ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

WHO ວ່າໂຣກມາເລເຣຍໃນເຂດ ເອເຊຍຕາເວັນອອກສຽງໃຕ້ມີ ທ່າອ່ຽງຫລຸດລົງ


ແມ່ຍິງ ກຳປູເຈຍ ກາງມຸ້ງຂອງນາງ ໃນບ່ອນທີ່ລາວກັບສາມີລາວ
ເຮັດວຽກທີ່ນາຂອງພວກເຂົາເຈົ້າ
ແມ່ຍິງ ກຳປູເຈຍ ກາງມຸ້ງຂອງນາງ ໃນບ່ອນທີ່ລາວກັບສາມີລາວ ເຮັດວຽກທີ່ນາຂອງພວກເຂົາເຈົ້າ

ອົງການ​ອະນາ​ໄມ​ໂລກ ​ແລະ​ພວກ​ເຈົ້າໜ້າ​ທີ່​ການ​ແພດ ພາກັນ​ສະຫຼອງຄວາມ​ກ້າວໜ້າ ​
ໃນ​ການ​ຮັບ​ມື​ກັບ​ພະຍາດ​ໄຂ້ຍຸງ​ຫຼືມາ​ເລ​ເຣຍໃນ​ເຂດ​ເອ​ເຊຍ​ຕາເວັນ​ອອກສຽງໃຕ້ ​ແຕ່
​ຄວາມຢ້ານ​ກົວ ກ່ຽວ​ກັບ​ເຊື້ອພະຍາດ​ທີ່​ຕ້ານ​ຢາ ​ຍັງ​ມີ​ຢູ່ຕໍ່​ມາ. Ron Corben ນັກ​ຂ່າວ​
ວີ​ໂອ​ເອມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ ຊຶ່ງ​ວັນນະສອນ ຈະ​ນຳ​ເອົາ​ລາຍລະອຽດມາສະເໜີ
ທ່ານໃນອັນດັບຕໍ່ໄປ.

ການ​ສະ​ແດງ​ຄອນ​ເສີ​ດ ​ເພື່ອ​ປຸກລະດົມ​ໃນ​ຂົງ​ເຂດ​ລຸ່ມ​ແມ່​ນ້ຳຂອງຫຼື GMS ທີ່​ຈະ​
ຫຼຸດຜ່ອນ ​ຜົນ​ກະທົບ​ຂອງ​ໂຣກມາ​ເລ​ເຣຍ ລົງ​ຢ່າງ​ຫຼວງຫຼາຍນັ້ນ ​ໄດ້​ພາ​ໃຫ້​ມີຄວາມ
​ຫວັງ​ກ່ຽວ​ກັບເປົ້າ​ໝາຍ​ທີ່​ສຳຄັນ​ໃນ​ການ​ລຶບ​ລ້າງ​ໂຣກດັ່ງກ່າວ ໃຫ້​ໝົດ​ໄປ​ຈາກ​
ຂົງ​ເຂດ ອາດ​ຈະ​ສາມາດບັນລຸ​ໄດ້.


ທ່ານ Deyer Gobinath ​ເຈົ້​າໜ້າ​ທີ່ທາງ​ດ້ານ​ເທັກ​ນິກກ່ຽວ​ກັບ​ໂຣກມາລາ​ເຣຍຂອງ​ອົງການ​ອະນາ​ໄມ​ໂລກ ​ໃນ​ປະ​ເທດ​ໄທ​ໄດ້​ກ່າວ​ວ່າ ທັດສະນະ​ໂດຍ​ທົ່ວ​ໄປ​ແລ້ວແມ່ນເປັນໄປ​ໃນ​ທາງ​
ບວກ ກ່ຽວ​ກັບ​ຮູບ​ແບບ ​ທີ່​ຮ້າຍ​ແຮງ​ຂອງໂຣກມາ​ເລ​ເຣຍ ໃນ​ທົ່ວ​ຂົງ​ເຂດ ພາຍ​ໃນ​ທົດ​ສະ​ວັດ
​ໜ້ານີ້.

​ທ່ານ Gobinath ກ່າວ​ວ່າ ເປົ້າໝາຍ​ກໍ​ແມ່ນວ່າ ໃຫ້​ເກືອບທຸກປະ​ເທດ​ໃນ​ຂົງເຂດລຸ່ມ
ແມ່ຂອງ ພະຍາຍາມ ​ແລະ​ລຶບ​ລ້າງ ​ໂຣກມາ​ເລ​ເຣຍ falciparium ຊຶ່ງ​ເປັນ​ຊະນິດ​ທີ່
​ເປັນ​ອັນຕະລາຍຮ້າຍ​ແຮງສຸດ ພາຍ​ໃນປີ 2025 ​ແລະ​ ຫຼັງ​ຈາກ​ນັ້ນພາຍ​ໃນປີ 2030 ​
ໂດຍພື້ນຖານ​ແລ້ວ ​ແມ່ນໃຫ້​ລຶບລ້າງທຸກໆ​ຮູບ​ແບບ​ແລະ​ທຸກໆ​ສາຍ​ພັນ​ຂອງ​ມາລາ​ເຣຍ.

ໃນ​ປີ 2015 ບັນດາຜູ້ນຳ​ອົງການ​ອະນາ​ໄມ​ໂລກ ​ໄດ້​ກ່າວ​ວ່າ ​ມີ 14 ລ້ານ​ກໍລະນີ​ຂອງ​
ໂຣກມາລາ​ເຣຍ ​ໃນ​ທົ່ວ​ເຂດ​ເອ​ເຊຍອາຄະ​ເນ ທີ່​ຍັງ​ຜົນ ໃຫ້ມີ​ຜູ້​ເສຍ​ຊີວິດ​ເຖິງ 26 ພັນ
ຄົນ. ​ຢູ່ໃນ​ທົ່ວ​ໂລກ​ ​ໃນປີ​ດຽວ​ກັນນີ້ ​ອົງການ​ອະນາ​ໄມ​ໂລກ ​ລາຍ​ງານວ່າ ມີການເສຍ​
ຊີວິດປະມານ 438 ພັນຄົນ ຊຶ່ງ​ສ່ວນ​ໃຫຍ່​ ແມ່ນ​ຢູ່​ໃນ​ອາຟຣິກາ ​ແລະກໍ​ໄດ້​ເຕືອນວ່າ
ປະຊາຊົນ3 ພັນ 2 ຮ້ອຍ​ລ້ານຄົນ ​ເກືອບ​ວ່າເຄິງ​ນຶ່ງ​ຂອງ​ປະຊາກອນ​ໂລກທີ່​ປະ​ເຊີນ​ກັບ​
ຄວາມ​ສ່ຽງ​ຈາກຕິດ​ໂຣກຮ້າຍ​ນີ້.

ການ​ປຸກລະດົມໃນ​ເຂດເອ​ເຊຍອາຄະ​ເນ ທີ່​ກວມເອົາ ມຽນມາ ລາວ ​ໄທ ກຳປູ​ເຈຍ
ແລະ​ຫວຽດນາມນັ້ນ ​ຕ່າງ​ກໍ​ມີ​ລາຍ​ງານທີ່​ສອດຄ່ອງ​ກັນ​ວ່າ ອັດຕາ​ການເສຍຊີວິດ​
ໄດ້ຫຼຸດ​ລົງ ​ເກືອບວ່າ 49 ​ເປີ​ເຊັນ ນັບ​ຕັ້ງ​ແຕ່ ປີ 2000 ​ເປັນຕົ້ນມາ.

ປະຊາຊົນ ​ທີ່​ມີ​ຄວາມຫຼໍ່​ແຫຼມສຸດຈາກການ​ຕິດໂຣກທີ່​ເກີດ​ຈາກ​ພວກ​ຍຸງດັ່ງກ່າວ
ສ່ວນ​ໃຫຍ່​ແມ່ນ​ຢູ່​ໃນ​ຂົງ​ເຂດ​ຊາຍ​ແດນ ​ທີ່​ຫ່າງ​ໄກ​ສອກຫຼີກໂດດດ່ຽວ​ຈາກ​ໂຄງ​ລ່າງ
​ພື້ນຖານ​ແລະ​ການ​ສະໜັບສະໜຸນ​ທາງ​ການ​ແພດ​.

ຂົງ​ເຂດ​ທີ່​ສຳຄັນຕ່າງໆທີ່​ມີ​ຄວາມ​ເປັນ​ຫ່ວງ ​ກໍ​ແມ່ນ ລະຫວ່າງປະ​ເທດໄທ ​ຕິດ​ກັບ​
ມຽນມາ ​ແລະໃນກຳປູ​ເຈຍ.

​ແຕ່​ ທ່ານ Saw Nay Htoo ຜູ້ອຳນວຍການ ຂອງສະມາຄົມ​ການ​ແພດ​ມຽນມາ ​
ໄດ້​ກ່າວ​ວ່າ ການ​ປະສານ​ງານລະຫວ່າງເຈົ້າໜ້າທີ່ການ​ແພດ ​ແລະ​ປະຊາ​ຄົມ​ໃນເຂດ
​ທ້ອງ​ຖິ່ນ ແມ່ນເປັນໄປ​ໃນ​ທາງ​ບວກ ເພື່ອຫຼຸດຜ່ອນ​ຜົນກະທົບຂອງ​ໂຣກມາ​ເລ​ເຣຍ.

ການ​ຕໍ່ສູ້​ຕ້ານ​ໂຣກມາລາ​ເຣຍ ​ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ອີງ​ຕາມ ການ​ປິ່ນປົວ​ທີ່​ໃຊ້​ຢາ​
ທີ່​ມີພື້ນຖານ Artemisinin ປະສົມ​ປະສານ​ກັນ ຫຼື ACT ທີ່​ເປັນ​ຢາ​ຕົວ​ຫຼັກ ​ໃນ​ການ
​ຮັບ​ມື​ກັບ​ໂຣ​ກນີ້.

ທ່ານ Gobinath ຈາກອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ​ໂຄງ​ລ່າງ​ພື້ນຖານ​ການ​ແພດ
​ໃນ​ປະ​ເທດ​ໄທ ​ແລະ​ການ​ໃຫ້ທຶນສະໜັບສະໜຸນໄດ້​ມີ​ສ່ວນ​ໃນ​ການເຮັດ​ໃຫ້ກໍລະນີ​
ຂອງ​ໂຣກດັ່ງກ່າວຫລຸດລົງ.

ທ່ານ​ໄດ້ບອກ​ກັບ VOA ວ່າ “​ໃນ​ກໍລະນີ​ໂຣກມາ​ເລເຣຍ ​ໃນ​ປະ​ເທດ​ໄທ​ນັ້ນ ​ແມ່ນຖື​ວ່າ
​ເປັນການ​ຫຼຸດ​ລົງ​ຢ່າງສຳຄັນ ​ແລະ​ຫຼຸດ​ລົງຢ່າງ​ຕໍ່​ເນື່ອງ ຫຼຸດ​ລົງ​ໃນ​ກໍລະນີທີ່​ຢືນຢັນ​ວ່າ
​ເປັນ​ໂຣກມາ​ເລເຣຍ. ​ໃນ​ຮອບ 10 ປີ​ທີ່​ຜ່ານ​ມານີ້ ມີ​ປະມານ 30 ພັນກໍລະນີ ​ໃນ​ປີ
2012 ຫາ ປີ 2015 ​ແມ່ນມີ 19 ພັນ ຫາ 20 ພັນກໍລະນີ ສະ​ນັ້ນ
ກໍລະນີ​ທີ່​ຢືນຢັນ
​ວ່າ​ ເປັນໂຣ​ກມາ​ເລ​ເຣຍ
ມັນ​ຄ່ອຍ​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງຢ່າງ​ສະໝ່ຳສະ​ເໝີ.”

​ແຕ່​ທ່ານ ​ໄດ້​ກ່າວ​ວ່າ ຖ້າ​ຫາກ​ຈະ​ໃຫ້ ​ມັນ​ຍືນ​ຍົງ​ໄດ້ ​ແມ່ນ​ຈຳ​ເປັນ​ຈະ​ຕ້ອງ​ໄດ້​ສືບ​ຕໍ່
“ການ​ຕັດສິນ​ໃຈ​ທາງ​ດ້ານ​ການ​ເມືອງ ​ແລະ​ມີ​ຄວາມ​ໝັ້ນໝາຍນຳ.”

ເຈົ້າ​ໜ້າ​ທີ່​ຂອງອົງການ​ອະນາ​ໄມ​ໂລກ ​ໄດ້​ກ່າວ​ວ່າ ຈຳ​ເປັນ​ຈະ​ຕ້ອງ​ໄດ້​ເພັ່ງ​ເລັງຄວາມ
ສົນ​ໃຈ ​ໃສ່​ພວກແຮງ​ງານ​ຕາມ​ລະດູ​ການ ທີ່​ໄດ້​ເຄື່ອນ​ຍ້າຍ​ຂ້າມ​ຊາຍ​ແດນ​ໄປມາ. ​
ເຈົ້າ​ໜ້າ​ທີ່ການ​ແພດ​ຂອງ​ປະ​ເທດ​ໄທ ​ໄດ້ເອົາ​ບາດກ້າວຫຼາຍຢ່າງ ໃຫ້ພວກ​ແຮງ​ງານ​
ຕາມ​ລະດູ​ການທີ່​ສ່ຽງ​ຕໍ່​ໂຣກມາ​ເລ​ເຣຍ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ຂົງ​ເຂດຊາຍ​ແດນ​ທີ່​ສອກ
ຫລີກຕ່າງ​ໆ ​ເຂົ້າ​ເຖິງການ​ແພດ.

​ແຕ່ທ່ານ​ນາງ Maria Dorina Bustos ​ເຈົ້າ​ໜ້າ​ທີ່​ເທັກ​ນິກຂອງ​ອົງການອະນາ​ໄມ
​ໂລກ ທີ່​ຮັບຜິດຊອບ​ໃນ​ການ​ສິ້ງ​ຊອມ​ເບິ່ງພວກສາຍ​ພັນມາ​ເລ​ເຣຍທີ່​ດື້ຢາໃນ​ທົ່ວ 18
ປະ​ເທດໃນ​ແຖບ​ເອ​ເຊຍປາຊິ​ຟິກ ກ່າວ​ວ່າ ​ບັນຫາ​ທ້າ​ທາຍ ​ແມ່ນຍັງ​ມີ​ຢູ່.

​ທ່ານ​ນາງ Dorina Bustos ​ໄດ້​ກ່າວ​ວ່າ “ຂົງ​ເຂດດັ່ງກ່າວ​ແມ່ນ​ມີໂຣກມາ​ເລເຣຍ
ທີ່ດື້ຢາກຳລັງແຜ່ລະບາດ​ຢູ່. ທ່ານ​ນາງ​ກ່າວ​ຕໍ່​ວີ​ໂອ​ເອວ່າ “​ໃນ​ບໍລິ​ເວນ​ຊາຍ​ແດນ
ໄທຕິດ​ ກັບກຳປູ​ເຈຍ ຫຼື​ໄທ ຕິດ​ກັບ​ມຽນມາ ທ່ານ​ຈຳ​ເປັນ​ຕ້ອງ​ໄດ້​ຄິດ ກ່ຽວ​ກັບ​ຊາຍ
​ແດນໄທ ​ຕິດ​ກັບ ລາວ ​ເພາະວ່າ ທາງ​ພາກ​ໃຕ້​ຂອງ​ລາວ ສາຍ​ພັນ​ທີ່​ດື້ຢາ ​ແມ່ນ​ມີ​ຫຼັກ
​ຖານທີ່ໄດ້ເກັບ​ກຳບັນທຶກ ​ແລະມັນ​ກໍ​ຢູ່​ທີ່​ນັ້ນ. ​ແລະ​ສິ່ງ​ທີ່​ໜ້າ​ຕື່ນ​ຕົກ​ໃຈ​ກວ່າ​ນັ້ນ
ກໍ​ແມ່ນ​ມັນ​ເກີດຂຶ້ນ​ໃນເຂດກຳປູ​ເຈຍ.”

