ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ທ່ານທຣຳ ຈະເລືອກເອົາໃຜມາ ກວດກາ 'ບໍລິສັດເທັກໂນໂລຈີ ໃຫຍ່ທັງຫຼາຍ'?


ຕຶກ ຄະນະກຳມາທິການການຄ້າ ຂອງລັດຖະບານກາງ ຫຼື FTC ໃນນະຄອນຫຼວງວໍຊິງຕັນ.
ຕຶກ ຄະນະກຳມາທິການການຄ້າ ຂອງລັດຖະບານກາງ ຫຼື FTC ໃນນະຄອນຫຼວງວໍຊິງຕັນ.

ວ່າທີ່ ປະທານາທິບໍດີ ດໍໂນລ ທຣໍາ ເລືອກຜູ້ນຳພາຄະນະກຳມາທິການການຄ້າຂອງລັດຖະບານກາງ ຫຼື FTC ທີ່ໄດ້ປະຕິຍານວ່າ ຈະສືບຕໍ່ຄວາມພະຍາຍາມຂອງໜ່ວຍງານ ໃນການຢຸດຕິການຜູກຂາດຂອງ ບັນດາບໍລິສັດເທັກໂນໂລຈີ ຍັກໃຫຍ່ ພ້ອມທັງເພີ່ມຈຸດສຸມໃຫມ່ ກໍຄື ເສລີພາບໃນການປາກເວົ້າ. ນັກຂ່າວຂອງວີໂອເອ ແມັທ ດິບໂບລ (Matt Dibble) ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້.

ປະທານາທິບໍດີທີ່ຖືກເລືອກຕັ້ງ ທ່ານ ດໍໂນລ ທຣໍາ ໄດ້ເລືອກເອົາ ທ່ານ ແອນດຣູ ເຟີກູຊັນ (Andrew Ferguson) ໃຫ້ເປັນຜູ້ນໍາຄະນະກໍາມາທິການການຄ້າຂອງລັດຖະບານກາງ, ເຊິ່ງເປັນໜ່ວຍງານທີ່ບັງຄັບໃຊ້ກົດຫມາຍຕ້ານການຜູກຂາດ ແລະການປົກປ້ອງຜູ້ບໍລິໂພກ.

ທ່ານ ເຟີກູຊັນ (Ferguson), ເຊິ່ງເປັນສະມາຊິກພັກຣີພັບບລີກັນ, ເຮັດວຽກຢູ່ໃນຄະນະກຳມາທິການດັ່ງກ່າວຢູ່ແລ້ວ, ໂດຍໄດ້ຮັບການສະເໜີຊື່ ຈາກປະທານາທິບໍດີ ໂຈ ໄບເດັນ ໃຫ້ດຳລົງຕໍາແໜ່ງຢູ່ໃນຄະນະກຳມະການສອງພັກຝ່າຍທີ່ມີສະມາຊິກ 5 ທ່ານ ແລະ ໄດ້ຮັບການຮັບຮອງເອົາໃນປີ 2024.

((ທ່ານ ແອນດຣູ ເຟີກູຊັນ (Andrew Ferguson), ຄະນະ​ກຳມະການ​ການ​ຄ້າ, ວິທະຍາສາດ ​ແລະ ການ​ຂົນ​ສົ່ງ​ຂອງສະພາ​ສູງ​ສະຫະລັດ ກ່າວວ່າ))

"ການ​ປົກ​ປ້ອງ​ຜູ້​ບໍ​ລິ​ໂພກ ​ແລະ​ການ​ແຂ່ງ​ຂັນ​ບໍ່​ແມ່ນ​ບັນ​ຫາຂອງພັກການເມືອງໃດນຶ່ງ.... "

ກ່ອນ​ໜ້າ​ນີ້ ທ່ານ ເຟີກູຊັນ (Ferguson) ເຄີຍ​ເປັນ​ໄອ​ຍະ​ການສູງສູດຂອງ​ລັດ ເວີຈີເນຍ ແລະ​ເປັນ​ຫົວໜ້າທີ່​ປຶກ​ສາຂອງສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ມິຈ ແມັກຄອນແນລ (Mitch McConnell), ຜູ້​ທີ່​ໄດ້​ກ່າວຢູ່​ໃນ​ການ​ພິ​ຈາ​ລະ​ນາ​ການ​ແຕ່ງ​ຕັ້ງ​ຂອງ​ທ່ານ ​ໃນ​ປີ 2023 ວ່າ.

((ສະ​ມາ​ຊິກ​ສະ​ພາ​ສູງ ມິຈ ແມັກຄອນແນລ ຂອງພັກຣີພັບບລີກັນ))

ຄະນະກຳມາທິການການຄ້າ, ວິທະຍາສາດ ແລະການຂົນສົ່ງຂອງສະພາສູງສະຫະລັດ ກ່າວວ່າ:

"ເມື່ອ ທ່ານ ແອນດຣູ ຮັບເອົາຄວາມທ້າທາຍນີ້, ລາວກໍ່ທຸ້ມເທໄປຫມົດທຸກຢ່າງ."

ທ່ານ ເຟີກູຊັນ (Ferguson) ໄດ້ໃຫ້ສັນຍານກ່ຽວກັບທິດທາງໃຫມ່ ສໍາລັບໜ່ວຍງານເອກະລາດທີ່ສອດຄ່ອງກັບບູລິມະສິດຂອງ ທ່ານ ທຣໍາ ຫຼາຍຂຶ້ນ.

ໃນເອກະສານທີ່ຖືກນໍາໃຊ້ເພື່ອສະໜັບສະໜູນການລົງສະຫມັກຮັບຕໍາແໜ່ງສູງສຸດຂອງທ່ານ ແລະທີ່ ອົງການຂ່າວ ພັນຈ໌ໂບລ (Punchbowl News) ໄດ້ຮັບ, ທ່ານເຟີກູຊັນ (Ferguson) ໄດ້ໃຫ້ຄໍາຫມັ້ນສັນຍາວ່າ ຈະ "ຕໍ່ສູ້ກັບ ລະບົບການປົກຄອງຂອງລັດ ເພື່ອຈັດຕັ້ງປະຕິບັດນະໂຍບາຍຂອງປະທານາທິບໍດີ ທຣໍາ" ແລະກຳນົດແນວທາງທີ່ທ່ານຈະປັບທິດທາງຂອງ FTC ໃຫ້ມີຄວາມເປັນມິດກັບທຸລະກິດຫຼາຍຂຶ້ນ, ໃນຂະນະດຽວກັນກໍເພີ່ມການກວດກາບໍລິສັດສື່ສັງຄົມທັງຫຼາຍນຳດ້ວຍ.

ທ່ານ ບີລ ແບລ (Bill Baer) ແມ່ນນັກວິໄຈຂອງສະຖາບັນ ບຣູກກິງສ໌ (Brookings) ແລະອະດີດຜູ້ອໍານວຍການຂອງຫ້ອງການການແຂ່ງຂັນຂອງ FTC.

ທ່ານ ບີລ ແບລ (Bill Baer) ໄດ້ກ່າວກັບ ວີໂອເອ ຜ່ານທາງ ສະໄກປ໌ວ່າ "ລາວໄດ້ແນ່ເປົ້າໄປທີ່ຊ່ອງທາງດ້ານເທັກໂນໂລຈີຕ່າງໆ ຢ່າງຫຼວງຫຼາຍ, ທັງດ້ານການຄອບງໍາທາງເສດຖະກິດຂອງພວກມັນ, ແຕ່ຍັງລວມເຖິງການກວດສອບເນື້ອໃນຕາມທັດສະນະແບບອະນຸລັກນິຍົມ ທີ່ຖືກກ່າວຫານັ້ນ."

ທ່ານ ທຣໍາ ແລະສະມາຊິກພັກຣີພັບບລີກັນຄົນອື່ນໆ ມັກຈະແນເປົ້າໄປທີ່ການຄັດກອງເນື້ອໃນໂດຍບໍລິສັດສື່ສັງຄົມ ຢູ່ເລື້ອຍໆ. ພວກເຂົາເຈົ້າອ້າງເຖິງການລຶບບັນດາການໂພດສ໌ຂໍ້ຄວາມຕ່າງໆໂດຍຜູ້ທີ່ບໍ່ເຊື່ອກ່ຽວກັບເລື້ອງ ໂຄວິດ-19 ແລະການຍົກເລີກຊ່ອງທາງສື່ສັງຄົມຂອງທ່ານ ທຣໍາ ຫຼັງຈາກວັນທີ 6 ມັງກອນ 2021 ເຊິ່ງການໂຈມຕີ ຫໍລັດຖະສະພານັ້ນ ຖືວ່າ ເປັນຄວາມລໍາອຽງຕໍ່ສຽງຂອງຝ່າຍອະນຸລັກນິຍົມ.

ທ່ານ ທຣໍາ ໄດ້ກ່າວກ່ຽວກັບຫົວຂໍ້ດັ່ງກ່າວ ຢູ່ໃນເວັບໄຊທ໌ ໂຄສະນາຫາສຽງຂອງທ່ານ.

ທ່ານ ດໍໂນລ ທຣໍາ, ວ່າທີ່ປະທານາທິບໍດີສະຫະລັດ ກ່າວວ່າ "ມື້ນີ້, ຂ້າພະເຈົ້າປະກາດແຜນການຂອງຂ້າພະເຈົ້າ ທີ່ຈະທໍາລາຍລະບອບການກວດສອບເນື້ອໃນຂອງຝ່າຍຊ້າຍ ແລະຮຽກຮ້ອງເອົາສິດໃນການປາກເວົ້າແບບເສລີກັບຄືນມາ ສຳລັບຊາວອາເມຣິກັນທຸກໆຄົນ."

ໃນສອງກໍລະນີ ເມື່ອປີກາຍນີ້, ສານສູງສຸດຂອງສະຫະລັດໄດ້ຕັດສິນໃຫ້ບໍລິສັດສື່ສັງຄົມ ປະຕິບັດຕາມແນວທາງການກັ່ນຕອງເນື້ອໃນທີ່ມີຢູ່. ທ່ານ ເຟີກູຊັນ (Ferguson) ໄດ້ແນະນໍາວ່າ ກົດຫມາຍຕ້ານການຜູກຂາດອາດຈະເປັນອີກຍຸດທະສາດນຶ່ງ ໃນການບັນລຸເປົ້າຫມາຍຂອງທ່ານ ທຣໍາ.

ທ່ານ ບີລ ແບລ (Bill Baer) ໄດ້ກ່າວກັບ ວີໂອເອ ຜ່ານທາງ ສະໄກປ໌ວ່າ "ບໍ່ວ່າລາວຈະສາມາດນໍາໃຊ້ອໍານາດຂອງຄະນະກໍາມາທິການການຄ້າຂອງລັດຖະບານກາງ ເພື່ອຈັດການກັບຄວາມພະຍາຍາມຂອງບັນດາຊ່ອງທາງສື່ສັງຄົມຕ່າງໆ ໃນການເຮັດໃຫ້ແນ່ໃຈວ່າ ເນື້ອໃນທີ່ບໍ່ດີ ຫຼືທີ່ບໍ່ເຫມາະສົມ ຫຼືທີ່ບໍ່ຖືກຕ້ອງຢ່າງຮ້າຍແຮງ ຈະບໍ່ຖືກເຜີຍແຜ່ຢູ່ເທິງຊ່ອງທາງສື່ສັງຄົມຂອງພວກເຂົາ ໄດ້ແທ້ຫຼືບໍ່ເຊັ່ນນັ້ນ ແມ່ນເປັນຄໍາຖາມທີ່ຍັງບໍ່ມີຄຳຕອບທີ່ຈະແຈ້ງ. ບັນດາຊ່ອງທາງສື່ສັງຄົມເຫລົ່ານັ້ນ ມີສິດຕາມມາດຕາທີນຶ່ງຂອງລັດຖະທຳມະນູນ ເຊັ່ນດຽວກັນກັບຫນັງສືພິມ, ເຊັ່ນດຽວກັນກັບທີ່ພວກເຮົາທຸກຄົນມີ."

FTC ພາຍໃຕ້ການນຳພາຂອງທ່ານນາງ ລີນາ ຄ່ານ (Lina Khan) ປະທານຄົນປະຈຸບັນ, ໄດ້ມີການຟ້ອງຮ້ອງຕໍ່ບໍລິສັດຍັກໃຫຍ່ດ້ານເທັກໂນໂລຈີ ເມຕາ (Meta) ແລະ ອາເມຊອນ (Amazon) ໃນຂໍ້ກ່າວຫາວ່າ ດຳເນີນການຕໍ່ຕ້ານໃນການແຂ່ງຂັນ. ໄພຂົ່ມຂູ່ຂອງການກວດສອບນະໂຍບາຍການກວດເນື້ອໃນທີ່ຮັດກຸມຍິ່ງຂຶ້ນນັ້ນ ອາດຈະເປັນຈຸດປ່ຽນທີ່ເຮັດໃຫ້ບໍລິສັດຍັກໃຫຍ່ທາງເທັກໂນໂລຈີ ຕ້ອງປະຕິບັດຕາມເປົ້າຫມາຍຂອງ ທ່ານ ທຣໍາ.

ເມື່ອອາທິດແລ້ວນີ້, ບໍລິສັດ ເມຕາ (Meta) ໄດ້ປະກາດວ່າ ຈະຍຸຕິການກວດສອບຄວາມຈິງ ຫຼື factcheck ໃນ ເຟສບຸກ ແລະ ອິນສຕາແກຣມ ແລ້້ວປ່ຽນໄປໃຊ້ລະບົບທີ່ໃຫ້ຜູ້ຊົມໃຊ້ກວດສອບເນື້ອໃນດ້ວຍໂຕເອງແທນ ເຊິ່ງກໍຄ້າຍຄືກັນກັບ "ຂໍ້ສັງເກດຕ່າງໆຂອງຊຸມຊົນ" ໃນສື່ສັງຄົມ ເອັກຊ໌ (X) ຂອງ ອິລອນ ມັສກ໌.

ອ່ານລາຍງານນີ້ໃນພາສາອັງກິດ

President-elect Donald Trump's pick to lead the Federal Trade Commission has vowed to continue the agency's drive to break up Big Tech monopolies while adding a new focus: free speech. VOA's Matt Dibble has the story.

President-elect Donald Trump has chosen Andrew Ferguson to lead the Federal Trade Commission,

a federal agency that enforces antitrust and consumer protection laws.

Ferguson, a Republican, already serves on the commission, nominated by President Joe Biden to the bipartisan five-member board

and confirmed in 2024.

((Andrew Ferguson, Federal Trade Commission)) ((Courtesy: US Senate Committee on Commerce, Science and Transportation))

"Consumer protection and competition are not partisan issues..."

Ferguson previously served as solicitor general for the state of Virginia

and as chief counsel to Senator Mitch McConnell, who spoke at his nomination hearing in 2023.

((Sen. Mitch McConnell, Republican))

"When Andrew takes on a challenge, he goes all in."

Ferguson has signaled new directions for the independent agency that are more aligned with Trump's priorities.

In a document used to promote his candidacy for the top job and obtained by Punchbowl News, Ferguson pledged to "fight the bureaucracy to implement President Trump's agenda" and lists ways he would re-direct the FTC to be more business-friendly, while increasing scrutiny of social media companies.

Bill Baer is a Brookings Institution visiting fellow and a former director of the FTC's Bureau of Competition.

((Bill Baer, The Brookings Institution))

"He's focused a whole lot on tech platforms, both on their economic dominance, but also on their alleged censorship of conservative views."

((Courtesy: X/@LtGovNunez))

Trump and other Republicans have frequently targeted content moderation by social media companies. They cite the removal of posts by COVID-19 skeptics and the de-platforming of Trump after the January 6, 2021, attack on the Capitol as bias against conservative voices.

Trump addressed the issue on his campaign website.

((Donald Trump, US President-Elect))

"Today I am announcing my plan to shatter the left-wing censorship regime and to reclaim the right to free speech for all Americans."

In two cases last year, the U.S. Supreme Court ruled in favor of existing content moderation practices by social media companies. Ferguson has suggested that antitrust law could provide another strategy to further Trump's goal.

((Bill Baer, The Brookings Institution))

"Whether he can actually use the powers of the Federal Trade Commission to deal with platforms' efforts to make sure bad or inappropriate or grossly inaccurate content is not spread on their platforms is a serious open question. The platforms have a First Amendment right, just like a newspaper, just like any of us have."

The FTC under current chair Lina Khan

already has lawsuits underway against tech giants Meta and Amazon for anti-competitive practices. The threat of increased scrutiny of content moderation policies may be a tipping point for Big Tech companies to fall in line with Trump's goals.

Just last week, Meta announced that it will end fact-checking on Facebook and Instagram

and instead move to a system that lets users themselves police the content, much like the "community notes" on Elon Musk's X.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG