ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົງການອະນາໄມໂລກ ກ່າວວ່າ ບໍລິສັດເຮັດຢາ ຄວນໃຫ້ບູລິມະສິດ ແກ່ປະເທດທີ່ທຸກຈົນ ບໍ່ແມ່ນເພີ້ມການສັກຢາ ໃຫ້ປະເທດຮັ່ງມີ


ທ່ານເຕໂດຣສ ອັດຮານອມ ເກເບຣເຢຊູສ ຫົວໜ້າອົງການອານາໄມໂລກ (WHO) ວັນທີ 24 ພຶດສະພາ 2021.
ທ່ານເຕໂດຣສ ອັດຮານອມ ເກເບຣເຢຊູສ ຫົວໜ້າອົງການອານາໄມໂລກ (WHO) ວັນທີ 24 ພຶດສະພາ 2021.

ຫົວໜ້າອົງການອະນາໄມໂລກ ຫຼື WHO ກ່າວວ່າ ບັນດາບໍລິສັດເຮັດຢາ ບໍ່ຄວນພະຍາ
ຍາມທີ່ຈະເພີ້ມການສັກຢາວັກຊີນກັນໄວຣັສໂຄໂຣນາ ໃຫ້ແກ່ປະເທດທີ່ຮັ່ງມີ ໃນຂະນະ
ທີ່ປະເທດທຸກຈົນຕ່າງໆຍັງບໍ່ທັນໄດ້ຮັບການສັກຢາໂດສ ທຳອິດ ສຳລັບປະຊາຊົນສ່ວນ
ໃຫຍ່ຂອງເຂົາເຈົ້າ.

ຢູ່ທີ່ກອງປະຊຸມນັກຂ່າວໃນນະຄອນເຈນີວາ ປະເທດສະວິດເຊີແລນ ໃນວັນຈັນ ວານນີ້
ຫົວໜ້າອົງການ WHO ທ່ານເຕໂດຣສ ອັດດານອມ ເກເບຣເຢຊູສ ກ່າວວ່າ ບູລິມະສິດ
ແມ່ນຄວນຈະເປັນການສັກຢາວັກຊີນໃຫ້ແກ່ຄົນ ຜູ້ທີ່ຍັງບໍ່ ທັນໄດ້ຮັບການສັກຢາ ຈັກ
ໂດສເທື່ອ.

ທ່ານໄດ້ຮ້ອງຂໍ ຕໍ່ບັນດາບໍລິສັດເຮັດຢາ ຟາຍເຊີຣ (Pfizer) ແລະໂມເດີນາ (Moderna)
ເພື່ອ “ນຳເອົາຢາທັງໝົດມອບໃຫ້ແກ່ COVAX” ຊຶ່ງໝາຍເຖິງ ການລິເລີ້ມແຈກຢາຍຢາ
ວັກຊີນຢູ່ທົ່ວໂລກ ທີ່ໄດ້ຮັບການໜຸນຫຼັງຈາກອົງການ ສະຫະປະຊາຊາດ ພ້ອມທັງແນເປົ້າ
ໝາຍການແຈກຢາຍຢາວັກຊີນ ໃຫ້ແກ່ບັນ ດາປະເທດ ທີ່ມີລາຍໄດ້ຕໍ່າ ແລະປານກາງ.

ຟາຍເຊີຣ ກ່າວອາທິດແລ້ວນີ້ວ່າ ຕົນໄດ້ຊອກຫາການອະນຸມັດຈາກລັດຖະບານກາງ
ສະຫະລັດ ສຳລັບການສັກຢາໂດສທີສາມເພື່ອປ້ອງກັນໂຄວິດ-19 ໃຊ້ເປັນການສັກ
ຢາເພີ້ມ.

“ຊ່ອງຫວ່າງຂອງໂລກກ່ຽວກັບສະໜອງຢາວັກຊີນໂຄວິດ-19 ບໍ່ເປັນທີ່ກໍ້າເກິ່ງ ຢ່າງໃຫຍ່
ຫຼວງ ແລະບໍ່ພຽງພໍ. ປະເທດຈຳນວນນຶ່ງ ແລະຂົງເຂດຕ່າງໆຄວາມ ຈິງແລ້ວ ພາກັນສັ່ງຢາ
ເພີ້ມສັກຫຼາຍລ້ານໂດສ ກ່ອນປະເທດອື່ນໆ ທີ່ໄດ້ມີຢາ ເພື່ອສັກຢາໃຫ້ແກ່ພະນັກງານການ
ແພດເຂົາເຈົ້າ ແລະຜູ້ທີ່ເປັນອັນຕະລາຍທີ່ ສຸດ” ທີ່ທ່ານເຕໂດສ ໄດ້ກ່າວ.

ທ່ານກ່າວວ່າ ຄວາມບໍ່ກໍ້າເກີ່ງໝາຍຄວາມວ່າ “ພວກເຮົາກຳລັງເຮັດການເລືອກ ທີ່ີຕັ້ງໃຈ
ໃນປັດຈຸບັນນີ້ ບໍ່ປ້ອງກັນພວກທີ່ຢູ່ໃນຄວາມຕ້ອງການ.

ອົງການອະນາໄມໂລກໄດ້ກ່າວວ່າຫຼາຍກວ່າ 70 ເປີເຊັນ ຂອງການສັກຢາທັງ ໝົດແມ່ນ
ໄດ້ມີຂຶ້ນ ພຽງແຕ່ຢູ່ໃນ 10 ປະເທດເທົ່ານັ້ນ.

The head of the World Health Organization said drugmakers should not try to provide coronavirus booster shots to wealthy nations when many poor nations have yet to receive a first dose of vaccines for much of their population.

At a press briefing in Geneva, Switzerland, on Monday, WHO chief Tedros Adhanom Ghebreyesus said the priority should be to vaccinate people who had not received any doses.

He called on drugmakers Pfizer and Moderna to "go all out to supply COVAX," referring to the U.N.-backed initiative to distribute vaccines globally, as well as to target vaccine distribution to low- and middle-income countries.

Pfizer said last week it was seeking U.S. federal authorization for a third dose of its COVID-19 vaccine to be used as a booster shot.

"The global gap in COVID-19 vaccine supply is hugely uneven and inequitable. Some countries and regions are actually ordering millions of booster doses before other countries have had supplies to vaccinate their health workers and most vulnerable," Tedros said.

He said the disparity meant "we are making conscious choices right now not to protect those in need."

WHO has said that more than 70% of all vaccines have been administered in just 10 countries

XS
SM
MD
LG