ທ່ານ​ນາງ ​ໄດ້​ກ່າວ​ວ່າ ມັນ​ມີ​ຄວາມ​ຈຳ​ເປັນ ທີ່​ຈະ​ສິ້ງ​ຊອມ​ເບິ່ງສູນ​ກາງ​ທີ່​ມີ​ຊຸມ​ຊົນອາໄສ
​ຢູ່​ເປັນ​ຈຳນວນ​ຫຼວງຫຼາຍ ​ໂດຍ​ສະ​ເພາະ​ໃນ​ອິນ​ເດຍ​ແລະ​ອາ​ຟຣິກາເພື່ອຄ້ຳປະກັນ​ການ​
ປິ່ນປົວ​ທີ່​ໄດ້​ຮັບ​ຜົນ ​ແລະ​ຫຼີກ​ລ້ຽງ​ບັນຫາ ຂອງ​ການ​ນຳ​ໃຊ້​ຢາປອມ​.

ການ​ໃຫ້​ຂໍ້​ສັງ​ເກດ​ທີ່​ເປັນ​ໄປ​ໃນ​ທາງ​ບວກ ກໍ​ແມ່ນການ​ລົງທຶນ​ແລະ​ການຄົ້ນຄວ້າ​ທີ່​ຍັງ
ດຳ​ເນີນ​ຢູ່​ຕໍ່​ມາ ​ເພື່ອ​ຊອກ​ຫາ​ຢາ​ຊະນິດ​ໃໝ່ ທີ່​ຮວມທັງ ການ​ຕັ້ງໜ້າ​ຕັ້ງ​ຕາ​ຂອງ​ບໍລິສັດ​
ຜະລິດ​ຢາທີ່​ສຳຄັນ​ຕ່າງໆ.

ທ່ານ​ນາງກ່າວ​ມ້ວນທ້າຍ​ວ່າ “ມັນ​ແມ່ນໃນ​ບ່ອນ​ນີ້ ​ໃນ​ຂົງ​ເຂດ​ລຸ່ມ​ແມ່​ນ້ຳຂອງ ​
ທີ່ພວກເຮົາ​ມີ​ບັນຫາ​ແທ້. ກຳປູ​ເຈຍ ຕາມ​ຊາຍ​ແດນ​ທີ່​ຕິດ​ກັບ​ໄທ, ຕາມ​ຊາຍ​ແດນ​
ຂອງ​ໄທທີ່​ຕິດ​ກັບລາວ​ແລະ​ຊາຍ​ແດນ ກຳປູ​ເຈຍ ຕິດກັບ​ຫວຽດນາມ ​ໂດຍສະ​ເພາະ
​ແລ້ວ​ແມ່ນ​ໃນ​ຂົງ​ເຂດ​ລຸ່ມ​ແມ່​ນ້ຳຂອງ. ສຳຫຼັບມາ​ເລ​ເຊຍ ຟິລິບ​ປີນ ອິນ​ໂດ​ເນ​ເຊຍ ​
ໝູ່ເກາະ Solomon,Vanuatu ​ແລະ​ແມ່ນ​ກະ​ທັງ ອິນ​ເດຍ ບັງ​ກລາ​ແດັສ ​ແລະ
​ເນ​ປານ ການ​ປິ່ນປົວ​ແບບ ACT ທີ່ມີ​ຢາ Artemisinin ​ເປັນ​ພື້ນຖານ​ນັ້ນຕ່າງ
​ກໍ​ໄດ້ຜົນ​ຢ່າງ​ດີ​ເລີດ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG