ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອົງການອະນາໄມໂລກ ຈັດຕັ້ງ ຄະນະກຳມະການ ອິດສະຫຼະ ເພື່ອປະເມີນຜົນ ການຮັບມື ກັບໂຣກລະບາດ ໂຄວິດ-19


ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ທ່ານເທ-ດຣອສ ອາດານອມ ເກເບຣເຢຊຸສ ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວ ທີ່ໄດ້ຈັດຂຶ້ນໂດຍສະມາຄົມນັກຂ່າວເຈນີວາຂອງອົງການສະຫະປະຊາຊາດ Geneva Association of United Nations Correspondents (ACANU) ທ່າມກາງການລະບາດຂອງ COVID-19, ທີ່ເກີດຈາກໄວຣັສໂຄໂຣນາສາຍພັນໃໝ່.
ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ທ່ານເທ-ດຣອສ ອາດານອມ ເກເບຣເຢຊຸສ ເຂົ້າຮ່ວມ ກອງປະຊຸມຖະແຫລງຂ່າວ ທີ່ໄດ້ຈັດຂຶ້ນໂດຍສະມາຄົມນັກຂ່າວເຈນີວາຂອງອົງການສະຫະປະຊາຊາດ Geneva Association of United Nations Correspondents (ACANU) ທ່າມກາງການລະບາດຂອງ COVID-19, ທີ່ເກີດຈາກໄວຣັສໂຄໂຣນາສາຍພັນໃໝ່.

ອົງການອະນາໄມໂລກ ຫຼື WHO ໃນວັນພະຫັດວານນີ້ ໄດ້ສະເໜີຊື່ອະດີດນາຍົກລັດຖະມົນຕີນິວຊີແລນ ທ່ານນາງເຮເລນ ຄລາກ ແລະອະດີດປະທານາທິບໍດີ ໄລບີເຣຍ ທ່ານນາງແອລເລນ ເຊີລີບຟ໌ ຈອນສັນ ເພື່ອນຳພາຄະນະກຳມະການອິດສະຫລະໃຫ້ປະເມີນຜົນການຮັບມືກັບໂຣກບະບາດໄວຣັສໂຄວິດ-19 ຂອງອົງການອະນາໄມໂລກ.

ໃນການກ່າວຖະແຫລງຕໍ່ກອງປະຊຸມບັນດາສະມາຊິກປະເທດ ຈາກສຳນັກງານໃຫຍ່ທີ່ນະຄອນເຈນີວາ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ທ່ານເທ-ດຣອສ ອາດານອມ ເກເບຣເຢຊຸສ ໄດ້ແນະນຳຜູ້ນຳທັງສອງໂດຍກ່າວວ່າ ມັນເຖິງເວລາແລ້ວ ສຳລັບການທົບທວນເບິ່ງຕົນເອງ.

ທ່ານເທດຣອສ ໄດ້ເວົ້າວ່າ “ຂະໜາດຄວາມຮ້າຍແຮງຂອງໂຣກລະບາດນີ້ ຊຶ່ງໄດ້ເຮັດໃຫ້ໝົດທຸກຄົນໃນໂລກ ຕິດຕໍ່ກັນທາງອິນເຕີເນັດ ແມ່ນເປັນທີ່ຈະແຈ້ງແລ້ວທີ່ຈະສົມຄວນໄດ້ປະເມີນຜົນຕາມຄວາມເໝາະສົມ ການຕີລາຄາຢ່າງກົງໄປກົງມາ.”

ການຈັດຕັ້ງຄະນະກຳມະການດັ່ງກ່າວ ມີຂຶ້ນສອງວັນ ຫຼັງຈາກທີ່ສະຫະລັດ ໄດ້ຖອນຕົວອອກຈາກອົງການຢ່າງເປັນທາງການ ແລະຫຼັງຈາກທີ່ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວວ່າ ອົງການອະນາໄມໂລກ ບໍ່ໄດ້ປະເຊີນໜ້າກັບຈີນ ກ່ຽວກັບການຮັບມື ກັບການລະບາດຂອງໂຄວິດ-19 ໃນເບື້ອງຕົ້ນຂອງຕົນນັ້ນ. ທຳນຽບຂາວ ໄດ້ກ່າວວ່າ ຕົນຈະບໍ່ສະໜັບສະໜຸນ ອົງການດັ່ງກ່າວ ຖ້າປາສະຈາກ ການປະຕິຮູບຢ່າງໃຫຍ່.

ບັນດາປະເທດສະມາຊິກເຊັ່ນ ຍີ່ປຸ່ນ ໃນຂະນະທີ່ບໍ່ໄດ້ສະໜັບສະໜຸນການຖອນຕົວອອກຈາກອົງການຂອງສະຫະລັດ ກໍໄດ້ຮຽກຮ້ອງໃຫ້ອົງການດັ່ງກ່າວປະຕິຮູບ.

ທ່ານເທດຣອສ ໄດ້ກ່າວວ່າ ທ່ານເຫັນດີ ທີ່ອົງການອະນາໄມໂລກ ຕ້ອງໄດ້ມີການຊັ່ງຊາຢ່າງລະອຽດແລະກົງໄປກົງມາ.

ທ່ານເວົ້າວ່າ “ອັນນີ້ບໍ່ແມ່ນບົດລາຍງານຂອງມາດຕະຖານ ທີ່ວ່າ ເປັນພຽງຂີດໝາຍລ້າໆ ແລ້ວຕໍ່ຈາກນັ້ນເອົາໄປເກັບໄວ້ເທິງຕູ້ໃຫ້ເຕັມໄປດ້ວຍຂີ້ຝຸ່ນ. ອັນນີ້ເປັນສິ່ງທີ່ພວກເຮົາເອົາຈິງເອົາຈັງແທ້ໆ.”

ທ່ານເທດຣອສ ໄດ້ສະເໜີແນະວ່າ ບັນດາສະມາຊິກປະເທດທັງໝົດ ໃຫ້ສະເໜີຂໍ້ແນະນຳຕ່າງໆຕໍ່ຄະນະກຳມະການປະເມີນຜົນ ແລະວ່າ ຄະນະກຳມະການນີ້ປະຕິບັດງານຢ່າງເປັນອິດສະຫຼະ.

ທ່ານໄດ້ສະເໜີແນະຄະນະກຳມະການດັ່ງກ່າວ ໃຫ້ນຳສະເໜີບົດລາຍງານທີ່ເປັນອິດສະຫລະ ໃນເດືອນພະຈິກ ຕໍ່ກອງປະຊຸມດ້ານສຸຂະພາບຂອງໂລກ ແລະບົດລາຍງານຂັ້ນສຸດທ້າຍ ຕໍ່ກອງປະຊຸມໃນເດືອນພຶດສະພາ ປີໜ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG