ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການອະ​ນາ​ໄມ​ໂລກ ‘ແນະນໍາຢ່າງແຂງຂັນ’ ໃຫ້ນໍາໃຊ້ຢາເມັດ ປ້ອງກັນໂຄວິດ-19 ຂອງຟາຍເຊີ


ຢາເມັດ ແພັກສ໌ໂລວິດ ປ້ອງກັນພະຍາດໄວຣັສໂຄໂຣນາ (ໂຄວິດ-19) ທີ່ໄດ້ຮັບການບັນຈຸໃນເມືອງອາສໂຄລີ (Ascoli), ປະເທດອິຕາລີ, ໃນຮູບພາບທີ່ບໍ່ໄດ້ລະບຸວັນທີ ໄດ້ຮັບໂດຍອົງການຂ່າວຣອຍເຕີສ໌, ເມື່ອວັນທີ 16 ພະຈິກ 2021.
ຢາເມັດ ແພັກສ໌ໂລວິດ ປ້ອງກັນພະຍາດໄວຣັສໂຄໂຣນາ (ໂຄວິດ-19) ທີ່ໄດ້ຮັບການບັນຈຸໃນເມືອງອາສໂຄລີ (Ascoli), ປະເທດອິຕາລີ, ໃນຮູບພາບທີ່ບໍ່ໄດ້ລະບຸວັນທີ ໄດ້ຮັບໂດຍອົງການຂ່າວຣອຍເຕີສ໌, ເມື່ອວັນທີ 16 ພະຈິກ 2021.

ອົງການອະນາໄມໂລກ ກ່າວໃນວັນສຸກມື້ນີ້ວ່າ ພວກເຂົາເຈົ້າ “ຂໍແນະນໍາຢ່າງແຂງຂັນ” ກ່ຽວກັບຢາເມັດຕ້ານໄວຣັສໂຄວິດ-19 ຂອງຟາຍເຊີ ສໍາລັບຄົນໄຂ້ ທີ່ມີອາການປ່ວຍແບບບໍ່ຮຸນແຮງຫຼາຍ ແຕ່ກໍຍັງມີຄວາມສ່ຽງສູງໃນການເຂົ້າໄປຮັບການຮັກສາໃນໂຮງໝໍຢູ່.

ຢ່າງໃດກໍຕາມ, ໜ່ວຍງານຮັບຜິດຊອບຂອງອົງການສະຫະປະຊາຊາດໄດ້ເຕືອນວ່າ ພວກເຂົາເຈົ້າມີຄວາມ “ກັງວົນທີ່ສຸດ” ທີ່ຄວາມບໍ່ເທົ່າທຽມກັນ ໃນການເຂົ້າເຖິງຢາວັກຊີນກັນຊີນໂຄວິດ-19 ນັ້ນ ຈະເຮັດໃຫ້ປະເທດທີ່ມີລາຍໄດ້ຕໍ່າ ແລະປານກາງ “ຖືກຜັກດັນໃຫ້ເຂົ້າໄປຢູ່ໃນຈຸດສຸດທ້າຍ ຂອງແຖວ” ອີກຄັັ້ງ.

ຜູ້ຊ່ຽວຊານຂອງອົງການອະນາໄມໂລກ ກ່າວຢູ່ໃນວາລະສານການແພດ BMJ ວ່າ ການປະສົມປະສານກັນ ລະຫວ່າງຢາເນີວາເທຣລເວຍ (nirmatrelvir) ແລະ ຣິໂທນາເວຍ (ritonavir) ຂອງບໍລິສັດຢາຍັກໃຫຍ່ ຟາຍເຊີ ແມ່ນເປັນ “ທາງເລືອກທີ່ດີທີ່ສຸດ” ສໍາລັບຜູ້ທີ່ບໍ່ເຄີຍໄດ້ຮັບການສັກຢາວັກຊີນ, ຜູ້ສູງອາຍຸ ຫຼື ຜູ້ປ່ວຍດ້ວຍພະຍາດໂຄວິດ-19.

ສໍາລັບຜູ້ປ່ວຍທີ່ມີລັກສະນະຄືກັນນີ້, ອົງການອະນາໄມໂລກຍັງໄດ້ມີ “ຄໍາແນະນໍາກ່ຽວກັບເງື່ອນໄຂ” ຂອງຢາຕ້ານໄວຣັສແຣມເດສຊິເວຍ (Remdesivir) ເຊິ່ງຜະລິດໂດຍບໍລິສັດເທັກໂນໂລຈີຊີວະພາບ ກິລລຽດ (Gilead) ຂອງສະຫະລັດ, ໂດຍເຄີຍແນະນໍາວ່າ ບໍ່ຄວນໃຊ້ຢາດັ່ງກ່າວໃນກ່ອນໜ້ານີ້.

ອົງການອະນາໄມໂລກ ໄດ້ແນະນໍາໃຫ້ໃຊ້ຢາແພກສ໌ໂລວິດ (Paxlovid) ຫຼາຍກວ່າຢາແຣມເດສຊີເວຍ ເຊັ່ນດຽວກັບຢາເມັດໂມລນູພິຣາເວຍ (molnupiravir) ແລະຢາຕ້ານເຊື້ອ ໂມນອກໂຄລນອລ (monoclonal).

ພະນັກງານຊາວເກົາຫຼີໃຕ້ຄົນນຶ່ງ ກໍາລັງຂົນຍ້າຍສິນຄ້າທີ່ມີຢາເມັດຕ້ານໄວຣັສໂຄວິດ-19 ແພັກສ໌ໂລວິດຂອງຟາຍເຊີ, ຢູ່ທີ່ສະຖານີຂົນສົ່ງສິນຄ້າຂອງເດີ່ນບິ່ນນານາຊາດອິນຈຽນ (Incheon), ເມື່ອວັນທີ 13 ມັງກອນ 2022.
ພະນັກງານຊາວເກົາຫຼີໃຕ້ຄົນນຶ່ງ ກໍາລັງຂົນຍ້າຍສິນຄ້າທີ່ມີຢາເມັດຕ້ານໄວຣັສໂຄວິດ-19 ແພັກສ໌ໂລວິດຂອງຟາຍເຊີ, ຢູ່ທີ່ສະຖານີຂົນສົ່ງສິນຄ້າຂອງເດີ່ນບິ່ນນານາຊາດອິນຈຽນ (Incheon), ເມື່ອວັນທີ 13 ມັງກອນ 2022.

ຜູ້ຊ່ຽວຊານຂອງອົງການອະນາໄມໂລກກ່າວວ່າ ການຮັກສາອາການໂດຍຜ່ານການກິນຢາຂອງຟາຍເຊີ້ ສາມາດຊ່ວຍປ້ອງກັນການເຂົ້າໄປປິ່ນປົວຢູ່ໂຮງໝໍໄດ້ຫຼາຍກວ່າ “ທາງເລືອກທີ່ມີຢູ່, ມີຄວາມກັງວົນທີ່ເປັນອັນຕະລາຍນັ້ນ ໜ້ອຍກວ່າຢາໂມລໂນພິຣາເວຍ, ແລະຈັດການໄດ້ງ່າຍກວ່າ ການສັກຢາ ແຣມເດສຊີເວຍ ພ້ອມກັບຢາຕ້ານເຊື້ອ ເຂົ້າທາງເສັ້ນເລືອດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG