ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ WHO ກ່າວວ່າ ໂລກຂອງພວກເຮົາ ໃກ້ຈະບັນລຸການປາສະຈາກພະຍາດໂປລິໂອແລ້ວ


ພະນັກງານທາງການແພດ ກໍາລັງຈັດການຢອດຢາວັກຊີນໂປລິໂອໃຫ້ແກ່ເດັກນ້ອຍຍິງຄົນນຶ່ງ ໃນລະຫວ່າງການໂຄສະນາກ່ຽວກັບການສັກຢາວັກຊີນ ຢູ່ເມືອງລາຮໍ (Lahore), ປະເທດປາກິສຖານ, ເມື່ອວັນທີ 24 ຕຸລາ 2022.
ພະນັກງານທາງການແພດ ກໍາລັງຈັດການຢອດຢາວັກຊີນໂປລິໂອໃຫ້ແກ່ເດັກນ້ອຍຍິງຄົນນຶ່ງ ໃນລະຫວ່າງການໂຄສະນາກ່ຽວກັບການສັກຢາວັກຊີນ ຢູ່ເມືອງລາຮໍ (Lahore), ປະເທດປາກິສຖານ, ເມື່ອວັນທີ 24 ຕຸລາ 2022.

ເນື່ອງໃນວັນໂປລິໂອໂລກ, ບັນ​ດາ​ຜູ້ສະໜັບສະໜູນສຳ​ລັບໂລກທີ່ ປາສະຈາກພະຍາດໂປລິໂອ ໄດ້ຮຽກຮ້ອງຫຼາຍໆປະເທດໃຫ້ຄໍາໝັ້ນສັນຍາໃນ ການປະຕິບັດຍຸດທະສາດໃໝ່ 5 ປີ ສໍາລັບການກວາດລ້າງພະຍາດເປ້ຍ​ລ່ອຍນີ້ ແລະໂຍນມັນຖິ້ມລົງຖັງຂີ້ເຫຍື້ອຂອງປະຫວັດສາດ. ລິຊາ ສໄລນ໌ ມີລາຍງານ ໃຫ້ VOA ຈາກນະຄອນເຈເນວາ, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ມີການຄາດຄະເນວ່າ ເດັກນ້ອຍປະມານ 350,000 ຄົນເປັນອໍາມະພາດຍ້ອນ ພະຍາດໂປລິໂອ ເມື່ອອົງການອະນາໄມໂລກ ຫຼື WHO ໄດ້ເລີ້ມຕົ້ນເປີດການ ດໍາເນີນງານກໍາຈັດພະຍາດໂປລິໂອຢູ່ໃນທົ່ວໂລກຄັ້ງທໍາອິດ ເມື່ອປີ 1988. ປັດຈຸບັນນີ້, ທົ່ວໂລກ ພະຍາດໂປລິໂອເປັນໂຣກລະບາດພຽງ​ແຕ່ຢູ່ໃນປະເທດ ປາກິສຖານ ແລະ ປະເທດອັຟການິສຖານເທົ່ານັ້ນ. ປັດ​ຈຸ​ບັນ​ໃນປີນີ້,​ ມີພຽງ 29 ກໍລະນີເທົ່ານັ້ນທີ່ຖືກ​ບັນ​ທຶກ​ໄວ້, ເຊິ່ງໄດ້ເຮັດໃຫ້ມີຄວາມເປັນໄປໄດ້ທີ່ໂລກ ຂອງພວກເຮົາຈະບໍ່ມີພະຍາດໂປລິໂອ ຫຍັບໃກ້ເຂົ້າຮອດຄວາມເປັນຈິງແລ້ວ.

ອົງການ WHO ເນັ້ນວ່າ ຊ່ວງໄລຍະສຸດທ້າຍນີ້ເປັນຊ່ວງເວລາທີ່ຫຍຸ້ງຍາກ ທີ່ສຸດ ແລະ ໄດ້ເຕືອນບັນດາປະເທດຕ່າງໆວ່າ ບໍ່ໃຫ້ປະລະການປ້ອງກັນຂອງ ພວກເຂົາເຈົ້າລົງໄວເກີນໄປ. ຜູ້ອໍານວຍການໃຫຍ່ຂອງອົງການ ​WHO ທ່ານ ເຕໂດຣສ ອາດານອມ ເກຣເບເຢຊຸສ (Tedros Adhanom Ghebreyesus) ກ່າວວ່າ ຈໍານວນຜູ້ຕິດເຊື້ອພະຍາດ 29 ກໍລະນີທີ່​ຖືກ​ບັນ​ທຶກ​ນັ້ນ​ລວມ​ມີຈຳ​ນວນ​ນ້ອຍໆຢູ່ໃນຂົງເຂດອາຟຣິກາຕາເວັນອອກສຽງໃຕ້ ທີ່ເຊື່ອມໂຍງກັບສາຍພັນທີ່ ມີຕົ້ນກໍາເນີດມາຈາກປະເທດປາກິສຖານ.

ທ່ານເຕໂດຣສ ກ່າວວ່າ:

“ເຖິງແມ່ນວ່າມັນຈະບໍ່ໄດ້ສົ່ງຜົນກະທົບຕໍ່ໃບຮັບຮອງການປາສະຈາກພະຍາດໂປລິໂອທີ່ຮຸນແຮງຂອງອົງການ WHO ຢູ່ໃນຂົງເຂດອາຟຣິກາກໍ່​ຕາມ, ມັນໄດ້ສະ ແດງໃຫ້ພວກເຮົາເຫັນວ່າ ເມື່ອໃດທີ່ພະຍາດໂປລິໂອຍັງຄົງມີການໝຸນວຽນຢູ່ທົ່ວ ທຸກບ່ອນ, ມັນກໍຍັງເປັນໄພຄຸກຄາມຕໍ່ເດັກນ້ອຍຢູ່ໃນຂົງເຂດຕ່າງໆຢູ່. ຢ່າງໃດ ກໍຕາມ, ຂ່າວດັ່ງກ່າວນີ້ ໄດ້ເຮັດໃຫ້ພວກເຮົາມີໂອກາດພິເສດ ເພື່ອຍຸຕິພະຍາດ ໂປລິໂອສໍາລັບສິ່ງທີ່ດີກວ່າໃນເວລານີ້.”

ອົງການ WHO ເຕືອນວ່າ ພະຍາດໂປລິໂອ ຍັງສາມາດແຜ່ລະບາດລະຫວ່າງ ຊຸມຊົນ ໂດຍຜ່ານການໝູນວຽນຂອງໄວ​ຣັ​ສໂປລິໂອທີ່ກຳ​ເນີດ​ມາຈາກຢາວັກ ຊີນ. ສາຍພັນຕ່າງໆເຫຼົ່ານີ້ ສາມາດເກີດຂຶ້ນໄດ້ຢູ່ໃນສະຖານທີ່ທີ່ຜູ້ຄົນບໍ່ໄດ້ຮັບ ຢາຕ້ານພະຍາດເປ້ຍລ່ອຍພຽງພໍ. ລາຍງານໄດ້ລະບຸວ່າ ສາຍພັນຕ່າງໆເຫຼົ່ານີ້ ຍັງຄົງແຜ່ລະບາດໄປທົ່ວພາກສ່ວນຕ່າງໆຢູ່ໃນອາຟຣິກາ, ເອເຊຍ ແລະຢູໂຣບ, ເຊິ່ງມີການລະບາດໃໝ່ຢູ່ໃນປະເທດອັງກິດ, ອິສຣາແອລ ແລະ ສະຫະລັດ ໃນຊ່ວງບໍ່ເທົ່າໃດເດືອນທີ່ຜ່ານມາ.

ຜູ້ອໍານວຍການໃຫຍ່ຂອງອົງການ UNICEF ທ່ານນາງແຄັດເທີຣີນ ຣັສແຊລ (Catherine Russell) ກ່າວວ່າ ຍຸດທະສາດແບບໃໝ່ໃນການລົບ​ລ້າງພະ ຍາດໂປລິໂອ ແມ່ນຖືກອອກແບບມາເພື່ອເຮັດໃຫ້ໂລກຂອງພວກເຮົາກ້າວໄປ ເຖິງເສັ້ນໄຊ. ທ່ານນາງກ່າວວ່າຍຸດທະສາດດັ່ງ​ກ່າວລວມມີ ກົນ​ລະ​ຍຸດເພື່ອ ປົກປ້ອງເດັກນ້ອຍຈາກການລະບາດຂອງສາຍພັນຕ່າງໆ, ແລະຢຸດການແຜ່ ລະບາດຂອງພວກມັນໄປສູ່ປະເທດອື່ນໆ.

ທ່ານນາງ ຣັສແຊລ ກ່າວວ່າ:

“ພວກເຮົາຍັງໄດ້ດໍາເນີນງານຮ່ວມກັບລັດຖະບານ ເພື່ອເລັ່ງລັດການຮັບມືຂອງ ພວກເຮົາຕໍ່ການລະບາດຕ່າງໆເຫຼົ່ານີ້. ດໍາເນີນການໃນທັນທີທັນໃດເພື່ອໃຫ້ ໝັ້ນໃຈວ່າ ພວກມັນຈະບໍ່ເປັນອັນຕະລາຍໃຫ້ແກ່ເດັກນ້ອຍຫຼາຍກວ່ານີ້. ແລະ ພວກເຮົາຍັງຄົງປະຕິບັດການຢ່າງຕໍ່ເນື່ອງເພື່ອດໍາເນີນງານຮ່ວມກັບໂຄງການ ຕ່າງໆທາງດ້ານສຸຂະພາບ ແລະພູມຄຸ້ມກັນອື່ນໆ ກ່ຽວກັບ ກິດຈະກໍາຕ່າງໆ ຂອງພະຍາດໂປລິໂອ. ດັ່ງນັ້ນ, ພວກເຮົາຈຶ່ງສາມາດເຂົ້າເຖິງເດັກນ້ອຍທີ່ມີ ຄວາມສ່ຽງສູງ ເຊິ່ງບໍ່ເຄີຍໄດ້ຮັບຢາວັກຊີນດັ່ງກ່າວມາກ່ອນ. ຍຸດທະສາດໃໝ່ ນີ້ຈະຊ່ວຍໃຫ້ພວກເຮົາຍຸຕິພະຍາດໂປລິໂອໃນທຸກຮູບແບບ. ມັນຍັງຈະຊ່ວຍ ໃຫ້ປະເທດຕ່າງໆກຽມພ້ອມຮັບມືກັບໄພຄຸກຄາມທາງດ້ານສຸຂະພາບໃນອະນາ ຄົດອີກດ້ວຍ.”

ຖ້າເປົ້າໝາຍດັ່ງກ່າວນີ້ຫາກບັນລຸຜົນສໍາເລັດ, ພະຍາດໂປລິໂອກໍຈະກາຍເປັນ ພຽງພະຍາດທີສອງຫຼັງຈາກພະຍາດໝາກສຸກໝາກ​ໄສ ທີ່ຖືກລຶບລ້າງອອກຈາກ ໜ້າຂອງໜ່ວຍໂລກນີ້. ໜ່ວຍງານທາງດ້ານສຸຂະພາບຂອງອົງການສະຫະ ປະຊາຊາດກ່າວວ່າ ມັນຈະໃຊ້ທຶນຮອດ ສີ່​ພັນ​ແປດຮ້ອຍ​ລ້ານ​ໂດລາ ເພື່ອບັນລຸ ເປົ້າໝາຍອັນສໍາຄັນທາງປະຫວັດສາດດັ່ງກ່າວນີ້.

ພວກເຂົາເຈົ້າກ່າວວ່າ ຜົນ​ໄດ້​ຮັບ​ທາງ​ດ້ານເສດຖະກິດແມ່ນຈະມີຢ່າງຫຼວງຫຼາຍ. ພວກເຂົາເຈົ້າຄາດວ່າ ການລຶບລ້າງຂອງພະຍາດໂປລິໂອ ຈະສົ່ງຜົນເຮັດໃຫ້ ປະຢັດເງິນໄດ້ຫຼາຍກວ່າ 33 ຕື້ໂດລາ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG