ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ WHO ເຕືອນເຖິງ ການຂາດເຂີນ ພະນັກງານແພດ ຢ່າງຫຼວງຫຼາຍ ໃນທົ່ວໂລກ


ນາງ ທີລລີຊາ ແບ້ງສ໌, ຂວາ, ເປັນແພດບໍລິການດ້ານສຸກເສີນ ຢູ່ສູນການແພດ Harborview ໃນນະຄອນຊີແອໂຕລ, ຊ່ອຍເພື່ອນຮ່ວມງານ ໃສ່ໜ້າກາກປ້ອງກັນ ກ່ອນເຂົ້າປະຕິບັດງານ ໃນຫ້ອງເຕັ້ນປະເມີນລະດັບຄວາມຮີບດ່ວນຂອງຄົນປ່ວຍ ທີ່ຕິດຕັ້ງຢູ່ດ້ານານອກ ຂອງສູນດັ່ງກ່າວ ທີ່ຂຶ້ນກັບພະແນກສຸກເສີນ.
ນາງ ທີລລີຊາ ແບ້ງສ໌, ຂວາ, ເປັນແພດບໍລິການດ້ານສຸກເສີນ ຢູ່ສູນການແພດ Harborview ໃນນະຄອນຊີແອໂຕລ, ຊ່ອຍເພື່ອນຮ່ວມງານ ໃສ່ໜ້າກາກປ້ອງກັນ ກ່ອນເຂົ້າປະຕິບັດງານ ໃນຫ້ອງເຕັ້ນປະເມີນລະດັບຄວາມຮີບດ່ວນຂອງຄົນປ່ວຍ ທີ່ຕິດຕັ້ງຢູ່ດ້ານານອກ ຂອງສູນດັ່ງກ່າວ ທີ່ຂຶ້ນກັບພະແນກສຸກເສີນ.

ອົງການອະນາໄມໂລກ ຫຼື WHO ເຕືອນເຖິງພາວະການຂາດແຄນພະນັກງານແພດໃນທົ່ວໂລກ ທີ່ຈະເຮັດໃຫ້ຊີວິດຂອງປະຊາກອນຫຼາຍລ້ານຄົນມີຄວາມສ່ຽງ ແລະໂດຍສະເພາະ ກໍ່ໃຫ້ເກີດຄວາມເປັນຫ່ວງເປັນໃຍ ໃນຊ່ວງເວລາ ທີ່ໂລກກຳລັງຕໍ່ສູ້ກັບການລະບາດຂອງເຊື້ອໄວຣັສໂຄວິດ-19 ໃນທົ່ວໂລກຢູ່ນັ້ນ. ເພື່ອເປັນການລະນຶກເຖິງ ວັນສຸຂະພາບຂອງໂລກ ຫຼື World Health Day ລາຍງານສະບັບທຳອິດກ່ຽວກັບສະພາບການຂອງພະນັກງານແພດທີ່ບໍ່ເຄີຍມີມາກ່ອນ ຈຶ່ງໄດ້ຖືກເລີ້ມທຳການພິມອອກມາ ໂດຍການຮ່ວມມືກັນ ລະຫວ່າງ ອົງການ WHO ແລະ ສະຫະພັນພະນັກງານແພດສາກົນ. ລີຊາ ສໄລນ໌ ມີລາຍງານສົ່ງມາໃຫ້ ວີໂອເອ ຈາກນະຄອນເຈນີວາ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຂໍ້ມູນຈາກ 191 ປະເທດ ສະແດງໃຫ້ເຫັນວ່າ ວຽກງານສຳຄັນທີ່ສຸດ ທີ່ພວກພະນັກງານແພດພາກັນປະຕິບັດຢູ່ນັ້ນ ແມ່ນຈະຖືກຕີລາຄາຢູ່ເລື້ອຍໆວ່າ ບໍ່ມີຄວາມສຳຄັນເລີຍ ແທນທີ່ຈະໄດ້ຮັບການຍົກຍ້ອງສັນລະເສີນ ຍ້ອນທັກຊະແລະຄວາມເມດຕາ ຂອງພວກເຂົາເຈົ້າ ຊຶ່ງການສຳຫຼວດອັນນຶ່ງ ໄດ້ພົບວ່າ ພວກພະນັກງານແພດໂດຍສ່ວນໃຫຍ່ ແມ່ນຈະຖືກດູໝິ່ນ ຕົກເປັນເລື້ອງຂອງການຈຳແນກ ແລະເຮັດວຽກເປັນເວລາຍາວນານ ພາຍໃຕ້ສະພາບການທີ່ເຄັ່ງຄຽດ ສຳລັບຄ່າຈ້າງທີ່ຕ່ຳ.

ພວກພະນັກງານແພດ ກວາມເອົາ ຫຼາຍກວ່າເຄິ່ງນຶ່ງ ໃນຈຳນວນ ພະນັກງານສາທາລະນະສຸກທັງໝົດຂອງໂລກ ແລະເປັນສັນຫຼັງຂອງລະບົບສາທາລະນະສຸກທົ່ວໄປ. ບົດລາຍງານສະບັບດັ່ງກ່າວເຜີຍແບໃຫ້ເຫັນວ່າ ມີພະນັກງານແພດ ໃນທົ່ວໂລກ ເກືອບ 28 ລ້ານຄົນ ຊຶ່ງເຮັດໃຫ້ເກີດການຂາດເຂີນ ພະນັກງານແພດ ເກືືອບ 6 ລ້ານຄົນ.

ຊ່ອງຫວ່າງທີ່ໃຫຍ່ຫຼວງນັ້ນ ແມ່ນພົບເຫັນຢູ່ຫຼາຍໆປະເທດ ໃນທະວີບອາຟຣິກາ ເຂດເອເຊຍຕາເວັນອອກສຽງໃຕ້ ຂົງເຂດທະເລເມດີແຕເຣນຽນກ້ຳຕາເວັນອອກ ແລະໃນບາງພາກພື້ນຂອງອາເມຣິກາລາຕິນ. ທ່ານຮາເຫວີດ ເຄດຕັນ ຫົວໜ້າອຳນວຍການໃຫຍ່ ຂອງສະຫະພັນພະນັກງານແພດສາກົນ ແລະເປັນປະທານຮ່ວມສຳລັບບົົດລາຍງານນີ້ ກ່າວວ່າ ການຄາດແຄນດ້ານບຸຄະລາກອນ ທີ່ເປັນແພດ ເຮັດໃຫ້ຊີວິດຂອງຫຼາຍໆຄົນຕົກຢູ່ໃນຄວາມສ່ຽງ ໂດຍສະເພາະໃນຂະນະ ທີ່ເກີດການລະບາດຂອງໄວຣັສໂຄວິດ-19.

ທ່ານເຄດຕັນ ກ່າວວ່າ “ພວກເຮົາຮູ້ ຫຼັກຖານສະແດງໃຫ້ເຫັນ ອັດຕາການຕິດ ເຊື້ອໄວຣັສ ຄວາມຜິດພາດຂອງຢາໝໍສັ່ງ ການລະບຸຄົນປ່ວຍທີ່ຊຸດໂຊມລົງ ອັດຕາການເສຍຊີວິດ ທັງໝົດນີ້ ແມ່ນສູງຂຶ້ນ ບ່ອນທີ່ມີພະນັກງານແພດໜ້ອຍເກີນໄປ. ຈຳນວນຂອງພະນັກງານແພດ ເປັນເລື້ອງບັນຫາຂອງຄວາມປອດໄພ. ແຕ່ມັນຍັງເປັນເລື້ອງສຳຄັນ ຍ້ອນການຂາດເຂີນ ຈຶ່ງໃຊ້ແຮງງານດ້ານການແພດທັງໝົດຂອງພວກເຮົາທີ່ມີໃນປັດຈຸບັນ ຈົນໝົດ. ລວມທັງລະດັບຄວາມເຄັ່ງຄຽດກໍສູງ ເມື່ອຍທັງຈິດແລະໃຈ ອັດຕາການເຂົ້າແລະອອກວຽກ ກໍສູງເຊັ່ນກັນ.”

ບົດລາຍງານນີ້ ໃຫ້ຂໍ້ສັງເກດວ່າ ຫຼາຍໆປະເທດທີ່ຮັ່ງມີທັງຫຼາຍ ບໍ່ໄດ້ຜະລິດພວກພະນັກງານແພດພຽງພໍ ສຳລັບຄວາມຕ້ອງການ ໃນດ້ານສາທາລະນະສຸກ ໃນປະເທດຂອງພວກເຂົາເຈົ້າເອງ. ດັ່ງນັ້ນ ພວກເຂົາເຈົ້າຈຶ່ງໄດ້ວ່າຈ້າງພວກພະນັກງານແພດ ຈາກພວກປະເທດທີ່ທຸກຍາກ ໂດຍໃຫ້ຄ່າຈ້າງສູງກວ່າ ທີ່ພວກເຂົາເຈົ້າໄດ້ຮັບຢູ່ໃນປະເທດຂອງເຂົາເຈົ້າ. ທ່ານນາງ ບາໂຣເນັສ ແມຣີ ວັດກິນສ໌ ທັງເປັນປະທານວຽນ ຂອງອົງການບຸຄະລາກອນແພດດຽວນີ້ ຫຼື Nursing Now ແລະປະທານຮ່ວມຂອງບົດລາຍງານນີ້ ກ່າວວ່າ ວິທີທາງນຶ່ງທີ່ຈະຢຸດຢັ້ງ ໃນອັນທີ່ເອີ້ນວ່າ ການດູດເອົາມັນສະໝອງຈາກບັນດາປະເທດທີ່ກຳ ລັງພັດທະນາ ກໍແມ່ນໃຫ້ປັບປຸງສະພາບການທຳງານ ສຳລັບພວກພະນັກງານແພດຢູ່ພາຍໃນປະເທດ.

ທ່ານນາງວັດກິນສ໌ ເວົ້າວ່າ “ບໍ່ພຽງໃນດ້ານຂອງຄ່າຕອບແທນເທົ່ານັ້ນ ແຕ່ໃນດ້ານຂອງຄວາມປອດໄພ ແລະການປະຕິບັດງານ ທັງຈາກເລື້ອງຄວາມຮຸນແຮງຢູ່ໃນສະຖານທີ່ເຮັດວຽກ ແລະ ທີ່ໄດ້ຖືກຍົກຂຶ້ນມາໃນເວລານີ້ ກັບການຂາດແຄນ ຊຸດປ້ອງກັນຕົວ ເພື່ອຮັບປະກັນວ່າ ພວກພະນັກງານແພດທັງຫຼາຍ ບໍ່ກາຍເປັນຜູ້ຕິດແປດໄວຣັັສ ແລ້ວສົ່ງຕໍ່ໄປໃຫ້ກັນ ໃນຊ່ວງເວລາທີ່ພວກເຂົາເຈົ້າເຮັດວຽກຢູ່ນັ້ນ.”

ຍັງບໍ່ທັນມີຕົວເລກທີ່ແນ່ນອນເທື່ອ ກ່ຽວກັບອັດຕາການຕິດເຊື້ອໄວຣັສພາຍໃນກຸ່ມພວກພະນັກງານແພດຮັກສາສຸຂະພາບ. ແຕ່ບັນດາເຈົ້າໜ້າທີ່ຂອງອົງການອະນາໄມໂລກ ກ່າວວ່າ ຂໍ້ມູນທີ່ມີຢູ່ແລ້ວນັ້ນ ສະແດງໃຫ້ເຫັນວ່າ ການຕິດເຊື້ອໄວຣັສໂຄວິດ 19 ແມ່ນສູງຂຶ້ນເລື້ອຍໆ ຊຶ່ງໜ້າຕື່ນຕົກໃຈ. ຍົກຕົວຢ່າງ ອີຕາລີ ໄດ້ລາຍງານວ່າ ໄລຍະ 2 ອາທິດຜ່ານມານີ້ ມີການຕິດເຊື້ອໄວຣັສ ໃນອັດຕາສະເລ່ຍ 9 ເປີເຊັນ ແລະເມື່ອມໍ່ໆມານີ້ ສະເປນ ໄດ້ລາຍງານວ່າ ຕົວເລກຂອງການຕິດເຊື້ອໄວຣັສ ມີອັດຕາສະເລ່ຍ 14 ເປີເຊັນ. ລາຍງານນີ້ ໄດ້ເນັ້ນວ່າ ມີແພດຫຼາຍກວ່າ 100 ຄົນ ແລະພະນັກງານຮັກສາສຸຂະພາບອື່ນໆອີກ ໄດ້ເສຍຊີວິດ ຍ້ອນໄວຣັສໂຄໂຣນາ ເພາະວ່າ ພວກເຂົາເຈົ້າ ຂາດເຄື່ອງປ້ອງກັນຕົວ ແລະເຄື່ອງຂອງທີ່ຈຳເປັນເພື່ອເຮັດໃຫ້ພວກເຂົາເຈົ້າປອດໄພ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG