ການເຈລະຈາໄດ້ຢຸດລົງໃນປີ 2019.


ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG