ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

WHO ວ່າ ບໍ່ມີຫຼັກຖານຂອງ ການແຜ່ເຊື້ອ​ໄຂ້ຫວັດ​ນົກ H7N9 ຈາກມະນຸດສູ່ມະນຸດ


ພະນັກງານໃນແຂວງກວາງໂຈ ກໍາຈັດພວກສັດປີກຖີ້ມ ແມ້ນແຕ່ພວກທີ່ບໍ່ຕິດເຊື້ອໂຣກກໍ່ຕາມ ເພື່ອປ້ອງກັນການລະບາດ.
ພະນັກງານໃນແຂວງກວາງໂຈ ກໍາຈັດພວກສັດປີກຖີ້ມ ແມ້ນແຕ່ພວກທີ່ບໍ່ຕິດເຊື້ອໂຣກກໍ່ຕາມ ເພື່ອປ້ອງກັນການລະບາດ.
ອົງການ​ອະນາ​ໄມ​ໂລກ ຫຼື WHO ​ເວົ້າ​ວ່າ ​ເທົ່າ​ເຖິງ​ປັດຈຸບັນ​ນີ້
ຍັງ​ບໍ່​ມີຫຼັກຖານ​ໃດໆ ທີ່​ວ່າ​ໄຂ້ຫວັດ​ນົກ​ສາຍ​ພັນ​ໃໝ່ ຈະ​ແຜ່​
ລາມ​ອອກ​ໄປຢ່າງ​ງ່າຍດາຍ​ ຢູ່​ໃນ​ກຸ່ມ​ມະນຸດ ​ໃນ​ຈີນ.

Michael O’Leary ຫົວໜ້າ​ຫ້ອງການ WHO ​ໃນ​ຈີນ ​ເວົ້າ​ເມື່ອ
​ວັນ​ສຸກ ມື້​ນີ້​ວ່າ ຫຼັກຖານ​ພໍ​ຊີ້​ແນະ​ວ່າ​ເປັດ​ໄກ່​ເປັນ​ພາຫະນະ​ນໍາ
​ເຊື້ອ​ດັ່ງກ່າວ ​ແຕ່ບັນດາ​ນັກ​ຄົ້ນຄວ້າ​ກໍ​ຍັງ​ບໍ່​ສາມາດ​ທີ່​ຈະ​ພົບ
​ເຫັນຫຼັກຖານ​ເຊື່ອມ​ໂຍງ​ທີ່​ແຈ້ງ ຂາວ ​ແລະ​ໜັກ​ແໜ້ນ​ເທື່ອ.

​ເມື່ອ​ວັນ​ພະຫັດ​ວານ​ນີ້ ທ່ານ Feng Zijian ຜູ້​ອໍານວຍ​ການ​ສູນ​ກາງ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ພະຍາດ​ຂອງ​ຈີນ ​ເວົ້າ​ວ່າ ການ​ຕິດ​ແປດ​ຈາກ​ມະນຸດ​ຫາ​ມະນຸດ ຂອງ​ເຊື້ອ​ໄວຣັສສາຍ​ພັນ​ໃໝ່ H7N9 ຂອງ​ໄຂ້ຫວັດ​ນົກນັ້ນ ອາດ​ເປັນ​ໄປ​ໄດ້​ໃນ​ທາງ​ທິດ​ສະ​ດີ ​ແຕ່​ກໍ​ບໍ່​ຄ່ອຍເກີດ​ຂຶ້ນເທົ່າ​ໃດ.​

ຈີນ​ໄດ້​ລາຍ​ງານ​ວ່າ ​ມີ​ຜູ້​ເສຍ​ຊີວິດ 17 ຄົນ​ແລ້ວ ນັບ​ຕັ້ງ​ແຕ່​ມີ​ລາຍ​ງານ​ການພົບ​ເຫັນເຊື້ອ​ໄວຣັສດັ່ງກ່າວ​ໃນ​ມະນຸດ​ເປັນ​ເທື່ອ​ທໍາ​ອິດ​ເມື່ອ​ເດືອນ​ຜ່ານ​ມາ. ລວມ​ທັງ​ໝົດ​ແລ້ວ ມີ 82 ຄົນ​ ໄດ້​ຕິດ​ເຊື້ອ​ນີ້ ຊຶ່ງ​ສ່ວນຫຼາຍ​ແມ່ນ ພວກ​ທີ່ຢູ່ໃກ້​ເມືອງຊຽງ​ໄຮ້.

​ກ່ອນ​ໜ້າ​ນີ້ ມີ​ການເຊື່ອກັນ​ວ່າ​ ເຊື້ອ​ໄວຣັສດັ່ງກ່າວ ຕິດ​ແປດ​ຈາກ​ນົກ​ໄປສູ່​ມະນຸດ​ເທົ່າ​ນັ້ນ ​ແລະ​ມີ​ການ​ຈໍາກັດ​ຢ່າງ​ໃຫຍ່ຫຼວງຕໍ່​ຄວາມ​ສາມາດໃນ​ການ​ແຜ່​ລາມຂອງ​ມັນ. ​ແຕ່​ເຈົ້າໜ້າ​ທີ່​ຈີນ​ເວົ້າ​ວ່າ 40 ​ເປີ​ເຊັນ​ຂອງ​ພວກ​ທີ່​ຕິດ​ເຊື້ອ​ ປາກົດ​ວ່າ​ບໍ່ເຄີຍ​ໄດ້​ສໍາຜັດ​ກັບ​ເປັດ​ໄກ່ມາ​ກ່ອນ​ເລີ​ຍ.

ຂະນະ​ນີ້ ບັນດາ​ເຈົ້າໜ້າ​ທີ່​ຈີນ ກໍາລັງ​ສືບສວນ​ສອບ​ສວນ ​ເພື່ອ​ຢາກ​ຮູ້​ວ່າ ການ​ສໍາ​ຜັດໃນ​ໄລຍະ​ຍາວ ​ແລະ​ບໍ່​ໄດ້​ປ້ອງ​ກັນຂອງ​ຜູ້​ຕິດ​ເຊື້ອ ​ເຊັ່ນ​ສະມາ ຊິກ​ຄອບຄົວດຽວ​ກັນ ອາດ​ຍັງ​ຜົນ​ໃຫ້​ມີ​ການ​ຕິດ​ແປດຈາກບຸກຄົນນຶ່ງ​ຫາອີກ​ບຸກຄົນນຶ່ງກໍ​ເປັນ​ໄດ້.
XS
SM
MD
LG