ສະຫະລັດກ່າວວ່າ ຕົນຮູ້ແລ້ວກ່ຽວກັບການປະກາດຂອງຈີນທີ່ວ່າ ຈີນໄດ້ລົງນາມໃນຂໍ້ຕົກລົງທາງດ້ານຄວາມໝັ້ນຄົງກັບໝູ່ເກາະໂຊໂລມອນ ຊຶ່ງໄດ້ພາໃຫ້ເກີດຄວາມເປັນຫ່ວງຄືນໃໝ່ຢ້ານວ່າຂໍ້ຕົກລົງນີ້ ຈະເປີດໂອກາດໃຫ້ຈີນສົ່ງກຳລັງທະຫານເຂົ້າໄປປະຈຳການຢູ່ໃນປະເທດເກາະດອນ ທີ່ຕັ້ງຢູ່ໃນມະຫາສະໝຸດປາຊີຟິກດັ່ງກ່າວ.
ໂຄສົກຂອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງທຳນຽບຂາວ ກ່າວວ່າ “ພວກເຮົາມີຄວາມເປັນຫ່ວງຍ້ອນບໍ່ມີຄວາມໂປ່ງໃສ ແລະລັກສະນະທີ່ສະເພາະເຈາະຈົງຂອງຂໍ້ຕົກລົງນີ້ ຊຶ່ງໄດ້ຕິດຕາມມາດ້ວຍການສະເໜີທີ່ເປັນເງົາໆແບບບໍ່ແຈ່ມແຈ້ງຂອງຈີນຈຳນວນນຶ່ງ ການຕົກລົງແບບຄຸມເຄືອກັບປະເທດນ້ອຍໆຢູ່ໃນຂົງເຂດເພື່ອປຶກສາຫາລືກ່ຽວກັບການປະມົງ ການຄຸ້ມຄອງຊັບພະຍາກອນ ການໃຫ້ຄວາມຊ່ວຍເຫຼືອໃນດ້ານການພັດທະນາ ແລະມາບັດນີ້ຊ້ຳພັດແມ່ນການປະຕິບັດໃນດ້ານຄວາມໝັ້ນຄົງ.”
ໂຄສົກກະຊວງການຕ່າງປະເທດຈີນ ທ່ານຫວັງ ເຫວິນບິນ ກ່າວຕໍ່ພວກນັກຂ່າວທີ່ນະຄອນຫຼວງປັກກິ່ງໃນວັນອັງຄານວານນີ້ວ່າ ຂໍ້ຕົກລົງໄດ້ມີການເຊັນກັນເມື່ອໄວໆມານີ້ ໂດຍລັດຖະມົນຕີການຕ່າງປະເທດ ຫວັງ ຢີ່ ແລະລັດຖະມົນຕີການຕ່າງປະເທດຂອງໝູ່ເກາະໂຊໂລມອນ ທ່ານເຈຣີເມຍ ມາເນເລ.
ໂຄສົກຂອງສະພາຄວາມໝັ້ນຄົງແຫ່ງຊາດກ່າວວ່າ “ເບິ່ງຄືວ່າຈີນໄດ້ປະກາດຂໍ້ຕົກລົງນີ້ໂດຍລຳພັງ ຊຶ່ງໄດ້ລາຍງານໃຫ້ຊາບ ກ່ຽວກັບຂໍ້ຕົກລົງທີ່ປາກົດວ່າມາຈາກຈີນ ແທນທີ່ຈະແມ່ນລັດຖະບານຂອງໝູ່ເກາະໂຊໂລມອນ. ລາຍງານກ່ຽວກັບການລົງນາມ ບໍ່ໄດ້ປ່ຽນແປງຄວາມເປັນຫ່ວງຂອງພວກເຮົາ ແລະຕໍ່ບັນດາປະເທດພັນທະມິດແລະປະເທດພາຄີຢູ່ໃນຂົງເຂດ ແລະມັນກໍບໍ່ໄດ້ປ່ຽນແປງຄວາມໝັ້ນໝາຍຂອງພວກເຮົາ ໃນການມີຄວາມສຳພັນອັນເຂັ້ມແຂງກັບຂົງເຂດດັ່ງກ່າວ.”
ທີ່ນະຄອນຫຼວງປັກກິ່ງ ເຈົ້າໜ້າທີ່ຈີນໄດ້ກ່າວຫາສະຫະລັດ ແລະອອສເຕຣເລຍວ່າ “ຕັ້ງໃຈທີ່ຈະຂະຫຍາຍຄວາມເຄັ່ງຕຶງ” ແລະເວົ້າວ່າ ການພະຍາຍາມໃດໆກໍຕາມທີ່ຈະເຂົ້າແຊກແຊງ ແມ່ນແນ່ນອນຈະປະສົບກັບຄວາມລົ້ມແຫຼວ.”
ໃນອາທິດນີ້ ຜູ້ປະສານງານກ່ຽວກັບເຂດອິນໂດປາຊີຟິກ ທ່ານເຄີດ ແຄັມແບລ (Kurt Campbell) ແລະລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດສະຫະລັດ ຮັບຜິດຊອບກິດຈະການເອເຊຍປາຊີຟິກ ທ່ານແດນຽລ ກຣີເຕັນບລິງ (Daniel Kritenbrink) ໄດ້ນຳພາຄະນະຜູ້ແທນຈາກກະຊວງປ້ອງກັນປະເທດແລະອົງການຢູເສດ ໄປຢ້ຽມຢາມປະເທດຟິຈິ ປາປົວນິວກີນີ ແລະໝູ່ເກາະໂຊໂລມອນເພື່ອຂະຫຍາຍ “ຄວາມສຳພັນທີ່ມີມາແບບຍາວນານກັບຂົງເຂດ” ແລະຄ້ຳປະກັນ ໃນການເປັນພາຄີກັບສະຫະລັດ “ຈະນຳເອົາຄວາມອຸດົມຮັ່ງມີ ແລະຄວາມໝັ້ນຄົງແລະສັນຕິພາບມາສູ່ໝູ່ເກາະໝູ່ດອນໃນເຂດມະຫາສະໝຸດປາຊີຟິກແລະ ແລະເຂດອິນໂດປາຊີຟິກ.”
ເລື້ອງຂໍ້ຕົກລົງທາງດ້ານຄວາມໝັ້ນຄົງ ລະຫວ່າງໝູ່ເກາະໂຊໂລມອນ ແລະຈີນ ຄາດວ່າ ຈະເປັນຫົວຂໍ້ທີ່ສຳຄັນອັນນຶ່ງ.