ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

WHO ຫວັງວ່າ ຈະຫລຸດ ອັດຕາການຕາຍ ຍ້ອນທີບີ ລົງ 50% (ວີດີໂອ)


ຄົນເຈັບຜູ້ນຶ່ງທີ່ເປັນໂຣກປອດແຫ້ງ ຫລືວັນນະໂຣກ ໄດ້ຮັບການປິ່ນປົວ ທີ່ໂຮງໝໍແຫ່ງນຶ່ງ ໃນເມືອງ Gauhati, ອິນເດຍໃນວັນທ 24 ມີນາ, 2012.
ອົງການອະນາໄມໂລກ ຫລື WHO ເວົ້າວ່າ ຕົນພວມຢູ່ໃນເສັ້ນ
ທາງກ້າວໄປສູ່ການບັນລຸເປົ້າໝາຍ ໃນການຫລຸດອັດຕາການ
ຕາຍຍ້ອນພະຍາດວັນນະໂຣກ ຫລື TB ລົງ 50% ຈາກອັດຕາ
ການເສຍຊີວິດ ຂອງປີ 1990 ແຕ່ວ່າ ຄວາມກ້າວໜ້າຢູ່ໃນທົ່ວ
ໂລກແມ່ນບໍ່ເທົ່າທຽມກັນ.

ໃນການປະເມີນຜົນກ່ຽວກັບການລະບາດຂອງ TB ປະຈໍາປີຂອງ
ຕົນນັ້ນ ອົງການ WHO ເວົ້າວ່າ ກໍລະນີຄົນເປັນພະຍາດນີ້ໃໝ່
ໄດ້ຫລຸດລົງຫລາຍກວ່າ 2% ຈາກປີ 2010 ຫາ 2011.

ຫາກແຕ່ວ່າ ຜູ້ອໍານວຍການພະແນກວັນນະໂຣກ ຂອງອົງການ
WHO ທ່ານ Mario Ravigilione ເວົ້າວ່າ ຫລາຍໆລ້ານຄົນ ຍັງໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວນີ້ຢູ່ ຊຶ່ງທ່ານກ່າວວ່າ:

“ການແບກຫາບພາລະກ່ຽວກັບບັນຫາວັນນະໂຣກ ຍັງໜັກໜ່ວງຢູ່ ໂດຍມີຈໍານວນກໍລະນີ ຄົນເປັນພະຍາດນີ້ໃໝ່ ຢູ່ໃນບົດລາຍງານຫລ້າສຸດ ແມ່ນ 8 ລ້ານ 7 ແສນຄົນ ຊຶ່ງໃນນັ້ນ 13% ຫລືຫລາຍກວ່ານຶ່ງລ້ານຄົນ ແມ່ນໄດ້ຮັບຜົນກະທົບຮ່ວມກັນກັບເຊື້ອ HIV.”

ໃນກອງປະຊຸມຖະແຫລງຂ່າວໃນວັນພຸດວານນີ້ ທ່ານ Ravigilione ເວົ້າວ່າ 40% ຂອງ ກໍລະນີຄົນເປັນພະຍາດນີ້ ແມ່ນຢູ່ອິນເດຍ ແລະຈີນ ໃນຂະນະທີ່ໃນທະວີບອາຟຣິກາແມ່ນ ກວາມເອົາປະມານ 24% ຂອງຈໍານວນຄົນເປັນພະຍາດນີ້ທັງໝົດໃນໂລກ.

ທ່ານກ່າວເພີ້ມວ່າ ຈະຕ້ອງການເງິນປະມານ 8 ພັນລ້ານໂດລາ ເພື່ອຈະຕ້ານກັບໂຣກ TB
ໃນທົ່ວໂລກໄດ້ ໃນໄລຍະປີ 2013 ຫາ 2015.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG