ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຊ່ຽວຊານ ອົງການ WHO ເຕືອນກ່ຽວກັບ ຄ່າປິ່ນປົວ ສຸຂະພາບ ທີ່ແພງຂຶ້ນ ໃນເອເຊຍ


ບັນດາຜູ້ເຖົ້າແມ່ຍິງ ພາກັນນັ່ງຢູ່ລົດພິການ ທີ່ເຮືອນເບິ່ງແຍງຜູ້ ເຖົ້າໃນນະຄອນຫລວງປັກກິ່ງ ປະເທດຈີນ.
ບັນດາຜູ້ເຖົ້າແມ່ຍິງ ພາກັນນັ່ງຢູ່ລົດພິການ ທີ່ເຮືອນເບິ່ງແຍງຜູ້ ເຖົ້າໃນນະຄອນຫລວງປັກກິ່ງ ປະເທດຈີນ.

ເອ​ເຊຍ​ປະ​ເຊີນ​ໜ້າ​ກັບ​ຄ່າປີ່​ນປົວທີ່​ມີ​ລາຄາ​ແພງຂຶ້ນ ​ເນື່ອງ​ຈາກ​ມີ​ຄົນ​ປ່ວຍ​ຢ່າງ ຫລວງ ຫລາຍ​ທີ່​ກວດພົບ​ວ່າ ​ເປັນ​ມະ​ເຮັງ ພ້ອມ​ດ້ວຍ​ພວກ​ທີ່ເປັນ​ລົມ​ສາລະ​ບາດ​ແລະພະຍາດ​ຫລົງ​ລືມ ​ໃນ​ທົດ​ສະ​ວັດ​ໜ້ານີ້.

​ໃນ​ຂະນະ​ທີ່​ເສດຖະກິດ​ເອ​ເຊຍປະສົບ​ກັບ​ຄວາມ​ກ້າວໜ້າ ທີ່​ພາ​ໃຫ້​ລະ​ດັບ​ຂອງຄວາມທຸກ​
ຍາກ​ຫລຸດ​ລົງ​ຢ່າງ​ຫຼວງຫລາຍ ມັນ​ໄດ້​ຍັງ​ຜົນ ​ໃຫ້​ມີ​ການ​ປ່ຽນແປງ​ ທາງ​ສັງຄົມ ​ແລະ​ຊີວິດ​ການເປັນ​ຢູ່ໃນ​ດ້ານການ​ກິນ​ອາຫານ ​ໄດ້​ຮັບ​ສະພາບ​ອາກາດ ​ເປື້ອນ​ເປິ​ຫຼາຍຂຶ້ນຈາກ​ເຂດ​ເທດສະບານ ຊຶ່ງເຮັດ​ໃຫ້​ບັນດາ​ປະຊາ​ຄົມຕ່າງໆ​ໄດ້​ຮັບ​ອັນຕະລາຍ​ຫຼາຍຂຶ້ນ.

ອົງການ​ອະນະ​ໄມ​ໂລກ ຫລື WHO ກ່າວ​ວ່າ ຢູ່​ໃນ​ເອ​ເຊຍ​ອາຄະ​ເນ ການ​ປິ່ນ ປົວ​ມະ​ເຮັງ ທີ່​ຊັກ​ຊ້າ ​ເປັນ​ຜົນໃຫ້​ມີ​ຜູ້​ເສຍ​ຊີວິດ 1 ລ້ານ 3 ​ແສນ​ຄົນ​ຕໍ່​ປີ. ອົງ ການ WHO ກ່າວ​ວ່າ 8 ລ້ານ 8 ​ແສນ​ຄົນ ​ເສຍ​ຊີວິດ ​ຈາກ​ມະ​ເຮັງ​ແຕ່ລະ​ປີ ສອງ​ສ່ວນ​ສາມ ແມ່ນຢູ່ໃນ​ອາ​ຟຣິກາ ​ແລະ ເອ​ເຊຍ.

ອົງການ WHO ກ່າວ​ວ່າ ມະ​ເຮັງ ພ້ອມ​ດ້ວຍໂຣກເບົາ​ຫວານ ໂຣກ​ຫົວ​ໃຈ ​ແລະໂຣກ​ປອດ ທີ່​ເຮື້ອຮັງ ແມ່ນ​ເປັນ​ໂຕ​ການ​ຮັບຜິດຊອບ​ຕໍ່ 40 ລ້ານຫລື 70 ​ເປີ​ເຊັນ ​ຂອງ 56 ລ້ານຄົນ ຂອງ​ໂລກ ທີ່​ເສຍ​ຊີວິດ ​ໃນ​ປີ 2015.

​ແຕ່​ວ່າຄ່າ​ປິ່ນປົວ​ຢູ່​ໃນ​ທົ່ວ​ໂລກກຳລັງສູງ​ຂຶ້ນ. ​ໃນ​ປີ 2015 ການ​ໃຊ້​ຈ່າຍ​ສຳລັບ​ຢາ​ປົວ​ມະ​ເຮັງ ​ສູງຂຶ້ນຈາກ 11.5 ​ເປີ​ເຊັນ ຫາ 107 ພັນ​ລ້ານໂດ​ລາ ​ແລະ​ທຳນາຍ​ວ່າ​ ຈະສູງ​ຂຶ້ນ​ອີກ​ເປັນ 150 ພັນ​ລ້ານ​ໂດ​ລາ​ໃນ​ປີ 2020 ​ເນື່ອງ​ຈາກ​ສ່ວນໃຫຍ່ແລ້ວ​ແມ່ນ​ຄ່າໃຊ້ຈ່າຍ​ກັບຢາ​ທີ່ໃໝ່ກວ່າ ​ແລະ​ເປັນ​ຢາປົວ​ທີ່​ສະ​ເພາະ​ເຈ​າະຈົງ.

ກຸ່ມ​ທີ່ປຶກສາ Boston Consulting ກ່າວ​ວ່າ ຢູ່​ໃນ​ລາຍ​ງານ ​ຫວ່າງ​ມໍ່ໆ​ມາ​ນີ້ “ພາລະ​ໃນ​ເລື່ອງໂຣກ​ມະ​ເຮັງ ຢູ່ໃນ​ບັນດາ​ປະ​ເທດ​ທີ່ກຳລັງ​ພັດທະນາ ​ໄດ້ສູງ​ຂຶ້ນ​ເຖິງ​ຂຶ້ນ​ທີ່​ຮ້າຍ​ແຮງ” ​ຊຶ່ງເຫັນ​ວ່າ ​ເປັນສາ​ເຫດທີ່ພາ​ໃຫ້​ມີ​ການ​ເສຍ​ຊີວິດ​ຢູ່​ໃນ​ອິນ​ເດຍ​ໃນ​ຈຳນວນຄົນ​ເຈັບ​ປ່ວຍ ປະມານ 2 ລ້ານ 5 ​ແສນຄົນ. ​ເຂົາ​ເຈົ້າ​ທຳ​ນາຍ​ວ່າ ອິນ​ເດ​ຍມີ “​ໂອກາດ​ທີ່ີ​ໂຣກດັ່ງກ່າວຈະ​ເພີ້​ມຂຶ້ນ​ເຖິງ​ຫ້າ​ເທົ່າ​ໃນ​ປີ 2025.”

ຈີນ​ໄດ້​ປະກາດ​ວ່າ ​ມີ​ສີ່​ລ້ານ​ກໍລະນີ​ຕິດມະ​ເຮັງ​ໃໝ່ ​ໃນ​ປີ 2016 ພ້ອມ​ດ້ວຍຄ່າ​ໃຊ້ຈຍ່າຍ​ໃນ​ການປິ່ນປົວສຸ​ຂະ​ພາບ​ຈະ​ເພີ້​ມຂຶ້ນ​ເຖິງ “ສີ່​ເທົ່າ” ​ເປັນ 12.7 ​ພັນຕື້​ຢວນ ຫລື 1.84 ພັນ​ຕື້ໂດ​ລາ ​ໃນ​ປີ 2025 ນັ້ນຄື​ຄຳ​ເວົ້າຂອງ​ພວກ​ທີ່ປຶກສາ​ໄດ້​ກ່າວ​ໄດ້.

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

XS
SM
MD
LG