ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອະນາໄມໂລກ ຊຸກຍູ້ລັດຖະບານຂອງປະເທດຕ່າງໆ ໃຫ້ເອົາມາດຕະການ ທີ່ເຂັ້ມງວດ ໃນການຕໍ່ຕ້ານໄວຣັສໂຄໂຣນາ


ຄົນປ່ວຍຜູ້ນຶ່ງ ຢູ່ໃນເຄື່ອງຄວບຄຸມຊີວະພາບ ເທິງຕຽງ ກຳາລັງຖືກນຳສົ່ງໂຮງໝໍໂຄລຳບັສ ໂຄວິດ 2 ໃນນະຄອນໂຣມ ຂອງອີຕາລີ, ວັນທີ 17 ມີນາ 2020.
ຄົນປ່ວຍຜູ້ນຶ່ງ ຢູ່ໃນເຄື່ອງຄວບຄຸມຊີວະພາບ ເທິງຕຽງ ກຳາລັງຖືກນຳສົ່ງໂຮງໝໍໂຄລຳບັສ ໂຄວິດ 2 ໃນນະຄອນໂຣມ ຂອງອີຕາລີ, ວັນທີ 17 ມີນາ 2020.

ອົງການອະນາໄມໂລກ ຫຼື WHO ພວມຊຸກຍູ້ລັດຖະບານຕ່າງໆ ໃຫ້ຈັດຕັ້ງປະຕິບັດວິທີ
ທາງທີ່ຮອບດ້ານ ແລະເຂັ້ມງວດ ໃນການແກ້ໄຂບັນຫາ ໄວ ຣັສ ໂຄວິດ-19 ເພື່ອເຮັດ
ໃຫ້ການລະບາດທີ່ມີຈຳນວນກໍລະນີຕິດແປດແລະການເສຍຊີວິດທີ່ເພີ້ມຂຶ້ນຢ່າງວ່ອງ
ໄວຂອງເຊື້ອໄວຣັສສາຍພັນໃໝ່ທີ່ອັນຕະລາຍ ຢູ່ໃນທະວີບຢູໂຣບ ແລະເຂດອື່ນເຂດ
ຂອງໂລກ ຊັກຊ້າລົງ. ລີຊາ ຊລາຍ ມີລາຍງານມາຈາກນະຄອນເຈນີວາ ໃຫ້ວີໂອເອ
ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະ ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.


ຈຳນວນກໍລະນີຕິດເຊື້ອໄວຣັສໂຄໂຣນາ ແລະການເສຍຊີວິດຈາກໄວຣັສ ທີ່ໃຫຍ່ທີ່ສຸດ
ແມ່ນຍັງຖືກລາຍງານມາຈາກຂົງເຂດພາກຕາເວັນຕົກຂອງມະຫາສະໝຸດປາຊີຟິກ ຊຶ່ງ
ລວມທັງປະເທດຈີນນຳດ້ວຍ. ແຕ່ເຂດທະວີບຢູໂຣບ ແມ່ນຕິດຕາມມາຢ່າງໃກ້ຊິດເປັນ
ອັນດັບທີສອງ ແລະດຽວນີ້ ຕາມການລວບລວມແລ້ວ ໄດ້ກາຍເປັນຈຳນວນຂອງການ
ຕິດເຊື້ອໄວຣັສແລະການເສຍຊີວິດທີ່ໄດ້ຮັບການຢືນຢັນນັ້ນ ແມ່ນໃຫຍ່ກວ່າຂົງເຂດ
ອື່ນໆຮວມເຂົ້າກັນທັງໝົດ.

ອົງການ WHO ກ່າວວ່າ ມັນເປັນການຫຍຸ້ງຍາກ ທີ່ຈະລະບຸໄດ້ວ່າ ປັດໄຈອັນໃດ ຫຼື
ສະພາບການທີ່ເຈາະຈົງນຶ່ງນັ້ນ ແມ່ນຢູ່ເບື້ອງຫລັງການເພີ້ມສູງຂຶ້ນຂອງກໍລະນີຕິດເຊື້ອ
ໄວຣັສ ຢູ່ໃນຢູໂຣບ. ໂຄສົກ ຂອງອົງການ WHO ທ່ານຄຣິສ-ຕຽນ ລິນມາຍເອີ ກ່າວຕໍ່
ວີໂອເອ ວ່າ ອົງການຂອງທ່ານ ໄດ້ແຈ້ງເຕືອນມາໄດ້ຫຼາຍສັບປະດາມາແລ້ວວ່າ ໄວຣັສ
ສາຍພັນໃໝ່ນີ້ ຈະເຂົ້າມາສ້າງບັນຫາ ແລະສືບຕໍ່ແຜ່ລະບາດ ດ້ວຍຄວາມໄວຢ່າງຢຸດ
ຢັ້ງບໍ່ໄດ້ ໃນທົ່ວໂລກ.

ທ່ານລິນມາຍເອີ ເວົ້າວ່າ “ໃນເວລາດຽວກັນ ເມື່ອເຈົ້າມີກໍລະນີຕິດເຊື້ອພຸ່ງສູງຂຶ້ນ ກໍເປັນ
ຍ້ອນວ່າ ພວກເຂົາເຈົ້າບໍ່ໄດ້ຖືກກວດພົບເຊື້ອໄວຣັສ ມາໄລຍະນຶ່ງ ຫຼືືຍ້ອນເຫດການທີ່
ໂຊກບໍ່ດີ ເມື່ອກຸ່ມຄົນຂະໜາດໃຫຍ່ກຸ່ມນຶ່ງ ໄດ້ຕິດແປດໄວ ຣັສ ໃນເວລາດຽວກັນ ຕໍ່
ຈາກນັ້ນ ກໍພົບກັບບັນຫາໃນການຮັກສາຄົນຕິດເຊື້ອ ເຕັມລະດັບຄວາມອາດສາມາດ
ແລະອັນນີ້ເປັນສິ່ງທີ່ຫຼາຍໆປະເທດໃນຢູໂຣບ ປາກົດວ່າ ກຳລັງສູ້ຊົນໃນເວລານີ້.”

ທ່ານລິນມາຍເອີ ອະທິບາຍວ່າ ຫຼາຍໆປະເທດ ແມ່ນບໍ່ໄດ້ກຽມພ້ອມໃນການກວດຫາ
ໄວຣັສ ການປິ່ນປົວ ແລະການຕິດຕາມເບິ່ງພວກຄົນທີ່ຕິດເຊື້ອໄວຣັສ ເມື່ອມັນເລີ້ມ
ລະບາດ. ທ່ານກ່າວວ່າ ຫຼາຍຄົນຍັງຂາດຄວາມສາມາດ ທີ່ຈະຈັດຕັ້ງປະຕິບັດມາດ
ຕະການທີ່ສຳຄັນທັງຫຼາຍເຫຼົ່ານີ້. ທ່ານກ່າວວ່າ ການຂາດແຄນໃນຫຼາຍດ້ານເຊັ່ນ
ອຸປະກອນການແພດ ການກວດຕ່າງໆ ບຸຄະລາກອນ ຕຽງຮັບຄົນປ່ວຍໃນໂຮງໝໍ
ລະບົບຖ່າຍເທອາກາດ ແລະສິ່ງຂອງທີ່ຈຳເປັນອື່ນໆ ເປັນບັນຫາໃນທົ່ວໂລກ.

ຫຼາຍໆປະເທດ ໃນຈຳນວນທີ່ເພີ້ມຂຶ້ນ ແມ່ນຫັນໄປໃຊ້ມາດຕະການທີ່ເຄັ່ງຄັດໂພດ
ເຊັ່ນວ່າ ການຢູ່ແບບໂດດດ່ຽວ ການຢູ່ຫ່າງຈາກສັງຄົມ ແລະການຫ້າມເດີນທາງ ເພື່ອ
ທີ່ຈະຫລຸດຜ່ອນການແຜ່ລະບາດຂອງ ໂຄວິດ-19. ທ່ານລິນມາຍເອີ ກ່າວຕື່ມວ່າ
ອຳນາດການປົກຄອງຂອງລັດຖະບານ ຕ້ອງໄດ້ຕັດສິນໃຈສຳລັບພວກເຂົາເຈົ້າເອງ
ກ່ຽວກັບນະໂຍບາຍຕ່າງໆ ທີ່ພວກເຂົາເຈົ້າ ເຊື່ອວ່າ ຈະໄດ້ຜົນດີທີ່ສຸດ ເພື່ອສັງຄົມ
ຂອງພວກເຂົາ.

ແຕ່ທ່ານໄດ້ໃຫ້ຂໍ້ສັງເກດ ທັງຢູ່ໃນຈີນ ແລະສິງກະໂປ ຊຶ່ງໄດ້ນຳໃຊ້ມາດຕະການຈຳກັດ
ທີ່ເຂັ້ມງວດທີ່ສຸດຕ່າງໆ ໃນດ້ານການແພດ ສັງຄົມ ແລະການເມືອງ ທີ່ໄດ້ເຫັນກໍລະນີ
ຕິດເຊື້ອໄວຣັສໂຄໂຣນາ ແລະການເສຍຊີວິດ ຫລຸດລົງຢ່າງຫຼວງຫຼາຍ.

ຊຶ່ງທ່ານລິນມາຍເອີ ເວົ້າວ່າ “ຕົວຢ່າງຕ່າງໆ ທີ່ພວກເຮົາໄດ້ເຫັນ ມາເຖິງຕອນນີ້ ສະແດງ
ໃຫ້ພວກເຮົາເຫັນໄດ້ວ່າ ການຕັດ ຫຼື ການຈຳກັດ ໃນດ້ານຊີວິດສັງ ຄົມຂອງປະຊາກອນ
ຢ່າງໃຫຍ່…ພ້ອມກັນກັບ ການກວດຢ່າງເຂັ້ມງວດ ການຕິດຕາມເບິ່ງ ແລະການຮັກສາ
ປິ່ນປົວພວກຄົນປ່ວຍ ແລະພວກທີ່ເຂົາໄດ້ສຳພັດ ແມ່ນໄດ້ຜົນ.”

ໂຄສົກອົງການ WHO ທ່ານ ລິນມາຍເອີ ກ່າວວ່າ ມັນຍັງໄວເກີນໄປ ທີ່ຈະຮູ້ໄດ້ວ່າ ມາດ
ຕະການຂະໜາດໃຫຍ່ ໄດ້ຖືກນຳໃຊ້ໂດຍອີຕາລີ ສະເປນ ຝຣັ່ງ ສະວິດເຊີແລນ ແລະ
ປະເທດອື່ນໆ ນັ້ນ ແມ່ນຈະໄດ້ຮັບຜົນ ຫຼືບໍ່. ທ່ານກ່າວອີກວ່າ ການາລະບາດໃນທົ່ວໂລກ
ຈະຮ້າຍແຮງຂຶ້ນຕື່ມ ກ່ອນທີ່ມັນຈະດີຂຶ້ນ.

ທ່ານເຕືອນວ່າ ພວກຄົນທັງຫຼາຍຈະຕ້ອງຕຽມພ້ອມຮັບມືກັບ ການຕິດແປດ ແລະການ
ເສຍ ຊີວິດເພີ້ມຂຶ້ນຕື່ມ ກ່ອນທີ່ການລະບາດໃນທົ່ວໂລກ ຈະເຖິງຈຸດສູງສຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG